ລາວ ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ ສມັຍທີ 73

ຈຳປາທອງ
2018.10.03
F-SALERMXAY ທ່ານ ສະເຫລີມໄຊ ກົມມະສິດ ຣັຖມົນຕຣີ ກະຊວງການຕ່າງປະເທດລາວ ທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສມັຍທີ 73 ທີ່ນະຄອນ ນິວຢ໊ອກ ສະຫະຣັຖອາເມລິກາ.
Screen capture : https://news.un.org/en/story/2018/09/1021752

ຄນະຜູ້ແທນຣັຖບາລ ສປປລາວ ນໍາໂດຍທ່ານ ສະເຫຼີມໄຊ ກົມມະສິດ, ຣັຖມົນຕຣີ ກະຊວງການຕ່າງປະເທດ, ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ ຂອງສະຫະປະຊາຊາດ ສມັຍ ທີ 73, ຊຶ່ງໄດ້ໄຂຂຶ້ນ ໃນມື້ວັນທີ 18 ກັນຍາ 2018 ທີ່ນະຄອນນິວຢ໊ອກ ສະຫະຣັຖ ອາເມລິກາ ພາຍໃຕ້ຫົວຂໍ້ "ເຮັດໃຫ້ ອົງການສະຫະປະຊາຊາດ ມີຄຸນຄ່າ ກັບໝົດທຸກຄົນ: ການນຳພາ ໃນຂອບເຂດທົ່ວໂລກ ແລະ ຄວາມຮັບຜິດຊອບຮ່ວມກັນ ເພື່ອໃຫ້ສັງຄົມ ມີສັນຕິພາບ, ມີຄວາມເທົ່າທຽມກັນ ແລະ ຍືນ​ຍົງ."

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວປາໄສ ຢູ່ໃນກອງປະຊຸມ ພາກອະພິປາຍທົ່ວໄປ ໃນມື້ວັນທີ 29 ກັນຍາ 2018, ຊຶ່ງໃນນັ້ນ ໄດ້ເວົ້າເຖິງ ສະພາບການ ພາຍໃນລາວ ຮວມທັງ ພັຍນໍ້າຖ້ວມເສັຍຫາຍໜັກ ແຕ່ບໍ່ໄດ້ເວົ້າເຖິງ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ ແລະ ຜົລຮ້າຍ ອັນໜັກໜ່ວງ ຂອງມັນ ທີ່ມີຕໍ່ ຊີວິດ ແລະ ຊັພສິນ ຂອງປະຊາຊົນລາວ ເປັນຈໍານວນຫລວງຫລາຍ, ດັ່ງທີ່ທ່ານ ກ່າວຕອນນຶ່ງວ່າ:

(ສຽງ​ທ່ານ ສະ​ເຫຼີມ​ໄຊ) ...

ພ້ອມກັນນັ້ນ ທ່ານກໍເວົ້າເຖິງ ບັນຫາສາກົນ ຮວມໄປເຖິງ ບັນຫາແຫລມເກົາຫລີ ທີ່ສປປລາວ ສັນລະເສີນ ການພົບພໍ້ສຸດຍອດ ຄັ້ງປວັດສາດ ເມື່ອໄວໆມານີ້ ຣະຫວ່າງ ຜູ້ນຳສູງສຸດ ຂອງສະຫະຣັຖອາເມຣິກາ ແລະ ເກົາຫລີເໜືອ ເມື່ອເດືອນ ກໍຣະກະດາ ທີ່ຜ່ານມາ ຊຶ່ງທ່ານກ່າວວ່າ:

(ສຽງ​ທ່ານ ສະ​ເຫຼີມ​ໄຊ) ...

ແລະ ທັງສັນລະເສີນການພົບພໍ້ສຸດຍອດ ຣະຫວ່າງ ຜູ້ນຳສູງສຸດ ເກົາຫລີໃຕ້ ແລະ ເກົາຫລີເໜືອ ຄັ້ງທີ 3 ນີ້ນໍາດ້ວຍ.

ທ່ານໄດ້ຮຽກຮ້ອງ ໃຫ້ມີການແກ້ໄຂບັນຫາ ປາແລສໄຕ ດ້ວຍສັນຕິວິທີ ແລະ ຮຽກຮ້ອງ ໃຫ້ຍຸຕິການລົງໂທດຄິວບາ ເໝືອນດັ່ງທຸກປີ ທີ່ຜ່ານມາ ຊຶ່ງທ່ານກ່າວວ່າ:

(ສຽງ​ທ່ານ ສະ​ເຫຼີມ​ໄຊ) ...

ທ່ານຢ້ຳຄືນເຖິງນະໂຍບາຍການເມືອງຂອງຣັຖບາລ ສປປລາວ ທີ່ຈະຮ່ວມກັບ ວົງຄະນາຍາດສາກົນ ໃນການແກ້ໄຂບັນຫາທ້າທາຍຕ່າງໆ ຊຶ່ງພວມເກີດຂຶ້ນຢູ່ ໃນພາກພື້ນແລະໃນໂລກ ຮວມທັງການສ້າງສະພາບແວດລ້ອມສັນຕິພາບ ທີ່ເອື້ອອໍານວຍໃຫ້ແກ່ ການພັດທະນາປະເທດ ແລະການປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນ, ເພື່ອແກ້ໄຂຂໍ້ຂັດແຍ່ງຕ່າງໆໂດຍສັນຕິວິທີ ແລະປະຕິບັດວາລະການພັດທະນາ 2030 ພາຍໃຕ້ຄຳຂວັນ: “ບໍ່ປະຖິ້ມໃຜໄວ້ຢູ່ເບື້ອງຫລັງ” ດ້ວຍການເອົາເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັທນາເສຖກິຈ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 ແຕ່ປີ 2016 ເຖິງປີ 2020 ໂດຍໄດ້ ກໍານົດເອົາວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ເປັນເປົ້າໝາຍ ການພັທນາແບບຍືນຍົງແຫ່ງຊາດ - ເປົ້າຫມາຍທີ 18 ຂອງ ສປປລາວ.

ກອງປະຊຸມສະມັດຊາໃຫຍ່ຄັ້ງນີ້ ໄຂຂຶ້ນພາຍຫລັງທີ່ ສປປລາວ ປະເຊີນກັບຝົນ ຕົກໜັກ ເຮັດໃຫ້ເກີດນ້ຳຖ້ວມຢູ່ຫລາຍແຂວງຂອງລາວ, ເປັນພັຍຮ້າຍແຮງທີ່ສຸດ ເທົ່າທີ່ເຄີຍມີມາໃນປວັດສາດຂອງລາວ ຊຶ່ງທ່ານ ສະເຫລີມໄຊ ກ່າວວ່າ:

(ສຽງ​ທ່ານ ສະ​ເຫຼີມ​ໄຊ) ...

ມີ 2 ພັນ 409 ບ້ານ ໃນຈໍານວນທັງໝົດ 8,464 ບ້ານ ຢູ່ 115 ເມືອງ ໃນຈຳນວນເມືອງທັງໝົດ 148 ເມືອງ ໄດ້ຮັບຜົລກະທົບ ຈາກພັຍ ນໍ້າຖ້ວມໜັກ. ແຕ່ມູລຄ່າ ຄວາມເສັຽຫາຍ ທີ່ແທ້ຈິງ ທັງໝົດນັ້ນ ຍັງບໍ່ເປັນທີ່ ຮູ້ຈັກເທື່ອ. ນອກຈາກນັ້ນ ທ່ານ ສະເຫລີມໄຊ ກໍເວົ້າວ່າ ພາຍໃນ ອາຊຽນ, ສປປລາວ ໃຫ້ຄວາມສໍາຄັນ ຕໍ່ບັນຫາ ການປ່ຽນແປງ ຂອງດິນຟ້າອາກາດ ແລະ ການບໍຣິຫານ ຈັດການຄວາມສ່ຽງພັຍພິບັດ.

ພ້ອມດຽວກັນນັ້ນ, ກໍເຫັນຄຸນຄ່າ ການສນັບສນູນ ຂອງສະຫະປະຊາຊາດ ຢ່າງຕໍ່ເນື່ອງ ສໍາລັບແຜນປະຕິບັດງານ ຍຸທສາດຮ່ວມ ອາຊຽນ ສະຫະປະຊາຊາດ ກ່ຽວກັບ ການຄຸ້ມຄອງພັຍພິບັດ ແຕ່ປີ 2016 ຫາປີ 2020 ໃນການແກ້ໄຂບັນຫາ ການປ່ຽນແປງ ຂອງດິນຟ້າອາກາດ ແລະ ການແກ້ ໄຂເຣື່ອງພັຍພິບັດ ແລະ ການຕອບໂຕ້ຜົລກະທົບ ທີ່ຈະມີຕໍ່ ການພັທນາເສຖກິດ-ສັງຄົມ ໃນຫຼາຍປີຂ້າງໜ້າ.

ໃນການແກ້ໄຂບັນຫາ ອາສຍາກັມຂ້າມຊາດ, ທ່ານກໍເວົ້າວ່າ ມັນຈໍາເປັນ ຕ້ອງມີຄວາມພະຍາຍາມ ຮ່ວມກັນ ໃນທຸກຣະດັບ. ໃນປີນີ້ ສປປລາວ ຍັງມຸ້ງໝັ້ນ ໃນການປະຕິບັດວຽກງານ ຢ່າງໃກ້ຊິດ ກັບປະຊາຄົມສາກົລ ໃນການຕ້ານ ຢາເສບຕິດໃຫ້ໂທດ ແລະ ການຄ້າສັດປ່າຜິດກົດໝາຍ, ການຄ້າມະນຸດ ໂດຍສະເພາະ ຄ້າແມ່ຍິງ ແລະ ເດັກນ້ອຍ ແລະອື່ນໆ ແຕ່ບໍ່ໄດ້ເວົ້າເຖິງ ບັນຫາທີ່ເກີດຂຶ້ນຢູ່ລາວ.

ຣັຖບານ ສປປລາວ ໄດ້ຮັບຮອງເອົາ ແຜນແມ່ບົດ ຄວບຄຸມຢາເສບຕິດ ແຕ່ປີ 2016 ຫາປີ 2020 ໃນຂນະທີ່ໃຊ້ ແຜນງານອາຊຽນ ກ່ຽວກັບ ການຮັບປະກັນຄວາມປອດພັຍ ຂອງຊຸມຊົນຕ້ານຢາເສບຕິດ ແຕ່ປີ 2016 ຫາປີ 2025 ເພື່ອເຮັດໃຫ້ ວິສັຍທັດອາຊຽນ ປອດຢາເສບຕິດ ປາກົດຜົລເປັນຈິງ ອັນເປັນນຶ່ງ ໃນວາຣະບຸຣິມະສິດ ສໍາຄັນຂອງພາກພື້ນນີ້. ພ້ອມກັນນັ້ນ, ສປປລາວ ກໍຍັງຍິນດີສນັບສນູນ “ຄໍາຮຽກຮ້ອງ ຂອງໂລກ ກ່ຽວກັບ ບັນຫາຢາເສບຕິດ ໃນໂລກ” ທີ່ປະທານາທິບໍດີສະຫະຣັຖ ອາເມຣິກາ ໄດ້ລິເລີ່ມ ດັ່ງທີ່ທ່ານກ່າວວ່າ:

(ສຽງ​ທ່ານ ສະ​ເຫຼີມ​ໄຊ) ...

ເວົ້າເຖິງ ການຣາຍງານ ຂອງຣັຖບາລ ສປປລາວ ຕໍ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສ​ມັຍທີ 73 ໃນປີນີ້ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທສ ເຢັຽຣະມັນ ກ່າວວ່າ:

(ສຽງ ດ​ຣ. ບຸນ​ທອນ) ...

ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດຄັ້ງນີ້ ພັນທະມິດ ເພື່ອປະຊາທິປະໄຕໃນລາວ ກໍໄດ້ສົ່ງຄະນະຜູ້ແທນ ຂອງຕົນເຂົ້າຮ່ວມ, ດັ່ງທີ່ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ກ່າວວ່າ:

(ສຽງ ດ​ຣ. ບຸນ​ທອນ) ...

ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສມັຍທີ 73  ໄຂຂຶ້ນ ໃນມື້ ວັນທີ 18 ກັນຍາ 2018 ທີ່ນະຄອນ ນິວຢອກ ສະຫະຣັຖ ອາເມລິກາ. ໃນກອງປະຊຸມ ພາກອະພິປາຍທົ່ວໄປ ແຕ່ວັນທີ 25 ກັນຍາ ເຖິງວັນທີ 1 ຕຸລາ 2018 ມີທັງປະມຸກຣັຖ, ຫົວໜ້າຣັຖບາລ ແລະ ຮອງປະທານາທິບໍດີ 134 ທ່ານເຂົ້າຮ່ວມ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.