ສິ່ງທ້າທາຍໃນການເຊື່ອມຈອດ ອາຊຽນ

ອຸ່ນແກ້ວ ສຸກສະຫວັນ
2016.07.26
F-Thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ
RFA

ບັນດາຜູ້ນຳ ອາຊຽນ ຈະຮັບຮອງເອົາ ແຜນແມ່ນບົດ ການເຊື່ອມຈອດ ອາຊຽນ ເພື່ອສ້າງ ວິໄສທັສ ຂອງອາຊຽນ ໃຫ້ ປະກົດຜົນ ເປັນຈິງ ໃນປີ 2025. ດັ່ງ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຼີ ສປປລາວ ໄດ້ກ່າວ ຢູ່ໃນ ພິທີເປີດ ກອງປະຊຸມ ຣັຖມົນຕຼີ ການຕ່າງປະເທດ ອາຊຽນ ໃນ ວັນທີ 22 ກໍຣະກະດາ ຕອນນຶີ່ງ ວ່າ:

"ແຜນແມ່ບົດວ່າ ດ້ວຍການເຊື່ອມຈອດ ອາຊຽນ 2025 ຊຶ່ງ ຜູ້ນຳອາຊຽນ ຈະຮັບຮອງເອົາ ໃນເດືອນ ກັນຍາ 2016 ຈະເປັນ ວິໄສທັສ ຂອງ ປະຊາຄົມ ອາຊຽນ ສຳລັບ 2025".

ໃນເວລາ ດຽວກັນ, ລາວ ໃນຖານະເປັນ ປະທານວຽນ ອາຊຽນ ກຳລັງຖືກ ກົດດັນ ຈາກ ຈີນ ແລະ ວຽດນາມ ກ່ຽວກັບ ຈຸດຢືນ ໃນບັນຫາ ຂໍ້ຂັດແຍ່ງ ຢູ່ ທະເລຈີນໃຕ້. ນັກວິເຄາະ ກ່າວວ່າ: ເຖິງວ່າ ຖະແຫລງການຮ່ວມ ຂອງ ກອງປະຊຸມ ຣັຖມົນຕຼີ ການ ຕ່າງ ປະເທດ ອາຊຽນ ກ່ຽວກັບ ທະເລຈີນໃຕ້ ແລະ ເນື້ອໃນ ຂອງ ຖະແຫລງການ ກໍເວົ້າແບບ ບໍ່ເຂົ້າຂ້າງ ອອກຂາ ຜູ້ໃດ. ແຕ່ ບັນຫາ ຂໍ້ຂັດແຍ່ງ ຢູ່ ທະເລຈີນໃຕ້ ຣະຫວ່າງ ຈີນ ກັບ ວຽດນາມ ເປັນສິ່ງທີ່ ລາວ ຕ້ອງເກີນບໍ່ເຂົ້າ ຄາຍບໍ່ອອກ ຍ້ອນວ່າ ທັງ ວຽດນາມ ແລະ ຈີນ ກໍລ້ວນແຕ່ ໃຫ້ຄວາມຊ່ວຍເຫລືອ ແກ່ ລາວ ມາຕລອດ.

ນັກວິເຄາະ ເວົ້າວ່າ ວຽດນາມ ໃນຖານະ ເປັນປະເທດ ຄູ່ຮ່ວມ ຍຸທສາດ ຮອບດ້ານ ຂອງລາວ ເປັນຕົ້ນແມ່ນ ດ້ານການເມືອງ, ການຄ້າ ແລະ ການທະຫານ ຈຶ່ງ ເປັນໄປໄດ້ຍາກ ທີ່ ວຽດນາມ ຈະປ່ອຍໃຫ້ ຈີນ ເຂົ້າມາມີ ອຳນາດ ຢູ່ໃນລາວ ບວກກັບ ຄນະ ບໍຣິຫານງານ ຊຸດໃໝ່ ຂອງລາວ ສ່ວນຫລາຍ ແມ່ນກຸ່ມ ທີ່ສະໜັບ ສະໜູນ ວຽດນາມ.

ໃນຂນະທີ່ ຈີນ ກໍເຂົ້າມາ ມີບົດບາດ ໃນລາວຫຼາຍຂຶ້ນ ໂດຍສະເພາະ ການຄ້າ ແລະ ການລົງທຶນ ຊຶ່ງໂຄງການ ທີ່ໂດດເດັ່ນ ກໍແມ່ນ ໂຄງການ ທາງລົດໄຟ ລາວ-ຈີນ, ນອກຈາກນີ້ ຈີນ ກໍໄດ້ອອກ ເງິນກູ້ ໃຫ້ແກ່ລາວ ໃນໂຄງການ ກໍ່ສ້າງ ພື້ນຖານ ໂຄງຮ່າງຕ່າງໆ ເຊັ່ນ ໂຄງການ ຊ່ວຍເຫລືອ ສ້າງຖນົນ ຢູ່ ແຂວງຈຳປາສັກ ຕໍ່ໃສ່ ຊາຍແດນ ກຳພູຊາ ແລະ ໂຄງການ ອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.