ຄົບທົສວັດແລ້ວ ຣັຖບານລາວ ຍັງປະຕິເສດ, ບໍ່ໃຫ້ຄຳຕອບ

ເມື່ອວັນທີ 15 ທັນວາ ເປັນມື້ຄົບຮອບ 10 ປີ ທີ່ທ່ານ ສົມບັດ ສົມພອນ, ນັກພັທນາຊຸມຊົນ ອາວຸໂສດີເດັນ ແລະ ເຈົ້າຂອງຣາງວັນ ແມັກໄຊໄຊ ສາຂາການພັທນາຊຸມຊົນ ຊາວລາວ, ຖືກບັງຄັບ ໃຫ້ຫາຍສາບສູນໄປ.

ຮູບແຕ້ມ ທ່ານ ສົມບັດ ສົມພອນ RFA

ເມື່ອວັນທີ 15 ທັນວາ ເປັນມື້ຄົບຮອບ 10 ປີ ທີ່ທ່ານ ສົມບັດ ສົມພອນ, ນັກພັທນາຊຸມຊົນ ອາວຸໂສດີເດັນ ແລະ ເຈົ້າຂອງຣາງວັນ ແມັກໄຊໄຊ ສາຂາການພັທນາຊຸມຊົນ ຊາວລາວ, ຖືກບັງຄັບ ໃຫ້ຫາຍສາບສູນໄປ. ທ່ານ ສົມບັດ ໄດ້ຫາຍສາບສູນໄປ ຫຼັງຈາກ ທ່ານຖືກເຈົ້າໜ້າທີ່ຕຳຣວດ ກັກຣົຖຈິບ ຂອງທ່ານ ຢູ່ປ້ອມຍາມຕຳຣວດ ຕໍ່ໜ້າໂຮງຮຽນ ເຕັກນິກການຊ່າງ ລາວ-ເຢັຽຣະມັນ ທີ່ຖນົນທ່າເດື່ອ. ທ່ານຖືກ ຄົນກຸ່ມນຶ່ງ ລັກພາໂຕ ຂຶ້ນຣົຖໃຫຍ່ ແລ້ວກໍຫາຍສາບສູນໄປ ພ້ອມກັບຣົຖຈິບສີຂຽວເຂັ້ມ ຂອງທ່ານ ເວລາປະມານ 6 ໂມງແລງ ຂອງວັນທີ 15 ທັນວາ ປີ 2012. ອິງຕາມກ້ອງວິດີໂອ ວົງຈອນປິດ ທີ່ສາມາດບັນທຶກ ເຫດການໄວ້ໄດ້ ສແດງໃຫ້ເຫັນເຖິງເຫດການ ທີ່ທ່ານຖືກເຈົ້າໜ້າທີ່ (ຣັຖ) ບັງຄັບໃຫ້ຂຶ້ນ ຣົຖໃຫຍ່ຄັນນຶ່ງ ແລະທ່ານໄດ້ຖືກພາໂຕໄປ ໃນເວລານັ້ນ ຫຼາຍໆຄົນ ເຊື່ອແນ່ວ່າ ຣັຖບານລາວ ເປັນຜູ້ຮັບຜິດຊອບ ຕໍ່ເຫດການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ແຕ່ທາງຣັຖບານ ໃຊ້ວິທີ ການປິດປາກມິດງຽບ ມາເປັນເວລາ ນຶ່ງທົສວັດແລ້ວ. 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org