ເຣື້ອງທີ່ເກັບບັນທຶກໄວ້
2013-01-28
ມື້ນີ້ ຈຳປາທອງ ຈະນຳເອົາ ຄຳຄິດເຫັນ ຂອງຜູ້ທີ່ ໃຫ້ນາມວ່າ ”ປະຊາຊົນລາວ ຜູ້ນຶ່ງ” ທີ່ເອີ້ນກັນວ່າ ”ມາຕາມນັດ” ທີ່ເມືອງ Minneapolis ຣັຖ Minnesota ກ່ຽວກັບ ການລັກພາຕົວ ທ່ານ ສົມບັດ ສົມພອນ ນັກພັທນາ ຄົນສຳຄັນ ຂອງລາວ ທີ່ ນະຄອນຫລວງ ວຽງຈັນ.
2013-01-25
ສປປລາວ ມີທ່າອ່ຽງ ທີ່ຈະຖືກ ຄວບຄຸມ ໂດຍຈີນ ຫລາຍຂື້ນ ຍ້ອນການ ລົງທຶນ ການຊ່ອຍເຫລືອ ແລະ ການຕິດຫນີ້ ຈີນ ຢ່າງມະຫາສານ ໃນ ຣະຍະ 4-5 ຜ່ານມາ ໃນນັ້ນ ກໍແມ່ນ ໂຄງການ ສ້າງທາງ ຣົຖໄຟ ຄວາມໄວສູງ ລາວ-ຈີນ ແລະ ໂຄງການພັທນາ ອຶ່ນໆໃນລາວ ທີ່ ສປປ ລາວ ຢືມເງິນຈາກ ຈີນ. ສເນີໂດຍ : ສິດນີ
2013-01-24
ການລັກພາຕົວ ທ່ານ ສົມບັດ ສົມພອນ ນັກພັທນາ ດີເດັ່ນ ຢູ່ ໂປສຕໍາຣວດ ທີ່ ນະຄອນຫລວງ ວຽງຈັນ ເປັນການຣະເມີດ ຣັຖທັມນູນ ຂອງລາວ ແຕ່ສອດຄ່ອງ ກັບຈິດໃຈ ຂອງ ກົດຣະບຽບ ພັກປະຊາຊົນ ປະຕິວັດລາວ ຊຶ່ງຫຼາຽຄົນ ຄົງສົນໃຈ ວ່າເປັນແນວໃດ ກັນແທ້. ສເນີໂດຍ : ຈໍາປາທອງ
2013-01-22
ພິທີ ສາບານຕົວ ຮັບຕໍາແໜ່ງ ປະທານາທິບໍດີ ສະຫະຣັຖ ສມັຍທີ 2 ຂອງ ທ່ານ Barack Obama ໃນວັນທີ 21 ມົກກະຣາ 2013 ດໍາເນີນໄປ ໂດຍມີຄວາມໝາຍ ທີ່ສໍາຄັນ ຢ່າງຍິິ່ງ ຊຶ່ງ ທ່ານ ໄດ້ເວົ້າເຖິງ ແຜນການ ທີ່ທ່ານຈະ ປະຕິບັດ ໃນຂັ້ນຕໍ່ໄປ. ສເນີໂດຍ : ມະນີຈັນ
2013-01-22
ໃນປີຕໍ່ໄປນີ້ ບັນຫາ ຊໍາເຮື້ອ ບັນຫານຶ່ງ ທີ່ ສປປລາວ ກໍາລັງ ປະເຊີນຢູ່ ແມ່ນ ການສໍ້ໂກງ ຣາສດອນ ຂອງ ພະນັກງານ ພັກ-ຣັດ ແຕ່ຂັ້ນລຸ່ມ ຈົນຮອດ ຂັ້ນເທິງ ຊຶ່ງ ເປັນປາກົດການ ຫຍໍ້ທໍ້ ທີ່ແກ້ໄຂ ບໍ່ໄດ້ຈັກເທື່ອ. ຫລາຍຄົນ ກໍຢາກໃຫ້ ຣັຖບານ ຈັດຕັ້ງ ປະຕິບັດ ແຜນການ ຕໍ່ຕ້ານ ການສໍ້ຣາສ ບັງຫລວງ ທີ່ຣັຖບານ ຮັບເປັນຫລັກການ ໄປແລ້ວນັ້ນ ເພື່ອອອກເປັນ ກົດໝາຍ ນໍາມາໃຊ້ ແທນທີ່ ຈະເປັນພຽງ ເວົ້າກັນຊື່ໆ... ສເນີໂດຍ : ສົມເນ
2013-01-18
ສປປລາວ ຈະປະເຊີນ ກັບບັນຫາ ທ້າທາຍ ຫລາຍໆຢ່າງ ໃນການເປັນ ສະມາຊິກ ທີ່ຍັງໃໝ່ ຂອງ ອົງການ ການຄ້າໂລກ. ສເນີໂດຍ : ອາວະຣີ
2013-01-17
ຣາຍງານ ການສໍາຣວດ ສິດເສຣີພາບ ໃນທົ່ວໂລກ ປະຈໍາປີ 2013 ທີ່ພິມເຜີຽແພ່ ໃນຕອນບ່າຍ ຂອງ ວັນທີ່ 16 ມົກກະຣາ 2013 ຣະບຸວ່າ ໃນເຂດ ຕະເວັນອອກ ກາງ ມີເສຣີພາບ ຫລາຍຂື້ນ ແຕ່ພ້ອມດຽວ ກັນນັ້ນ ກໍເກີດມີ ເຫດການ ທ້າທາຍ ໃຫ້ອໍານາດ ຜເດັດການ ປາບປາມ ຂະບວນການ ຮຽກຮ້ອງ ເສຣີພາບ. ສໍາລັບ ສປປລາວ ນັ້ນຍັງຖືກ ຈັດຢູ່ໃນກຸ່ມ ປະເທດ ທີ່ບໍ່ມີ ເສຣີພາບ ຂາດສິດທິ ຂັ້ນພື້ນຖານ ສໍາລັບ ປະຊາຊົນ ພົລເມືອງ. ສເນີໂດຍ : ສົມເນ
2013-01-16
ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຜູ້ສ້າງຄຸນງາມ ຄວາມດີ ແກ່ສັງຄົມ ໃນລາວ. ເມື່ອໄດ້ເຫັນ ພາບ ຈາກກ້ອງ ວົງຈອນປິດ ທີ່ບັນທືກ ໄວ້ເປັນຫຼັກຖານ ໃຫ້ ຊາວໂລກ ໄດ້ເຫັນນັ້ນ ເຮັດໃຫ້ ປະຊາຄົມ ນານາຊາຕ ສົງໄສ ພືດຕິກັມ ຂອງ ທາງການລາວ ວ່າອາດມີ ສ່ວນກ່ຽວຂ້ອງ ນໍາການ ຫາຍສາບສູນ ຂອງ ທ່ານ ສົມບັດ ໃນຄັ້ງນີ້. ສເນີໂດຍ : ສົມເນ
2013-01-15
ເດັກນ້ອຍ ໄຮ້ສັນຊາຕ ໃນ ແຂວງອຸບົນ ຂອງໄທ ທີ່ພໍ່ແມ່ ພວກຂະເຈົ້າ ອົພຍົບ ອອກຈາກ ປະເທດລາວ ໃນເມື່ອ 30 ກວ່າປີ ຜ່ານມານັ້ນ ຮຽກຮ້ອງຂໍ ສັນຊາຕໄທ ຜ່ານຮູບແຕ້ມ ຂອງ ພວກຂະເຈົ້າ ໃນໂອກາດ ວັນເດັກນ້ອຍ ແຫ່ງຊາດ ຂອງໄທ. ສເນີໂດຍ : ຈະເຣີນສຸຂ
2013-01-15
ໄດ້ມີການ ຮຽກຮ້ອງ ໃຫ້ກອງປະຊຸມ ຣັຖມົນຕຣີ 4 ປະເທດ ແມ່ນໍ້າຂອງ ທີ່ ຫລວງພຣະບາງ ໃນວັນທີ 16 ແລະ 17 ມົກກະຣາ ນີ້ ໃຫ້ທົບທວນ ຂໍ້ຕົກລົງ ເຣື້ອງ ການສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ທີ່ບໍ່ໄດ້ ຮັບປະຕິບັດ ນັ້ນຄືນໃໝ່ ຮວມເຖິງເຣື້ອງ ເຂື່ອນ ໄຊຍະບູຣີ ຊຶ່ງ ຣັຖບານລາວ ໄດ້ເລີ່ມກໍ່ສ້າງ ທັງໆ ທີ່ຍັງມີ ຂໍ້ຂັດແຍ້ງ ກັນຢູ່. ສເນີໂດຍ : ມະນີຈັນ
2013-01-15
ການຫາຍສາປສູນ ຂອງ ທ່ານສົມບັດ ສົມພອນ ທີ່ເປັນຂ່າວ ໂດ່ງດັ່ງ ມາຫລາຍ ອາທິດແລ້ວ ອາດມີຜູ້ຄຶດວ່າ ຈະຄ່ອຍມິດໄປ ເຊັ່ນດຽວກັບ ເຫດການ ອື່ນໆ ທີ່ ທາງການລາວ ບໍ່ຢາກໃຫ້ ໃຜຮູ້ ຫລື ເວົາເຖິງນັ້ນ ກັບກາຍເປັນວ່າ ຍິ່ງນັບມື ຂຍາຍວົງກ້ວາງ ອອກໄປ. ດັ່ງ ວຽງໄຊ ມີຣາຍງານ ມາສເນີທ່ານ.