ອາຊຽນສຸມໃສ່ການຮ່ວມມື
2016.07.26
ໃນມື້ທີ 5 ຂອງ ກອງປະຊຸມ ຣັຖມົນຕຣີ ການຕ່າງປະເທດ ອາຊຽນ ຄັ້ງທີ 49 ວັນທີ 25 ກໍຣະກະດາ ໄດ້ມີ ກອງປະຊຸມ ຣັຖມົນຕຣີ ຕ່າງ ປະເທດ ອາຊຽນ ກັບ ປະເທດ ຄູ່ ເຈຣະຈາ ແຕ່ລະ ປະເທດ ທັງໝົດ 10 ປະເທດ ທີ່ ຫໍປະຊຸມ ແຫ່ງຊາຕ ນະຄອນຫຼວງ ວຽງຈັນ.
ກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ກັບແຕ່ລະ ປະເທດ ຄູ່ເຈຣະຈາ ແມ່ນສຸມໃສ່ ໂຄງການ ຮ່ວມມື ຫຼາຍດ້ານ.
1-ຫົວເຣື້ອງໃຫ່ຽໆໃນ ກອງປະຊຸມ ຣັຖມົນຕຣີ ຕ່າງ ປະເທດ ອາຊຽນ ກັບ ຈີນ ແມ່ນການ ຈັດຕັ້ງ ປະຕິບັດ ໂຄງການ ຮ່ວມມື ກັບ ຈີນ ໃນ ການຊ່ວຍເຫລືອ ສ້າງ ປະຊາຄົມ ອາຊຽນ ການຈັດຕັ້ງ ແຜນແມ່ບົດ ເພື່ອ ການເຊື່ອມຈອດ ອາຊຽນ ການຈັດຕັ້ງ ປະຕິບັດ ຂໍ້ລີເລີ້ມ ຂອງ ຈີນ ຮວມທັງ ການຕັ້ງ ທະນາຄານ ລົງທຶນ ພື້ນຖານ ໂຄງລ່າງ ຫລື AIIB. ປຶກສາ ຫາລືກັນ ກ່ຽວການ ສລອງ ຄວາມສັມພັນ ອາຊຽນ-ຈີນ ຄົບຮອບ 25 ປີ ທີ່ ມີກໍານົດ ຈັດຂຶ້ນ ໃນວັນທີ 7 ກັນຍາ ທີ່ ນະຄອນຫຼວງ ວຽງຈັນ.
2-ກອງປະຊຸມ ອາຊຽນ ກັບ ສາທາຣະນະ ຣັຖເກົາຫລີ ເຫັນດີໃຫ້ ສ້າງ ສູນ ວັທນະທັມ ອາຊຽນ ຂຶ້ນ ທີ່ ແຂວງປູຊານ ແລະ ກໍານົດ ເອົາປີ 2017 ເປັນ ປີແລກປ່ຽນ ວັທນະທັມ ອາຊຽນ-ເກົາຫລີ.
3-ກອງປະຊຸມ ອາຊຽນ ກັບ ຍີ່ປຸ່ນ ໄດ້ເວົ້າເຖິງ ການຈັດຕັ້ງ ປະຕິບັດ ຖແລງການ ວິສັຍທັສ ອາຊຽນ-ຍີ່ປຸ່ນ ວ່າດ້ວຍ ມິຕພາບ ແລະ ການຮ່ວມມື. ຍີ່ປຸ່ນ ສນັບສນູນ ການເຊື່ອມຈອດ ແລະ ການເຮັດໃຫ້ ຊ່ອງວ່າງ ຄວາມແຕກໂຕນ ພາຍໃນ ອາຊຽນ ແຄບລົງ ໂດຍຜ່ານ ການຈັດຕັ້ງ ປະຕິບັດ ແຜນແມ່ບົດ ການເຊື່ອມຈອດ ອາຊຽນ ແລະ ແຜນວຽກການ ເຊື່ອມໂຍງ ອາຊຽນ ຮວມທັງ ການສນອງທຶນ ເພື່ອ ການພັທນາ ໂຄງລ່າງ ພື້ນຖານ ຜ່ານ ທະນາຄານ ພັທນາ ເອເຊັຽ ຫລື ເອດີບີ.
4-ກອງປະຊຸມ ອາຊຽນ ກັບ ອອສເຕຣເລັຽ ແມ່ນໃຫ້ ຄວາມສໍາຄັນ ດ້ານ ການສຶກສາ, ອອສເຕຣເລັຽ ຖືເອົາ ພາກພື້ນ ອາຊຽນ ເປັນ ບຸຣິມະສິດ ໃນ ການຮ່ວມມື. ອອສເຕຣເລັຽ ຊ່ວຍເຫລືອ ພັທນາ ອາຊຽນ ໃນຫຼາຍດ້ານ ເພື່ອໃຫ້ ຊ່ອງວ່າງ ຄວາມ ແຕກໂຕນ ພາຍໃນ ອາຊຽນ ຫນ້ອຍລົງ.
5-ກອງປະຊຸມ ຣັຖມົນຕຣີ ອາຊຽນ ກັບ ອິນເດັຽ ໄດ້ສຸມໃສ່ ການເຊື່ອມຈອດ ຣະຫ່ວາງ ອິນເດັຽ ກັບ ອາຊຽນ ໂດຍສະເພາະ ການ ເຊື່ອມຈອດ ທາງໂຄງລ່າງ ພື້ນຖານ ຊຶ່ງ ອິນເດັຽ ມີຄວາມ ສາມາດ ສນອງທຶນ ໄດ້ໂດຍ ກອງທຶນສິນເຊື່ອ ທີ່ ອິນເດັຽ ໄດ້ປະກາດ ໄປແລ້ວ ໃນ ປີຜ່ານມາ.
6-ກອງປະຊຸມ ອາຊຽນ ກັບ ຄານາດາ ໄດ້ເວົ້າເຖິງ ການຄ້າ ການລົງທຶນ ການ ກໍ່ການຮ້າຍ ແລະ ອາຊຍາກັມ ຂ້າມຊາຕ ການຊ່ວຍ ເຫລືອ ທາງ ດ້ານເທັກນິກ ແລະ ໄດ້ປືກສາ ຫາລືກັນ ເພື່ອ ສລອງຄົບຮອບ 40 ປີ ອາຊຽນ-ຄານາດາ ໃນປີ 2017.
ນອກນັ້ນ ຍັງມີ ກອງປະຊຸມ ຣັຖມົນຕຣີ ອາຊຽນ-ສະຫະຣັຖ ແລະ ອາຊຽນ-ນິວຊິແລັນ.
ສົມເນ RFA ຣາຍງານ ຈາກ ນະຄອນຫຼວງ ວຽງຈັນ