ຊາວເອເຊັຽຍັງຫ່ວງນໍາ ທ.ສົມບັດ


2013.04.29
f-sombat ຊາວເອເຊັຽ ທ້ອນໂຮມ ເພື່ອ ທັກທ້ວງຮຽກຮ້ອງ ໃຫ້ຣັຖບານ ສປປ ລາວ ສືບສວນແກ້ໄຂ ການຫາຍສາບສູນ ຂອງທ່ານສົມບັດ ສົມພອນ
sombath.org

 

ອົງການ ປະຊາຊົນ ເອເຊັຍ ຂຽນ ຈົດໝາຍ ເຖິງ ຄນະ ກັມມາທິການ ສິດທິມະນຸດ ອາຊຽນ ອີກ ເພື່ອສະແດງ ຄວາມເປັນຫ່ວງ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບົດ ສົມພອນ.

ອົງການ ເພື່ອ ຄວາມສາມັກຄີ ຂອງ ປະຊາຊົນ ເອເຊັຍ ຂຽນຈົດໝາຍ ເຖິງ ຄນະ ກັມມາທິການ ສິດທິມະນຸດ ອາຊ່ຽນອີກ ເພື່ອສະແດງ ຄວາມເປັນຫ່ວງ ຜິດຫວັງ ແລະ ເສັຍໃຈ ທີ່ ຄນະ ກັມມາທິການ ສິດທິມະນຸດ ດັ່ງກ່າວ ເມີນເສີຍ ຕໍ່ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊື່ດັ່ງ ໃນ ສປປລາວ.

ຈົດໝາຍ ສະບັບນັ້ນ ຂຽນວ່າ ອົງການ ເພື່ອ ຄວາມສາມັກຄີ ຂອງ ປະຊາຊົນ ເອເຊັຍ ໄດ້ຂຽນຈົດໝາຍ ຮຽກຮ້ອງ ໃຫ້ຄນະ ກັມມາທິການ ສິດທິມະນຸດ ອາຊ່ຽນ ກົດດັນ ຣັຖບານລາວ ໃຫ້ຊອກຫາ ທ່ານ ສົມບັດ ສົມພອນ ຄັ້ງທຳອິດ ເມື່ອວັນທີ່ 4 ເດືອນ 1 ປີ 2013 ນີ້ ແລະ ຂຽນ ອີກ ເປັນຄັ້ງທີ່ສອງ ເມື່ອວັນທີ່ 1 ກຸມພາ. ຈົນເຖິງ ປັດຈຸບັນ ເວລາໄດ້ຜ່ານໄປ ເກືອບຫ້າເດືອນ ແລ້ວ ທ່ານ ສົມບັດ ສົມພອນ ກໍຍັງ ຫາຍສາບສູນຢູ່. ສະນັ້ນ ອົງການເພື່ອ ຄວາມສາມັກຄີ ເອເຊັຍ ຈຶ່ງຂຽນຈົດໝາຍ ອີກ ສະບັບນຶ່ງ ເປັນ ສະບັບທີ່ສາມ ຮຽກຮ້ອງ ໃຫ້ຄະນະ ກັມມາທິການ ສິດທິມະນຸດ ອາຊ່ຽນ ຈົ່ງ ປະຕິບັດ ຕາມພາລະ ໜ້າທີ່ຂອງຕົນ ນັ້ນກໍຄືຕ້ອງ ປົກປ້ອງ ສິດທິມະນຸດ ຂອງ ປະຊາຊົນ ໃນອາຊ່ຽນ. ຖ້າຄນະ ກັມມາທິການ ບໍ່ເຮັດຫຍັງ ການລ່ວງລະເມີດ ສິດທິະມຸດ ໃນ ອາຊ່ຽນ ແຮ່ງຈະມີ ຫລາຍ ຂື້ນ.

ຈົດໝາຍ ຂອງອົງການ ເພື່ອ ຄວາມສາມັກຄີ ປະຊາຊົນ ເອເຊັຍ ຂຽນ ໃນຕອນທ້າຍວ່າ ຣັຖບານ ແລະ ອົງການ ສາກົນຕ່າງໆ ບໍ່ຄວນ ຫລົງລືມ ທ່ານ ສົມບັດ ສົມພອນ ທີ່ ຫາຍສາບສູນໄປ ແຕ່ ກາງເດືອນ ທັນວາ ປີກາຍ ເພາະການ ຫາຍສາບສູນ ດັ່ງກ່າວ ໄດ້ສ້າງ ຄວາມເສັຍໃຈ ຢ່າງແຮງ ໃຫ້ແກ່ໝູ່ເພື່ອນ ຍາດຕິພີ່ນ້ອງ ແລະ ຄອບຄົວ ຂອງຜູ້ກ່ຽວ; ບໍ່ເທົ່ານັ້ນ ຍັງເປັນໄພ ຂົ່ມຂູ່ ຕໍ່ສິດເສຣີພາບ ການດຳເນີນ ຊີວິດ ແລະ ຄວາມປອດໄພ ຂອງ ປະຊາຊົນ ໃນທົ່ວ ພາກພື້ນ  ອາຊຽນ ນຳອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.