ກອງປະຊຸມສຸດຍອດ ອາຊຽນ ຄັ້ງ 31

ສິດນີ
2017.11.17
F-Asean ປະຊາຄົມເສຖກິຈອາຊຽນ
ASEAN

ກອງປະຊຸມສຸດຍອດອາຊຽນ ເປັນກອງປະຊຸມປະຈຳປີ ຂອງບັນດາ ປະເທດສະມາຊິກອາຊຽນ ທັງຫລາຍ ເພື່ອໂອ້ລົມ ແລະທົບທວນ ໃນບັນຫາຕ່າງໆ ທີ່ສະມາຄົມອາຊຽນ ໄດ້ກຳນົດຂຶ້ນມາ ໃນຈຸດປະສົງ ແລະວິສັຍທັສ ຂອງສະມາຄົມອາຊຽນມາແຕ່ຕົ້ນ ສ່ວນໃຫຍ່ຈະເປັນ ບັນຫາ ຄວາມປອດພັຍໃນຂົງເຂດ ການຄ້າ ການລົງທຶນ ການເມືອງເສຖກິດສັງຄົມ ແລະວັທນະທັມ ການພັທນາ ສິດທິມະນຸດ ສິດທິ ແຮງງານ ການເຊື່ອມຕໍ່ຫລື CONNECTIVITY ແລະອື່ນໆ.

ໃນກອງປະຊຸມເທື່ອນີ້ ເປັນຄັ້ງ ທີ 31 ທີ່ຟີລີປີນເປັນເຈົ້າພາບ ບໍ່ມີຫຍັງແຕກຕ່າງຈາກ ຄັ້ງທີ່ຜ່ານມາຫລາຍປານໃດ ທີ່ ສປປລາວ ເປັນ ເຈົ້າພາບ ບັນຫາສ່ວນໃຫຍ່ ທີ່ໄດ້ໂອ້ລົມກັນ ນອກຈາກບັນຫາເດີມ ດັ່ງທີ່ກ່າວມາຂ້າງເທິງເປັນຕົ້ນຄວາມປອດພັຍ ໃນຂົງເຂດການເຊື່ອມຕໍ່ ການພັທນາ ເສຖກິດ ການຄ້າ ໂຄງຮ່າງພື້ນຖານແລ້ວ ບັນຫາທີ່ພົ້ນເດັ່ນ ກໍແມ່ນບັນຫາ ອາວຸດນີວເຄລັຽ ຂອງເກົາຫລີເຫນືອ ທີ່ຫລາຍ ປະເທດເປັນຫ່ວງ ແລະຖືກຊຸກຍູ້ຈາກສະຫະຣັດ.

ບັນຫາການຄ້າການລົງທຶນ ການພົວພັນຣະຫວ່າງປະເທດ ແລະກັບຄູ່ເຈຣະຈາ ເປັນຕົ້ນ ສະຫະຣັດ ຈີນ ເກົາຫລີໃຕ້ ຍີ່ປຸ່ນ ອອສເຕຣເລັຍ ການາດາ ແລະສະຫາພາບຢູໂຣບ ກໍມີການໂອ້ລົມກັນ ຣະຫວ່າງສອງຝ່າຍ ຫລື ໃນກອງປະຊຸມ ອາຊຽນບວກສາມ ບວກຫົກ ຫລື ອາຊຽນ-ຈີນ ສ່ວນໃຫຍ່ ຈະເປັນເຣື້ອງການຍາດແຍ່ງ ການຄ້າ ແລະການພົວພັນຣະຫວ່າງກັນ ແຕ່ບັນຫາ ທີ່ຫນ້າເປັນຫ່ວງໃນຂົງເຂດ ແລະຄວາມສຸກທຸກ ຂອງປະຊາຊົນທ້ອງຖີ່ນ ນັ້ນບໍ່ຖືກຍົກມາໂອ້ລົມກັນ ຫລາຍ.

ບັນຫາທີ່ຄວນຍົກມາໂອ້ລົມກັນ ແຕ່ບໍ່ຖືກຍົກມາໂອ້ລົມກັນ ຢ່າງເປັນທາງການນັ້ນ ກໍແມ່ນບັນຫາ ເຫດວິກິດຊາວໂຣຮີຢາ ໃນປະເທດພະມ້າ ທີ່ໂລກເປັນຫວ່ງ ມີແຕ່ຜູ້ນຳຈາກບາງປະເທດ ເທົ່ານັ້ນຍົກມາເວົ້າ ໃນທີ່ປະຊຸມ ດັ່ງຜູ້ນຳຈາກ ປະເທດການາດາ ແລະອອສເຕຣເລັຽ ແຕ່ກໍບໍ່ໄດ້ ອອກຖແລງການ ໃນການແກ້ໄຂບັນຫານີ້. ຍານາງ ອອງຊານຊູຈິ ເອງ ກໍຢູ່ໃນເວທີກອງປະຊຸມດັ່ງກ່າວ ພ້ອມດ້ວຍເລຂາທິການ ສະຫະປະຊາຊາດ ແຕ່ບໍ່ໄດ້ໃຫ້ ຄວາມເຫັນແຕ່ຢ່າງໃດ ສ້າງຄວາມເສັຽໃຈ ໃຫ້ແກ່ກຸ່ມປົກປ້ອງ ສິດທິມະນຸດ ແລະອົງກອນ ທີ່ຄຸ້ມຄອງ ສິດທິປະຊາຊົນ ໃນທົ່ວໂລກ ຢ່າງໃຫຍ່ ໃນກອງປະຊຸມເທື່ອນີ້. ຊຶ່ງກົດບັດອາຊຽນ ຫ້າມຍຸ້ງກ່ຽວ ໃນກິຈການພາຍໃນ ຂອງປະເທດສະມາຊີກ.

ບັນຫາທີສອງ ທີ່ບໍ່ຖືກຍົກມາໂອ້ລົມກັນ ກໍ່ແມ່ນ ການປາບປາມກຸ່ມຄ້າຢາເສບຕິດ ຍ້ອນວ່າ ຟີລີປີນເຈົ້າພາບ ຈະຖືກປະນາມ ຈາກການຂ້າ ນັກຄ້າຢາເສບຕິດ ຫລາຍພັນຄົນ ໃນແຜນການປາບປາມ ກຸ່ມຄ້າຢາເສບຕິດ ຂອງ ປະທານາທິບໍດີ ດູເຕີເຕ ຟີລີປີນ ບາງຄົນ ອາດບໍ່ມີ ສ່ວນຮ່ວມ ໃນການຄ້າຢາເສບຕິດ ຖືກຂ້າຍ້ອນ ເພື່ອປິດປາກ ຈາກເຈົ້າຫນ້າທີ່ຕຳຣວດ ຟີລີປີນ ຜູ້ທີ່ມີສ່ວນພົວພັນ ໃນດ້ານນີ້ ຜູ້ນຳຈາກ ຫລາຍປະເທດ ເປັນຫ່ວງ ແຕ່ບໍ່ຖືກຍົກມາໂອ້ລົມກັນ ໃນທີ່ປະຊຸມ.

ບັນຫາທີ່ສາມ ທີ່ບໍ່ໃຫ້ຄວາມສຳຄັນຫລາຍ ໃນທີ່ປະຊຸມ ແຕ່ມີການໂອ້ລົມກັນເລັກນ້ອຍ ກໍແມ່ນບັນຫາ ທະເລຈີນໃຕ້ ຍ້ອນຫລາຍປະເທດ ສະມາຊີກ ຢ້ານຈີນບໍ່ພໍໃຈ ເພາະຕ້ອງການຄວາມຊ່ອຍເຫລືອ ຈາກຈີນ ຊຶ່ງໃນປັດຈຸບັນ ຫຼາຍປະເທດສະມາຊິກ ອາຊຽນ ກໍຫັນເຂົ້າມາ ຫາຈີນ ຫລາຍຂຶ້ນເປັນຕົ້ນ ຟີລີປີນ ໄທແລະມາເລເຊັຍ ຫລື ອີນໂດເນເຊັຽ ຊຶ່ງແຕ່  ກ່ອນເປັນພັນທະມິດ ຢ່າງໃກ້ຊິດກັບສະຫະຣັດ. ບັນຫາທະເລໃຕ້ ຖືວ່າເປັນບັນຫາສຳຄັນ ເພາະອະທິປະຕັຍ ຂອງຫລາຍປະເທດ ໃນຂົງເຂດ ເປັນຕົ້ນ ວຽດນາມ ບຣູນາຍ ຟີລີປີນ ທີ່ອ້າງອະທິປະຕັຍ ໃນເຂດດັ່ງກ່າວ ທຸກຝ່າຍຕ້ອງການ ຢາກໃຫ້ ປະຕິບັດຕາມ ກົດຣະບຽບ ການເດີນເຮືອ ໃນເຂດທະເລຈີນໃຕ້ ຫລື code of conduct ແຕ່ຈີນຕ້ອງການເຈຣະຈາ ໃນບັນຫານີ້ກັບ ປະເທດກ່ຽວຂ້ອງ ເທົ່ານັ້ນ ບໍ່ຢາກໃຫ້ເປັນ ບັນຫາລວມ.

ນັກວິເຄາະເວົ້າວ່າ ການທີ່ຜູ້ນຳອາຊຽນ ບໍ່ສາມາດຍົກບັນຫາດັ່ງກ່າວ ມາເວົ້າໃນທີ່ປະຊຸມ ເປັນການສະແດງອອກເຖິງ ຄວາມອ່ອນແອ ຂອງອາຊຽນ ໃນການເປັນກຸ່ມກ້ອນ ດຽວກັນ ຕ່າງຝ່າຍຫວັງຜົລປະໂຫຍດ ເພື່ອປະເທດຕົນເອງ ຫຼາຍກວ່າສ່ວນຮວມ ເຮັດໃຫ້ຂາດຄວາມ ເຊື່ອຫມັ້ນ ໃນຄວາມສາມະຄີຣະຫວ່າງປະເທດ ສະມາຊິກ ໃນປະຊາຄົມອາຊຽນ ໃນອະນາຄົດ.

ທ່ານວ່າ ອາຊຽນຫລົ້ມແຫລວ ໃນການປະຕິບັດຕໍ່ກົດບັດຕົນເອງ ທີ່ຈະຊຸກຍູ້ໃຫ້ປະເທດສະມາຊິກ ໄປສູ່ຣະບອບ ປະຊາທິປະຕັຍ ແລະ ການປົກຄອງ ແບບຣະບົບກົດຫມາຍ ຍ້ອນວ່າ ໃນປັດຈຸບັນຫລາຍປະເທດ ໃນຂົງເຂດ ຍັງຖອຍຫລັງທາງດ້ານ ປະຊາທິປະຕັຍ ແລະ ການປົກຄອງ ແບບຣະບົບກົດຫມາຍ ຢູ່ ເປັນຕົ້ນ ກຳພູຊາ ຜູ້ນຳກຳພູຊາ ທ່ານ ຮຸນເຊນ ກໍທຳການປາບປາມ ກຸ່ມທີ່ວິພາກວິຈານ ທ່ານ ດ້ວຍການນາບຂູ່ ຈັບໃສ່ຄຸກ ແລະ ກ່າວຫາ ຕ່າງໆນານາ ໂດຍສະເພາະ ສະມາຊິກ ພັກຝ່າຍຄ້ານ ແລະອົງການ ທີ່ບໍ່ຂຶ້ນກັບຣັຖບານ ຫລາຍອົງການ ກໍຖືກປິດ ແລະເຈົ້າຫນ້າທີ່ຫລາຍຄົນ ກໍຖືກຈັບ.

ປະເທດໄທ ກໍຍັງປົກຄອງ ໂດຍກຸ່ມທະຫານ ສປປລາວ ຍັງຈຳກັດສິດທິປະຊາທິປະຕັຍ ຂອງປະຊາຊົນ ຍັງຈັບກຸມຜູ້ທີ່ວິຈານ ຣັຖບານ ແລະການຕັດສິນຄະດີ ກໍຍັງບໍ່ເປັນໄປຕາມ ຂະບວນການຍຸດຕິທັມ, ມາເລເຊັຽ ຍັງຈັບກຸມ ຜູ້ທີ່ບໍ່ມີຄົນເຊື້ອຊາດມາເລ ແລະກຸ່ມທີ່ຕ້ານ ຣັຖບານ,

ວຽດນາມກໍເປັນແບບດຽວກັນ ສປປລາວ ຍັງປົກຄອງດ້ວຍພັກຄອມມຸນິດພັກໂທນພັກດຽວ ໄດ້ປາບປາມກຸ່ມນັກເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ແລະສິດທິມະນຸດ ຮ່ວມທັງການຈັບກຸມ ນັກເຄື່ອນໄຫວ ໃນເຄື່ອງຂ່າຍອີນເຕີເນັດ ຫຼາຍຄົນໃຫ້ຕິດຄຸກ ເປັນເວລາຫຼາຍປີ ຍ້ອນລົງຂໍ້ຄວາມໂຈມຕີ ຣັຖບານ.

ປະເທດຟິລິປີນ ກໍທຳການເຂັ່ນຂ້າ ກຸ່ມຄ້າ ຢາເສບຕິດປາສຈາກການສືບສວນວ່າ ເປັນຜູ້ຄ້າແທ້ຈິງຫລືບໍ່ ບາງຄົນອາດຖືກ ຫາເຣື້ອງໃສ່ ຈາກເຈົ້າຫນ້າທີ່ຕຳຣວດ ຜູ້ທີ່ມີສາຍພົວພັນ ກັບຫົວຫນ້າກຸ່ມຄ້າ ຢາເສບຕິດ ເພາະຢາກມິດງຽບຂະເຈົ້າ ຖືກຂ້າ ກໍມີ.

ນອກຈາກນັ້ນກໍມີບັນຫາ ການເພີ້ມຂຶ້ນຂອງກຸ່ມ ກໍ່ການຮ້າຍມຸສລິ້ມ ເປັນຕົ້ນທີ່ປະເທດຟີລີປີນ ໃນເຂດພາກໃຕ້ ກໍມີການສູ້ຮົບ ກັບກຳລັງ ທະຫານຣັຖບານ ມາເປັນເວລາ ຫລາຍເດືອນ, ຢູ່ພະມ້າ ໃນປັດຈຸບັນ ກໍມີບັນຫາກັບກຸ່ມດັ່ງກ່າວ ຍ້ອນບັນຫາ ຊາວໂຣຮີນຢາ, ຢູ່ມາເລເຊັຽ ແລະໃນເຂດພາກໃຕ້ ຂອງໄທ ກໍມີບັນຫານີ້. ບັນຫາທີ່ສຳຄັນ ດັ່ງກ່າວທັງຫມົດທີ່ກ່າວມາ ຂ້າງເທີງນີ້ ບໍ່ຖືກຍົກມາເວົ້າໃນທີ່ປະຊຸມ.

ສຳລັບ ສປປລາວແລ້ວ ກອງປະຊຸມອາຊຽນເທື່ອນີ້ ລາວໄດ້ຜົລປະໂຍດຫຍັງແດ່ ແລະທ່ານ ທອງລຸນ ສີສຸລີດ ນາຍົກຣັຖມົນຕຣີລາວ ກໍໄດ້ກັບປະເທດ ກ່ອນກຳນົດ.

ຄຳຕອບກໍແມ່ນວ່າ ລາວ ບໍ່ໄດ້ຫຍັງໃຫມ່ ໃນກອງປະຊຸມເທື່ອນີ້ ເປັນກອງປະຊຸມ ປະຈຳປີ ທີ່ຜູ້ນຳຈາກຫລາຍປະເທດ ຕ້ອງໄດ້ ໄປຮ່ວມ ເພື່ອພົບປະ ກັບບັນດາຜູ້ນຳ ຈາກປະເທດອື່ນໆ ໂດຍສະເພາະ ປະເທດທີ່ໃຫ້ການຊ່ອຍເຫລືອ ເປັນຕົ້ນ ຈີນແລະ ສະຫະຣັດ ຫຼືປະເທດ ຄູ່ເຈຣະຈາ ຈາກເກົາຫລີໃຕ້ ຍີ່ປຸ່ນ ອີນເດັຽ ການາດາ ແລະອອສເຕຣເລັຽ.

ໃນກອງປະຊຸມເທື່ອນີ້ ທ່ານ ທອງລຸນ ໄດ້ປະຊຸມສອງຝ່າຍ ກັບ ທ່ານ ຮຸນເຊັນ ນາຍົກຣັຖມົນຕຣີ ກຳພູຊາ ກັບທ່ານ ດຣີມີຕີ ດີມີເດັບ ນາຍົກຣັຖມົນຕຣີ ຣັດເຊັຽ, ກັບນາຍົກຣັຖມົນຕຣີ ວຽດນາມ ທ່ານ ຫງຽນ ຊວນຟຸກ ແລະກັບເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ GUTERRES ກ່ອນກັບບ້ານ. ດັ່ງທ່ານ ດັ່ງທ່ານ ດູເຕີເຕ ປະທານາທິບໍດີ ຟີລີປີນ ໃນນາມເຈົ້າພາບ ກ່າວຕໍ່ກອງປະຊຸມ ຖແລງຂ່າວ ຫລັງຈາກກອງປະຊຸມວ່າ ອາຊຽນ ໄດ້ລົງນາມ ໃນຫລາຍຖແລງການ ບາງຖແລງການ ເປັນຖແລງການ ປະວັດສາດ ເປັນຕົ້ນ ການລິເລີ້ມ ໃນການໂອ້ລົມກັນ ກ່ຽວກັບ ກົດຣະບຽບ ການເດີນເຮືອ ໃນທະເລຈີນໃຕ້ ຫລື CODE OF CONDUCT ແລະການລົງນາມ ກ່ຽວກັບ ການປົກປ້ອງ ສິດທິແຮງງານ.

ແຕ່ເຖິງຢ່າງໃດກໍດີ ຄວາມສຳເຣັດຜົລ ໃນກອງປະຊຸມເທື່ອນີ້ ກໍແມ່ນວ່າ,

1-ມີ ການລົງນາມກ່ຽວກັບ ການປົກປ້ອງສິດທິແຮງງານອາຊຽນ

2-ລົງນາມກ່ຽວກັບການຍົກຣະດັບຖານະແມ່ຍິງໃນອາຊຽນ

3-ລົງນາມກ່ຽວກັບການປາບປາມ ແລະປ້ອງກັນການສໍ້ຣາສບັງຫລວງ

4-ລົງນາມການຄ້າເສຣີອາຊຽນ-ຈີນ

5-ລົງນາມການທ່ອງທ່ຽວອາຊຽນ-ຈີນ

6-ລົງນາມຄວາມຮ່ວມມືອາຊຽນ-ສະຫະຣັດ ຄົບຮອບ 40 ປີ

7-ລົງນາມຕ້ານອາສຍະກຳໃນເຄືອຄ່າຍອີເຕີແນດອາຊຽນ

8-ລົງນາມຄວາມຮ່ວມມືຕ້ານ ແລະປາບປາມກຸ່ມກໍ່ການຮ້າຍ ກຸ່ມຫົວຮຸ່ນແຮງ ແລະອາຊຍາກັມຂ້າມຊາດ ປະເພດຕ່າງໆ

ແລະ 9-ລົງນາມປ້ອງກັນຄວາມປອດພັຍ ທາງດ້ານອາຫານ ແລະຄຸນນະພາບ ແມ່ຍິງ.

ສະມາຄົມອາຊຽນສ້າງຕັ້ງຂຶ້ນມາໃນປີ 1967 ຈາກ 4 ປະເທດສະມາຊິກ ຜູ້ລິເລີ້ມ ດັ່ງ ໄທ ມາເລເຊັຽ ອີນໂດເນເຊັຽ ແລະ ສິງກະໂປ ເພື່ອສົ່ງເສີມ ການເຕີບໂຕ ທາງດ້ານເສຖກິດ ການຄ້າ, ຄວາມກ້າວຫນ້າ ທາງດ້ານສັງຄົມ ແລະວັທນະທັມ ແລະ ຄວາມຫມັ້ນຄົງ ຂອງພາກພື້ນ ຊຶ່ງໃນປີ 1984 ປະເທດບຣູນາຍ ກໍເຂົ້າຮ່ວມເປັນສະມາຊິກ ຕໍ່ມາກໍແມ່ນວຽດນາມ ໃນປີ 1995 ສປປລາວ ແລະ ພະມ້າ ໃນປີ 1997 ກຳພູຊາ ໃນປີ 1999. ອາຊຽນ ມີປະຊາກອນທັງຫມົດ ໂດຍຮວມປະມານ 600 ລ້ານຄົນ ເປັນເຂດ ເສຖກິດ ຣະດັບໃຫຍ່ ແຫ່ງນຶ່ງໃນໂລກ ທີ່ມີແຮງງານ ອັນດັບສາມຂອງໂລກ ແລະ ຈະເປັນແຮງດັນ ຊຸກຍູ້ການເຕີບໂຕ ຂອງເສຖກິດໂລກໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.