ຜົລງານນຶ່ງປີຂອງນາຍົກ ລາວ

ສລຸບຜົລງານ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ລາວ ໃນລະຍະ ນຶ່ງປີ ຜ່ານມາ ປາກົດວ່າ ປະຊາຊົນ ສ່ວນໃຫຍ່ ເຫັນດີນຳ.

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ລາວ ກ່າວຄໍາປາໄສ ໃນວັນເຂົ້າຮັບຕໍາແໜ່ງ ຢູ່ ສະພາແຫ່ງຊາດ screen captured from LNTV video

ສລຸບຜົລງານ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ລາວ ໃນລະຍະ ນຶ່ງປີ ຜ່ານມາ ປາກົດວ່າ ປະຊາຊົນ ສ່ວນໃຫຍ່ ເຫັນ ດີນຳ ເປັນຕົ້ນ ການເກັບ ຄ່າໄຟຟ້າ ໃຫ້ຖືກຕ້ອງ, ການຈ່າຍພາສີ ເປັນຣະບົບ, ໂຈະການໃຫ້ ສຳປະທານ ຫຼາຍໂຄງການ, ການປະຢັດ ມັທຍັດ ບໍ່ຟຸມເຟືອຍ ແຕ່ມີຫຼາຍ ບັນຫາ ທີ່ທ່ານ ຍັງບໍ່ໄດ້ ສະສາງ ດັ່ງ, ການຈັບກຸມ ແລະ ລົງໂທດ ຜູ້ຕ້ອງຫາ ປາສຈາກ ຂະບວນການ ຍຸຕິທັມ ແລະ ການສະກັດກັ້ນ ແຮງງານ ຕ່າງຊາດ, ການຄ້າມະນຸດ ແລະ ບັນຫາ ການບັງຄັບໂຍກຍ້າຍ ປະຊາຊົນ. ບາງມາຕການ ທີ່ ທ່ານ ປະກາດ ກໍບໍ່ສາມາດ ບັງຄັບໃຊ້ ໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org