ມາຟັງນໍາກັນ 11/17/19

ກອງປະຊຸມສພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 8 ຂອງສພາແຫ່ງຊາຕຊຸດທີ 8, ສພາແຫ່ງຊາຕໄດ້ຮັບຟັງການຣາຍງານ ຈາກນາຍົກຣັຖມົນຕຣີ. ໃນນັ້ນ, ບັນຫາພັຍເງິນເຟີ້ ແລະ ຄ່າເງິນກີບອ່ອນ ໄດ້ຖືກບັນດາ ສສຊ ຈາກເຂດເລືອກຕັ້ງຕ່າງໆ ຍົກຂຶ້ນມາອະພິປາຍ ເພາະມັນໄດ້ສົ່ງຜົລກະທົບໂດຍຕຣົງ ຕໍ່ປະຊາຊົນລາວ. ສສຊ ຫຼາຍທ່ານ ກໍໄດ້ສເນີວິທີແກ້ໄຂ ເພື່ອໃຫ້ຣັຖບານ ຊອກຫາທາງແກ້ໄຂຕໍ່ໄປ.

"ມາ​ຟັງ​ນຳ​ກັນ" ແມ່ນ​ຣາຍ​ການສົນ​ທະ​ນາ ບັນ​ຫາສັງ​ຄົມ ທີ່​ຕ້ອງ​ການ ພາກ​ສ່ວນ​ກ່ຽວ​ຂ້ອງ ເອົາ​ໃຈ​ໃສ່​ແກ້​ໄຂ, ອອກ​ອາ​ກາດ ທຸກໆວັນອາທິດ ເວ​ລາ 6:00 ແລງ ແລະ ເຊົ້າ​ວັນ​ຈັນ ເວ​ລາ 7:00 (ພູວົງສ໌ (ຊ້າຍ) ແລະ ໄຊຍາ). RFA

ໃນ​ໄລ​ຍະ​ຕົ້ນຂອງ​ກອງ​ປະ​ຊຸມ​ສ​ພາ​ແຫ່ງ​ຊາ​ຕ​ລາວ ສ​ມັຍ​ສາ​ມັນ​ເທື່ອ​ທີ 8 ຂອງ​ສ​ພາ​ແຫ່ງ​ຊາຕ​ຊຸດ​ທີ 8, ສ​ພາ​ແຫ່ງ​ຊາ​ຕ​ໄດ້​ຮັບ​ຟັງ​ການ​ຣາຍ​ງານ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັ​ທ​ນາ​ເສຖ​ກິ​ຈ-ສັງ​ຄົມ ​ແຫ່ງ​ຊາ​ຕ​ລາວ ໃນ​ປີ 2019 ຈາກ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ. ໃນ​ນັ້ນ, ບັນ​ຫາ​ພັຍ​ເງິນ​ເຟີ້ ແລະ ຄ່າ​ເງິນ​ກີບ​ອ່ອນ ໄດ້​ຖືກບັນ​ດາ ສ​ສ​ຊ ຈາກ​ເຂດ​ເລືອກ​ຕັ້ງ​ຕ່າງໆ ​ຍົກ​ຂຶ້ນ​ມາ​ອະ​ພິ​ປາຍ​ ເພາະ​ມັນ​ໄດ້​ສົ່ງ​ຜົ​ລ​ກະ​ທົບ​ໂດຍ​ຕ​ຣົງ ຕໍ່​ປະ​ຊາ​ຊົນ​ລາວ, ເປັນ​ຕົ້ນ​ກໍ​ແມ່ນ​ຣາ​ຄາ​ສິນ​ຄ້າຫຼາຍ​ຣາຍ​ການ ​ທີ່​ຖີບ​ໂຕ​ຂຶ້ນ​ສູງ ແລະ ຄ່າ​ເງິນ​ກີບ​ອ່ອນ ເຮັດ​ໃຫ້​ການ​ແລກ​ປ່ຽນ​ເງິນ​ຕ​ຣາ​ປັ່ນ​ປ່ວນ. ນອກ​ຈາກ​ການ​ອະ​ພິ​ປາຍ​ບັນ​ຫາ​ດັ່ງ​ກ່າວ​ແລ້ວ, ສ​ສ​ຊ ຫຼາຍ​ທ່ານກໍ​ໄດ້ສເນີ​ວິ​ທີ​ແກ້​ໄຂ ເພື່ອ​ໃຫ້​ຣັ​ຖ​ບານ​ພິ​ຈາ​ຣະ​ນາ ຊອກ​ຫາ​ທາງ​ແກ້​ໄຂ​ຕໍ່​ໄປ.

ທ່ານ ສຸກ​ສວັນ ວິ​ໄລ​ວົງ, ສ​ສ​ຊ ຈາກ​ເຂດ​ເລືອກ​ຕັ້ງ​ທີ 15 ແຂວງ​ຈຳ​ປາ​ສັກ ກໍ​ໄດ້​ຂຶ້ນ​ແລກ​ປ່ຽນ​ຄວາມ​ຄຶດ​ເຫັນ​ໃນ​ກອງ​ປະ​ຊຸມ ເພື່ອ​ສະ​ທ້ອນ​ໄປ​ເຖິງ​ຣັ​ຖ​ບານ​ ທີ່​ເຜີຍ​ແຜ່​ຜ່ານ​ສື່ມວນ​ຊົນ​ທ້ອງ​ຖິ່ນ​ວ່າ ຕາມ​ທີ່​ທ່ານ​ໄດ້ສັງ​ເກດ ແລະ ຕິດ​ຕາມ​ບັນ​ຫານີ້​ແຕ່​ຕົ້ນ​ປີ ແລ້ວ​ແມ່ນ​ວ່າ ປີນີ້ ອັດ​ຕ​ຣາ​ເງິນ​ເຟີ້​ຂອງ​ລາວ ເພີ້ມ​ຂຶ້ນ​ຮອດ 14% ແລ້ວ ແລະ ພວມ​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ຣາ​ຄາ​ສິນ​ຄ້າ​ເຖິງ​ທີ່​ສ່ວນ​ໃຫ​ຍ່​ມີ​ການ​ນຳ​ເຂົ້າ​ມາ​ຈາກ​ຕ່າງ​ປະ​ເທດ ເພີ້ມ​ຂຶ້ນ​ເຖິງ 14% ເຊັ່ນ​ກັນ.

“​​ການຕິດຕາມຂອງ ເຫັນວ່າ ຢູ່ໃນຕົ້ນປີ 2019 ອັຣາແລກປ່ຽນເງິນກີບຕໍ່ສະກຸນເງິນຕຣາຕ່າງປະເທດ, ໂດຍສະເພາະເງິນບາທນີ້ ຢູ່ທີ່ 263 ຕໍ່ບາ. ແຕ່ມາຮອດປະຈຸບັນນີ້, ແມ່ນເຮົາບັນລຸ 300 ກີບລະ ຕໍ່​ 1 ບາທເນາະ. ສະແດງໃຫ້ເຫັນວ່າ ຖ້າເຮົາສົມທຽບ ອັດຣາແລກປ່ຽນຕົ້ນປີແລະ ທ້າຍປີນີ້ ເຫັນວ່າ ເງິນກີບເຮົານີ້ອ່ອນຄ່າຢູ່ສອງໂຕເລ ທ່ານປະທານ. ປະມານ 14% ກະສະແດງໃຫ້ເຫັນວ່າ ລາຄາສິນຄ້າຈາກການນຳເຂົ້ານີ້ເພີ້ມຂຶ້ນ 10 ປາຍເປີເຊັນ. ອັນນີ້ ມັນສົ່ງຜົກະທົບໂດຍກົງຕໍ່ການພັນາເສກິ-ສັງຄົມ ຂອງປະເທດເນາະ. ເຮັດໃຫ້ລາຄາສິນຄ້າໃນທ້ອງລາດ ເພີ້ມຂຶ້ນ. ທັງສິນຄ້ານຳເຂົ້າ ແລະ ສິນຄ້າທີ່ລິຢູ່ພາຍໃນ.”

ກ່ຽວ​ກັບ​ເຣື້ອງນີ້, ນັກ​ຊ່ຽວ​ຊານ​ດ້ານ​ເສ​ຖ​ກິ​ຈ​ມ​ະຫາ​ພາກໃນ​ລາວ ທ່ານ​ນຶ່ງ, ເຊິ່ງ​ເພິ່ນກໍ​ໄດ້​ໃຫ້​ທັ​ສ​ນະ​ໃນ​ທາງ​ທິ​ສ​ດີ ເມື່ອ​ວັນ​ທີ 13 ພຶ​ສ​ຈິ​ກາ ນີ້​ວ່າ ພັຍ​ເງິນ​ເຟີ້ ແລະ ເງິນ​ກີບ​ອ່ອນ​ຄ່າ ມີ​ຄວາມ​ສຳ​ຄັນ​ຕໍ່​ເສ​ຖ​ກິ​ຈ​ລາວ​ຫຼາຍ ເພາະລາວ​ເປັນ​ປະ​ເທດ​ທີ່​ມີ​ການ​ຄ້າ​ກັບຫຼາຍ​ປະ​ເທດ ແລະ ສ່ວນ​ໃຫ​ຍ່​ກໍ​ມີ​ການ​ນຳ​ສິນ​ຄ້າ​ເຂົ້າ​ມາ ຫຼາຍກວ່າ​ທີ່​ສົ່ງ​ສິນ​ຄ້າ​ອອກ​ໄປ​ຂາຍ. ດັ່ງ​ນັ້ນແລ້ວ, ເສ​ຖ​ກິ​ຈ​ລາວ ຈຶ່ງ​ອ່ອນ​ໄຫວ​ຕໍ່ອັດ​ຕ​ຣາ​ແລກ​ປ່ຽນ​ທີ່​ທີ່​ເໜັງ​ຕີງ​ຮຸນ​ແຮງ.

“​​ອັດຣາແລກປ່ຽນ ຣະຫວ່າງເງິນກີບ ກັບເງິນຣາຕ່າງປະເທດ ສຳຄັນກະແມ່ນເງິນຣາທີ່ປະເທດທີ່ລາວມີການຄ້ານຳ ສ່ວນຫຼາຍກະຊິແມ່ນ ເງິນບາກັບເງິນດອນເນາະ ທີ່ວ່າໃຊ້ກັນຫຼາຍຢູ່ລາວ. ມັນກະມີຄວາມສຳຄັນຫຼາຍ ຕໍ່ຣະບົບເສກິທັງໝົດ ເພາະວ່າລາວເປັນປະເທທີ່ວ່ ມີການຄ້າກັບຕ່າງປະເທດຫຼາຍ. ລະສິນຄ້າຫຼາຍໆຢ່າງຢ່າງ ສຳລັບການບໍຣິໂພໃນເຮືອນ ຫຼືສຳລັບການດຳເນີນທຸຣະກິ ການລົງທຶນຕ່າງໆ ແມ່ນນຳເຂົ້າຫຼາຍ. ເພາະສະນັ້ນ, ອັດຣາແລກປ່ຽນ ມີຄວາມສຳຄັນຫຼາຍ ສຳລັບເສກິໂດຍລວມເລີຍ. ໂຕຢ່າງ, ຄັນເງິນກີແຂງໂຕ ມັນກໍຈະເຮັດໃຫ້ລາຄາສິນຄ້າຕ່າງປະເທດ ທີ່ຊື້ເຂົ້າມາລາວຖືກລົງ. ກົງກັນຂ້າມ, ຄັນເງິນກີບອ່ອນໂຕ ມັນກໍຈະເຮັດໃຫ້ສິນຄ້າຕ່າງປະເທດທີ່ນຳເຂົ້າລາວ ມີລາຄາສູງຂຶ້ນ. ນອກເໜືອຈາກນັ້ນ, ມັນຈະເຮັດໃຫ້ມີບັນຫາເງິນເຟີ້ຢູ່ໃນລາວ. ສິນຄ້າອຸປະໂພ-ບໍຣິໂພ ສ່ວນຫຼາຍຢູ່ໃນລາວ ແມ່ນນຳເຂົ້າ.”

ຂ​ນະ​ດຽວ​ກັນ, ທ່ານ ດ​ຣ. ລີ​ເບີ້ ລີ​ບົ່ວ​ປ້າວ, ສ​ສ​ຊ ຈາກ​ເຂດ​ເລືອກ​ຕັ້ງ​ທີ 11 ແຂວງບໍ​ຣິ​ຄຳ​ໄຊ ກໍ​ໄດ້​ໃຫ້​ສັມ​ພາດ​ແກ່​ສື່ມວນ​ຊົນ​ທ້ອງ​ຖິ່ນ​ວ່າ ການ​ແກ້​ໄຂ​ບັນ​ຫາ​ພັຍ​ເງິນ​ເຟີ້ ບໍ່​ຈຳ​ເປັນ​ຕ້ອງ​ມີ​ກົດ​ໝາຍສະ​ເພາະ ຍ້ອນ​ວ່າ​ມີ​ພາກ​ກົ​ລ​ໄກ​ຂອງ​ຣັ​ຖ​ບານ​ເປັນ​ຜູ້​ຄຸ້ມ​ຄອງ​ຢູ່​ແລ້ວ. ພຽງ​ແຕ່​ຕ້ອງ​ສົ່ງ​ເສີມ​ໃຫ້​ມີ​ການ​ຜ​ລິ​ຕ​ພາຍ​ໃນ​ໃຫ້ຫຼາຍ​ຂຶ້ນ ແລະ ຫຼຸດ​ຜ່ອນ​ການ​ນຳ​ສິນ​ຄ້າ​ເຂົ້າ​ມາ.

“​​ເງິນເຟີ້ກະບໍ່ຈຳເປັນທີ່ຈະ​​ຕ້ອງແມ່ນກົດໝາຍ ມີແຕ່ຢູ່ໃນແຜນພັນາເສກິ-ສັງຄົມ ຂອງຣັບານຢູ່ແລ້ວ, ເຊິ່ງມີຫຼາຍແນງການທີ່ກ່ຽວຂ້ອງ. ເຣີ່ມຈາກນາຄານກາງ, ກະຊວງອຸດສາຫະກັມ ແລະ ການຄ້າ, ກະຊວງກະສິກັມ ທີ່ລິສິນຄ້າ. ດ້ານນຶ່ງ, ຖ້າວ່າເຮົາມີການ ລິຕຫຼາຍ ຕອບສນອງພາຍໃນນີ້ນ່າ ກະເຮັດໃຫ້ຄວາມຕ້ອງການເງິນຣາຕ່າງປະເທດ ຫຼຸດລົງ. ຖ້າວ່າເຮົາລິຕຫຼາຍ ລາຄາສິນຄ້າກໍຖືກລົງ. ລາຄາສິນຄ້າຖືກ ກໍຄືເງິນມີຄ່າ. ຫຼັກໆແລ້ວກໍຕ້ອງມີການລິໃຫ້ຫຼາຍຂຶ້ນ ແລະ ຫຼຸດຜ່ອນການນຳເຂົ້າສິນຄ້າ.”

ເຊັ່ນ​ດຽວ​ກັນ ທ່ານ ດ​ຣ. ອາ​ນຸ​ພາບ​ ຕຸ​ນາ​ລົມ, ສ​ສ​ຊ ຈາກ​ເຂດ​ເລືອກ​ຕັ້ງ​ທີ 01 ນະ​ຄອນຫຼວງວຽງ​ຈັນ ກໍ​ໄດ້​ກ່າວ​ໃນ​ວາ​ຣະ​ກອງ​ປະ​ຊຸມ ທີ່​ເຜີຍ​ແຜ່​ຜ່ານ​ສື່ມວນ​ຊົນ​ທ້ອງ​ຖິ່ນ​ວ່າ ການ​ແກ້​ໄຂ​ບັນ​ຫາ​ເງິນ​ກີບ​ອ່ອນ​ຄ່າ ຣັ​ຖ​ບານ​ຕ້ອງຣະ​ດົມ​ໃຫ້​ທຸກ​ພາກ​ສ່ວນ ມີ​ສ່ວນ​ຮ່ວມ​ໃນ​ການ​ໃຊ້​ເງິນ​ກີບ​ຢ່າງ​ເຂັ້ມ​ແຂງ ແລະ ຕ້ອງ​ເນັ້ນ​ການ​ຜ​ລິ​ຕ​ ເພື່ອ​ສົ່ງ​ສິນ​ຄ້າ​ໄປ​ຂາຍ​ຕ​ລາດນອກ​ປ​ະ​ເທດ.

“​​ເນີເພີ້ມຕື່ມ. ອັນທີ່ນຶ່ງແມ່ນມາການໂຄສະນາປຸກຣະດົມ ພາກທຸຣະກິ ແລະ ປະຊາຊົນ ໃຫ້ເຂົ້າຮ່ວມໃນການຄຸ້ມຄອງ ຫຼືວ່າເຂົ້າຮ່ວມໃນການດັດສົມ ອັດຣາເງິນເຟີ້ນີ້. ໝາຍຄວາມວ່າຢູ່ນີ້ ຊິເວົ້າແນວໃດ? ປະຊາຊົນ-ສັງຄົມ, ນັກທຸຣະກິຈນີ້ ກະຕ້ອງເຂົ້າຮ່ວມ. ເຂົ້າຮ່ວມບ່ອນວ່າ ຕ້ອງເຮັດທຸຣະກິ ການລິຕນີ້ ເນັ້ນໃສ່ ມັພາບເປັນນຫຼັກ, ບໍ່ແມ່ນເຮັດໜ້ອຍຢາກໄດ້ກຳລັຍຫຼາຍ. ຄັນວ່າແນວນັ້ນ ແມ່ນບໍ່ແລ້ວຈັກເທື່ອ. ແຕ່ວ່າຢາກເຮັດໄດ້ແນວນັ້ນ, ຢາກໃຫ້ປະຊາຊົນມີແນວຄຶດແນວນັ້ນ, ພວກເຮົາບໍ່ຄວນແນໃສ່ແຕ່ລາດພາຍໃນ. ຕ້ອງແນໃສ່ລາດຕ່າງປະເທດທໍ່ນັ້ນ, ມັນຈຶ່ງຊິພົ້ນອອກຈາກແນວຄຶດນັ້ນ.”

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org