ຈີນ ຈະຊ່ວຍເຫຼືອ ລາວ ຕໍ່ໄປ
2016.07.25
ທ່ານ ຫວັງຢີ ຣັຖມົນຕຣີ ການຕ່າງປະເທດ ສປ ຈີນ ຕອບຄໍາຖາມ ນັກຂ່າວ ຜ່ານນາຍພາສາ ໃນໂອກາດ ໃຫ້ແຖລງຂ່າວ ຕໍ່ ສື່ມວນຊົນ ທີ່ ຖາມເຖິງ ຄວາມສັມພັນ ລາວ-ຈີນ ແລະ ໂຄງການ ຮ່ວມມືຕ່າງໆ; ທ່ານ ກໍຕອບວ່າ:
"ຝ່າຍຈີນ ຖ້າເວົ້າເຖິງ ຄວາມສັມພັນ ກັບລາວ ມັນມີຫຼາຍຢ່າງ ມັນເປັນ ຄວາມສັມພັນ ທີ່ດີ ແລະ ໃກ້ຊິດ ພວກເຮົາເປັນ ຄູ່ຮ່ວມຍຸທສາຕ ຮອບດ້ານ ແລະຈີນ ຈະສືບຕໍ່ ຊ່ວຍເຫລືອລາວ ໃນໂຄງການ ພັທນາ ແຫ່ງຊາຕ ຂອງລາວ".
ທ່ານ ຫວັງ ຢີ ໄດ້ຖແລງຕໍ່ ສື່ມວນຊົນ ຫລັງຈາກໄດ້ ສິ້ນສຸດ ກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ອາຊຽນ-ຈີນ ໃນວັນທີ 25 ກໍຣະກະດາ ຢູ່ສູນກາງຂ່າວ ຕ່າງປະເທດ ນະຄອນຫລວງ ວຽງຈັນ.
ທ່ານ ຫວັງຢີ ກ່າວວ່າ ທ່ານໄດ້ພົບປະ ໂອ້ລົມ ກັບ ຣັຖມົນຕຣີ ຕ່າງປະເທດ ສປປລາວ ແລ້ວ ທ່ານ ເປັນປະທານ ກອງປະຊຸມ ອາຊຽນ ໃນປີນີ້, ພວກທ່ານ ບໍ່ໄດ້ສົນທະນາ ກ່ຽວກັບ ໂຄງການ ສະເພາະ ອັນໃດ ພວກທ່ານ ພຽງແຕ່ແລກປ່ຽນ ຄວາມເຫັນ ກ່ຽວກັບວ່າ ຈະ ເຮັດວຽກ ຮ່ວມກັນ ແບບໃດ ເພື່ອ ຮັບປະກັນ ໃຫ້ ກອງປະຊຸມ ໃນມື້ນີ້ ແລະ ມື້ອື່ນ ເປັນໄປດ້ວຍດີ ແລະ ຮັບປະກັນ ວ່າຈະບໍ່ມີ ອັນໃດ ມາລົບກວນ. ສໍາລັບໂຄງການ ທາງຣົດໄຟ ນັ້ນ ທ່ານ ກ່າວວ່າ:
"ສໍາລັບ ໂຄງການ ທາງຣົດໄຟນັ້ນ ພວກເຮົາ ໄດ້ເຫັນພ້ອມກັນ ໝົດແລ້ວ ໂຄງການນີ້ ຈະດໍາເນີນ ຕໍ່ໄປ ທ່ານເຊື່ອວ່າ ມັນຈະສ້າງ ຜົນປະໂຫຍດ ໃຫ້ແກ່ ປະຊາຊົນ ທັງສອງ ປະເທດ ທີ່ຢູ່ຕາມ ເສັ້ນທາງ ຣົດໄຟ ສາຍນີ້".
ທ່ານ ກ່າວວ່າ ທາງຣົດໄຟ ສາຍນີ້ ຈະປະກອບ ເປັນສ່ວນນື່ງ ຂອງ ຣະບົບ ລາງຣົດໄຟ ແຫ່ງຊາຕ ຂອງລາວ ແລະ ພ້ອມດຽວກັນ ຈະ ເປັນສ່ວນນື່ງ ຂອງຕານ່າງ ທາງຣົດໄຟ ເຊື່ອມຕໍ່ ເອເຊັຽ ຕະເວັນອອກ.
ເມື່ອເວົ້າເຖິງ ກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ກັບ ຈີນແລ້ວ ທ່ານກໍວ່າ ພວກທ່ານ ໄດ້ບັນລຸ ຄວາມສໍາເຣັດ ຫຼາຍຢ່າງ ແລະວ່າ ຈີນກັບອາຊຽນ ຈະສືບຕໍ່ ຮ່ວມມືກັນ ຫຼາຍດ້ານ ໃນຂັ້ນຕໍ່ໆໄປ ໂດຍຈະໃຊ້ ກົນໄກ ແມ່ນໍ້າ ລ້ານຊ້າງ ແມ່ນໍ້າຂອງ ເພື່ອ ຊ່ວຍ ພັທນາ ຄວາມແຕກໂຕນ ທາງດ້ານ ເສຖກິດ ຣະຫວ່າງ ບັນດາ ປະເທດ ສະມາຊິກ ອາຊຽນ.
ສົມເນ RFA ຣາຍງານ ຈາກ ນະຄອນຫຼວງ ວຽງຈັນ