ອາຊຽນບໍ່ຄວນລືມເຣື້ອງ ທ.ສົມບັດ


2013.07.16
f-sombat ເຍົາວະຊົນ ນັກສຶກສາ ໃນໄທ ຮ້ອງເພງ ປະທ້ວງ ຕໍ່ໜ້າ ສະຖານທູຕ ລາວ ທີ່ ບາງກອກ ໃຫ້ ທາງການລາວ ຊອກຫາ ຄໍາຕອບ ທ່ານສົມບັດ ສົມພອນ ຢູ່ໃສ?
RFA

 

ອົງການ ບໍ່ຂື້ນກັບ ຣັຖບານ ຂອງ ໄທ ເວົ້າວ່າ ອາຊຽນ ຄວນ ເອົາເຣື້ອງ ທ່ານ ສົມບັດ ສົມພອນ ມາ ສົນທະນາ ກັນຕໍ່ໄປ.

ນາງ ປະທັບຈິດ ນີລະໄພຈິດ ຜູ້ຕາງໜ້າ ສະມາພັນ ຕໍ່ຕ້ານ ການບັງຄັບ ໃຫ້ສູນຫາຍ ແຫ່ງ ເອເຊັຽ ກ່າວ ເນື່ອງໃນ ໂອກາດ ຄົບຮອບ 7 ເດືອນ ທີ່ ທ່ານ ສົມບັດ ສົມພອນ ນັກ ພັທນາລາວ ໄດ້ ຫາຍສາບສູນໄປ ວ່າ ທາງ ອົງກອນ ສາກົນ ໃນ ພູມີພາກ ເອເຊັຽ ຄວນຮ່ວມກັນ ສ້າງເຣື້ອງ ເລົ່າ ຂອງ ທ່ານ ສົມບັດ ອອກມາ ເພື່ອວ່າ ປະຊາຄົມ ອາຊຽນ ຈະຈົດຈໍາ ຜົນງານ ຂອງ ທ່ານ ໃຫ້ເປັນ ແບບຢ່າງ ແກ່ ເຍົາວະຊົນ ຮ່ວມທັງ ບໍ່ໃຫ້ ການ ຫາຍສາບສູນ ຂອງທ່ານ ຖືກລືມໄປ ຕາມກາລ ເວລາ. ດັ່ງ ນາງໄດ້ກ່າວ:

"ນາງວ່າ ຫລາຍຄົນ ຕັ້ງຄໍາຖາມວ່າ ເຮົາຈະຊ່ວຍ ຈັ່ງໃດ ເຮົາຈະເຮັດ ແນວໃດ ເພື່ອໃຫ້ ທ່ານ ສົມບັດ ກັບມາ ຫລື ຍັງຢູ່. ນຶ່ງ ໃນວິທີ ເລົ່ານັ້ນ ງ່າຍທີ່ສຸດ ຄືການສ້າງ ເຣື້ອງເລົ່າ ດ້ວຍກັນ ກ່ຽວກັບ ຄົນ ທີ່ຫາຍໄປ ໃຫ້ຫລາຍ ທີ່ສຸດ ວ່າເຂົາເປັນ ຜູ້ໃດ ເຂົາເຮັດ ອີ່ຫຍັງ ເຂົາບໍ່ຄວນ ຫາຍໄປ ຈັ່ງໃດ ຈັ່ງຊີ້ ຄືແສງແຫ່ງ ຄວາມຫວັງ ເລັກໆນ້ອຍໆ".

ນາງ ປະທັບຈິດ ກ່າວ ຕໍ່ໄປວ່າ ດຽວນີ້ ພັລຍາຂອງ ທ່ານ ສົມບັດ ແລະ ຄອບຄົວ ນັບມື້ຢູ່ ໃນສະພາບ ເຄັ່ງຄຽດ ແລະ ກົດດັນ ຕລອດມາ. ຖ້າຫາກ ມີການສ້າງ ເຣື້ອງເລົ່າ ຂອງ ທ່ານ ສົມບັດ ອອກມາ ກໍຈະເປັນ ການໃຫ້ ກໍາລັງໃຈ ແກ່ ຄອບຄົວ ຂອງ ທ່ານ. ນາງວ່າ ເຖິງແມ່ນວ່າ ທ່ານ ສົມບັດ ສົມພອນ ຫາຍສາບສູນ ໄປໄດ້ 7 ເດືອນແລ້ວ ກໍດີ, ແຕ່ຫລາຍໆ ອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ໃນປະເທດໄທ ກໍຍັງຈະ ສືບຕໍ່ ກິຈກັມ ກ່ຽວກັບ ທ່ານ ຄົນນີ້ ຢູ່ຕລອດໄປ ໃນທຸກໆ ວັນທີ 15 ຂອງ ທຸກໆເດືອນ ເພື່ອບໍ່ໃຫ້ ເຣື້ອງ ຂອງ ທ່ານ ສົມບັດ ຖືກຫລົງລືມໄປ ໃນຂະນະທີ່ ກາລເວລາ ຜ່ານພົ້ນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.