ມາຟັງນໍາກັນ 07/21/19
2019.07.21

ປະຊາຊົນ ທີ່ໄດ້ຮັບຜົລກະທົບ ກ່າວຕໍ່ນັກຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 18 ກໍຣະກະດາ ວ່າ 1 ປີ ຜ່ານມາ ຊີວິຕການເປັນຢູ່ ຂອງເຂົາເຈົ້າ ຍັງລຳບາກຫຼາຍ, ການຊ່ອຍເຫຼືອ ຂອງພາກຣັຖ ກໍຍັງບໍ່ທັນເຖິງ ປະຊາຊົນ ຢ່າງເຕັມເມັດເຕັມໜ່ວຍ.
“ກະແມ່ນຢູ່ດອກ ເບື້ອງຕົ້ນມາຢູ່ນີ້ ມັນກາບໍ່ຄື ຢູ່ບ້ານເຮົາ ອັນແນວໃດ ຄວາມກິນຄວາມຢູ່ ມັນກາອຶດອັດ ໝົດທຸກແນວ ນຶ່ງປີຜ່ານມາ. ແຕ່ກ່ອນ ເຄີຍໄປມາ ຢູ່ກັບບ້ານ ຢູ່ກັບເຮືອນໂຕເອງ ມາຢູ່ແບບນີ້ ມັນກາອຶດອັດ. ຊີວິດການເປັນຢູ່ ພໍໄດ້ກິນໄດ້ຢາກ ສ່ວນຫຼາຍ ໄດ້ຂອງຊ່ອຍເຫຼືອ ມາແຕ່ຄືດາຫຼອກດາຣາ ຄືຈັ່ງພວກປະເທດໄທ ພິຊັງນີນ່າ ເຄີຍມາຊ່ອຍນັ້ນນີ້ ທຸກອັນທຸກແນວ ກາໄດ້ຮັບໄດ້ກິນ ທົ່ວເຖີງຢູ່ດອກ, ແຕ່ວ່າທາງພັກ ແລະ ຣັຖຂອງລາວເຮົາ ເອງນີ້, ໄດ້ແຕ່ເງິນນີ້ ກໍ່ຍັງບໍ່ທັນໄດ້ ອີ່ສັງ, ວ່າຊັ້ນສາ. ໄດ້ແຕ່ ຖ້ວມເທື່ອທຳອິດ ປະມານ ວັນທີ 23 ເດືອນ 7 ກາປະມານຢູ່ 10 ປາຍວັນ ຢູ່ຕໍ່ມາ ກາໄດ້ເງິນ 5 ແສນນຶ່ງ ແຕ່ພຸ້ນຮອດ ປັດຈຸບັນນີ້ ກາບໍ່ໄດ້ອີ່ສັງ. ຄັນວ່າ ຕໍ່ເນື່ອງ ອາຫານ ການກິນການຢາກ ກາມີແຕ່ກາເວົ້າມາ ຫັ້ນແຫຼະ ເປັນຄູບາ ເປັນເອກະຊົນ ມາແຕ່ ຕ່າງປະເທສ ລະກາ ກັບປະເທສຕົນເອງ ກາຈຳນວນນຶ່ງ ກາໄດ້ກິນໄດ້ ໃຊ້ຈຳນວນນຶ່ງ. ຫາກແຕ່ວ່າໃຫ້ກຸ້ມກິນ ຢູ່ພໍກິນນີ້ ບໍ່. ແຕ່ຂນາດ ເງິນດ້າມຄຳເດືອນ ກະຍັງອອກບໍ່ທັນ ປານນັ້ນວ່າ ໃຫ້ເງິນເດືອນລະແສນ, ເງິນວັນແມ່ນ 5 ພັນ ປານນັ້ນ ກາຍັງຈຳໜ່າຍ ບໍ່ພໍ່ບໍ່ພຽງ.”
ປະຊາຊົນ ຜູ້ປະສົບພັຍ ອີກທ່ານນຶ່ງ ຢູ່ເຂດບ້ານຈັດສັນ ຊົ່ວຄາວ ທີ່ບ້ານຫີນລາດ, ເມືອງສນາມໄຊ ແຂວງອັດຕະປື ເພິ່ນກໍໄດ້ໃຫ້ ສັມພາດ ກ່ຽວກັບ ເຣື່ອງການຊົດເຊີຍ ແກ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 9 ເດືອນ ກໍຣະກະດາ ວ່າ ຜູ້ປະສົພພັຍ ຈຳນວນຫຼາຍ ໄດ້ເຊັນຮັບເອົາ ຄ່າຊົດເຊີຽ 50 ສ່ວນຮ້ອຍ ຂອງຜົລເສັຽຫາຍແລ້ວ, ແຕ່ເງິນແທ້ໆນັ້ນ ຍັງບໍ່ທັນໄດ້ເທື່ອ.
“ເພິ່ນໃຫ້ແມ່ ໄປເຊັນເອົາແລ້ວເດ໋ ເຊັນເອົາ 50 ເປີເຊັນ ແຕ່ວ່າ ເພິ່ນຍັງບໍ່ທັນໄດ້ວ່າ ໃຫ້ມື້ໃດ ຈັ່ງຊີ້ຫັ້ນນ່າ, ຍັງບໍ່ຮູ້ຊ້ຳ. ເພາະວ່າ ມັນບໍ່ແຈ້ງ ປານໃດນ່າ ຂໍ້ມູນ ກະຍັງມີ ບັນຫາເປັນແນວນັ້ນແຫຼະ ເພາະວ່າ ເງິນມັນກະຊິບໍ່ອອກມາໄວ ເພາະມີບັນຫາ. ໃນເຮືອນແມ່ນີ້ ເງິນຊົດເຊີຽ ແມ່ຫັ້ນ ຮ້ານສ້ອມ ຂອງແມ່ ຫັ້ນເນາະ ມີຄົບໝົດ ເພິ່ນໃຫ້ແມ່ ແຕ່ 30 ລ້ານ ກະບໍ່ພໍເນາະ ເຄື່ອງແມ່ ມັນຫຼາຍ, ມູລຄ່າ ມັນກະກວ່າແຫຼະ 30 ລ້ານ. ອັນນີ້ ກະຊິໃຫ້ 50 ເປີເຊັນກ່ອນ, ໂຕ 50 ເປີເຊັນກ່ອນ ຈັກມື້ໃດປີໃດ ພັດວ່າ.”
ກ່ຽວກັບ ເຣື້ອງຄ່າຊົດເຊີຍນັ້ນ, ທ່ານ ບຸນໂຮມ ພົມມະສານ, ເຈົ້າເມືອງ ເມືອງສນາມໄຊ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 12 ກໍຣະກະດາ 2019 ນີ້ວ່າ ພາກສ່ວນ ອຳນາດ ການປົກຄອງ ທ້ອງຖິ່ນ ກໍໄດ້ປະຕິບັດໜ້າທີ່ ຂອງຕົນ ຢ່າງເຖິງທີ່ສຸດແລ້ວ ໃນການເຈຣະຈາຕ່າງໆ ຫຼື ຫາວິທີຊ່ອຍເຫຼືອ ພໍ່ແມ່ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກເຫຕການເຂື່ອນແຕກ ຕລອດ ໄລຍະ 1 ປີ ທີ່ຜ່ານມາ, ແຕ່ກໍເປັນ ເຣື່ອງ ຂອງເວລາ ວ່າ ຜູ້ມີສ່ວນກ່ຽວຂ້ອງ ໃນການຊົດເຊີຽ ຈະຊົດເຊີຽ ໃຫ້ແກ່ຊາວບ້ານ ເມື່ອໃດ.
“ໂຕນີ້ ພວກເຮົາ ໄດ້ເຈຣະຈາ ໄປແຕ່ລະໄລຍະໆນໍ້ ກະຄື ຮູ້ຫັ້ນແຫຼ້ຼວ ແຕ່ເຂື່ອນແຕກ ມາຮອດ ປັດຈຸບັນນີ້ ພວກເຮົາ ກະເຈຣະຈາ ກັບບໍຣິສັດ ຜູ້ພັທນາໂຄງການ ຫຼາຍຮອບແລ້ວເນາະ ຖືວ່າ ແກ້ໄຂ ບັນຫາເປັນ ໄລຍະເນາະ ກໍຄື ພວກເຮົາ ໄດ້ແກ້ມາແລ້ວ ຜ່ານການເຈຣະຈາ ກະໄດ້ ຄ່າຊົດເຊີຽ ຄ່າຜູ້ເສັຽຊີວິດເນາະ ລ້ຽງດູ ລູກກໍ່າພ້າກໍ່າພອຍ. ດຽວນີ້ ກຳລັງດຳເນີນການ ກະບໍ່ຄາຈຸດໃດ ເພາະວ່າ ຕ້ອງໄດ້ເຮັດ ເອກກະສານ ໃຫ້ລະອຽດ, ໂດຍສະເພາະ ແມ່ນການເປີດບັນຊີ ໃຫ້ແຕ່ລະຄອບຄົວໆ. ບໍຣິສັດ ພັທນາ ໂຄງການ ຈະໄດ້ໂອນເງິນເຂົ້າ ບັນຊີ ເຂົາເຈົ້າໂລດ, ບໍ່ໄດ້ຈ່າຍ ຜ່ານຣັຖ. ໂຕນັ້ນ ຈຳນວນ ຄອບຄົວ ມັນກໍຫຼາຍເນາະ 5 ບ້ານ. ສະນັ້ນ ຕ້ອງໄດ້ດຳເນີນ ເອົາເບື້ອງ ທະນາຄານ ໄປເປີດບັນຊີ, ລະກະ ເບື້ອງບໍຣິສັດເຮົາ ລົງໄປເຮັດວຽກ ກັບແຕ່ລະ ຄອບຄົວ ຮ່ວມກັບຣັຖ ມີໜັງສື ເຊັນຢັ້ງຢືນ ນຳກັນ ການຮັບຮອງ ເງິນ 50 ເປີເຊັນ ລ່ວງໜ້າ.”
ຍານາງ ເປຣມຣຶດີ ດາວເຣືອງ, ຜູ້ປະສານງານ ເຄືອຂ່າຍ ພາກປະຊົນ ຈັບຕາການລົງທຶນ ໃນເຂື່ອນລາວ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 18 ກໍຣະກະດາ ຕອນນຶ່ງວ່າ ອົງການຈັດຕັ້ງ ພາກປະຊາສັງຄົມ ແລະ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ຈາກປະເທສຕ່າງໆ ຈະຈັດ ພິທີຖແລງຂ່າວ ທີ່ຫ້ອງການສະໂມສອນ ຂອງຜູ້ສື່ຂ່າວ ຕ່າງປະເທສ ໃນນະຄອນຫຼວງບາງກອກ, ປະເທສໄທ ໃນວັນທີ 23 ກໍຣະກະດາ ທີ່ຈະມາເຖິງນີ້ ພາຍໃຕ້ຫົວຂໍ້ ຄົບຮອບ 1 ປີ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.
“ເພາະວ່າ ຫຼັງຈາກ ເຊປຽນ-ເຊນ້ຳນ້ອຍ ແຕກນີ້ ມັນມີ ການເຮັດວຽກຫຼາຍອັນ ເຣື່ອງການພຍາຍາມ ເຄື່ອນໄຫວ ກັບໂຕຣະຄອນຕ່າງໆ ບໍຣິສັດ ແລະ ອົງກອນຕ່າງໆ. ມີການສເນີ ຮຽກຮ້ອງ ໄປທາງອົງກອນ OECD ອີ່ຫຍັງ ແບບນີ້. Lao Dam Investment Monitor ກໍເປັນສ່ວນນຶ່ງ ຂອງການເຄື່ອນໄຫວ. ຄືໝູ່ເພື່ອນ ທີ່ຈະຖແລງ ດ້ວຍກັນ ໃນວັນທີ 23, ສ່ວນນຶ່ງ ກໍເປັນສມາຊິກ ຂອງ LDIM ຢູ່ແລ້ວ, ບວກກັບ ທາງເກົາຫຼີດ້ວຍ. ເພາະສະນັ້ນ, ຄັ້ງນີ້ ເປັນການເວົ້າ ແບບເປັນປຶກແຜ່ນ ແຫ່ງຄວາມສາມັກຄີ ເພື່ອໃຫ້ເຫັນ ຢ່າງຈະແຈ້ງ ໃນແງ່ຕ່າງໆ.”
ຜູ້ຕາງໜ້າ ເຄືອຂ່າຍ ອົງການຈັດຕັ້ງ ພາກປະຊາສັງຄົມ ໃນປະເທສເກົາຫຼີໃຕ້ ນາງນຶ່ງ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 19 ກໍຣະກະດາ ຕອນນຶ່ງວ່າ ເຄືອຂ່າຍ ອົງການ ຈັດຕັ້ງ ພາກປະຊາສັງຄົມ ໃນປະເທສເກົາຫຼີໃຕ້ ຮ່ວມກັບ ອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບ ຣັຖບານ ຈາກຕ່າງປະເທສ ກໍຈະຈັດ ພິທີຖແລງຂ່າວ ທີ່ນະຄອນຫຼວງໂຊລ ຫຼື ຢູ່ຕໍ່ໜ້າສຳນັກງານ ໃຫຍ່ບໍຣິສັດ SK E&C ໃນມື້ດຽວກັນ ເພື່ອສະທ້ອນ ໃນສາທາຣນະຊົນ ໄດ້ຮັບຮູ້ເຖິງ ສະຖານະການ ຫຼ້າສຸດ ຂອງເຫຕການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກໃນລາວ ເພື່ອຮຽກຮ້ອງໃຫ້ ບັນຫາດັ່ງກ່າວ ຖືກນຳ ໄປສູ່ຂະບວນການ ໃນການແກ້ໄຂ ທີ່ດີຂຶ້ນ.
“ພວກເຮົາ ຈະຈັດ ພິທີຖແລງຂ່າວ ແລະ ມີການເຄື່ອນໄຫວ ຕ່າງໆ ເພື່ອໃຫ້ຜູ້ຄົນ ໄດ້ຮັບຮູ້ເຖິງ ສະຖານະການ ໃນປະຈຸບັນ ທີ່ເກີດຂຶ້ນ ໃນເຂດເຂື່ອນແຕກ ຮ່ວມກັບ ຫຼາຍອົງການຈັດຕັ້ງ ທີ່ບໍ່ກັບ ຣັຖບານ ທີ່ຢູ່ບາງກອກ, ປະເທສໄທ ຮວມທັງ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບ ຣັຖບານ ທີ່ມີສຳນັກງານ ຢູ່ສະຫະຣັຖ ອະເມຣິການຳດ້ວຍ.”