ສາກົນທັກທ້ວງຣັຖບານ ລາວ ຕັດສິນ ລັບ

ອົງການ ນິຣະໂທດກັມ ສາກົນ ຮຽກຮ້ອງໃຫ້ ຣັຖບານລາວ ປ່ອຍ ຄົນງານລາວ ສາມຄົນ ໂດຍ ປາສຈາກ ເງື່ອນໄຂ.

ອົງການນິຣະໂທດກັມສາກົນ ຮຽກຮ້ອງທາງການລາວ ປ່ອຍຄົນງານລາວສາມຄົນ ໂດຍປາສຈາກເງື່ອນໄຂ ໃດໆທັງໝົດ Amnesty International

ອົງການນິຣະໂທດກັມສາກົນ ໄດ້ຮຽກຮ້ອງໃຫ້ ຣັຖບານ ສປປລາວ ປ່ອຍຄົນງານລາວ ທີ່ກັບຈາກໄທ ສາມຄົນ ທີ່ຖືກສານລາວ ຕັດສີນ ແບບລັບໆ ໃຫ້ຖືກຈໍາຄຸກ ເປັນເວລາຍາວ ນານ ເມື່ອຕົ້ນເດືອນ ເມສາ ຜ່ານມາ.

ທ້າວ ສົມພອນ ພິມມະສອນ ຖືກຄຸກ 20 ປີ ທ້າວ ສຸການ ໃຈທັສ ຖືກຄຸກ 18 ປີ ແລະນາງຫຼອດຄຳ ທັມມະວົງ ຖືກຄຸກ 12 ປີ ຈາກ ການຕັດສິນ ຂອງສານລາວ ແບບລັບໆ ໃນຕົ້ນ ເດືອນເມສາ ປີນີ້. ທັງສາມເປັນຄົນງານລາວ ທີ່ໄປເຮັດວຽກ ຢູ່ປະເທດໄທ ຖືກຈັບໃນ ເດືອນ ເມສາ ປີ 2016 ໃນຂນະທີ່ ພວກຂະເຈົ້າ ກັບຄືນ ປະເທດລາວ ເພື່ອຕໍ່ຫນັງສື ຜ່ານແດນ.

ອົງການນິຣະໂທດກັມສາກົນ ຂໍຮຽກຮ້ອງໃຫ້ຄົນລາວ ແລະຄົນຕ່າງຊາດທົ່ວທຸກແຫ່ງ ຂຽນຫນັງສືຫາ ຣັຖບານລາວ ໃຫ້ປ່ອຍຄົນງານລາວ ທັງສາມຄົນນີ້ ໂດຍປາສຈາກ ເງື່ອນໄຂ ໃດໆທັງສີິ້ນ ຍ້ອນວ່າ ຂະເຈົ້າບໍ່ມີ ຄວາມຜິດ ມີພຽງແຕ່ ຮຽກຮ້ອງ ຄວາມເປັນທັມ ເທົ່ານັ້ນ.

ອົງການດັ່ງກ່າວເວົ້າວ່າ ພວກຂະເຈົ້າ ເປັນນັກໂທດຈິດສຳນຶກ ໂທດຂອງພວກຂະເຈົ້າ ບໍ່ມີຫຍັງ ນອກຈາກຮຽກຮ້ອງ ສິດທິມະນຸດ ສິດທິ ໃນການ ປາກເວົ້າ ແລະ ການສະແດງອອກ ໃນລາວ, ດັ່ງນັ້ນ:

1-ຣັຖບານລາວ ຕ້ອງປ່ອຍ ພວກຂະເຈົ້າ ໃນທັນທີທັນໃດ.

ສອງ- ຄ້ຳປະກັນ ຄວາມປອດພັຍ ຂອງພວກຂະເຈົ້າ ໃນທີ່ກັກຂັງ ບົນພື້ນຖານ ມາຕຖານສາກົນ ໃນນັ້ນ ຮ່ວມດ້ວຍ ອາຫານການກິນ ການຢ້ຽມຢາມ ຂອງພໍ່ແມ່ ແລະ ຍາດພີ່ນ້ອງ ທະນາຍຄວາມ ແລະ ການຮັກສາ ສຸຂພາບ.

ສາມ-ໃຫ້ຂໍ້ມູນຢ່າງຈະແຈ້ງ ກ່ຽວກັບຄວາມຜິດ ທີ່ພວກຂະເຈົ້າກະທຳ ແລະ ໂທດທີ່ພວກຂະເຈົ້າເຮັດ ໃນການຕັດສີນຄະດີ ຂອງສານລາວ ໃນຄະດິ ຂອງຂະເຈົ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org