ສປປລາວປິດສະພາສໄມ ສາມັນ
2015.07.22
ກອງປະຊຸມ ສະໄໝ ສາມັນ ເທື່ອທີ 9 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ຂອງ ສປປລາວ, ທີ່ ດຳເນີນ ມາເປັນ ເວລາ 15 ວັນ ໄດ້ປິດລົງ ໃນ ວັນທີ 21 ກໍຣະກະດາ 2015 ນີ້. ຍານາງ ປານີ ຢາທໍ່ຕູ້ ກັມການ ກົມ ການເມືອງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ປະທານ ສະພາ ແຫ່ງຊາດ ກ່າວ ປິດ ກອງປະຊຸມ ນັ້ນ ວ່າ:
"ໃນນາມ ປະທານ ກອງປະຊຸມ ຂ້າພະເຈົ້າ ຂໍ ປະກາດ ອັດ ກອງປະຊຸມ ສມັຍ ສາມັນ ເທື່ອທີ 9 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ຢ່າງ ເປັນ ທາງການ ນັບແຕ່ ເວລານີ້ ເປັນຕົ້ນໄປ ຂໍ ຂອບໃຈ".
ຄືດັ່ງ ທີ່ ຜ່ານໆມາ ກອງປະຊຸມ ເທື່ອນີ້ ກໍເວົ້າ ເຖິງ ຜົລສຳເຣັດ ໃນການ ປະຕິບັດ ໜ້າທີ່ ຍຸທສາດ ຂອງ ພັກ, ທີ່ວ່າ ສາມາດ ຍາດໄດ້ ຜົນ ສຳເຣັດ ໃນ ຫຼາຍດ້ານ, ເປັນຕົ້ນ ປະເທດຊາດ ມີ ສະເຖັຍຣະພາບ ທາງ ດ້ານ ການເມືອງ, ສັງຄົມ ມີຄວາມ ສະຫງົບ, ແລະ ເປັນຣະບຽບ ຮຽບຮ້ອຍ ໂດຍ ພື້ນຖານ, ພາຍໃນ ຊາດ ມີຄວາມ ສາມັກຄີ ປອງດອງ ເປັນ ປຶກແຜ່ນ, ມີການ ພັທນາ ເສຖກິດ ສັງຄົມ, ແກ້ໄຂ ຄວາມ ທຸກຍາກ ຂອງ ປະຊາຊົນ, ປະຕິບັດ ຄວາມ ຍຸຕິທັມ ໃນ ສັງຄົມ, ກະກຽມ ຄວາມພ້ອມ ເຂົ້າສູ່ ປະຊາຄົມ ເສຖກິດ ອາຊຽນ. ພ້ອມກັນນັ້ນ ກໍວ່າ ຈະສ້າງ ທ່ວງທ່າ ໃໝ່ ໃນການ ນຳເອົາ ປະເທດ ອອກຈາກ ສະພາບ ດ້ອຍ ພັທນາ ໃນປີ 2020.
ຍານາງ ປານີ ເວົ້າວ່າ ກອງ ປະຊຸມ ສະພາ ເທື່ອນີ້ ໄດ້ຮັບ ຜົລສໍາເຣັດ ຕາມ ຄາດໝາຍ:
"ກອງປະຊຸມ ສມັຍ ສາມັນ ເທື່ອທີ 9 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ໄດ້ ດໍາເນີນມາ ເປັນ ເວລາ 15 ວັນ, ດ້ວຍ ບັນຍາກາດ ແຫ່ງການ ເສີມຂຍາຍ ສະຕິ ປັນຍາ, ຄວາມ ຮັບຜິດຊອບ ການເມືອງ ຂອງ ບັນດາ ທ່ານ ສະມາຊິກ ສະພາ ແຫ່ງຊາດ, ເຂົ້າໃນການ ຄົ້ນຄວ້າ ພິຈາຣະນາ ແລະ ຮັບຮອງ ເອົາ ບັນຫາ ສໍາຄັນ ຂອງຊາດ, ດ້ວຍ ຄະແນນສຽງ ສ່ວນຫລາຍ ໄດ້ສໍາເຮັດ ຕາມ ຈຸດປະສົງ ຄາດໝາຍ ທີ່ ວາງໄວ້".
ກອງປະຊຸມ ເທື່ອນີ້ ໄດ້ ຄົ້ນຄວ້າ, ພິຈາຣະນາ ແລະ ຮັບຮອງ ເອົາ 6 ບັນຫາ ຄື:
ບັນຫາທີ 1- ເຖິງ ບໍ່ໄດ້ ຮັບຮອງ ເອົາ ແຜນ ພັທນາ ເສຖກິດ-ສັງຄົມ ແຫ່ງຊາດ 5 ປີ, ແຕ່ກໍໄດ້ ພິຈາຣະນາ, ຮັບຮອງ ເອົາບົດ ຣາຍງານ ຂອງ ຣັຖບາລ, ການ ຈັດຕັ້ງ ປະຕິບັດ ນະໂຍບາຍ ການເງິນ ປະຈໍາ ສົກປີ 2014-15 ແລະ ທິດທາງ ວຽກງານ ສົກປີ 2015-16;
ບັນຫາທີ 2- ເຖິງ ທີ 6 ແມ່ນ ໄດ້ ພິຈາຣະນາ, ຮັບຮອງ ເອົາ ການສເນີ ແຕ່ງຕັ້ງ ສະມາຊິກ ຣັຖບາລ; ບົດ ຣາຍງານ ກ່ຽວກັບ ການ ເຄື່ອນໄຫວ ວຽກງານ ປະຈຳ ສົກ ປີ 2014-15 ແລະ ທິດທາງ ວຽກງານ ສົກປີ 2015-16 ຂອງ ອົງການ ກວດສອບ ແຫ່ງຣັຖ ແລະ ຜົລການ ກວດສອບ ຕາມ ມະຕິ ຂອງ ສະພາ ແຫ່ງຊາດ; ຂອງ ອົງການ ອັຍການ ປະຊາຊົນ ສູງສຸດ, ສານ ປະຊາຊົນ ສູງສຸດ; ຂອງ ສະພາ ແຫ່ງຊາດ ແລະ ຮັບຮອງ ເອົາ ຮ່າງ ກົດໝາຍ 3 ສະບັບ, ໃນນັ້ນ ກົດໝາຍ ສ້າງໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍ ການຕ້ານ ອາຊຍາກັມ ທາງ ຣະບົບ ຄອມພິວເຕີ, ກົດໝາຍ ວ່າດ້ວຍ ການ ແຂ່ງຂັນ ທາງ ທຸຣະກິດ ແລະ ກົດໝາຍ ສະບັບ ປັບປຸງ, ຄື ກົດໝາຍ ວ່າດ້ວຍ ການ ສຶກສາ.
ພ້ອມກັນ ນັ້ນ ກອງ ປະຊຸມ ຍັງໄດ້ ຮັບຟັງ ການ ປະກອບ ຄຳເຫັນ ຂອງ ຜູ້ຕາງໜ້າ ອົງການ ແນວລາວ ສ້າງຊາດ ແລະ ອົງການ ຈັດຕັ້ງ ມະຫາຊົນ ຂັ້ນ ສູນກາງ ຕໍ່ ການ ເຄື່ອນໄຫວ ຂອງ ສະພາ ແຫ່ງຊາດ. ທີ່ວ່ານັ້ນ ແມ່ນ ເພື່ອ ປະກອບສ່ວນ ເຂົ້າໃນ ການ ບັນລຸ ບັນດາ ຄາດໝາຍ ທີ່ ກຳນົດໄວ້ ຢູ່ໃນ ມະຕິ ກອງປະຊຸມ ໃຫຍ່ ຄັ້ງທີ 9 ຂອງ ພັກ ປະຊາຊົນ ປະຕິວັດ ລາວ ຜູ້ ຜູກຂາດ ອໍານາດ ຢູ່ ສປປ ລາວ.
ຢ່າງໃດ ກໍຕາມ ຜ່ານ ກອງປະຊຸມ ສະພາ ແຫ່ງຊາດ ເທືຶ່ອນີ້ ຫລາຍຄົນ ສາມາດ ເຫັນໄດ້ ຫລາຍ ບັນຫາ ທີ່ ສໍາຄັນໆ, ຊຶ່ງ ທາງການ ລາວ ຈະ ຕ້ອງໄດ້ ແກ້ໄຂ ເປັນຕົ້ນ ກໍແມ່ນ ການ ພັທນາ ເສຖກິດ ຢູ່ ສປປ ລາວ ທີ່ ຍັງອາສັຍ ແຕ່ ການ ຂຸດຄົ້ນ ແລະ ສົ່ງອອກ ຊັພຍາກອນ ທັມຊາດ ເປັນ ສ່ວນໃຫຍ່ ຢູ່ນີ້. ເວົ້າ ສະເພາະ ການ ຈັດຕັ້ງ ປະຕິບັດ ແຜນ ພັທນາ ເສຖກິດ ສັງຄົມ ໃນ 6 ເດືອນ ຕົ້ນ ສົກປີ 2014-15 ນີ້, ສປປ ລາວ ເກັບ ຣາຍຮັບ ບໍ່ໄດ້ ຕາມ ແຜນການ ຄື ປະຕິບັດ ໄດ້ 46,57% ຂອງ ແຜນການ ປີ ແລະ ຄາດວ່າ ໜົດປີ ຈະ ບັນລຸໄ ດ້ 95,01%, ເຖິງແຜນ ງົບປະມານ ສົກປີ 2015-16 ວ່າຈະ ສູ້ຊົນ ເກັບ ຣາຍຮັບ ໃຫ້ ໄດ້ 29,213 ຕື້ ກີບ ແລະ ຮັບປະກັນ ຣາຍຈ່າຍ ບໍ່ໃຫ້ ເກີນ 35,000 ຕື້ ກີບ ແລະ ການ ຂາດດຸນ ງົບປະມານ 5% ຂອງ ຮວມຍອດ ມູນຄ່າຜລິດ ພາຍໃນ ຫລື GDP ກໍຕາມ.
ເຖິງຈະບໍ່ ສາມາດ ບັນລຸ ຄາດໝາຍ ການ ຂຍາຍຕົວ ທາງດ້ານ ເສຖກິດ ໃນ ຣະດັບ 7.5% ແຕ່ ກໍປະກາດ ວ່າ ຣາຍໄດ້ ສະເລັ່ຽ ຕໍ່ ຫົວຄົນ ໄດ້ 1,856 ໂດລາ ສະຫະຣັຖ ຄື ລື່ນ ແຜນການ ທີ່ ວາງໄວ້ 1,700 ໂດລາ ຂນະທີ່ ກະຊວງ ການເງິນ ສປປລາວ ໃຫ້ ການ ຢຶນຢັນ ເມື່ອ ຫລັງໆມານີ້ ຕໍ່ ກອງປະຊຸມ ຖແລງຂ່າວ ເພື່ອ ຕອບ ຄຳຖາມ ຜ່ານ ໂທຣະສັບ ສາຍດ່ວນ ຂອງ ສະພາ ແຫ່ງຊາດ ວ່າ, ຮ່າງແຜນ ງົບປະມານ 5 ປີ ຂ້າງຫນ້າ ທີ່ ກະຊວງ ການເງິນ ໄດ້ສເນີ ຕໍ່ ກອງປະຊຸມ ກ່ອນຫນ້າ ນັ້ນ ບໍ່ມີການ ຂຶ້ນ ເງິນເດືອນ ໃຫ້ ພະນັກງານ ຣັຖ ຫມົດທັງ 5 ປີ ແຕ່ ອາດຈະຂຶ້ນ ໃຫ້ ໃນປີໃດ ປີນຶ່ງ ຄື ໃນສົກ ງົປມານ ປີ 2017-18 ຂນະທີ່ ວ່າ ເງິນເດືອນ ພະນັກງານ ແລະ ຣັຖກອນ ມາເຖິງ ປັດຈຸບັນ ກໍຍັງ ບໍ່ເບີກ ຈ່າຍ ໃຫ້ໄດ້ ຕາມ ກໍານົດ ເວລາ.
ແຕ່ ເຖິງຢ່າງໃດ ທາງການ ລາວ ກໍວ່າ ຮັບປະກັນ ການ ເບີກຈ່າຍ ເງິນເດືອນ, ເງິນ ອຸດໜູນ ເງິນ ນະໂຍບາຍ ໃຫ້ ຣັຖກອນ ໃນ ຂອບເຂດ ທົ່ວ ປະເທດ, ຮັບປະກັນ ເບີກຈ່າຍ ເງິນ ບໍຣິຫານ ຮັບໃຊ້ ໃຫ້ແກ່ ກົງຈັກ ຂອງ ພັກ ແລະ ຣັດ.
ເວົ້າເຖິງ ເຣຶ່ອງ ການຜລິດ ຍານາງ ສຸວັນເພັງ ບຸບຜານຸວົງ ປະທານ ກັມມາ ທິການ ເສຖກິດ, ແຜນການ ແລະ ການເງິນ ຕາງໜ້າ ຄນະ ປະຈໍາ ສະພາ ແຫ່ງຊາດ ກ່າວວ່າ, ຜ່ານການ ຕິດຕາມ ເຣຶ່ອງ ການ ຊຸກຍູ້ ການຜລິດ ເປັນສິນຄ້າ ຂອງ ປະຊາຊົນ ເຫັນວ່າ ຍັງບໍ່ທັນ ເປັນ ຂະບວນ ກວ້າງຂວາງ, ການ ຊ່ວຍເຫລືອ ຂອງຣັຖ ທາງດ້ານ ວິຊາການ, ທຶນ ການຜລິດ ແລະ ການຕລາດ ຍັງບໍ່ທັນ ໄດ້ດີ, ຊຶ່ງ ສ່ວນໃຫຍ່ ແມ່ນ ເກີດຂຶ້ນ ເອງ. ດັ່ງນັ້ນ ຈຶ່ງ ບໍ່ ຮັບປະກັນ ຄວາມ ຍືນຍົງ ແລະ ໝັ້ນທ່ຽງ; ການ ຈັດສັນ ພູມລໍາເນົາ ແລະ ອາຊີບ ຖາວອນ ໃຫ້ ປະຊາຊົນ ຍັງ ບໍ່ສາມາດ ເປັນ ພື້ນຖານ ໃນການ ແກ້ໄຂ ຄວາມ ທຸກຍາກ ໃຫ້ ປະຊາຊົນ ແທ້, ການກະກຽມ ເງື່ອນໄຂ ແລະ ປັດຈັຍ ຕ່າງໆ ເພື່ອ ຮອງຮັບ ປະຊາຊົນ ທີ່ ໂຍກຍ້າຍ ນັ້ນ ບໍ່ທັນດີ ເທົ່າທີ່ ຄວນ ເປັນຕົ້ນ ແມ່ນ ທີ່ຢູ່ ອາສັຍ, ບ່ອນທໍາການ ຜລິດ ແລະ ອາຊີບ ເຮັດໃຫ້ ປະຊາຊົນ ຈໍານວນ ບໍ່ໜ້ອຍ ຂັດຂ້ອງ. ໃນນັ້ນ ຈໍານວນນຶ່ງ ກັບ ຄືນບ້ານ ເດີມ; ໜີ້ສິນ ໂຄງການ ລົງທຶນ ຂອງຣັຖ ເປັນ ໜີ້ສິນ ຄຸມເຄືອ ຊຶ່ງ ຍານາງ ສຸວັນເພັງ ເວົ້າວ່າ ເປັນ ບັນຫາ ທີ່ ທ້າທາຍ ໃນ ຣະດັບສູງ ຕໍ່ ສະເຖັຽຣະພາບ ການເງິນ ມະຫາພາກ ຂອງ ຣັຖ, ຫລາຍ ຫົວໜ່ວຍ ທຸຣະກິດ ເຄື່ອນໄຫວ ບໍ່ຖືກຕ້ອງ ຕາມ ກົດໝາຍ, ການ ເຊື່ອມໂຍງ ເສຖກິດ ກັບ ອາຊຽນ ກໍຄວນ ເອົາໃຈໃສ່ ໃນການ ສ້າງແຜນ ປັບປຸງ ນິຕິກັມ ແລະ ກົນໄກ ຄຸ້ມຄອງ ດ່ານ ສາກົນ, ຄຸ້ມຄອງ ການເຂົ້າ-ອອກ ຂອງ ຜູ້ຄົນ ແລະ ສິນຄ້າ ໃຫ້ ມີ ປະສິດທິຜົລ, ສ້າງໃຫ້ ສໍາເຣັດ ມາຕຖານ ສີມື ແຮງງານ, ຫລັກສູດ ການຝຶກ ອົບຮົມ ສີມື ແຮງງານ. ເວົ້າເຖິງ ເປົ້າໝາຍ ສະຫັດສະວັດ ທີ 1 ແລະ ທີ 2 ກໍຄວນ ເພີ່ມການ ລົງທຶນ ຂອງັຖ ເຂົ້າໃນ ວຽກງານ ການ ສຶກສາ ກ່ອນ ໄວຮຽນ ໂດຍສະເພາະ ແມ່ນສ້າງ ແລະ ຂຍາຍ ໂຮງຮຽນ ອະນຸບານ, ສນອງ ອາຫານ ເສີມ ໃຫ້ໄດ້ ທົ່ວ ປະເທສ ເພື່ອ ເຮັດໃຫ້ ການ ສຶກສາ ເພື່ອ ທຸກຄົນ.
ທັງໝົດ ທີ່ວ່າ ນັ້ນ ແມ່ນ ພາກສ່ວນ ນຶ່ງ ຂອງ ຄວາມ ພຍາຍາມ ຂອງ ທາງການ ລາວ, ເພື່ອ ເຮັດໃຫ້ ບັນລຸ ໄດ້ ຄາດໝາຍ ແລະ ທິດທາງ ທີ່ ຖືກ ກໍານົດໄວ້ ຢູ່ໃນ ມະຕິ ກອງປະຊຸມ ໃຫຍ່ ຄັງທີ 9 ຂອງ ພັກ ປະຊາຊົນ ປະຕິວັດ ລາວ ເມື່ອ 5 ປີ ກ່ອນ.