ຜົນໄດ້ຈາກການຮ່ວມມື ລາວ-ວຽດ
2015.07.21
ພາຍໃນ 3 ອາທິດ ເທົ່ານັ້ນ ທີ່ ກອງ ປະຊຸມ ສະພາ ແຫ່ງຊາຕ ສະໄໝ ສາມັນ ຄັ້ງທີ 9, ໄດ້ ດໍາເນີນ ໄປ ແລະ ກໍານົດ ຈົບລົງ ໃນ ວັນທີ 21 ກໍຣະກະດາ ນີ້, ປາກົດການ ທີ່ ເກີດຂຶ້ນ ໃນລະຍະ ດຽວກັນ ນີ້ ແມ່ນ, ຄນະ ຜູ້ແທນ ຣະດັບ ສູງ ຂອງລາວ ຢ່າງຫນ້ອຍ 4 ຄນະ, ໄດ້ ເດີນທາງ ໄປ ປະເທດ ວຽດນາມ.
ການ ເດີນທາງ ໄປ ວຽດນາມ ຂອງ ຄນະ ຜູ້ແທນ ຣະດັບສູງ ຂອງລາວ ແຕ່ພຽງ ຝ່າຍດຽວ ຕິດຕໍ່ ກັນນີ້, ນັກ ສັງເກດການ ການເມືອງ ໃນລາວ ທີ່ ບໍ່ ປະສົງ ອອກຊື່ ແລະ ອອກສຽງ ອະທິບາຍ ວ່າ, ແມ່ນການ ໄປ ຣາຍງານ ຄວາມ ສໍາເຣັດ ຫຼື ຄວາມ ຫລົ້ມແຫລວ ໃນການ ຈັດຕັ້ງ ປະຕິບັດ ນະໂຍບາຍ ແລະ ໂຄງການ ການ ຮ່ວມມື ຕ່າງໆ ຣະຫ່ວາງ ສອງ ພັກ, ທີ່ ໄດ້ ລົງນາມ ກັນ ໃນແຕ່ລະ ສະໄໝ, ໂດຍສະເພາະ ແມ່ນການ ຕົກລົງ ຄັ້ງທີ 37 ຣະຫວ່າງ ສອງ ຣັຖບານ ເມື່ອ ຕົ້ນເດືອນ ມົກກະຣາ ປີ 2015 ນີ້, ແລະ ເພື່ອ ຮັບເອົາ ການ ຊີ້ນໍາ, ຄໍາ ແນະນໍາ ແລະ ບົດຮຽນ ຈາກ ພັກ ຄອມມູຍນີສ ວຽດນາມ ຕາມ ປະເພນີ ການ ພົວພັນ ຂອງ ສອງພັກ ກໍາ ອໍານາດ, ໃນຖານະ ລວມໆ ວ່າ ຂະບວນການ ການ ຈັດຕັ້ງ ທາງ ການເມືອງ ຂອງລາວ ກໍຄື ພັກ ປະຊາຊົນ ປະຕິວັດ ລາວ, ແມ່ນມີ ກໍາເນີດ ມາຈາກ ຂະບວນການ ແນວໂຮມ ອິນໂດຈີນ ທີ່ ເອີ້ນວ່າ ພັກ ຄອມມູຍນີສ ອິນດູຈີນ ພາຍໃຕ້ ການຊີ້ນໍາ ຂອງ ພັກ ຄອມມູຍນິສ ວຽດນາມ. ຖ້າເວົ້າ ຈໍ້ໆ ເຂົ້າມາ ກໍແມ່ນ ພາຍໃຕ້ ແມ່ບົດ ສົນທິ ສັນຍາ ການ ຮ່ວມມື ແບບ ພິເສດ ແລະ ຮອບດ້ານ ຣະຫ່ວາງ ສອງ ພັກ ສອງ ຣັຖບານ ລາວ ແລະ ວຽດນາມ, ທີ່ໄດ້ ລົງນາມ ກັນ ໃນ ວັນທີ 19 ກໍຣະກະດາ ປີ 1977 ຫລືວ່າ ເມື່ອ 38 ປີ ກ່ອນ.
ການ ຢ້ຽມຢາມ ຂອງ ຄນະ ຜູ້ແທນ ພັກ ຝ່າຍລາວ ແມ່ນ ເລີ້ມຕົ້ນ ໂດຍ ຄນະ ຂອງ ທ່ານ ບຸນຍັງ ວໍຣະຈິດ ຮອງ ປະທານ ປະເທດ ເມື່ອ ວັນທີ 7 ກໍຣະກະດາ. ໃນ ວັນທີ 14 ກໍແມ່ນ ຄນະ ຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ກັມມາ ທິການ ສູນກາງ ພັກ ຝ່າຍ ໂຄສະນາ ແລະ ອົບຮົມ ທິສດີ ການເມືອງ. ໃນວັນທີ 15 ແມ່ນ ຄນະ ຂອງ ທ່ານ ບຸນປອນ ສັງສົມສັກ ຫົວໜ້າ ກວດກາ ສູນກາງ ພັກ, ແລະ ຈາກ ວັນທີ 16 ຫາ 18 ຄນະ ສຸດທ້າຍ ໄດ້ແກ່ ຄນະ ຂອງ ນາຍົກ ຣັຖມົນຕຣີ ທ່ານ ທອງສິງ ທັມມະວົງ.
ການຢ້ຽມຢາມ ຂອງ ຄນະ ຜູ້ແທນ ຣະດັບ ສູງ ຂອງລາວ ແບບ ເປັນ ຂະບວນ ຕິດຕໍ່ ກັນນີ້, ມີຂຶ້ນ ພໍດີ ໃນຣະຍະ ທີ່ ການຈັດຕັ້ງ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ກໍາລັງ ສັບຊ້ອນ ພະນັກງານ ພັກ, ເພື່ອ ເປີດ ກອງປະຊຸມ ອົງຄນະ ບໍຣິຫານ ເລຂາ ພັກ ທຸກ ຣະດັບ ແຕ່ ຂັ້ນເທິງ ຮອດ ຂັ້ນລຸ່ມ, ເພື່ອ ຕຣຽມໃສ່ ການເປີດ ກອງ ປະຊຸມ ຫລວງ ຂອງ ພັກ ຄັ້ງທີ 10 ທົ່ວ ປະເທດ, ຊຶ່ງ ກໍານົດ ມີຂຶ້ນ ໃນ ຕົ້ນປີ 2016.
ນັກ ສັງເກດການ ທ່ານນີ້ ອະທິບາຍ ວ່າ ໃນ ຣະຍະ ນີ້, ຕາມ ທັມມະດາ ນັ້ນ ການ ເລືອກຕັ້ງ ຄນະ ເລຂາ ພັກ ໃນ ແຕ່ລະ ຂັ້ນ ຄວນ ສໍາເຣັດ ໝົດ ຕັ້ງແຕ່ ເດືອນ ມິຖຸນາ ພຸ້ນ, ແຕ່ວ່າ ຮອດເດືອນ ກໍຣະກະດາ ແລ້ວ ກໍຍັງ ບໍ່ສາມາດ ຈັດຕັ້ງ ໄດ້ ໝົດ, ບໍ່ວ່າ ແຕ່ ຣະດັບ ແຂວງ ຫຼື ຣະດັບ ກະຊວງ. ທ່ານ ວ່າ ປັດຈຸບັນ ນີ້, ບໍ່ອອກ ບໍ່ເຂົ້າ ຍ້ອນການ ນໍາພາ ຂອງພັກ ໃນ ຣະດັບ ສູນກາງ ແລະ ຣະດັບ ແຂວງ ບໍ່ລົງຮອຍ ກັນ ໃນການ ສັບຊ້ອນ ບຸກຄົນ ເຂົ້າກໍາ ຕໍາແໜ່ງ ໜ້າທີ່, ເພາະ ມີ ຄົນເຈົ້າ ຄົນຂ້ອຍ, ຜົນປະໂຫຍດ ທີ່ ຄວນ ແບ່ງປັນ ໃຫ້ ພະນັກງານ ປະຕິວັດ ບໍ່ ສມໍ່າສເມີ, ຜູ້ໄດ້ ຫລາຍ ກໍຢາກໄດ້ ຕື່ມ, ຜູ້ບໍ່ໄດ້ ຫຍັງ ຈັກເທື່ອ ເຂົາ ກໍຂັດ ເອົາ ສິດທິ ຂອງເຂົາ, ກໍເລີຍ ເຮັດໃຫ້ ວຽກງານ ການ ສັບຊ້ອນ ບໍ່ໄດ້ ຕາມ ຣະດັບ ຄາດໝາຍ.
ໃນ ອີກດ້ານ ນຶ່ງ, ທ່ານວ່າ ແນວຄິດ ຂອງ ຜູ້ນໍາ ລາວ ໃນ ປັດຈຸບັນ ກໍແບ່ງເປັນ ຫລາຍ ຂົ້ວ ແລ້ວ, ຍ້ອນວ່າ ຈໍານວນນຶ່ງ ໂດຍສະເພາະ ຄົນ ຮຸ້ນໃໝ່ ມີຈິດ ສໍານຶກ ຕໍ່ຊາຕ ຕໍ່ ອະທິປະຕັຍ ແລະ ຄວາມເປັນ ເອກກະຣາດ ມີຫຼາຍຂຶ້ນ ຫຼັງຈາກ ເຫັນ ການ ປະຕິບັດ ຂອງ ປະເທດ ທີ່ ລົງນາມ ສົນທິ ສັນຍາ ມິຕພາບ ແບບ ພິເສດ ແລະ ການ ຮ່ວມມື ແບບ ຮອບດ້ານ ເອົາລັດ ເອົາປຽບ ຝ່າຍລາວ, ຖ້າເວົ້າ ຕາມ ພາສາ ຊາວບ້ານ ແລ້ວ ພວກທີ່ ຂຶ້ນຂີ່ ຫລັງເສືອ ແລ້ວ ລົງຈາກ ຫລັງ ເສືອ ບໍ່ໄດ້ ນັ້ນ ຈໍາເປັນ ຕ້ອງ ປະຕິບັດ ສັນຍາ ແບບ ຮອບດ້ານ ກັບ ວຽດນາມ ຕໍ່ໄປ.
ທ່ານ ຍົກ ໂຕຢ່າງ ການ ລົງທຶນ ຂອງ ວຽດນາມ ໃນລາວ, ຄັນວ່າ ວຽດນາມ ຢາກໄດ້ ຫຍັງ ກໍໄດ້ ໝົດ, ນັບແຕ່ ໄມ້ ຢູ່ໃນປ່າ ໃນດົງ ກໍຕ້ອງ ຍອມໃຫ້ ເຂົາ ຕັດ ແລ້ວ ຂົນໄປ ປະເທດ ເຂົາ ທຸກໆມື້. ບໍ່ແຮ່ ແລະ ຊັພຍາກອນ ທັມມະຊາຕ ທີ່ ປະເທດ ອື່ນ ສົນໃຈ ລົງທຶນ, ແຕ່ ບຸກຄົນ ທີ່ ມີອໍານາດ ໃນ ພັກ ແລະ ໃນ ຮັຖບານ ພັດເອົາ ໃຫ້ ບໍຣິສັດ ວຽດນາມ ສັມປະທານ ກ່ອນ. ການ ສັມປະທານ ທີ່ດິນ ເພື່ອ ປູກ ຢາງພາຣາ ຫລື ສັມປະທານ ທີ່ດິນ ເພື່ອ ສ້າງ ເຂດ ເສຖກິດ ພິເສດ ໃນ ນະຄອນ ຫລວງ ວຽງຈັນ ຫລາຍ ແຫ່ງ, ບ່ອນທີ່ ວຽດນາມ ຕ້ອງການ ນັ້ນ ວຽດນາມ ກໍຕ້ອງ ເອົາ ໃຫ້ໄດ້.
ການ ຍິນຍອມ ຂອງ ຝ່າຍລາວ ທີ່ ຕ້ອງ ປະຕິບັດ ຕາມ ຄໍາສະເໜີ ຂອງ ວຽດນາມ ນັ້ນ, ຈະເຫັນໄດ້ ຈາກ ຄນະ ຜູ້ແທນ ລາວ ແຕ່ລະ ຊຸດ ທີ່ ເດີນທາງໄປ ຣາຍງານ ການ ຈັດຕັ້ງ ປະຕິບັດ ຂໍ້ຕົກລົງ ຕໍ່ ວຽດນາມ ໃນ ລະຍະ 2 ອາທິດ ຜ່ານ ມານີ້ ຕ່າງ ກໍຕົກລົງ ວ່າ ຈະສືບຕໍ່ ການ ພົວພັນ ແລະ ຮ່ວມມື ກັບ ວຽດນາມ ແບບ ພິເສດ ແລະ ຮອບດ້ານ. ຕາມທີ່ໄດ້ ຕົກລົງກັນ ໃນ ກອງ ປະຊຸມ ຄັ້ງທີ 37 ຂອງ ກັມມາທິການ ຮ່ວມ ໃນ ຕົ້ນປີ 2015 ນີ້, ເຖິງ ແມ່ນວ່າ ການ ຈັດຕັ້ງ ປະຕິບັດ ວຽກງານ ການ ສັບຊ້ອນ ພະນັກງານ ພາຍໃນ ທົ່ວ ປະເທດ ບໍ່ໄດ້ ສໍາເຣັດ ໝົດ, ແລະ ຍັງບໍ່ ສາມາດ ເປີດ ກອງ ປະຊຸມ ຄນະ ເລຂາ ພັກ ໃນ ແຕ່ລະ ຂັ້ນ ກໍດີ.
ຣາຍງານ ໜັງສືພິມ ວຽດນາມ ວ່າ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ທີ່ ເດີນທາງ ໄປ ຢ້ຽມຢາມ ວຽດນາມ ເປັນ ເວລາ 5 ວັນ ແລະ ສິ້ນສຸດ ລົງ ໃນ ວັນທີ 18 ກໍຣະກະດາ ໄດ້ ຖແລງ ຮ່ວມກັບ ຜູ້ນໍາ ວຽດນາມ ທຸກຄົນ ທີ່ ທ່ານ ໄດ້ພົບປະ ວ່າ ຈະສຶບຕໍ່ ປະຕິບັດ ການ ຮ່ວມມື ໃນທຸກ ຂົງເຂດ ວຽກງານ ກັບ ວຽດນາມ, ເຊັ່ນວ່າ ໃນ ວັນທີ 17 ກໍຣະກະດາ, ທ່ານ ທອງສິງ ໄດ້ ພົບປະກັບ ທ່ານ ຫງຽວນ ຕັນດຶງ ນາຍົກ ຣັຖມົນຕຣີ ວຽດນາມ, ທັງສອງ ໄດ້ ປະກາດ ວ່າ ຈະ ສືບຕໍ່ ການຮ່ວມມື ໃນການ ຈັດຕັ້ງ ປະຕິບັດ ຂໍ້ ຕົກລົງ ຂອງ ຄນະ ກັມມະການ ຣະຫ່ວາງ ສອງ ປະເທດ ວຽດນາມ-ລາວ ຄັ້ງທີ 37 ແລະ ຂໍ້ຕົກລົງ ໃນ ເວລາ ຄນະ ກົມການເມຶອງ ຂອງ ສອງພັກ ໄດ້ພົບປະ ກັນ.
ນັກ ສັງເກດການ ວ່າ ຂໍ້ຕົກລົງ ຫລາຍຂໍ້ ທີ່ວ່ານີ້, ມີຫລາຍ ອັນ ທີ່ ຝ່າຍລາວ ບໍ່ ສາມາດ ປະຕິບັດ ໄດ້ ຫລື ບໍ່ ປະຕິບັດ ເລີຍ ເພາະວ່າ ບາງສິ່ງ ບາງຢ່າງ ກໍຂັດກັບ ຜົນ ປະໂຫຍດ ຂອງຊາຕ ຂອງ ປະຊາຊົນ.
ໃນການ ພົບປະ ກັນນັ້ນ ນາຍົກ ຣັຖມົນຕຣິີ ວຽດນາມ ສະເໜີ ໃຫ້ ຝ່າຍລາວ ຮ່ວມມື ຫລາຍດ້ານ ກັບ ຝ່າຍ ວຽດນາມ, ເປັນຕົ້ນ ບັນຫາ ຄວາມ ບໍ່ສງົບ ຢູ່ ຕາມ ຊາຍແດນ ຊຶ່ງ ວຽດນາມ ເວົ້າວ່າ ປ້ອງກັນ ການກໍ່ ການຮ້າຍ ແລະ ການ ໂຈຣະກັມ.
ນັກ ສັງເກດການ ຍົກ ຕົວຢ່າງ ບັນຫາ ການ ຍົກຍ້າຍ ຂອງ ຊາວ ວຽດນາມ ເຂົ້າມາ ໃນເຂດແດນ ຂອງລາວ ນັບມື້ ນັບຫລາຍ, ແບບ ບໍ໋ຖືກຕ້ອງ ຕາມ ກົດໝາຍ ນັ້ນ, ທ່ານວ່າ ຝ່າຍລາວ ກໍມັກ ຈະຍົກ ບັນຫາ ນີ້ ຂຶ້ນມາ ເວົ້າ ແຕ່ ຝ່າຍ ວຽດນາມ ກໍສະເໜີ ຊ່ວຍເຫລືອ ປັບປຸງ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຕາມ ຊາຍແດນ ໂດຍ ອະນຸມັດ ການ ຊ່ວຍເຫລືອ ຈໍານວນ ນຶ່ງ ແລະ ຝຶກ ອົບຮົມ ເຈົ້າໜ້າທີ່ ຝ່າຍລາວ, ຊຶ່ງ ນັກ ສັງເກດການ ເຫັນວ່າ ເທົ່າກັບ ເຮັດໃຫ້ ການ ຍ້າຍ ຖິ່ນຖານ ຂອງ ຊາວວຽດນາມ ເຂົ້າມາ ໃນລາວ ມີຄວາມ ຖືກຕ້ອງ ຂຶ້ນ.
ອັນນຶ່ງ ອີກ ທ່ານ ຫງຽວນ ຕັນດຶງ ວ່າ, ຈະ ສນັບສນູນ ໃຫ້ ລາວ ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ເພື່ອ ການ ພັທນາ ເສຖກິດ-ສັງຄົມ, ແຕ່ ມີຂໍ້ແມະ ໂດຍໃຊ້ ຄໍາວ່າ ຫວັງວ່າ ຝ່າຍລາວ ຈະ ເຂົ້າໃຈ ນໍາຄວາມ ເປັນຫ່ວງ ຂອງ ວຽດນາມ ທີ່ ເປັນຫ່ວງ ນໍາ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ວຽດນາມ 20 ລ້ານ ຄົນ ຢູ່ເຂດ ສາມລ່ຽມ ທີ່ ອາໄສ ແມ່ນໍ້າຂອງເ ປັນແຫລ່ງ ທໍາມາ ທໍາກິນ, ແຕ່ ປາກົດ ວ່າ ທ່ານ ທອງສິງ ກໍສລາດ ພໍ ໃນການ ໃຊ້ ພາສາ ການທູດ, ໂດຍຕອບ ເປັນ ຫລັກການ ວ່າ, ຂໍເບິ່ງ ຕາມຜົນ ຂອງ ການ ສຶກສາ ແລະ ການ ປະເມີນ ຜົນ ກະທົບ ຕໍ່ ສິ່ງແວດລ້ອມ ຂອງ ຫຼາຍ ປະເທດ ເສັຽກ່ອນ.
ທ່ານ ດຶງ ກ່າວວ່າ ຈະ ຊຸກຍູ້ ລາວ ໃນການ ເຮັດ ບົດບາດ ການ ເປັນ ປະທານ ອາຊຽນ ໃນປີ 2016. ຕໍ່ບັນຫາ ພູມີພາກ ນັ້ນ ນາຍົກ ທັງສອງ ໄດ້ ສົນທະນາ ກັນ ວ່າ, ມີຄວາມ ຕ້ອງການ ທີ່ຕ້ອງ ຮັກສາ ສັນຕິພາບ ຄວາມ ປອດພັຍ ແລະ ຄວາມ ປອດພັຍ ໃນການ ເດີນ ເຮືອ ຢູ່ ທະເລ ຝັ່ງ ຕະເວັນອອກ ຂອງ ວຽດນາມ, ອັນ ໝາຍເຖິງ ທະເລ ຈີນ ໃຕ້, ຊຶ່ງ ເປັນເຂດ ຜິດຖຽງ ກັນ ຣະຫວ່າງ ວຽດນາມ ກັບ ຈີນ, ຟີລິປປິນ ກັບ ຈີນ ແລະ ອີກ ກັບ 3 ປະເທດ. ຕໍ່ ບັນຫາ ນີ້ ໜັງສື ພິມ ແຈ້ງວ່າ, ສອງຝ່າຍ ແລກປ່ຽນ ຄວາມກັນ ເຫັນວ່າ ການ ຜິດຂ້ອງ ຕ້ອງຖຽງ ກັນນີ້ ຕ້ອງຖືກ ແກ້ໄຂ ດ້ວຍ ສັນຕິ ວິທີ, ໂດຍ ອີງຕາມ ກົດໝາຍ ສາກົນ ແລະ ຂໍ້ຕົກລົງ ພູມີພາກ ຊຶ່ງ ຈີນ ບໍ່ຍອມ ແກ້ໄຂ ຕາມ ວິທີ ທາງນີ້. ນີ້ ກໍແມ່ນ ຈຸດ ນຶ່ງ ທີ່ ລາວ ວາງໂຕ ໄດ້ ຍາກ ເພາະ ເປັນ ປະເທດ ເພື່ອນມິດ ໃກ້ຊິດ ທັງ ສອງ.
ໃນເວລາ ພົບປະ ກັບ ທ່ານ ຫງຽວນ ຟູຈົງ ເລຂາ ທິການ ພັກ ຄອມມູຍນິສ ວຽດນາມ ນັ້ນ, ທ່ານ ຟູຈົງ ກ່າວ ເນັ້ນ ແລະ ຮຽກຮ້ອງ ໃຫ້ ສອງ ຣັຖບານ ຊີ້ນໍາ ກະຊວງ ສໍານັກງານ ແລະ ອໍານາດ ການ ປົກຄອງ ທ້ອງຖິ່ນ ໃນການ ຈັດຕັ້ງ ປະຕິບັດ ຂໍ້ ຕົກລົງ ຣະຫ່ວາງ ສອງ ພັກ ແລະ ສອງ ກົມ ການເມືອງ.
ຄໍາ ແນະນໍາ ຫລື ຄໍາ ຮຽກຮ້ອງ ຂອງ ຜູ້ນໍາ ວຽດນາມ ທີ່ ໃຫ້ ລາວ ປະຕິບັດ ສັນຍາ ນີ້, ທ່ານ ທອງສິງ ຫລື ທ່ານ ບຸນຍັງ ວໍຣະຈິດ ກໍດີ ພາກັນ ຕອບຮັບ ເອົາ ແລະ ກ່າວ ຂອບໃຈ ທີ່ ວຽດນາມ ຊ່ວຍເຫລືອ ລາວ.
ນັກ ສັງເກດການ ໃຫ້ຄໍາ ສລຸບ ວ່າ, ບໍ່ແມ່ນ ແຕ່ ມືນີ້ ຍາມນີ້ ທີ່ ວຽດນາມ ແນະນໍາ ຫລື ຊີ້ນໍາ ໃຫ້ ລາວ ປະຕິບັດ ສັນຍາ, ທ່ານວ່າ ແມ່ນວ່າ ຜູ້ນໍາ ລາວ ຮັບເອົາ ແຜນການ ຈັດຕັ້ງ ປະຕິບັດ ການ ຮ່ວມມື ໃນທຸກ ຂົງເຂດ ວຽກງານ ຕ່າງໆ ຈາກ ວຽດນາມ ກໍດີ, ແຕ່ເມື່ອ ກັບຄືນ ເມືອ ປະເທດ ແລ້ວ, ການ ຈັດຕັ້ງ ປະຕິບັດ ຕົວຈິງ ມັກຈະ ປະສົບ ກັບ ຄວາມ ຊັກຊ້າ ທັງຂາດ ປະສິດ ທິພາບ ອີກດ້ວຍ ຍ້ອນ ແນວຄິດ ຂອງ ພະນັກງານ ປະຕິວັດ ລາວ ໃນ ທຸກມື້ ນີ້ ມີ ລັກສນະ ຕັດສິນ ດ້ວຍ ຕົນເອງ ຫລາຍກວ່າ ໃນຣະຍະ ຜ່ານໆ ມາ, ອັນເຮັດໃຫ້ ວຽດນາມ ເວົ້າຫລໍາ ຄວາມເກົ່າ ກັບໄປ ກັບມາ ໃນທຸກໆ ໂອກາດ ຂອງ ການ ພົບປະ ຂອງ ຜູນໍາ.