ຣົດຖັງເຮືອບິນລົບ ຊື້ມາ ສລອງ ວັນກອງທັບ
ທາງການລາວ ໄດ້ສເລີມສລອງ ວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 70 ປີ, ແຕ່ ສຽງສະທ້ອນ ຂອງ ປະຊາຊົນ, ແລະ ນັກວິຊາການ ກໍຄື, ບໍ່ຈຳເປັນ ທີ່ຈະໃຊ້ ງົບປະມານ ໃນສິ່ງດັ່ງກ່າວ.
-
ອຸ່ນແກ້ວ ສຸກສະຫວັນ
2019-01-28 -
-
-
Your browser doesn’t support HTML5 audio
ສຳລັບການສເລີມສລອງ ວັນກອງທັບ ປະຊາຊົນລາວ ວັນທີ 20 ມົກກະຣາ ຄົບຮອບ 70 ປີ, ທາງການລາວໄດ້ສັ່ງຊື້, ຣົດຖັງ ແລະ ຍົນ ຝຶກແອບສູ້ຣົບ Yak 130, ແຕ່ສຳນັກຂ່າວທາງການລາວ ບໍ່ໄດ້ແຈ້ງວ່າຊື້ ໃນລາຄາເທົ່າໃດ. ແຕ່ສຳນັກຂ່າວ AINONLINE.COM ຂອງ ຣັດເຊັຍ, ໄດ້ຣາຍງານໃນວັນທີ 21 ມົກກະຣາ ວ່າ, ລາວໄດ້ສັ່ງຊື້ຍົນ ຝຶກແອບສູ້ຣົບ Yak 130 ຈຳນວນ 10 ລຳ ໃນລາຄາ 300 ລ້ານ ໂດລາສະຫະຣັຖ, ຊຶ່ງລວມທັງອຸປກອນເຄື່ອງມືຕ່າງໆ ແລະ ການຝຶກອົບຮົມ.
ແຕ່ໜັງສືພິມ, ຂອງກອງທັບປະຊາຊົນລາວ ໄດ້ຣາຍງານວ່າ: ຕອນບ່າຍຂອງວັນທີ 21 ມົກກະຣາ 2019 ນີ້, ບໍຣິສັດ ຣັດວິສາຫະກິດ ໂຣໂຊໂບໂຣນເອັກສປອດ ( Rosoboronexport ) ແຫ່ງ ສ.ຣັດເຊຍ ໄດ້ມອບໂອນ ຍົນຝຶກແອບສູ້ຮົບ Yak 130 ໃຫ້ກະຊວງປ້ອງກັນ ປະເທດ ສປປ ລາວ ຈຳນວນ 4 ລຳ. ກ່ຽວກັບເລື້ອງນີ້ ກໍມີສຽງສະທ້ອນ ຈາກປະຊາຊົນ ແລະ ນັກວິຊາການວ່າ ຄວນເອົາເງິນຈຳນວນ ດັ່ງກ່າວ ໄປໃຊ້ໃນສິ່ງທີ່ຈຳເປັນກວ່ານີ້.