ຕໍາແໜ່ງວ່າງໃນກະຊວງສໍາຄັນ ຂອງລາວ

ມະນີຈັນ
2014.05.26
f-defence ກະຊວງປ້ອງກັນປະເທດ ສປປລາວ
LPRD

 

ການແຕ່ງຕັ້ງ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດ ແລະ ກະຊວງ ປ້ອງກັນ ຄວາມສງົບ ຄົນໃໝ່ ຂອງລາວ ແທນ ໜ້າທີ່ ຜູ້ເກົ່າ ພົລໂທ ດວງໃຈ ພິຈິດ ແລະ ດຣ ທອງບັນ ແສງອາພອນ ທີ່ ເສັຽຊີວິດ ຍ້ອນເຫດ ເຮືອບິນ ກອງທັບ ອາກາດ ຕົກ ຢູ່ ແຂວງ ຊຽງຂວາງ ເມື່ອວັນທີ 17 ພຶສພາ ຜ່ານມາ ນັ້ນ ອາຈຕ້ອງ ໃຊ້ເວລາ ພໍສົມຄວນ. ຕາມຄໍາ ເວົ້າ ຂອງ ເຈົ້າໜ້າທີ່ ຂັ້ນສູງ ທ່ານໜຶ່ງ ທີ່ ບໍ່ປະສົງ ອອກຊື່:

"ອັນນີ້ ມັນຕ້ອງໄດ້ ຜ່ານ ຣັຖບານ ຄົ້ນຄວ້າ ກັນກ່ອນ ຕ້ອງໄດ້ ຄົ້ນຄວ້າ ຈະເອົາຜູ້ໃດ ມາເປັນ ຣັຖມົນຕຣີ ທາງ ຄະນະ ຣັຖບານ ຂັ້ນເທິງ ເພິ່ນ ຈະມີການ ປະຊຸມກັນ ຄັດເລືອກ ໃຫ້ມັນ ລະອຽດ ກ່ອນ".

ທ່ານ ບໍ່ສາມາດ ຕອບໄດ້ ເທື່ອວ່າ ການແຕ່ງຕັ້ງ ນັ້ນ ຈະສໍາເຣັດ ເມື່ອໃດ ຕ້ອງລໍ ໃຫ້ຫລາຍ ພາກສ່ວນ ກ່ຽວຂ້ອງ ມີ ການປະຊຸມ ປຶກສາ ຫາຣື ຕາມກົດໝາຍ ຂອງລາວ ຕໍ່ໄປ ເພື່ອ ແຕ່ງຕັ້ງ ຜູ້ ເໝາະສົມ ແລະ ມີຄວາມ ສາມາດ ມາດໍາຣົງ ຕໍາ ແໜ່ງຣັຖມົນຕຣີ ທັງ 2 ກະຊວງ.

ປັຈຈຸບັນ ພົລ ຈັຕຕະວາ ສົມແກ້ວ ສີລາວົງ ໄດ້ ຖືກແຕ່ງຕັ້ງ ເປັນຜູ້ ຮັກສາການ ຣັຖມົນຕຣີ ກະຊວງ ປ້ອງກັນ ຄວາມສງົບ ໄປຈົນກວ່າ ຈະມີການ ແຕ່ງຕັ້ງ ຣັຖມົນຕຣີ ຄົນ ໃໝ່. ແຕ່ ສໍາລັບ ກະຊວງ ປ້ອງກັນ ປະເທດ ຍັງບໍ່ມີ ຂ່າວ ກ່ຽວກັບ ເຣື້ອງນີ້ ເທື່ອ.

ນັບຕັ້ງແຕ່ເກີດ ເຫດເຮືອບິນ ຕົກ ຢູ່ເມືອງ ແປກ ແຂວງ ຊຽງຂວາງ ມາຈົນຮອດ ມື້ນີ້ ທາງ ເຈົ້າໜ້າທີ່ ທຸກ ພາກສ່ວນ ແລະ ປະຊາຊົນ ທົ່ວ ປະເທດ ຍັງຢູ່ໃນ ຊ່ວງການ ໄວ້ ອາລັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.