ອົງການພັນທະມິຕ ຖແລງການ
2019.05.28

ອົງການພັນທະມິຕ ເພື່ອ ປະຊາທິປະຕັຍ ໃນລາວ ອອກຖແລງການ ສະແດງຄວາມເສັຽໃຈ ຕໍ່ເຫດການການ ທີ່ເກີດຂຶ້ນ ກັບຊາວບ້ານ ດ່ານໃຫຍ່ ແຂວງສາລະວັນ ຊຶ່ງເປັນການຈັບກຸມ ທີ່ບໍ່ເປັນທັມ ຊາວບ້ານ ບໍ່ມີຄວາມຜິດຫຍັງ ເຂົາມີສິດ ທີ່ຈະປົກປ້ອງ ດິນໄຮ່ດິນນາ ຂອງ ພວກຂະເຈົ້າ ຈາກນັກລົງທຶນ ຕ່າງຊາດ. ອົງການພັນທະມິດ ຢາກທັກທວງໃຫ້ ທາງການລາວ ຄື:
1- ປ່ອຍຕົວ ທ້າວ ສົມນຶກ ທີ່ຍັງຖືກກັກຂັງ ທໍຣະມານໃນຄຸກ ໃຫ້ມີອິສຣະພາບ ຢ່າງຮີບດ່ວນ ປາສຈາກເງື່ອນໄຂ ແລະ ປະຊາຊົນ ທີ່ ບ້ານຢຶບ ເມືອງເຊກອງ ທີ່ຍັງຖືກກັກຂັງ ເທົ່າເຖິງທຸກມື້ນີ້
2- ທັກທວງ ໃຫ້ຜູ້ນຳພັກຣັດ ທົດແທນຄ່າເສັຽຫາຍ ໃຫ້ແກ່ຄອບຄົວ ທ້າວສີພອງ ແລະ ຄອບຄົວຄົນອື່ນໆ ທີ່ຖືກກັກຂັງຢ່າງເຫມາະສົມ ແລະ ເປັນທັມ. ດັ່ງ ດຣ ບຸນທອນ ຈັນທະລາວົງ ວີເຊີ ປະທານ ອົງການດັ່ງກ່າວ ເວົ້າວ່າ:
“ຂ້າພະເຈົ້າຕີຣາຄາວ່າ ການຈັບກຸມຊາວບ້ານດ່ານໃຫຍ່ ເມືອງສາລະວັນ ແຂວງສາລະວັນ ເປັນເຫດການ ທີ່ໂຫດຫ້ຽມທີ່ສຸດ ຊື່ງເປັນການ ກ່າວຫາໃສ່ຊາວບ້ານ ຈັບຂະເຈົ້າແລ້ວໄດ້ຖີ້ມໂທດໃສ່ຂະເຈົ້າ ແບບໂທດການເມືອງ ຂ້່າພະເຂົ້າຄິດວ່າ ຊາວບ້ານດ່ານໃຫຍ່ມີສິດ ທີ່ຈະ ລຸກຂຶ້ນມາ ປົກປ້ອງ ດິນດອນຕອນຫຍ້າ ຂອງພວກຂະເຈົ້າ.”
ອົງການພັນທະມິຕ ເພື່ອ ປະຊາທິປະຕັຍ ທີ່ມີສູນກາງຢູ່ ປະເທດເຢັຽຣະມັນ ຍັງຮຽກຮ້ອງ ໃຫ້ອົງການຈັດຕັ້ງ ສາກົນ ເປັນຕົ້ນ:
1- ຮຽກຮ້ອງມາຍັງ ກັມມະການສູງສຸດ ສະຫະປະຊາຊາດ ດ້ານສິດທິມະນຸດ ແລະ ຄນະກັມມະການ ດ້ານສິດທິມະນຸດ ຂອງສະຫາພາບ ຢູໂຣບ ທີ່ເຄີຍໄປໄກ່ເກັ່ຽ ບັນຫາດ້ານສິດທິມະນຸດ ໃນລາວ ກັບຣັຖບານລາວ ຜ່ານມາ ໃຫ້ຈັດຕັ້ງຄນະກັມມະການພິເສດ ເຂົ້າໄປສືບສວນ ການຈັບປະຊາຊົນຊາວ ບ້ານດ່ານໃຫຍ່ ແຂວງສາລະວັນ ເພື່ອໃຫ້ໄດ້ຂໍ້ມູນຫຼັກຖານ ຄວາມຈິງ ໃນເຫດການນີ້.
2- ຮຽກຮ້ອງມາຍັງຣັຖບານປະເທດຕ່າງໆ ທີ່ເປັນປະຊາທິປະຕັຍ ທີ່ໃຫ້ການຊ່ອຍເຫຼືືອເງິນ ແກ່ ສປປລາວ ໃຫ້ເອົາການຊ່ອຍເຫຼືອນັ້ນ ເປັນເງື່ອນໄຂ ພັກດັນທາງການ ສປປລາວ ໃຫ້ແຮງຂຶ້ນ ເພື່ອໃຫ້ທາງການລາວ ປະຕິບັດຫຼັກການ ສິດທິມະນຸດ ຕາມສົນທິສັນຍາ ຂອງ ສະຫະປະຊາຊາດ ທີ່ທາງການລາວ ໄດ້ເຊັນໄປນັ້ນ ໃຫ້ປະຕິບັດຜົລເປັນຈິງ.