ລົມເຣື້ອງຂ່າວ 05-24-2015
ອຸ່ນແກ້ວ ແລະ ມະນິຈັນ
2015.05.25
2015.05.25

ການ ປູກ ຕົ້ນໄມ້ ຢູ່ ປະເທດ ລາວ ເພິ່ນ ກໍ ປູກ ທຸກ ປີ ເນື່ອງ ໃນ ໂອກາດ ວັນທີ 1 ເດືອນ ມິຖຸນາ. ສະເພາະ ປີນີ້, ເພິ່ນ ຈະປູກ ໃຫ້ ໄດ້ ໃນ ເນື້ອທີ່ 30,000 ເຮັກຕາ.
ໝາຍຄວາມ ວ່າ, ໃນ ແຕ່ລະ ປີ ເພິ່ນ ຈະເຮັດ ແບບນີ້ ຕ້ອງ ຣະດົມ ທຸກໆ ອົງການ ຈັດຕັ້ງ ພາກັນ ໄປ ປູກ ຕົ້ນໄມ້, ແຕ່ວ່າ ຂ່າວ ເຣື້ອງ ການ ຕັດໄມ້ ປະກົດ ເຫັນ ທຸກມື້ດ ເປັນ ຕົ້ນວ່າ ຜູ້ ທີ່ ເດີນທາງ ຂຶ້ນເໜືອ ລົງໃຕ້, ກໍ ເຫັນ ຣົດ ແກ່ໄມ້ ເປັນ ປະຈໍາ. ຈົນ ຢາກວ່າ ເກີດຂຶ້ນ ທຸກໆ ແຂວງ ໃນ ທົ່ວ ປະເທດ. ນອກຈາກ ນີ້ ຍັງ ເຫັນ ຣົດ ແກ່ໄມ້ ເກີດ ອຸບັດຕິເຫດ ຢູ່ຕລອດ ຕາມ ສື່ສັງຄົມ ອອນລາຍ ຫລື ເຟສບຸກ.