ຄວາມສັມພັນ ລາວ-ຄິວບາ
2017.06.06
ສປປລາວແລະຄິວບາ ເປັນປະເທສ ທີ່ມີການປົກຄອງ ດ້ວຍຣະບອບຜະເດັດການ ແລະ ຣະບົບເຄົ້າດຽວ, ພັກດຽວ ຄື ພັກປະຊາຊົນ ປະຕິວັດລາວ ແລະພັກ ຄອມມິວນິສ ຄິວບາ, ເປັນສອງປະເທສ ທີ່ທຸກຍາກ ຂາດເຂີນ. ດັ່ງນັ້ນ ຈຶ່ງເຫັນວ່າ ການພົວພັນ ແລະ ການຮ່ວມມື ຣະຫວ່າງຜູ້ນໍາ ສອງປະເທສນີ້ ເກືອບວ່າທັງໝົດ ຍັງຢູ່ໃນຂອບເຂດ ຂອງການຮ່ວມມື ທາງດ້ານ ການເມືອງ ຂນະທີ່ ມີອຸດົມການ ສັງຄົມນິຍົມ ຢູ່ນີ້.
ສິ່ງດັ່ງກ່າວສະແດງໃຫ້ເຫັນ ຢູ່ໃນສະພາບຄວາມເປັນຈິງ ຮວມທັງໃນຄໍາປາສັຍຂອງ ທ່່ານ ທອງລຸນ ສີສຸລິດ ກັມການ ກົມການເມືອງ ສູນກາງພັກ ປະຊາຊົນລາວ, ນາຍົກຣັຖມົນຕຣີ ຊຶ່ງເປັນບຸກຄົນ ສໍາຄັນທີ່ສຸດ ອັນດັບສອງ ໃນສາຍພັກ ຊຶ່ງທ່ານໄດ້ ກ່າວ ຢູ່ໃນສະມັດຊາໃຫຍ່ ສະຫະ ປະຊາຊາດ ຄັ້ງທີ 71 ທີ່ນະຄອນ ນິວຢ໊ອກ ສະຫະຣັຖ ອະເມຣິກາ ເມື່ອທ້າຍເດືອນ ກັນຍາ ປີກາຍ ກ່ຽວກັບ ນະໂຍບາຍ ຂອງພັກ ແລະຣັຖ ສປປລາວ ທີ່ີມີຕໍ່ຄິວບາ. ດັ່ງມີເນື້ອໃນ ຕອນນຶ່ງວ່າ: ສຽງ...
ເວົ້າເຖິງເພື່ອນມິດຂອງ ສປປລາວ ຫລາຍຄົນເວົ້າວ່າ ເພື່ອນມິດ ຍຸທສາດອັນແທ້ຈິງ ຂອງພັກ ປະຊາຊົນ ປະຕິວັດລາວ ຢູ່ໃນໂລກ ກໍຍັງເຫລືອແຕ່ 4 ປະເທສ ດັ່ງທີ່ນັກຮຽນຮູ້ ປັນຍາຊົນລາວ ຢູ່ພາຍໃນປະເທສ ຜູ້ຂໍສງວນຊື່ ເວົ້າເມື່ອກ່ອນນັ້ນ ວ່າ: ສຽງ...
ພັກທີ່ກໍາອໍານາດ ແບບຜະເດັດການຢູ່ 4 ປະເທສ ດັ່ງກ່າວ ແມ່ນໃຫ້ການອູ້ມຊູ, ຊ່ວຍເຫລືອທຸກຢ່າງ ທັງທາງດ້ານວຸດຖຸ, ອາຫານການກິນ, ອຸປກອນສົງຄາມ ແລະສ້ຽມສອນ ທາງດ້ານທິສດີ ສໍາລັບວຽດນາມເໜືອ ກໍແມ່ນທຸ້ມເທ ທັງກອງທະຫານ ຂອງຕົນ ເຂົ້າປະເທສລາວ ໃນການເຮັດ ສົງຄາມ ໃຫ້ແກ່ຜູ້ນໍາ ສປປລາວ.
ຫລັງສົງຄາມແລ້ວ ເວົ້າສະເພາະ ຜູ້ນໍາພັກ-ຣັຖຄິວບາ ທີ່ຜູູກຂາດ ອໍານາດ ນອກຈາກ ຈະສນັບສນູນ ແນວທາງນະໂຍບາຍ ຂອງຜູ້ນໍາ ສປປລາວ ແລ້ວກໍຍັງ ປະຕິບັດຕໍ່ ສປປລາວ ດ້ວຍການສົ່ງແພດ ມາຊ່ວຍເຫລືອ, ໃຫ້ການຝຶກ ອົບຮົມ ບຸຄລາກອນລາວ ຢູ່ຄິວບາ ຮວມທັງໃຫ້ທຶນ ແມ່ຍິງລາວ ໃນການຍົກຣະດັບ ຄວາມຮູ້ ຄວາມສາມາດ ເພື່ອພັທນາ ຕົນເອງ. ພ້ອມກັນນັ້ນ ຄິວບາ ກໍຊ່ວຍຂແນງ ສາທາຣະນະສຸຂ ແລະກິລາ ເຖິງວ່າ ປະຊາຊົນ ຄິວບາ ທຸກຍາກ ຂາດເຂີນ ຢູ່ກໍຕາມ.
ຍ້ອນວ່າການຊ່ວຍເຫລືອຂອງ ຄິວບາ ມີໜ້ອຍຈຶ່ງເຮັດໃຫ້ ປະຊາຊົນລາວ ທົ່ວໄປ ບໍ່ຮູ້ຈັກຫລາຍ ດັ່ງທີ່ນັກຮຽນຮູ້ ປັນຍາຊົນລາວ ຜູ້ຂໍສງວນຊື່ ທ່ານດຽວກັນນັ້ນ ເວົ້າ ວ່າ: ສຽງ...
ຕາມຂ່າວທີ່ຜ່ານມາວ່າ ຊ່ຽວຊານຄິວບາ ທີ່ມາຊ່ວຍ ສປປລາວ ເພີ້ມຂຶ້ນເປັນ 9 ຄົນ ໂດຍການຕົກລົງ ລະຫວ່າງ 2 ກະຊວງ ສາທາຣະນະສຸກ ຊຶ່ງຝ່າຍລາວ ຮັບຜິດຊອບໃຊ້ຈ່າຍ: ເງິນເດືອນ ສໍາລັບລະຍະ 2 ປີ, ປີ້ຍົນໄປກັບ, ສະຖານທີ່ ພັກແລະອື່ນໆ.
ຄິວບາ ໄດ້ໃຫ້ທຶນ ການສຶກສາ ດ້ານການແພດ ຊັ້ນປຣີນຍາຕຣີ ແກ່ລາວ 6 ທຶນ ໃນສົກປີ 2011-12, 5 ທຶນ ໃນສົກປີ 2013-14, 3 ທຶນໃນສົກປີ 2014-15 ແລະສົກປີ 2015-16 ໃຫ້ທຶນການສຶກສາ ຣະດັບ ປຣີນຍາຕຣີ ດ້ານພາສາ Spanish 3 ທຶນ.
ມີນັກສຶກສາລາວຮຽນຢູ່ ຄິວບາ ຈໍານວນນຶ່ງ ຊຶ່ງຄິວບາໃຫ້ທຶນ. ໃນນັ້ນ 7 ຄົນ ຮຽນຂແນງກິລາ, 6 ຄົນໄປໃນນາມ ກະຊວງປ້ອງກັນ ປະເທດ ແລະ 27 ຄົນ ຮຽນດ້ວຍທຶນ ສ່ວນຕົວ ໃນຂແນງທົ່ວໄປ ເຊັ່ນແພດສາດ, ປ່າໄມ້, ສື່ສານ (IT), ປູກຝັງ ລ້ຽງສັດ, ກິລາ ພາລະສຶກສາ, ວິສາວະກັມ ກົງຈັກ, ໂທຣະຄົມນາຄົມ, ເລກ, ບັນຊີການເງິນ, ພາສາ Spanish ແລະອັງກິດ ໂດຍທີ່ຄິວບາ ຢືນຢັນ ຈະຊ່ວຍເຫລືອ ໃຫ້ນັກສຶກສາລາວ ທີ່ກໍາລັງຮຽນຢູ່ ທັງໝົດນັ້ນ ສໍາເລັດການ ສຶກສາ.
ທາງດ້ານວັທນະທັມ ແລະຂ່າວສານ, 2 ປະເທດກໍໄດ້ໃຊ້ website ຂອງອິນເຕີແນັຕ ລະຫວ່າງ ສໍານັກຂ່າວສານ Prensa Latina ແລະສໍານັກຂ່າວສານ ປະເທດລາວ ແລະ VientianeTimes. ຄິວບາ ເຄີຍສົ່ງຊ່ຽວຊານ ດ້ານວິທຍຸ ແລະໂທຣະພາບ ມາຊ່ວຍຝຶກໃຫ້ ພະນັກງານ ວິຊາການລາວ. ແຕ່ເຣື່ອງການ ຮ່ວມມືທາງດ້ານ ເສຖກິດ ການຄ້າ ແລະການລົງທຶນ 2 ປະເທດນີ້ ຍັງມີຫລາຍ ປັດໃຈ ຫຍູ້ງຍາກ ແລະມີຂໍ້ຈໍາກັດ ຫລາຍຢ່າງ ເຖິງແມ່ນວ່າ 2 ປະເທດນີ້ໄດ້ ສ້າງຕັ້ງ ສາຍພົວພັນ ການທູດ ນໍາກັນມາແຕ່ປີ 1974 ແລະສນັບສນູນ ຊ່ວຍເຫລືອ ຊຶ່ງກັນແລະກັນ ຢູ່ໃນເວທີ ຂົງເຂດ ແລະສາກົລ ຮວມທັງ ໃນອົງການ ສະຫະປະຊາຊາດ ໃນຂະບວນການ ບໍ່ຮ່ວມກຸ່ມ ແລະກຸ່ມ 77 ບວກຈີນ.
ເພື່ອຮູ້ລາຍລະອຽດກ່ຽວກັບ ເຣື່ອງທີ່ວ່ານີ້ຕື່ມ ວິທຍຸເອເຊັຽເສຣີ ໄດ້ໂທຣະສັບໄປຍັງ ສະຖານທູດ ສປປລາວ ທີ່ກຸງ ຮາວານາ ປະເທດ ຄິວບາ ໃນມື້ວັນທີ 5 ມີຖຸນາ 2017 ນີ້ ແຕ່ບໍ່ສາມາດ ຕິດຕໍ່ໄດ້. ແລະ ເມື່ອທ້າຍເດືອນ ພຶສພາ ທີ່ຫາກໍຜ່ານ ມານີ້ ຄນະ ຜູ້ແທນຂັ້ນສູງ ຂອງພັກ ຄອມມິວນິດ ຄິວບາ ນໍາໂດຍ ທ່ານ ໂຮເຊ ຣາໂມງ ບາລາເກ ກາເບຣຣາ ເລຂາທິການ ສູນກາງພັກ, ຫົວໜ້າ ຄນະພົວພັນ ຕ່າງປະເທດ ຂອງສູນກາງພັກ ຄອມມິວນິສ ຄິວບາ ກໍໄດ້ມາ ຢ້ຽມຢາມ ສປປລາວ, ໄດ້ພົບພໍ້ກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ ໃນມື້ວັນທີ 26 ພຶສພາ ຊຶ່ງທ່ານໄດ້ ຢືນຢັນເຖິງ ແນວທາງ ຂອງພັກ ແລະຣັຖ ສປປລາວ ທີ່ຈະເສີມຂຍາຍ ສາຍພົວພັນ ທີ່ເປັນມູນເຊື້ອ ກັບພັກ ແລະຣັຖ ຄິວບາ ຕໍ່ໄປ.
ພ້ອມກັນນັ້ນ ທ່ານ ບຸນຍັງ ກໍຊົມເຊີຍ ຜົລສໍາເຣັດ ຂອງຄິວບາ ໃນພາລະກິດ ປົກປັກຮັກສາ ແລະ ພັທນາປະເທສ ຕລອດຣະຍະ 50 ປາຍປີ ຜ່ານມາ ແລະ ທັງສະແດງ ຄວາມຂອບໃຈ ຢ່າງຈິງໃຈ ຕໍ່ການສນັບສນູນ ແລະ ການຊ່ວຍເຫລືອ ຂອງຄິວບາ ໃນສມັຍສົງຄາມ ແລະໃນການ ປົກປັກຮັກສາ ແລະ ພັທນາ ປະເທສ ສປປລາວ.
ໃນມື້ດຽວກັນນັ້ນ ຂ່າວຂອງທາງການລາວ ກໍຣາຍງານວ່າ ທ່ານ ໄຊສົມພອນ ພົມວິຫານ ກຳມະການ ກົມການເມືອງ ສູນກາງພັກ, ປະທານ ສູນກາງແນວລາວ ສ້າງຊາດ ກໍໄດ້ຕ້ອນຮັບ ທ່ານ ໂຮເຊ ຣາໂມງ ກາເບຼຣາ ພ້ອມດ້ວຍຄນະ. ໂອກາດ ດັ່ງກ່າວ, ທ່ານ ໄຊສົມພອນ ໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງ ມາຢ້ຽມຢາມ ສປປລາວ ຊຶ່ງຖືວ່າ ເປັນການ ປະກອບສ່ວນ ເຂົ້າໃນການ ເພີ່ມທະວີ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ຣະຫວ່າງ ສອງພັກ ສອງຣັຖ ແລະ ປະຊາຊົນ ສອງຊາດລາວ ແລະຄິວບາ ໃຫ້ນັບມື້ ແໜ້ນແຟ້ນ ແລະຂະຫຍາຍ ຕົວຍິ່ງໆຂຶ້ນ. ພ້ອມກັນນັ້ນ ທ່ານ ກໍແຈ້ງໃຫ້ ຄນະຜູ້ແທນ ຂັ້ນສູງ ຂອງຄິວບາ ຮູ້ຕື່ມວ່າ ປະເທດລາວ ປະກອບດ້ວຍ 49 ຊົນເຜົ່າ, ມີ 4 ສາສນາ, ແລະ ເວົ້າເຖິງການ ຂະຫຍາຍຕົວ ຂອງອົງການ ແນວລາວສ້າງຊາດ ໃຫ້ ຄນະຜູ້ແທນ ຊາບ.
ກ່ອນມື້ພົບພໍ້ກັບ ທ່ານ ບຸນຍັງ ວໍລະຈິດ ແລະທ່ານ ໄຊສົມພອນ ພົມວິຫານ, ຄນະຜູ້ແທນຂອງ ທ່ານ ໂຮເຊ ຣາໂມງ ບາລາເກ ກາເບຣຣາ ກໍໄດ້ພົບພໍ້ ກັບ ຄນະຜູ້ແທນ ຄນະພົວພັນ ຕ່າງປະເທດ ຂອງສູນກາງພັກ ປະຊາຊົນ ປະຕິວັດ ລາວ ນໍາໂດຍ ຍານາງ ສູນທອນ ໄຊຍະຈັກ ກຳມະການ ສູນກາງພັກ, ຫົວໜ້າ ຄນະພົວພັນ ຕ່າງປະເທດ ດັ່ງກ່າວ ຊຶ່ງທັງສອງຝ່າຍ ຕ່າງກໍໄດ້ ແຈ້ງສະພາບ ການເຄື່ອນໄຫວ ວຽກງານ ຂອງຕົນ ໃຫ້ກັນຊາບ, ແຈ້ງບັນຫາ ທີ່ພົ້ນເດັ່ນ ຢູ່ໃນແຕ່ລະ ປະເທດ, ການເຄື່ອນໄຫວ ວຽກງານ ຂອງແຕ່ລະພັກ ແລະແລກປ່ຽນ ທັສນະ ກ່ຽວກັບ ບັນຫາພາກພື້ນ ແລະສາກົນ ທີ່ທັງສອງຝ່າຍ ມ ຄວາມສົນໃຈ.
ພ້ອມກັນນັ້ນກໍປຶກສາຫາລືກັນ ກ່ຽວກັບທິດທາງ ການຮ່ວມມື ຣະຫວ່າງສອງພັກ ໃນຊຸມປີຕໍ່ໜ້າ ໂດຍສະເພາະ ການປະຕິບັດ ຕາມຂໍ້ຕົກລົງ ກ່ຽວກັບ ການແລກປ່ຽນ ແລະການຮ່ວມມື ຣະຫວ່າງ ສອງພັກ. ແຕ່ລາຍລະອຽດ ຂອງຂໍ້ຕົກລົງກັນ ຣະຫວ່າງ 2 ຝ່າຍ ມີຫຍັງແດ່ນັ້ນ ບໍ່ໄດ້ຖືກ ເປີດເຜີຍໃຫ້ ສາທາຣະນະຊົນ ຮູ້.
ແຕ່ເຖິງຢ່າງໃດ ຫລາຍຄົນກໍຄາດວ່າ ເນື້ອໃນໃຈຄວາມ ຂອງຂໍ້ຕົກລົງນັ້ນ ຄົງບໍ່ນອກເໜືອ ໄປຈາກການ ແລກປ່ຽນ ຄນະຜູ້ແທນ ຊຶ່ງກັນແລະກັນ ແລະການ ຊ່ວຍເຫລືອ ຂອງຝ່າຍ ຄິວບາ ໃຫ້ແກ່ ສປປລາວ ເໝືອນດັ່ງ ທີ່ເຄີຍ ປະຕິບັດ ກັນມາ.
ເມື່ອເບິ່ງຄືນ ສມັຍທີ່ທ່ານ ຈູມມາລີ ໄຊຍະສອນ ເປັນເລຂາທິການໃຫຍ່ ຄນະບໍຣິຫານງານ ສູນກາງພັກ ປະທານ ປະເທສ ສປປລາວ ກໍໄດ້ໄປ ຢ້ຽມຢາມ ຄິວບາ ເປັນເວລ 3 ມື້ ແຕ່ວັນທີ 2 ຫາວັນທີ 4 ຕຸລາ 2015, ໄດ້ພົບພໍ້ກັບ ທ່ານ ຣາອຸນ ກາສຕຣຣຸສ ເລຂາທີນຶ່ງ ພັກຄອມມິວນິສ ຄິວບາ ປະທານ ສະພາ ແຫ່ງຣັຖ ແລະສະພາ ຣັຖມົນຕຣີຄິວບາ ທີ່ກຸງຮາວານາ ເພື່ອເສີມຂຍາຍ ສາຍພົວພັນ ແລະການຮ່ວມມື ອັນດີ ຣະຫວ່າງ ສອງປະເທສ ສປປລາວ ແລະ ຄິວບາ.
ການພົວພັນລະຫວ່າງ ສປປລາວ ແລະຄິວບາ ເບື້ອງຕົ້ນ 2 ພັກນີ້ ໄດ້ປະຕິບັດ ແຜນການຮ່ວມມື ເປັນແຕ່ລະປີ, ຕໍ່ມາຮອດປີ 1996 ກໍມີຂໍ້ຕົກລົງ ຮ່ວມມືກັນ ໃນລະຍະ 2 ປີ ແລະປີ 2000 ທັງ2ຝ່າຍ ກໍໄດ້ລົງນາມໃ ນຂໍ້ຕົກລົງ ຮ່ວມມື ເປັນລະຍະ 4 ປີ.