ກອງປະຊຸມການພັທນາ ແບບ ຍືນຍົງ ຄັ້ງທີ 5
ກອງປະຊຸມ ເອເຊັຽ-ປາຊີຟິກ ກ່ຽວກັບ ການພັທນາ ແບບຍືນຍົງ ຄັ້ງທີ 5 ຢູ່ ສໍານັກງານ ສະຫະປະຊາຊາດ ທີ່ ບາງກອກ ປະເທດໄທ.
-
ມະນີຈັນ
2018-04-03 -
-
-
ໃນກອງປະຊຸມ ເອເຊັຽ-ປາຊີຟິກ ຄັ້ງທີ 5 ກ່ຽວກັບ ການພັທນາແບບຍືນຍົງ ທີ່ສໍານັກງານສະຫະປະຊາຊາດ ບາງກອກ ປະເທດໄທ ເມື່ອວັນທີ 28 ຫາ 30 ມິນາ 2018
ADL
Your browser doesn’t support HTML5 audio
ກອງປະຊຸມເອເຊັຽ-ປາຊີຟິກ ຄັ້ງທີ 5 ກ່ຽວກັບການພັທນາແບບຍືນຍົງ ຖືກຈັດຂຶ້ນທີ່ສໍານັກງານ ສະຫະປະຊາຊາດ ຢູ່ບາງກອກປະເທດໄທ ແຕ່ວັນທີ 28 ຫາ 30 ມິນາ 2018 ເປັນກອງປະຊຸມ ຣະດັບພາກພື້ນ ສໍາລັບເວທີການເມືອງ ແລະມີຄວາມສໍາຄັນ ຍ້ອນເປັນເວທີກະຕຽມ ສໍາລັບກອງປະຊຸມສະຫະປະຊາຊາດ ຢູ່ນະຄອນນິວຢັອກ ສະຫະຣັຖອາເມຣິກາ ໃນເດືອນກໍຣະກະດາ ປີນີ້. ດຣ. ບຸນທອນ ຈັນທະລາວົງ -ວີເຊີ ປະທານ ພັລທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ຊຶ່ງເປັນນຶ່ງໃນບັນດາອົງການຈັດຕັ້ງ ທາງສັງຄົມ ຫລື ອົງການທີ່ບໍ່ຂຶ້ນກັບຣັຖບານ ທີ່ໄດ້ເຂົ້າຮ່ວມ ໃຫ້ສັມພາດ RFA ຈາກປະເທດເຢັຽຣະມັນ ໃນມື້ວັນທີ 2 ເມສາ ນີ້ວ່າ: ຟັງສຽງສໍາພາດ