6 ປີ ຣັຖບານລາວເມີນເສີຍ ເຣື້ອງ ທ.ສົມບັດ

ໃນກໍຣະນີ ການລັກພາຕົວ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ຂອງລາວ ໄດ້ວຽນມາ ຄົບຮອບ 6 ປີ, ການສືບສວນ ຊອກຫາ ທ່ານ ສົມບັດ ກໍຍັງບໍ່ມີຫຍັງ ຄືບໜ້າ.

ເມື່ອປີກາຍ ໃນວັນຄົບຮອບ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຊາວເອເຊັຽ ທ້ອນໂຮມກັນ ທັກທ້ວງຮຽກຮ້ອງ ໃຫ້ຣັຖບານ ສປປ ລາວ ສືບສວນຊອກຫາ ທ່ານສົມບັດ ສົມພອນ Courtesy of: sombath.org

ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນຂອງລາວ ເຈົ້າຂອງລາງວັນແມັກໄຊໄຊ ປີ 2005 ໃນສາຂາການພັທນາຊຸມຊົນ, ທ່ານ ໄດ້ຖືກລັກຖາຕົວໄປ ໃນວັນທີ 15 ທັນວາ ປີ 2012 ຢູ່ຕໍ່ໜ້າປ້ອມຍາມຕຳຣວດ ໃກ້ກັບໂຮງຮຽນການຊ່າງ ລາວ-ເຢັຽຣະມັນ ຖະໜົນທ່າເດືອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.

ມາຮອດປັດຈຸບັນ ເວລາໄດ້ຜ່ານໄປ 6 ປີ ທີ່ ທ່ານ ສົມບັດ ສົມພອນ ຍັງຫາຍສາບສູນ, ແຕ່ ການສືບສວນ ສອບສວນ ການຊອກຫາ ທ່ານ ສົມບັດ ກໍຍັງບໍ່ມີຄວາມຄືບໜ້າ ແຕ່ຢ່າງໃດ ແລະຄອບຄົວຂອງ ທ່ານ ກໍຍັງລໍຖ້າຟັງຂ່າວ ຈາກທາງການລາວ ຢູ່. ເຊີນທ່ານຮັບຟັງການ ສຳພາດ ຍານາງ ຊຸຍເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ເບິ່ງວ່າເປັນແນວໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org