ຣັຖບານຈະເພີ້ມກວດກາ ການສໍ້ຣາສ

ໄຊຍາ
2019.05.14
F-audit ອົງການກວດສອບ ແຫ່ງຣັດ ທີ່ຕັ້ງຂຶ້ນ ເພື່ອກວດກາ ຫາທາງປາບປາມ ການສໍ້ໂກງ ຂອງ ພະນັກງານຣັຖກອນ
RFA/LX

ໃນກອງປະຊຸມປະຈຳປີ ຂອງຄນະຈັດຕັ້ງສູນກາງພັກ ເມື່ອບໍ່ດົນມານີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທສ ສປປ ລາວ ໄດ້ຖແລງການ ຮຽກຮ້ອງໃຫ້ເພີ່ມການກວດກາເຈົ້າໜ້າທີ່ຂອງຣັຖ ໃຫ້ເຂັ້ມງວດຂຶ້ນ ພາຍຫຼັງກວດພົບວ່າ ມີເຈົ້າໜ້າທີ່ຣັຖບາງກຸ່ມ ຍັງໃຊ້ອຳນາດບໍ່ຖືກຕ້ອງ ເຮັດໃຫ້ເກີດມີການສໍ້ຣາດບັງຫຼວງ, ອີງຕາມເຈົ້າໜ້າທີ່ ໄດ້ເວົ້າ ຕໍ່ສຳນັກຂ່າວ ວິທຍຸເອເຊັຽເສຣີ ເມື່ອ 14 ພຶສພາ ວ່າ:

“ບັນຫາເລົ່ານີ້ ກະຄືປະເທສອື່ນໆ ມັນກະມີ ກະທາງອົງການກວດສອບຣັຖບານ ກຳລັງກວດຢູ່ນະ ກະເຊື່ອແນ່ວ່າ ສິເປັນຜົລດີນະ ແກ້ໄດ້ ຫັ້ນແລ້ວ ສິເຮັດໃຫ້ການຄຸ້ມຄອງເງິນຕຣາ ຂອງເຮົານີ້ ກະສິບໍ່ຮົ່ວໄຫຼ ຫຼືວ່າການໃຊ້ຈ່າຍສິບໍ່ຟຸມເຟືອຍ.”

ພ້ອມດຽວກັນນີ້ ທ່ານ ວັນໄຊ ພົງສະຫວັນ ຮອງຫົວໜ້າ ຄນະຈັດຕັ້ງພັກຣັຖ ກ່າວຕໍ່ສື່ມວນຊົນລາວວ່າ ນອກຈາກການສໍ້ຣາດບັງຫຼວງແລ້ວ ປັດຈຸບັນ ທາງການລາວກຳລັງປະເຊີນກັບບັນຫາ ການຈັດຕັ້ງທີ່ຂາດປະສິດຕິພາບ ສາເຫດເກີດຈາກ ການຂາດຄວາມຮັບຜິດຊອບ ຂອງ ສະມາຊິກພັກ ເປັນຕົ້ນ.

ຕໍ່ບັນຫາດັ່ງກ່າວ ປະຊາຊົນລາວ ໄດ້ສະແດງຄວາມເຫັນ ວ່າ ຣັຖບານ ຄວນແກ້ໄຂບັນຫາ ການສໍ້ຣາດບັງຫຼວງຢ່າງຈິງຈັງ ແລະ ປາບປາມ ເຈົ້າໜ້າທີ່ສໍ້ຣາດບັງຫຼວງ ຢ່າງເດັດຂາດ.

“ເຣື່ອງນີ້ ກະບໍ່ວ່າຢູ່ໃສໃຜກະເຄີຍເວົ້າເລື້ອຍໆ ຢູ່ອັນນີ້ກະ ຢາກໃຫ້ເພິ່ນເອົາຈິງເອົາຈັງແດ່ ເຣື່ອງນີ້ນະ ເພາະວ່າ ຊາດປະຊາຊົນເຮົາ ຍັງທຸກ ຍັງຍາກເດ້ ອັນນັ້ນລະລວຍ ແຕ່ຜູ້ລວຍ ຊາດລະຍັງທຸກຢູ່ ອັນນີ້ຄວນຄິດເຫັນຊາດເຫັນປະຊາຊົນແດ່.”

ຕໍ່ກໍຣະນີດັ່ງກ່າວ ເມື່ອປີ 2017 ອົງການກວດກາແຫ່ງຣັຖ ໄດ້ເປີດເຜີຍວ່າ ຣັຖບານພົບເງິນທີ່ເສັຽ ຫາຍຈາກການສໍ້ຣາດບັງຫຼວງ ເຖິງ 404,33 ຕື້ກີບ ໃນນັ້ນ ສາມາດເກັບກູ້ຄືນໄດ້ແລ້ວ 317 ຕື້ກີບ. ອົງການຄວາມໂປ່ງໃສສາກົລ ອອກຣາຍງານ ເມື່ອວັນທີ 29 ມົກຣາ ຜ່ານມາ ຈັດໃຫ້ ສປປລາວ ໄດ້ 29 ຄະແນນ ຈາກ 100 ຈັດຢູ່ໃນອັນດັບ ທີ 132 ຈາກທັງໝົດ 180 ປະເທສ ເຊີ່ງຄະແນນໃນປີນີ້ ຍັງບໍ່ມີການປ່ຽນແປງ ຄືກັນກັບປີຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.