ທາງການ ເຊກອງ ຫ້າມ ຕັ້ງຫໍພະພູມ
2020.02.07

ອີງໃສ່ດໍາຣັຖ ຂອງນາຍົກຣັຖມົນຕຣີ ສປປລາວ ວ່າດ້ວຍວິຈິດສິນ ເລຂທີ 217 ລົງວັນທີ 9 ກໍຣະກະດາ 2016 ແລະແຈ້ງການ ຂອງຜແນກ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແຂວງເຊກອງ ເລຂທີ 11 ລົງວັນທີ 27 ມົກກະຣາ 2020 ນີ້ ຫ້ອງການຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ເມືອງທ່າແຕງ ໄດ້ອອກແຈ້ງການ ຫ້າມບໍ່ໃຫ້ປະຊາຊົນ ຕັ້ງຫໍພະພູມ ຫລື ສານພະພູມ ຢູ່ໜ້າບ້ານ.
ໃນແຈ້ງການນັ້ນ ແມ່ນຫ້າມບໍ່ໃຫ້ຕັ້ງ ຫໍບູຊາສານພະພູມ ແລະ ຫໍຜີີ ໄວ້ຕໍ່ໜ້າສໍານັກງານ ຫລື ບ້ານເຮືອນແບບເປີດແປນ ແລະ ໂລດໂຜນໂພດ; ຖ້າຫາກບຸກ ຄົນໃດມີຄວາມເຊື່ອຖື ກໍຄວນຕັ້ງໄວ້ ບ່ອນລັບບັງ ເຊັ່ນດ້ານຫຼັງເຮືອນ ຂອງຕົນ. ແຕ່ເປັນຫໍພະພູມ ທີ່ຜລິດຂຶ້ນ ໃຫ້ຖືກຕ້ອງ ຕາມວັທນະທັມລາວ.
ກ່ຽວກັບ ແຈ້ງການສບັບດັ່ງກ່າວ ຊາວບ້ານ ຢູ່ເມືອງທ່າແຕງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກຸມພານີ້ວ່າ ບໍ່ເຫັນດີນໍາ:
“ບໍ່ໄດ້ເດີນ້ອງ ມັນບໍ່ເຄີຍມີໃຜດອກ ບໍ່ເຄີຍມີ ສິມີມາແຕ່ໃສ ໃຜສິເຄີບປຸກບ່ອນແຄບໆ ມັນກໍຢູ່ບໍ່ໄດ້ຄືກັນ ມັນຜິດປີປຸກຫລັງບ້ານ ບໍ່ມີໃຜ ເຄີຍປຸກຫລັງບ້ານ ມີແຕ່ໜ້າບ້ານໝົດຫັ້ນນ່າ.”
ນາງກ່າວຕື່ມອີກວ່າ ໃນເມືອງທ່າແຕງນີ້ ຜູ້ປະກອບການຄ້າຂາຍ ນິຍົມຕັ້ງສານພະພູມ ໄວ້ໜ້າບ້ານ ເພື່ອເຮັດໃຫ້ ກິຈການຄ້າຂາຍ ຮຸ່ງເຮືອງ ຂນະທີ່ ປະຊາຊົນຈໍານວນນຶ່ງ ຈະຕັ້ງ ສານພະພູມ ເພື່ອໃຫ້ຄົນໃນຄອບຄົວ ຢູ່ລອດປອດໄພ ໂດຍທີ່ຮູບສານພະພູມນັ້ນ ຈະເປັນຄືເຮືອນ ຊົງລາວນ້ອຍໆ ຄືສິມນ້ອຍ ຫລື ກຸຕິນ້ອຍ. ຜູ້ໃດທີ່ມີຖານະແດ່ ກໍຈະແຕ້ມຮູບພຣະ ຫລື ຊື້ຮູບປັ້ນ ສັດມົງຄົນ ວາງໄວ້ຢູ່ພາຍໃນ ສານ ພະພູມນັ້ນ.
ໃນຂນະດຽວກັນ ກໍມີຊາວບ້ານ ເມືອງດາກຈຶງ ທີ່ເຫັນດີ ນໍາແຈ້ງການນັ້ນ ເຖິງແມ່ນວ່າ ຈະມີການສືບທອດ ກັນມາຕັ້ງແຕ່ ບັນພະບູຣຸດ ທີ່ຕັ້ງ ສານພະພູມ ໄວ້ໜ້າເຮືອນກໍຕາມ ດັ່ງທີ່ທ່ານກ່າວວ່າ:
“ກໍໄດ້ສິເປັນຫຍັງ ເຮົາກໍບໍ່ໄດ້ເປັນຫຍັງ ປຸກຢູ່ໃສກໍໄດ້ ຕາມຫລັກສ່ວນຫລາຍ ເຮົາເຫັນ ເຂົາກໍປຸກຢູ່ໜ້າບ້ານໝົດ ທາງຂ້າງບ້ານ ເຂົາປຸກທາງຂ້າງກໍມີ ບາງຄອບຄົວຫັ້ນນະ.”
ທ່ານເວົ້າວ່າ ຊາວບ້ານ ຊົນເຜົ່າກະລ່ຽງ ສ່ວນຫລາຍ ຈະນິຍົມກັນຕັ້ງ ຫໍພະພູມ ເພື່ອບູຊາຜີ ບັນພະບູຣຸດ ຫລື ຜີເຈົ້າຖິ່ນເຈົ້າຖານ ໃຫ້ຄຸ້ມຄອງ ຄົນໃນຄອບຄົວ ຢູ່ລອດປອດໄພ. ທຸກວັນສິນ ຊາວບ້ານ ທີ່ມີສານດັ່ງກ່າວ ຈະແຈກເຂົ້າແຈກນໍ້າ ໃຫ້ສິ່ງສັກສິດ ທີ່ສະຖິດ ຢູ່ໃນສານນັ້ນ ກິນດື່ມກ່ອນພວກຕົນ.
ໃນຂນະດຽວກັນ ເຈົ້າໜ້າທີ່ ຜແນກຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວແຂວງເຊກອງ ກໍກ່າວວ່າ ເຫດຜົນ ທີ່ມີແຈ້ງການທີ່ວ່ານັ້ນ ອອກມາ ແມ່ນເພື່ອສະກັດກັ້ນ ບໍ່ໃຫ້ຕັ້ງສານພະພູມ ຢູ່ໜ້າບ້ານເພີ່ມຕື່ມ ຫລື ຖ້າຈະຕັ້ງຂຶ້ນ ກໍຕ້ອງເຮັດໃຫ້ຖືກຕ້ອງ ຕາມຣະບຽບກົດໝາຍ, ເປັນໄປຕາມ ດໍາຣັຖ ຂອງນາຍົກ ຣັຖມົນຕຣີ ສບັບດັ່ງກ່າວ ດັ່ງທີ່ທ່ານກ່າວວ່າ:
"ການເຊື່ອຖືນີ້ ເຮັດໄດ້ ແຕ່ບໍ່ໃຫ້ຕັ້ງຢູ່ໜ້າບ້ານ ໜ້າເຮືອນຫັ້ນນະ ຫລັງບ້ານຫລັງຫຍັງ ກໍໄດ້ ສານພະພູມນີ້ ເຮົາຕ້ອງເຂົ້າໃຈວ່າມັນ ແມ່ນຜີ ເຮົາສິໄປ ເຄົາຣົບນັບຖືຜີ ບໍ່ໄດ້ ເພາະເຮົາ ສາສນາພຸດ ສໍາລັບ ຜີເຮົາເອົາໄວ້ລູບຫລັງ ພຸດເຮົາໄປກ່ອນ.”
ທ່ານເວົ້າວ່າ ກ່ອນຈະມີແຈ້ງການ ສບັບນີ້ອອກມາ, ປະມານ ເດືອນກໍຣະກະດາ ປີ 2018 ທີ່ຜ່ານມາ, ເຈົ້າໜ້າທີ່ ໄດ້ກວດພົບວ່າ ມີບໍຣິສັດ ແຫ່ງນຶ່ງ ຢູ່ເມືອງດາກຈຶງ ຕັ້ງສານພະພູມ ທີ່ບໍ່ຖືກ ຕາມລັກສະນະ ຂອງວິຈິດສິນ ທີ່ໄດ້ກໍານົດໄວ້ ຄືຕັ້ງສານພະພູມ ທີ່ເປັນຮູບ ຄ້າຍຄືກັນ ກັບຊ້າງ 3 ຫົວ ຢູ່ໜ້າ ສໍານັກງານ ບໍຣິສັດ ຊຶ່ງເຈົ້າໜ້າທີ່ ທ້ອງຖິ່ນ ເຫັນວ່າ ເປັນການກະທໍາ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ຂອງລາວ ແລະ ໄດ້ສັ່ງ ໃຫ້ມ້າງ ສານພະພູມ ນັ້ນອອກ.
ແຕ່ເຖິງຢ່າງໃດກໍຕາມ ຄຣູບາຢູ່ວັດແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ກໍໄດ້ອະທິບາຍວ່າ ໂດຍທົ່ວໄປແລ້ວ ປະຊາຊົນລາວ ສາມາດຕັ້ງ ສານ ພະພູມໄດ້ ເພາະວ່າ ສານພະພູມບໍ່ແມ່ນຫໍຜີ ຕາມຄວາມເຊື່ອທາງສາສນາ ເພື່ອບູຊາເຈົ້າຖິ່ນເຈົ້າຖານ ຫລືວ່າ ປູ່ຍ່າຕາຍາຍ ທີ່ໄດ້ ລ່ວງລັບໄປແລ້ວ ຊຶ່ງສ່ວນໃຫຍ່ຈະນິຍົມກັນ ຕັ້ງໄວ້ຢູ່ໜ້າບ້ານ ຕາມທິດທັງແປດ ຂອງຕໍາຣາບູຮານ.