ວຽດນາມເອົາປຽບລາວມາ ຕລອດ

ຈໍາປາທອງ
2015.07.24
F-Lao-Viet ລາວແລະວຽດນາມ ມີຄວາມສາມັກຄີພິເສດ ນຳກັນ
VN-news

ລາວ ແລະ ວຽດນາມ ມີຄວາມ ສາມັກຄີ ພິເສດ ນຳກັນ ຊຶ່ງ ແຕ່ໃດມາ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ທີ່ ກຳ ອຳນາດ ແລະ ຜູກຂາດ ອຳນາດ ແບບ ຜະເດັດການ ແມ່ນ ຍຶດໝັ້ນ ຢ່າງ ສເມີຕົ້ນ ສເມີປາຍ ສາຍພົວພັນ ມິຕພາບ ອັນ ຍິ່ງໃຫຍ່, ຄວາມ ສາມັກຄີ ພິເສດ ແລະ ການຮ່ວມມື ຮອບດ້ານ ກັບ ວຽດນາມ ຕາມທີ່ ກຳນົດ ໄວ້ຢູ່ໃນ ມະຕິ ກອງປະຊຸມ ໃຫຽ່ ຄັ້ງທີ 9 ຂອງ ພັກ. ພ້ອມກັນ ນັ້ນ ທ່ານ ຈູມມະລີ ໄຊຍະສອນ ຜູ້ເປັນ ຫົວໜ້າ ພັກ ກໍຍັງ ຢືນຢັນ ຕື່ມ ອີກວ່າ:

"ອັນພົ້ນເດັ່ນ ແມ່ນໄດ້ ສຳເຣັດ ໂຄງການ ຮຽບຮຽງ ປະຫວັດສາດ ການຮ່ວມ ສຳພັນ ສູ້ຮົບ ແລະ ຄວາມ ສາມັກຄີ ພິເສດ ໃນຫລາຍ ສິບ ປີ ທີ່ ຜ່ານມາ ເພື່ອເປັນ ເອກກະສານ ສຳລັບ ການ ຮຽນຮູ້ ແລະ ສຶກສາ ອົບຮົມ ປະຊາຊົນ ສອງຊາດ ໂດຍສະເພາະ ຄົນຮຸ່ນ ໜຸ່ມ ໃຫ້ ປົກປັກ ສັກສາ ແລະ ເສີມຂຍາຍ ມູນເຊື້ອ ອັນດີງາມ ນັ້ນ ຕໍ່ໆໄປ".

ແຕ່ ຫຼາຍໆຄົນ ເຫັນວ່າ ຫລັກໝັ້ນ ຂອງພັກ ຄື ທີ່ວ່ານັ້ນ ຖືກຜູ້ນຳ ວຽດນາມ ມັກສວຍໃຊ້ ເປັນ ເຄື່ອງມື ເພື່ອ ຄວາມ ໄດ້ປຽບ ຂອງຕົນ ທັງ ທາງດ້ານ ການເມືອງ ,ການ ທະຫານ ແລະ ເສຖກິດ-ສັງຄົມ. ເຊັ່ນ ຕົວຢ່າງ ເຣຶ່ອງການ ສ້າງ ເຂື່ອນ ໄຟຟ້າ ໃສ່ ແມ່ນ້ຳຂອງ ແລະ ນະໂບາຍ ການ ຕ່າງ ປະເທສ ທີ່ ກ່ຽວຂ້ອງ ກັບ ເຣຶ່ອງ ການຂັດ ແຍ່ງ ທາງດ້ານ ເຂດນ້ຳ ດິນແດນ ຢູ່ ທະເລ ຈີນ ໃຕ້ ຊຶ່ງ ວຽດນາມ ກັບ ຈີນ ຂັດແຍ່ງ ກັນ ແຮງຢູ່ ໃນ ປັດຈຸບັນ ນີ້.

ສິ່ງ ທີ່ວ່າ ນັ້ນ ສະອອກ ໃຫ້ເຫັນ ອີກ ຕື່ມ ໃນ ຄັ້ງ ຫລ້າສຸດນີ້ ຄື ເມື່ອ ບໍ່ດົນ ມານີ້ ໃນ ຣະຫວ່າງ ການ ຢ້ຽມຢາມ ວຽດນາມ ຂອງ ທ່ານ ທອງສິງ ທຳມະວົງ ກົມ ການ ເມືອງ ສູນກາງ ພັກ, ນາຍົກ ຣັຖມົນຕຣີ ຊຶ່ງ ເປັນ ບຸກຄົນ ທີ 3 ທີ່ ມີອຳນາດ ສູງສຸດ ຢູ່ ສປປ ລາວ ປັດຈຸບັນ, ທ່ານ ຫງວຽນ ຕັນ ຢຸງ ນາຍົກ ຣັຖມົນຕຣີ ວຽດນາມ ໄດ້ ເຕືອນ ໃນ ມື້ວັນສຸກ ທີ 17 ກໍຣະກະດາ 2015 ວ່າ:

“ຖ້າການ ກໍ່ສ້າງ ເຂື່ອນ ໄຟຟ້າ ໃນ ແມ່ນ້ຳຂອງ ຊຶ່ງ ເປັນ ແມ່ນ້ຳ ສາຍຫລັກ ມີ ຜົລກະທົບ ຢ່າງ ໃຫຽ່ຫຼວງ ໃສ່ ສິ່ງ ແວດລ້ອມ ແລະ ຊີວິດ ຂອງ ຜູ້ຄົນ ກໍ ບໍ່ຄວນ ເຮັດ”.

ເຖິງ ນາຍົກ ຣັຖມົນຕຣີ ວຽດນາມ ຈະ ເວົ້າວ່າ ວຽດນາມ ສນັບສນູນ ລາວ ໃນການ ພັທນາ ເຂື່ອນ ໄຟຟ້າ ໃສ່ ແມ່ນ້ຳຂອງ ເພື່ອ ພັທນາ ເສຖກິດ-ສັງຄົມ ແຕ່ ທ່ານ ກໍ ເວົ້າວ່າ ພັກ ຄອມມິວນິສ ວຽດນາມ, ຣັຖ ແລະ ປະຊາຊົນ ວຽດນາມ ຫວັງວ່າ ຝ່າຍລາວ ຈະເຂົ້າໃຈ ນໍາຄວາມ ເປັນຫ່ວງ ຂອງ ວຽດນາມ, ຕໍ່ ຄວາມກັງວົນ ຂອງ ປະຊາຊົນ ວຽດນາມ ຫຼາຍກວ່າ 20 ລ້ານ ຄົນ ຢູ່ເຂດ ສາມລ່ຽມ ປາກ ແມ່ນ້ຳຂອງ ທີ່ ອາສັຍ ຊັພຍາກອນ ນ້ຳ ຕ່າງໆ ຈາກ ແມ່ນ້ຳຂອງ, ເພື່ອ ການດຳຣົງ ຊີວິດ ຂອງພວກ ເຂົາເຈົ້າ ຂນະທີ່ ນາຍົກ ຣັຖມົນຕຣີ ລາວ ເວົ້າວ່າ ທັງສອງ ຝ່າຍ ຈຳເປັນ ຕ້ອງໄດ້ ສືບຕໍ່ ປຶກສາ ຫາລືກັນ ກ່ຽວກັບ ບັນຫາ ນີ້ ແລະ ລໍຖ້າເບິ່ງ ຜົນ ຂອງການ ຄົ້ນຄວ້າ ວິໄຈ ຮ່ວມກັນ ກ່ຽວກັບ ຜົລກະທົບ ທີ່ ເກີດຈາກ ໂຄງການ ສ້າງ ເຂື່ອນ ໄຟຟ້າ ຫລາຍ ໂຄງການ ໃນ ແມ່ນ້ຳຂອງ ຊຶ່ງ ຄາດວ່າ ຈະຖືກ ເປີດເຜີຍ ໃນ ເດືອນ ທັນວາ ທີ່ ຈະມາເຖິງ ນີ້.

ເວົ້າເຖິງ ຄໍາເຫັນ ຂອງ ທ່ານ ຫງວຽນ ຕັນ ຢຸງ ກ່ຽວກັບ ການ ສ້າງເຂື່ອນ ໄຟ ຟ້າ ຂອງ ລາວ ໃນ ແມ່ນໍ້າຂອງ ທີ່ວ່ານັ້ນດ ຊາວລາວ ທີ່ຕິດຕາມ ໂຄງການ ສ້າງ ເຂື່ອນ ໄຟຟ້າ ຕ່າງໆ ໃນລາວ ຜູ້ ຂໍສງວນຊື່ ທ່ານນຶ່ງ ຢູ່ ປະເທສ ລາວ ໃຫ້ ຄໍາເຫັນ ໃນ ວັນທີ 20 ກໍຣະກາດາ 2015 ວ່າ:

"ເພິ່ນວ່າ ຂ້າພະເຈົ້າ ກະເຫັນດີ ກັບການ ສ້າງ ເຂື່ອນ ຢູ່ ແມ່ນໍ້າຂອງ ຖ້າຫາກວ່າ ສ້າງ ໄປແລ້ວ ບໍ່ມີ ຜົລກະທົບ ຮ້າຍແຮງ, ແຕ່ວ່າຖ້າ ມີ ຜົລກະທົບ ຮ້າຍແຮງ ກໍ ບໍ່ເຫັນດີ ໃຫ້ເຮັດ ຕໍ່ ຫັ້ນນະ, ຄວາມໝາຍ ຂອງລາວ ກະສິ ແມ່ນວ່າ ຄັນ ຖ້າວ່າມີ ຜົລກະທົບ ຮ້າຍແຮງ ລະ ບໍ່ຄວນ ຈະເຮັດ ຫັ້ນນະ".

ຂນະດຽວກັນ ທ່ານ ກໍເວົ້າວ່າ ຍັງບໍ່ຮູ້ ເງື່ອນໄຂ ທີ່ ທາງ ວຽດນາມ ເພິ່ນ ຕັ້ງເອົາໄວ້ ວ່າ ມັນຊໍ່າໃດ, ເອົາ ອັນໃດ ມາວັດແທກ, ເອົາ ຈໍານວນ ຄອບຄົວ ທີ່ ຈະໄດ້ຮັບ ຜົລກະທົບ, ເອົາ ຄອບຄົວ ທີ່ຈະຖືກ ໃຫ້ ໂຍກຍ້າຍ ຫລືວ່າ ເອົາພື້ນທີ່ ນໍ້າ ຈະຖ້ວມ ນັ້ນ ເທົ່າໃດ, ອັນນີ້ ຍັງບໍ່ຮູ້.

ເມື່ອ ເວົ້າເຖິງ ນະໂຍບາຍ ການຕ່າງ ປະເທສ ຂອງ ສປປ ລາວ ຍາມໃດ ຜູ້ນຳລາວ ກໍເວົ້າວ່າ ປະຕິບັດ ແນວທາງ ການ ຕ່າງປະເທສ ສັນຕິພາບ,ເອກກະຣາດ, ມິຕພາບ ແລະ ການ ຮ່ວມມື ຕາມທິດນຳ ເສີມຂຍາຍ ການພົວພັນ ແບບ ຫຼາຍທິດ, ຫຼາຍຝ່າຍ, ຫຼາຍຣະດັບ, ປະກອບສ່ວນ ຢ່າງ ເໝາະສົມ ເຂົ້າໃນ ພາຣະກິດ ຮ່ວມກັນ ກັບ ບັນດາ ປະຊາຊາດ ເພື່ອ ສັນຕິພາບ, ການຮ່ວມມື ເພື່ອ ການພັທນາ. ແຕ່ ໃນຣະຫວ່າງ ພົບປະ ກັບ ນາຍົກ ຫງວຽນ ຕັນ ຢຸງ ເມື່ອ ວັນທີ 17 ກໍຣະກະດາ ນີ້ ທ່ານ ທອງສິງ ເປັນ ເອກກະພາບ ກັບ ທ່ານ ຫງວຽນ ຕັນ ຢຸງ ກ່ຽວກັບ ບັນຫາ ຂົງເຂດ ແລະ ບັນຫາ ສາກົນ ວ່າ ທັງສອງ ຝ່າຍ ມີຄວາມ ເຫັນພ້ອມ ນໍາກັນ ວ່າ  ການ ຮັກສາ ສັນຕິພາບ, ຄວາມ ໝັ້ນຄົງ, ຄວາມ ປອດພັຍ ແລະ ເສຣີພາບ ໃນການ ເດີນເຮືອ ແລະ ການບບິນ ຢູ່ທະເລ ຕາເວັນອອກ ອັນ ໝາຍເຖິງ ທະເລຈີນ ໃຕ້ ນັ້ນ ເປັນ ຜົລປໂຍດ ຮ່ວມກັນ ແລະ ເປັນຄວາມ ຮັບຜິດຊອບ ຂອງ ທຸກ ປະເທສ ໃນ ພາກພື້ນ ແລະ ໃນໂລກ ຂນະທີ່ ອັນ ພົ້ນເດັ່ນ ໃນ ປັດຈຸບັນ ກໍເປັນ ບັນຫາ ຂັດແຍ່ງ ທາງ ດ້ານ ເຂດນໍ້າ ດິນແດນ ຢູ່ ທະເລຈີນ ໃຕ້ ຊຶ່ງ ເປັນ ຂົງເຂດ ທີ່ກວມເອົາ ທັງຈີນ ທີ່ ກ່າວອ້າງ ເອົາພື້ນທີ່ ທະເລຈີນ ໃຕ້ ເກືອບວ່າ ທັງໝົດ ໃນຂນະທີ່ ຫຼາຍ ປະເທສ ຮວມທັງ ວຽດນາມ ແລະ ຟີລິບປິນ ກໍອ້າງເປັນ ກັມສິດ ສ່ວນໃດ ສ່ວນນຶ່ງ ຊຶ່ງ ຫຼາຍຄົນ ເຫັນວ່າ ຖືກຕ້ອງ ຕາມ ກົດໝາຍ ສາກົນ.

ພ້ອມກັນນັ້ນ ທັງສອງ ຝ່າຍ ຍັງໄດ້ ຕົກລົງ ທີ່ຈະ ເສີມຂຍາຍ ຄວາມ ສາມັກຄີ ແລະ ການຮ່ວມມື ໃນ ກອງປະຊຸມ ຕ່າງໆ ຂອງ ອາຊຽນ, ຂອງ ຂົງເຂດ ແລະ ສາກົນ ເພື່ອ ຊຸກຍູ້ ໃຫ້ມີການ ແກ້ໄຂ ຂໍ້ຂັດແຍ່ງ ຕ່າງໆ ຢູ່ ທະເລ ຕາເວັນອອກ ໂດຍ ສັນຕິ ວິທີ, ສອດຄ່ອງ ກັບ ກົດໝາຍ ສາກົນ ແລະ ຂໍ້ຕົກລົງ ຂອງ ຂົງເຂດ.

ວິທີ ແກ້ໄຂ ຂໍ້ຂັດແຍ່ງ ຢູ່ ທະເລຈີນ ໃຕ້ ຊຶ່ງ ນາຍົກ ຣັຖມົນຕຣີ ຂອງ 2 ປະເທສ ລາວ ແລະ ວຽດນາມ ເຫັນພ້ອມ ນໍາກັນນັ້ນ ແມ່ນ ຂັດກັບ ວິທີ ການແກ້ໄຂ ຂອງ ທາງການຈີນ ທີ່ ຕ້ອງການ ແກ້ໄຂ ໂດຍກົງ ສອງຝ່າຍ ຣະຫວ່າງ ຈີນ ແລະ ແຕ່ລະ ປະເທສ ທີ່ ກ່ຽວຂ້ອງ ອັນ ໝາຍຄວາມ ວ່າ ຈີນ ຈະບໍ່ ເຈຣະຈາ ແກ້ໄຂ ຂໍ້ ຂັດແຍ່ງ ທີ່ວ່ານັ້ນ ແບບ ຫລາຍຝ່າຍ ແລະ ຈະບໍ່ແກ້ໄຂ ບັນຫາ ນັ້ນ ໂດຍສານ ສາກົນ ທີ່ ປະເທສ ເນເທິແລັນ ຊຶ່ງ ຈີນ ໄດ້ ປະຕິເສດ ທີ່ ຈະແກ້ໄຂ ມາແລ້ວ ກັບ ປະເທດ ຟີລິບປິນ.

ດັ່ງນັ້ນ ຈຶ່ງ ມີການ ວິພາກ ວິຈານ ກັນວ່າ ການທີ່ ທາງການ ລາວ ຍອມຮັບເອົາ ວິທີ ການແກ້ໄຂ ຂໍ້ ຂັດແຍ່ງ ທາງດ້ານ ເຂດນໍ້າ ດິນແດນ ຢູ່ ທະເລຈີນ ໃຕ້ ຕາມ ຄໍາສເນີ ຂອງ ທາງການ ວຽດນາມ ນັ້ນ ສະແດງ ໃຫ້ເຫັນເຖິງ ອິດທິພົນ ຂອງ ວຽດນາມ ເໜືອກວ່າ ອິດທິພົນ ຂອງ ຈີນ ຢູ່ ສປປ ລາວ ເຮັດໃຫ້ ວຽດນາມ ສາມາດ ດຶງເອົາລາວ ໄປນຳຝ່າຍ ຕົນ, ທັ້ງໆທີ່ ສປປ ລາວ ກໍຮູ້ຢູ່ ແກ່ໃຈ ແລ້ວວ່າ ວິທິ ການແກ້ໄຂ ຂໍ້ ຂັດແຍ່ງ ຢູ່ ທະເລຈີນ ໃຕ້ ທີ່ ວຽດນາມ ໃຫ້ຕົນ ເຫັນດີນໍາ ນັ້ນ ຈີນ ບໍ່ເຫັນພ້ອມ ນໍາ.

ໃນການ ພົວພັນ ຮ່ວມມື ຮອບດ້ານ ຣະຫວ່າງ ສປປ ລາວ ແລະ ວຽດນາມ ບົນພື້ນຖານ ຂອງ ຄວາມ ສາມັກຄີ ພິເສດ ຕລອດ ຣະຍະ 4 ທົສວັດ ມານີ້ ຫຼາຍໆຄົນ ເຫັນວ່າ ວຽດນາມ ໃຊ້ ອິດທິພົນ ຂອງຕົນ ສວຍ ໂອກາດ ເອົາລາວ ເປັນ ເຄື່ອງມື ຮັບໃຊ້ ເພື່ອ ຜົລປໂຍດ ຂອງຕົນ, ອັນທີ່ເຫັນໄດ້ ແຈ້ງ ກໍແມ່ນ ການຂຸດຄົ້ນ ຂົນ ເອົາ ຊັພຍາກອນ ທັມຊາດ ອັນລໍ້າຄ່າ ຂອງລາວ ໄປ ເປັນຕົ້ນ ກໍແມ່ນ ໄມ້, ແຮ່ທາດ ເປັນ ຈໍານວນ ຫຼວງຫຼາຍ ໄປ ວຽດນາມ, ໃຫ້ ສປປ ລາວ ປະຕິບັດ ຕາມຕົນ ທັງຣະບົບ ການຈັດຕັ້ງ, ຄຸ້ມຄອງ ບໍຣິຫານ ທັງສາຍ ພັກແລະຣັຖ ແລະ ອົງການ ຈັດຕັ້ງ ມະຫາຊົນ, ໃຫ້ທິດ ຊີ້ນໍາ ແນວທາງ ນະໂຍບາຍ ແກ່ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ.

ເວົ້າເຣຶ່ອງ ນະໂຍບາຍ ການ ຕ່າງປະເທສ ກໍໃຫ້ ສປປ ລາວ ປະຕິບັດ ຕາມ ທິດຊີ້ນໍາ ຂອງ ວຽດມາມ ຊຶ່ງ ຫລາຍຄົນ ເວົ້າວ່າ ຫລັງໆມານີ້ ຄືກ່ອນໜ້າ ກອງປະຊຸມ ໃຫຍ່ ຄັ້ງທີ 10 ຂອງ ພັກ ປະຊາຊົນ ປະຕິວັດ ລາວ ທີ່ ຈະເປີດຂຶ້ນ ໃນ ຕົ້ນປີໜ້າ ນີ້ ວຽດນາມ ຍິ່ງເລັ່ງໃຫ້ ມີການ ພົບປະກັບ ຜູ້ນໍາລາວ ຂນະທີ່ ຜູ້ນໍາ ພັກແລະຣັຖ ສປປລາວ ມີຜົລປໂຍດ ສໍາຄັນ ທີ່ສຸດ 2 ຢ່າງ ຄື ຂໍໃຫ້ ກໍາລັງ ປະກອບ ອາວຸດ ຮວມທັງ ນັກສືບ ສອດແນມ ວຽດນາມ ຮັກສາ ອໍານາດ ຂອງ ພວກຕົນໄວ້ ແລະ ມີຣາຍໄດ້ ຈາກ ການ ສວຍໂອກາດ ສໍ້ຣາສ ບັງຫລວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.