ບໍຣິຄໍາໄຊ ຍຶດດິນ ຊື້-ຂາຍ ຜິດກົດໝາຍ

ສຸພັດຕາ
2019.02.07
ຕົວຢ່າງທີ່ດິນປູກຝັງ ຢູ່ແຂວງບໍລິຄໍາໄຊ ທີ່ ນັກລົງທຶນ ໄດ້ຈາກຊາວບ້ານ
ຮູບພາບຈາກ: ນັກຂ່າວພົລເມືອງ

ທາງການແຂວງບໍຣິຄຳໄຊ, ຍຶດທີ່ດິນຈຳນວນ 600 ປາຍເຮັກຕາ ຢູ່ເມືອງບໍຣິຄັນ ຄືນຈາກບໍຣິສັດຜູ້ຊື້, ທີ່ເຂົ້າມາຕົວະໃຫ້ຊາວບ້ານຂາຍໃຫ້, ທັ້ງໆທີ່, ທີ່ດິນດັ່ງກ່າວ ເປັນດິນຂອງຣັຖ, ທີ່ຊາວບ້ານມີສິດແຕ່ນໍາໃຊ້, ແຕ່ບໍຣິສັດອ້າງວ່າ ສາມາດແລ່ນເອກກະສານ ໃຫ້ຖືກຕ້ອງໄດ້. ຕາມ ຄຳເວົ້າຂອງເຈົ້າໜ້າທີ່ ເມືອງບໍຣິຄັນ ທ່ານນຶ່ງ, ຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 7 ກຸມພາ ນີ້:

“ມັນມີບໍຣິສັດ ຍຸວະດີ ເອັກເຊັບ ເຂົ້າມາເກັບຊື້ ປະຊາຊົນກໍ່ຫຼົງເຊື່ອ ຫຼົງຫຍັງ, ກໍ່ໄດ້ຂາຍ, ຂາຍກໍ່ຂາຍ, ໂດຍວ່າໃບແຈ້ງ ບໍ່ແມ່ນໃບຕາດິນ ກໍໍ່ຜິດ, ປະຊາຊົນບໍ່ຮູ້ຫຼັກການ, ບໍ່ຮູ້ກົດໝາຍ, ແລະກໍໄດ້ຫຼົງເຊື່ອ ທີ່ບໍຣິສັດວ່າ, ໂອ້! ຂາຍໃຫ້ໄທຂ້ອຍໄປແລ້ວ ໄທຂ້ອຍກະໄປແລ່ນເຮັດ ເປັນໃບຕາດິນອອກມາ.”

ທ່ານອະທິບາຍວ່າ, ທີ່ດິນ, ທີ່ປະຊາຊົນຂາຍໃຫ້ແກ່ບໍຣິສັດດັ່ງກ່າວນັ້ນມີ ທັງໝົດ 683 ເຮັກຕາ, ເປັນດິນແຄມນໍ້າງຽບ ໃນເຂດບ້ານນໍ້າປາ, ບ້ານຫ້ວຍຄູນ, ບ້ານໂພນທອງ ແລະບ້ານໜອງແດງ. ທາງການອະນຸຍາດ ໃຫ້ປະຊາຊົນ 50 ປາຍຄອບຄົວໃນ 4 ບ້ານດັ່ງກ່າວນີ້, ນໍາໃຊ້ ທີ່ດິນເພື່ອທຳການຜລິດ, ແລະເສັຍພາສີໃຫ້ຣັຖໃນແຕ່ລະປີ, ແຕ່ເມື່ອປີກາຍ ບໍຣິສັດຜູ້ຊື້ນັ້ນ, ໄດ້ເຂົ້າມາສເນີຊື້ນໍາຊາວບ້ານ, ເຮັກຕາລະ 5 ລ້ານກີບ, ພ້ອມທັງເວົ້າວ່າ ຈະແລ່ນເອກກະສານໃຫ້ຊາວບ້ານ, ຊາວບ້ານຈຶ່ງພາກັນຂາຍໃຫ້.

ຈົນກະທັ້ງເມື່ອອາທິດຜ່ານມາ, ຄນະກວດກາພັກແຂວງ ໄດ້ລົງກວດສອບທີ່ດິນ, ແລະເບິ່ງໂຄງການຕ່າງໆຢູ່ເມືອງບໍຣິຄັນ, ໃນຣະຫວ່າງການ ກວດສອບນັ້ນ, ໄດ້ພົບຂໍ້ມູນທີ່ບໍ່ຖືກຕ້ອງ, ຈຶ່ງໄດ້ເອີ້ນທາງເມືອງແລະຊາວບ້ານມາສອບຖາມ, ເມື່ອຮູ້ແຈ້ງ ກໍໄດ້ຍຶດເອົາທີ່ດິນທັງໝົດຄືນຈາກ ບໍຣິສັດດັ່ງກ່າວ, ພ້ອມທັງໄດ້ຮຽກຄືນເງິນຄ່າທີ່ດິນ, ຈາກຊາວບ້ານ ທີ່ຂາຍໃຫ້ບໍຣິສັດນັ້ນ ຄືນມາ:

“ປະຊາຊົນຜູ້ໃດທີ່ຂາຍເນາະ, ຂາຍບໍຣິສັດໄປນັ້ນ ທາງຂັ້ນເທິງເພິ່ນແຫຼະມາເອົາຄືນໝົດເນາະ, ດິນເພິ່ນກະເອົາຄືນເປັນຂອງຣັດ ເງິນທີ່ວ່າ ປະຊາຊົນຂາຍຫັ້ນ, ກໍແມ່ນເອົາເປັນຂອງຣັດ.”

ທ່ານກ່າວຕື່ມວ່າ, ຂນະນີ້ທາງການໄດ້ຍຶດດິນຄືນ ຈາກບໍຣິສັດນັ້ນແລ້ວ, ແຕ່ເງິນທີ່ໄດ້ຈາກການຂາຍດິນນັ້ນ, ໄດ້ຄືນແຕ່ບາງສ່ວນ, ສໍາລັບ ບໍຣິສັດທີ່ເປັນຕົ້ນເຫດ, ທາງແຂວງກຳລັງກຽມປະຊຸມ, ແລະຈັດຕັ້ງຄນະກັມມະການກວດສອບຕໍ່ໄປ. ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ກໍພຍາຍາມຕິດຕໍ່ໄປຍັງ ບໍຣິສັດດັ່ງກ່າວ, ເພື່ອຂໍໃຫ້ບໍຣິສັດອະທິບາຍ ເຣື່ອງທີ່ເກີດຂຶ້ນ ແຕ່ວ່າບໍ່ສາມາດຕິດຕໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.