ຂັ້ນປຣິນຍາຕຣີເອກກະຊົນໃຫ້ຢຸດ ການສອນຊົ່ວຄາວ


2013.08.22
F-Champassak-U ມະຫາວິທຍາໄລ ຈໍາປາສັກ
Panoramio

 

ຣັຖບານລາວ ສັ່ງໃຫ້ ໂຮງຮຽນ ເອກກະຊົນ ຢຸດສອນ ຂັ້ນປຣິນຍາຕຣີ ຊົ່ວຄາວ. ກະຊວງສຶກສາທິການແລະກິລາ ຂອງລາວ ປະກາດເມື່ອ ບໍ່ດົນຜ່ານມາວ່າ ການສັ່ງໃຫ້ຢຸດ ການສອນ ຂັ້ນປຣິນຍາຕຣີ ໃນໂຮງຮຽນ ເອກກະຊົນ ເທື່ອນີ້ເປັນສ່ວນນຶ່ງຂອງແຜນການ ການປະຕິຮູບ ການສຶກສາ ຂອງຣັຖບານລາວ. ທາງການຈະໃຊ້ ເວລາຈົນເຖິງ ປີ 2015 ເພື່ອທົບທວນ ເບິ່ງຫລັກສູດການສອນຂອງໂຮງຮຽນ ເອກກະຊົນ ທັງໝົດ ໃນທົ່ວປະເທດ ວ່າສອນໄດ້ ມາດຕະຖານ ຫຼືບໍ່. ຖ້າໂຮງຮຽນໃດ ໄດ້ມາດຕະຖານ ກໍຈະສາມາດ ເປີດ ສອນຄືນໄດ້.

ດຣ. ສົມເພັດ ຣັດຕະນະສິມ ປະທານ ສະມາຄົມ ການສຶກສາ ເອກກະຊົນ ກ່າວວ່າ ເຖິງຣັຖບານ ຈະຫ້າມສອນ ແຕ່ນັກຮຽນ ກໍຍັງສາມາດ ສມັກເຂົ້າ ສຶກສາ ຕໍ່ຊັ້ນສູງ ໃນໂຮງຮຽນ ເອກກະຊົນ ຕ່າງໆໄດ້ຢູ່ ແຕ່ຕ້ອງຍ້າຍໄປ ມະຫາວິທຍາໄລ ຂອງຣັັັດ ຫລັງຈາກ ປີທີ່ນຶ່ງ ຫລື ປີທີ່ສອງ.

ປີນີ້ ມີນັກຮຽນຈົບຊັ້ນມັທຍົມ ຕອນປາຍ ທັງໝົດເຖິງ 45,000 ຄົນ ໃນທົ່ວປະເທດ ໃນນັ້ນມີ ປະມານ 10,000 ຄົນເທົ່ານັ້ນ ຈະມີໂອກາດ ໄດ້ເຂົ້າສຶກສາ ຕໍ່ມະຫາວິທຍາໄລ ຂອງຣັດຫ້າແຫ່ງ. ມະຫາວິທຍາໄລ ແຫ່ງຊາດ ຈະສາມາດ ຮັບໄດ້ ປະມານ 6,600 ຄົນ; ສ່ວນເຫລືອ ຈະໄປມະຫາວິທຍາໄລ ວິທຍາສາດ ສຸຂພາບ ມະຫາວິທຍາໄລ ສຸພານນຸວົງ ມະຫາວິທຍາໄລ ສວັນນະເຂດ ແລະ ມະຫາວິທຍາໄລ ຈຳປາສັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.