ສປປລາວ, ວຽດນາມ ເພີ່ມ​ທະ​ວີ ການ​ຮ່ວມ​ມື

ຈໍາປາທອງ
2019.03.05
F-Lao-viet ສປປລາວ ແລະ ວຽດນາມ ເພີ່ມການຮ່ວມມືກັນ ຫຼາຍຂຶ້ນ ທາງດ້ານການເງິນ, ທາງຣົດໄຟ, ເຂື່ອນໄຟຟ້າ, ບໍ່ແຮ່
Public Domain

ໃນໂອກາດການມາຢ້ຽມຢາມ ສປປລາວ ສອງມື້ຂອງທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄນະບໍຣິຫານງານສູນກາງພັກຄອມມິວນິສ ວຽດນາມ, ປະທານປະເທດວຽດນາມ ໃນມື້ວັນທີ 24 ແລະ 25 ກຸມພາຜ່ານມາ ຄນະຜູ້ແທນຂັ້ນສູງຂອງ 2 ປະເທສ ສປປລາວ ແລະ ວຽດນາມ ໄດ້ລົງນາມໃນເອກສານກ່ຽວກັບການຮ່ວມມືກັນ 9 ສະບັບ, ດັ່ງ ຍານາງ ສູນທອນ ໄຊຍະຈັກ ກັມການສູນກາງພັກປະຊາຊົນ ປະຕິວັດລາວ ຫົວໜ້າຄນະພົວພັນຕ່າງປະເທສສູນກາງພັກ ໄດ້ຖແລງເຖິງຜົລສໍາເຣັດ ຂອງການຢ້ຽມຢາມ ນັ້ນຕອນນຶ່ງວ່າ:

"ທັງສອງຝ່າຍໄດ້ມີການເຊັນສັນຍາ ບົດບັນທຶກ ຫລືວ່າເອກກະສານຮ່ວມມື, ໃນຣະຍະຢ້ຽມຢາມເຖິງ 9 ສະບັບ ຊຶ່ງໃນນັ້ນກໍມີການເຊັນ ບົດບັນທຶກກ່ຽວກັບການຮ່ວມມືຣະຫວ່າງ ສອງກະຊວງການເງິນລາວ-ວຽດນາມ ແລະສັນຍາການຮ່ວມມື ຣະຫວ່າງ ກະຊວງພລັງງານ-ບໍ່ແຮ່ ຂອງລາວ ແລະ ກະຊວງອຸດສາຫະກັມ ແລະການຄ້າວຽດນາມ ເຊັນສັນຍາຣະຫວ່າງ ກະຊວງໂຍທາທິການ ແລະຂົນສົ່ງ ຂອງພວກເຮົາ ກັບກະຊວງໂຍທາ ແລະຂົນສົ່ງຂອງວຽດນາມ ໂດຍສະເພາະກ່ຽວກັບ ຄວາມເປັນໄປໄດ້ ໃນການສ້າງເສັ້ນທາງ ແລະ ການນໍາໃຊ້ເສັ້ນທາງ ຣົດໄຟ ແຕ່ ຫວຸງອາງ ຮອດ ສປປລາວ."

ນອກຈາກນັ້ນກໍມີບົດບັນທຶກການຮ່ວມມືຣະຫວ່າງ ສອງ ກະຊວງຊັພຍາກອນທຳມະຊາດ ແລະສິ່ງແວດລ້ອມ ໃນດ້ານການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະອະນຸຮັກຊີວະນາໆພັນ, ບົດບັນທຶກມອບຮັບໂຄງການສ້າງຖານ ຂໍ້ມູນຂ່າວສານ ພູມສັນຖານຮັບໃຊ້ ສິ່ງແວດລ້ອມ ຢູ່ ສປປລາວ;  ບົດບັນທຶກການຮ່ວມມື ວ່າດ້ວຍການຈັດຕັ້ງຜັນຂຍາຍ ໂຄງການປ່ຽນຖ່າຍອຸປກອນ, ໃຫ້ແກ່ສະຖານີວິທຍຸ ກະຈາຍສຽງແຫ່ງຊາດລາວ, ບົດບັນທຶກມອບ-ຮັບໂຄງການກໍ່ສ້າງສູນບໍຣິການ ເຕັກນິກກະສິກັມ ແຂວງຫົວພັນ, ຂໍ້ຕົກລົງວ່າດ້ວຍການ ປະຕິບັດ ໂຄງການສ້ອມແປງຍົກລະດັບ ເຂດອະນຸສອນສະຖານ ໂຮ່ຈີມິນ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄຳມ່ວນ ແລະບົດ ບັນທຶກມອບ-ຮັບ ໂຄງການເພີ່ມທະວີຄວາມສາມາດ ໃນການຄົ້ນຄວ້າ ວິທຍາສາດ ໃຫ້ແກ່ສະພາວິທຍາສາດແຫ່ງຊາດລາວ.

ແມ່ນແຕ່ເພງທີ່ພັລນາເຖິງ ມິຕພາບ ລາວ-ວຽດນາມ ກໍຍັງມີເຖິງ 200 ປາຍເພງ, ຕາມຄໍາເວົ້າຂອງທ່ານ ຫງວຽນ ບ໋າ ຮຸ່ງ ທູດວຽດນາມ ປະຈໍາ ສປປ ລາວ. ມາເຖິງປັດຈຸບັນ ວຽດນາມລົງທຶນຢູ່ລາວ 429 ໂຄງການ ເປັນມູນຄ່າ 5,100 ລ້ານໂດລາ ສະຫະຣັຖ ຮອງລົງມາ ຈາກ ຈີນແລະໄທ.

ເວົ້າສະເພາະເຣຶ່ອງ ຂໍ້ຕົກລົງວ່າດ້ວຍການກໍ່ສ້າງ ເສັ້ນທາງຣົດໄຟ ລາວ-ວຽດນາມ ຣະຫວ່າງ ນະຄອນຫລວງວຽງຈັນ ແລະ ທ່າເຮືອ ຫວຸງອາງ ປັດຈຸບັນ ຣັຖບານ ສປປລາວ ກຳລັງຊອກຫາເງິນທຶນສ້າງ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການ ຄົມມະນາຄົມ ຂົນສົ່ງ ສິນຄ້າ, ຕາມຄຳເວົ້າຂອງເຈົ້າໜ້າທີ່ ກະຊວງໂຍທາທິການ ແລະຂົນສົ່ງ ສປປລາວ ຜູ້ບໍ່ປະສົງອອກຊື່ ແລະສຽງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ກຸມພາ ຜ່ານມາ. ທ່ານເວົ້າວ່າ:

“ການສຶກສາຄວາມເປັນໄປໄດ້ນັ້ນແລ້ວໆ ແຕ່ຍັງບໍ່ທັນໄດ້ເລິ້ມກໍ່ສ້າງ, ມີແຕ່ວ່າຮ່າງສັນຍາສິຮ່ວມມືກັນພັທນາໂຄງການນີ້; ຕອນນີ້ສອງຝ່າຍ ຍັງຢູ່ໃນຣະຫວ່າງຮ່າງຂໍ້ສັນຍານັ້ນຢູ່, ໃນສັນຍາສະບັບນີ້ ຣັຖບານລາວ ແລະວຽດນາມ ຈະຕົກລົງເຣຶ່ອງ ການທີ່ຈະຮ່ວມກັນ ຊອກຫາທຶນ ມາສ້າງທາງຣົດໄຟສາຍນີ້.”

ທ່່ານກ່າວຕື່ມອີກວ່າ ໃນໂຄງການສ້າງທາງຣົດໄຟ ສາຍນີ້ ຣັຖບານລາວ ຈະໃຫ້ບໍຣິສັດເອກກະຊົນທັງພາຍໃນ ແລະຕ່າງປະເທດ ຮ່ວມ ລົງທຶນ ໃນຮູບແບບການຮ່ວມມືລົງທຶນ ຣະຫວ່າງຣັຖ ແລະເອກກະຊົນ ຊຶ່ງເປັນຮູບແບບ ທີ່ຣັຖບາລເປີດໂອກາດໃຫ້ ເອກກະຊົນມີສ່ວນຮ່ວມ ໃນການສ້າງສາພັທນາປະເທດ.

ໂຄງການທາງຣົດໄຟ ວຽງຈັນ-ຫວຸງອາງ ໄດ້ເລີ່ມສຶກສາ ຄວາມເປັນໄປໄດ້ມາແຕ່ປີ 2016. ການສຶກສາຄວາມເປັນໄປໄດ້ ແລະຜົນກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມນັ້ນ ສຳເຣັດແລ້ວເມື່ອປີກາຍ. ກ່ຽວກັບໂຄງການດັ່ງກ່າວ ເຈົ້າໜ້າທີ່ ທະນາຄານ ໂລກ, ປະຈຳປະເທດໄທ ເວົ້າໃນມື້ດຽວກັນນັ້ນວ່າ ທາງຣົດໄຟລາວ-ວຽດນາມ ສາຍນີ້, ຈະຊ່ອຍເຮັດໃຫ້ຕົ້ນທຶນການຂົນສົ່ງສິນຄ້າ ເຂົ້າ-ອອກ ລາວ ຫລຸດລົງ ເພາະ ຣະຍະທາງຈະສັ້ນກວ່າ ໄປທາງທ່າເຮືອ ແຫລມສະບັງຂອງໄທ. ທ່ານກ່າວຕື່ມວ່າ:

"ທ່ານເວົ້າວ່າ; ຂ້າພະເຈົ້າຄິດວ່າ ຜູ້ຂົນສົ່ງ ຊຶ່ງສ່ວນຫລາຍກໍເປັນບໍຣິສັດເອກກະຊົນ ເວົ້າງ່າຍໆ, ເຂົາກໍຈະສົ່ງສິນຄ້າໄປຕາມທາງ, ທີ່ຖືກທີ່ສຸດແມ່ນບໍ່, ຄືຖ້າໃກ້ວຽດນາມ ເຂົາກໍຈະໄປວຽດນາມ. ຂ້າພະເຈົ້າຄິດວ່າ ສຳຣັບຜູ້ບໍຣິການ ຫລື ຜູ້ຜລິດສິນຄ້າ ບ່ອນໃດຖືກ ເຂົາກໍໄປບ່ອນນັ້ນ."

ທາງຣົດໄຟ ທີ່ມີມູນຄ່າການກໍ່ສ້າງທັງໝົດປະມານ 5 ຕື້ໂດລາ ສະຫະຣັຖ ສາຍນີ້ ຍາວ 555 ກິໂລແມັດ ຈາກ ນະຄອນຫລວງວຽງຈັນ ຜ່ານແຂວງບໍຣິຄຳໄຊ ແລະ ແຂວງຄຳມ່ວນ ໄປຫາທ່າເຮືອ ຫວຸງອາງຂອງວຽດນາມ. ໃນນັ້ນ 452 ກິໂລແມັດ ຢູ່ໃນດິນ ແດນລາວ ແລະ 103 ກິໂລແມັດ ຢູ່ໃນເຂດວຽດນາມ, ຊຶ່ງແຕ່ລະຝ່າຍຈະຕ້ອງລົງທຶນສ້າງ ໃນຕອນຂອງຕົນເອງ, ຕາມຂໍ້ຕົກລົງວ່າດ້ວຍການ ຂຸດຄົ້ນ ທ່າແຮງບົ່ມຊ້ອນ ໃນການກໍ່ສ້າງທາງຣົດໄຟ ວຽງຈັນ-ຫວຸງອາງ ທີ່ຄນະຜູ້ແທນ ສປປລາວ ແລະວຽດນາມ ລົງນາມກັນ ເມື່ອວັນທີ 24 ກຸມພາ ຜ່ານມາ.

ນອກຈາກຂໍ້ຕົກລົງດັ່ງກ່າວນັ້ນແລ້ວ, ເມື່ອກ່ອນໜ້ານັ້ນ ບໍ່ພໍເທົ່າໃດ ຄືແຕ່ມື້ວັນທີ 16 ຫາ 19 ກຸມພາ ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຣີກະຊວງພລັງງານ ແລະບໍ່ແຮ່ໄດ້ໄປວຽດນາມ ແລະໄດ້ປະຊຸມຮ່ວມກັບຂອງກະຊວງອຸດສາຫະກັມ ແລະການຄ້າ ວຽດນາມ ກ່ຽວກັບການຢັ້ງຢືນ ຄືນຈຸດເຊື່ອມໂຍງ ການຊື້-ຂາຍ ພລັງງານໄຟຟ້າ ຮ່ວມກັນ 9 ຈຸດ ແຕ່ພາກເໜືອລົງຮອດພາກໃຕ້ ຊຶ່ງມີ ຣະບົບສາຍສົ່ງ 220, 230 ແລະ 500 ກິໂລໂວນ.

ພ້ອມກັນນັ້ນ ທັງສອງກະຊວງ ກໍຍັງຢູ່ໃນຣະຫວ່າງການກະກຽມຄວາມພ້ອມ, ໃນການລົງນາມໃນຂໍ້ຕົກລົງກ່ຽວກັບໂຄງການຮ່ວມມືຕ່າງໆ ຣະຫວ່າງສອງກະຊວງ ແລະສັນຍາການຊື້-ຂາຍໄຟຟ້ານ້ຳຊຳ ແລະໂຄງການອື່ນໆຕື່ມອີກ. ແລະໃນຂນະດຽວກັນ ກະຊວງອຸດສາຫະກັມ ແລະການຄ້າວຽດນາມ ແລະກະຊວງພລັງງານ ແລະບໍ່ແຮ່ ຂອງ ສປປລາວ ກໍຢູ່ໃນຣະຫວ່າງການປຶກສາກັນ ເຣຶ່ອງການຮ່ວມມືຣະຫວ່າງ ຣັຖບາລ ສອງປະເທດ ກ່ຽວກັບໂຄງການກໍ່ສ້າງເຂື່ອນໄຟຟ້າ,

ໂຄງການພລັງງານທົດແທນ ແລະຂຸດຄົ້ນແຮ່ທາດ ຢູ່ ສປປລາວ. ສັນຍາ, ຂໍ້ຕົກລົງ ແລະບົດບັນທຶກການຮ່ວມມືຣະຫວ່າງ ສປປລາວ ແລະວຽດນາມ 9 ສະບັບ ທີ່ວ່ານັ້ນ ເປັນເອກກະສານສໍາຄັນ ສໍາລັບການຮ່ວມມື ຣະຫວ່າງສອງປະເທສ ຊຶ່ງມີຂຶ້ນໃນ ຣະຫວ່າງທີ່ ທ່ານ ຫງວຽນ ຟູ ຈ້ອງ ຫົວໜ້າພັກຄອມມິວນິສວຽດນາມ ແລະທັງເປັນປະທານປະເທສ ຢ້ຽມຢາມ ສປປລາວ ແລະທ່ານໄດ້ຖືກຕ້ອນຮັບ ໂດຍ ທ່ານ ບຸນຍັງ ວໍລະຈິດ ຫົວໜ້າພັກປະຊາຊົນປະຕິວັດລາວ, ປະທານ ປະເທສ ຜູ້ຜູກຂາດອຳນາດ ແບບຜະເດັດການ ພັກດຽວ ຢູ່ ສປປລາວ.

ໃນໂອກາດການຢ້ຽມຢາມ ທ່ານ ຫງວຽນ ຟູ ຈ້ອງ ໄດ້ພົບພໍ້ກັບທ່ານ ທອງລຸນ ສີສຸລິດ ກັມມະການກົມການເມືອງສູນກາງພັກ ນາຍົກຣັຖມົນຕຣີ, ກັບຍານາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແລະກັບທ່ານ ຈູມມາລີ ໄຊຍະສອນ ອະດີດຫົວໜ້າພັກ ແລະປະທານປະເທດ. ສ່ວນວ່າທ່ານ ຄໍາໄຕ ສີພັນດອນ ຜູ້ເປັນອະດີດຫົວໜ້າພັກ ແລະປະທານປະເທດ ຄືກັນນັ້ນ ທ່ານ ຫງວຽນ ຟູ ຈ້ອງ ບໍ່ພົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.