ມ.ໄຊທານີ ຈະແຍກຫຼາຍ ບ້ານ ເປັນເມືອງໃໝ່
2021.06.24
ນະຄອນຫຼວງວຽງຈັນ ປະກາດການສ້າງເມືອງໃໝ່ ໃນຂອບເຂດເມືອງໄຊທານີ ເນື່ອງຈາກ;jk ເມືອງໄຊທານີ ໃນປັດຈຸບັນມີພຶ້ນທີ່ ກວ້າງໃຫຍ່ ແລະ ຫຼາຍບ້ານຂາດການພັທນາ ສອດຄ່ອງກັບນະໂຍບາຍ ໃນການພັທນາ ເສຖກິດ-ສັງຄົມ ຂອງນະຄອນຫຼວງວຽງຈັນ ຊຶ່ງໃນປັດຈຸບັນ ຢູ່ໃນຣະວຫ່າງການສຳຣວດ ຮິບໂຮມຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້. ດັ່ງ ເຈົ້າໜ້າທີ່ຫ້ອງການ ນະຄອນຫຼວງ ວຽງຈັນ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນມຶ້ວັນທີ 24 ມິຖຸນາ ນີ້ວ່າ.
“ການສ້າງຕັ້ງເມືອງໃຫມ່ ນີ້ນ່າ ມັນຍັງຢູ່ໃນຂtບວນການ ການສຶກສາຄົ້ນຄວ້າເນາະ ຊິຍັງດົນເຕີບປະມານ ປີສອງປີເນາະ ເຮົາກໍ ກຳລັງລົງສຳຣວດຢູ່.”
ທ່ານກ່າວຕຶ່ມວ່າ ການສ້າງເມືອງໃໝ່ ຈະປະກອບດ້ວຍ 24 ບ້ານ ພາຍໃຕ້ຊຶ່ເມືອງວ່າ “ເມືອງດ່ານຊ້າງມີໄຊ” ອາດຈະໃຊ້ເວລາອີກ ສອງປີ ໃນການຮິບໂຮມຂໍ້ມູນ ເຣື່ອງທີ່ດິນ, ປະຊາກອນ, ອອກແບບຜັງເມຶອງ ກໍ່ສ້າງອາຄານ ສຳນັກງານ-ອົງການຈັດຕັ້ງເມຶອງ ແລະ ວາງຣະບົບໂຄງຮ່າງພື້ນຖານຕ່າງໆ, ເມື່ອການ ສຳຣວດ ແລະສຶກສາຄວາມເປັນໄປໄດ້ ສຳເຣັດ ກໍຕ້ອງໄດ້ສເນີ ຕໍ່ຣັຖບານ ໃຫ້ພິຈາຣະນາ ເຫັນດີ ຫລື ບໍ່ເຫັນດີ.
ຖ້າຣັຖບານເຫັນດີກໍເຣີ່ມສ້າງ, ສິ່ງທີ່ຫຍຸ້ງຍາກທີ່ສຸດ ກໍຄືການໂອນຍ້າຍຂໍ້ມູນຕ່າງໆ ເປັນຕົ້ນໃບຕາດິນ ໃບສຳມະໂນຄົວ ບັດປະຈຳ ຕົວປະຊາຊົນ ແລະ ເອກສານທາງດ້ານການເງິນ ຊຶ່ງນະຄອນຫຼວງວຽງຈັນ ຈະຕ້ອງຕຽມຄວາມພ້ອມທຸກຢ່າງ ໃນການຈັດການເຣື່ອງ ນີ້ໃຫ້ດີທີ່ສຸດ ເນຶ່ອງຈາກໃນປັດຈຸບັນ ຣະບົບການຈັດການເອກສານ ຂ້ອນຂ້າງຫລ່າຊ້າ ແລະ ເຮັດບໍ່ໄດ້ດີປານໃດ.
ກ່ຽວກັບເຣື້ອງນີ້ ຊາວບ້ານຜູ້ນຶ່ງ ຢູ່ໃນເຂດເມືອງໄຊທານີ ຊຶ່ງເປັນນຶ່ງໃນບ້ານ ທີ່ຈະໂອນໄປຢູ່ເມືອງໃໝ່ ໃນອານາຄົດນັ້ນ ກ່າວຕໍ່ ເອເຊັຽເສຣີ ໃນມຶ້ດຽວກັນນີ້ວ່າ ເຫັນດີທີ່ສຸດ ໃນການ ສ້າງເມືອງໃຫມ່ ເພື່ອຫລຸດຜ່ອນ ການເດີນທາງເຂົ້າໄປເທສບານເມືອງ ຊຶ່ງ ໃນປັດຈຸບັນ ກໍມີຄົນລາວ ຈຳນວນຫຼາຍ ໄປຊອກຊຶ້ດິນໃນເຂດ ແຖວຊານເມຶອງໄຊທານີ ເພາະເຫັນ ໂອກາດ ໃນການພັທນາ ເສຖກິຈ.
“ມັນເປັນເມືອງ ນະຄອນຫຼວງວຽງຈັນ ແຕ່ວ່າ ຊານເມືອງຫັ້ນນ່າ ແບ່ງຈາກເມືອງ ເມືອງມັນໃຫຍ່ຫຼາຍ ແລ້ວແບ່ງອອກມາເປັນອີກ ເມືອງນຶ່ງ ຄົນອອກມາຊຶ້ ທີ່ດິນ ຫລາຍເດ້.”
ຊາວບ້ານນາຕານ ຢູ່ເຂດເມືອງໄຊທານີ ທ່ານນຶ່ງເວົ້າວ່າ ເຫັນດີນຳແນວຄິດ ຂອງນະຄອນຫຼວງວຽງຈັນ ເນຶ່ອງຈາກວ່າມີຫຼາຍບ້ານ ຢູ່ຫ່າງໄກເຂດເທສບານ ເມຶອງໄຊທານີ ທີ່ບໍ່ໄດ້ ຮັບການພັັທນາ ເຕັມເມັດເຕັມໜ່ວຍ ໃນເວລາຊາວບ້ານຈະໄປດຳເນີນວຽກງານ ຫຼື ເຮັດເອກສານຕ່າງໆ ກັບເຈົ້າຫນ້າທີ່ເມືອງ ຈະຕ້ອງໄຊ້ເວລາເດີນທາງ ກວ່າ 1 ຊົ່ວໂມງ ຖ້າຫາກ ສ້າງເມຶືອງໃຫມ່ຂຶ້ນມາ ກໍຈະມີ ຄວາມສະດວກ ຕໍ່ຊາວບ້ານຫຼາຍຂຶ້ນ.
“ເອີມັນຢູ່ມໍ່ນີ້ ກະຊິໄຄກວ່າ ໃຫຍ່ໆເຕີບ ໄປກະປະມານອອກຈາກ ນະຄອນຫຼວງວຽງຈັນ ໄປກະປະມານ 60 ກິໂລແມັດນີ້ແຫລະ ເຂດນະຄອນຫຼວງວຽງຈັນ ນີ້ແຫລະ.”
ຊາວບ້ານ ຢູ່ບ້ານຫາດກ້ຽງ ເມືອງໄຊທານີ ກ່າວວ່າ ຕ້ອງການຢາກໃຫ້ ນະຄອນຫຼວງວຽງຈັນ ສ້າງເມືອງໃຫມ່ ມາແຕ່ດົນແລ້ວ ເນືື່ອງຈາກວ່າ ມີຫຼາຍບ້ານຢູ່ຫ່າງໄກ ຈາກເທສບານ ເມືອງໄຊທານີ ຊຶ່ງຊາວບ້ານສ່ວນໃຫຍ່ ຍັງເຮັດໄຮ່ເຮັດສວນຢູ່ ບໍ່ມີການພັທນາເລີຍ.
“ມັນຈະເຮັດແຕ່ຫາດກ້ຽງ ຂຶ້ນໄປພຸ້ນແຫລະ ຈົນຮອດທາງພູເຂົາຄວາຍ ມັນຊິອອກທາງປາກງຶ່ມ ຊອດໃສ່ທາງບໍຣິຄຳໄຊພຸ້ນແຫຼະ ຫາດກ້ຽງທ່ານດິນແດງແຖວນາແຖ ມັນຊິເປັນເຂດ ເມືອງໃຫມ່ໄປໝົດ.”
ກ່ຽວກັບການກຳນົດຂອບເຂດ ການສ້າງເມືອງໃຫມ່ ຊາວບ້ານຜູ້ນຶ່ງທີ່ຄຸ້ນເຄີຍ ກັບການຂາຍທີ່ດິນ ໃນເຂດເມືອງໄຊທານີ ກ່າວວ່າ ການສ້າງເມືອງໃຫມ່ ຖືວ່າເປັນການດີຕໍ່ ປະຊາຊົນ ກໍຕາມ ແຕ່ຕາມທີ່ທ່ານສັງເກດແລ້ວ ແມ່ນໃຫ້ຜົລປໂຍດ ແກ່ນັກລົງທຶນຫຼາຍກວ່າ ຍ້ອນວ່າ ກ່ອນຫນ້ານີ້ ມີນັກລົງທຶນ ເຂົ້າມາຊື້ທີ່ດິນ ໃນເຂດເມືອງໄຊທານີໄວ້ຫຼາຍແລ້ວ ແລະ ເມື່ອມີການພັທນາເຂົ້່າມາ ກຸ່ມນາຍທຶນ ເຫູົ່ານີ້ຈະໄດ້ຮບຜົລປໂຍດຢ່່າງໃຫຍ່.
“ເອື້ອອຳນວຍ ຜົລປໂຍດໃຫ້ແກ່ພວກນາຍທຶນເນາະ ຕາມທີ່ວ່າທີ່ເຫັນວ່າເນາະ ເພາະວ່າມີແຕ່ສ່ວນຫຼາຍ ຂອງນາຍທຶນຊື້ໄວ້ໝົດ ກ່ອນໜ້າທີ່ຈະມີແຜນ ການໂຕນີ້ເນາະ ຊ່ວງ 4-5 ປີ ຫຼັງນີ້ ກະຖືວ່າ ດິນຕັ້ງແຕ່ພຸ້ນແຫຼະ ບ້ານນາຕານ ໄລ່ຈົນມາຮອດຫາດກ້ຽງ ແຄມຖອກແຄມທ່າ ມີຫຍັງຕ່າງໆນີ້ ນາຍທຶນຖືວ່າ ໄປເຮັດບຸກເບີກອີ່ຫຍັງໝົດ.”
ອິງຕາມຂໍ້ຕົກລົງ ວ່າດ້ວຍການກຳນົດເຂດ ເມືອງໃໝ່ ຂອງ ນະຄອນຫຼວງວຽງຈັນ ໃນວັນທີ 8 ມິຖຸນາ ຜ່ານມາ ຣະບຸວ່າ ເມືອງໃຫມ່ ຈະມີທັງໝົດ 24 ບ້ານ ບ້ານດັ່ງກ່າວ ແມ່ນເຄີຍ ຂຶ້ນກັບ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມາກ່ອນ ແລະ ຂໍ້ຕົກດັ່ງກ່າວຍັງໄດ້ ໃຫ້ຄະນະຮັບຜິດຊອບ ຄົ້ນຄວ້າ ການສ້າງເມືອງໃໝ່ ປະສານງານກັບພາກສ່ວນ ກ່ຽວຂ້ອງຕ່າງໆ ເພຶ່ອສຳຣວດຮິບໂຮມຂໍ້ມູນສ້າງ ແຜນທີ່ຂອບເມືອງ, ແຜນຜັງເມືອງ, ແຜນທີ່ການນຳໃຊ້ ທີ່ດິນການກະເສດ, ການຈັດສັນທີ່ດິນ ແຕ່ລະປະເພດ ໃຫ້ສອດຄ່ອງກັບ ຍຸທສາດການ ພັທນາ ຂອງ ເມືອງແລະວຽກງານອຶ່ນໆ ເພຶ່ອປະກອບເຂົ້າໃນບົດວິພາກ ຂອງການສ້າງຕັ້ງເມືອງໃຫມ່.