ເຈົ້າໜ້າທີ່ ມ.ຕົ້ນເຜິ້ງ ຮື້ປ້າຍ ພາສາຈີນ

ເຈົ້າໜ້າທີ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຮື້ປ້າຍ ໂຄສະນາ ພາສາຈີນ ອອກ 62 ປ້າຍ ຍ້ອນ ຜິດກົດຣະບຽບ.

ຕົວຢ່າງປ້າຍ ພາສາຈີນ ລ້ວນໆ ທີ່ຫ້ອຍຕາມຮ້ານຄ້າຂາຍ ຂອງຈີນ ທີ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ RFA

ເຈົ້າໜ້າທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຮື້ຖອນປ້າຍ ໂຄສະນາ ພາສາຈີນ ອອກຈໍານວນ 62 ປ້າຍ ໃນມື້ວັນທີ 3 ຕຸລາ ນີ້ ຍ້ອນບໍ່ຖືກຕ້ອງ ຕາມຣະບຽບ ກົດໝາຍລາວ ທີ່ໃຫ້ເອົາໂຕໜັງສື ພາສາລາວ ຂຶ້ນກ່ອນພາສາຕ່າງປະເທດ ອັນຮວມທັງພາສາຈີນ, ອີງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ໜ່ວຍງານວັທນະທັມ ຫ້ອງການຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ເມືອງຕົ້ນເຜິ້ງຕໍ່ RFA ໃນມື້ວັນທີ 9 ຕຸລາ ນີ້:

"ຢູ່ເຂດຕົ້ນເຜິ້ງ ສ່ວນຫລາຍຈີນມາ ສໍາປະທານມາເຊົ່າຕໍ່ ຄົນລາວທີ່ວ່າມາເຮັດທຸຣະກິດ ຫລືວ່າຮ້ານອາຫານ ຮ້ານບັນເທິງຫັ້ນນະ ມາແລ້ວ ບໍ່ຮູ້ເຣື່ອງຣະບຽບ ເຣື່ອງຫລັກການ ໃນການເຮັດປ້າຍໂຄສະນາຫັ້ນ ປ້າຍມັນເປັນແຕ່ ພາສາຈີນໝົດເລີຍ ໂດຍບໍ່ມີ ໜັງສືລາວຈັກໂຕ ຫັ້ນນະ ປ້າຍທີ່ຖືກຮື້ 62 ປ້າຍຫັ້ນນະ."

ນອກຈາກປ້າຍໂຄສະນາ ທີ່ຮຶ້ອອກແລ້ວ ຍັງມີປ້າຍໄຟອີກ 6 ປ້າຍ ທີ່ເຈົ້າໜ້າທີ່ຍັງບໍ່ສາມາດຮື້ຖອນໄດ້ ຍ້ອນມີສາຍໄຟເຊື່ອມຕໍ່ໃສ່, ໄດ້ແຕ່ ເຮັດບົດບັນທຶກ ກັບຜູ້ປະກອບການ ເພື່ອແກ້ໄຂພາຍໃນ 5 ມື້ ໂດຍໃຫ້ປ່ຽນຈາກ ພາສາຈີນ ເປັນພາສາລາວ ຂຶ້ນກ່ອນ, ຫາກບໍ່ແກ້ໄຂ ເຈົ້າໜ້າທີ່ຈະປັບໃໝ ແລະຍຶດ ປ້າຍໄຟເປັນຂອງຣັດ ທັນທີ, ດັ່ງທ່ານກ່າວວ່າ:

"ເຮັດບົດບັນທຶກສະເພາະ ປ້າຍໄຟເນາະ ລັກສນະເຮົາບໍ່ຊ່າງຮື້ ເພາະວ່າມັນເປັນໂຄງເຫລັກ ແລ້ວມັນມີໄຟ ແບບວ່າແລ່ນແສງສີໃນມື້ຄືນ ເຮົາເຫັນຢູ່ຂ້າງໆມັນ ຈະແລ່ນຂຶ້ນເນາະ ເປັນໂຕໜັງສືຈີນຫັ້ນນະ ເຮົາເຮັດບົດບັນທຶກ ເຕືອນໃຫ້ຂະເຈົ້າ 3 ຫລື 5 ມື້ ຕ້ອງໃຫ້ປ່ຽນເອົາ ຟັອນພາສາລາວ ຂຶ້ນນໍາຂຶ້ນກ່ອນຫັ້ນນະ."

ທ່ານກ່າວວ່າຢູ່ເມືອງ ຕົ້ນເຜິ້ງ ຍັງມີປ້າຍໂຄສະນາ ບໍ່ຖືກຕ້ອງຕາມຣະບຽບກົດໝາຍ ອີກປະມານ 30 ເປີເຊັນຂອງຈໍານວນປ້າຍ ທັງໝົດ ທີ່ຍັງບໍ່ຖືກຮື້ຖອນ ຊຶ່ງເຈົ້າໜ້າທີ່ ມີແຜນການຮື້ຖອນຕໍ່ໄປ ແຕ່ກໍພົບບັນຫາ ໃນການຮື້ຖອນປ້າຍ ໂຄສະນາ ຈໍານວນນຶ່ງ ຊຶ່ງບໍ່ຮູ້ວ່າປ້າຍ ໂຄສະນາອັນໃດເມືອງຄຸ້ມຄອງ ຫຼື ເສຖກິດພິເສດຄຸ້ມຄອງ ຊຶ່ງເບື້ອງຕົ້ນທາງເຈົ້າໜ້າທີ່ ເມືອງຕົ້ນເຜິ້ງ ຈະຕ້ອງໄດ້ປະສານກັບ ພາກສ່ວນ ທີ່ກ່ຽວຂ້ອງອື່ນໆ ຕື່ມກ່ອນຈະຮື້ຖອນປ້າຍ ນັ້ນອອກ.

ຫ້ອງການຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຄີຍແຈ້ງການເຖິງຜູ້ປະກອບການຕ່າງໆໄປແລ້ວເມື່ອເດືອນ ມົກກະຣາ 2019 ແລະໄດ້ຮຽກຮ້ອງໃຫ້ ຜູ້ປະກອບການ ຮ່ວມກັນແກ້ໄຂ ປ້າຍໂຄສະນາ ທີ່ບໍ່ຖືກຕ້ອງ, ແຕ່ຈົນຮອດ ປັດຈຸບັນ ກໍຍັງພົບວ່າ ຍັງບໍ່ທັນມີການແກ້ໄຂ ດັ່ງນັ້ນ ຈຶ່ງຕ້ອງໄດ້ລົງພື້ນທີ່ ຮື້ຖອນອອກ ທັນທີຕາມຣະບຽບກົດໝາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org