ເຂື່ອນຫຼວງພຣະບາງ, ຊະນະຄາມ ຕາມລໍາດັບ

ມະນີຈັນ
2020.06.16
F-Luangprabang-dam ເສັ້ນທາງທີ່ຕັດເຂົ້າໄປຫາເຂດ ການກໍ່ສ້າງເຂື່ອນຫຼວງພຣະບາງ ແລະ ຣົດດຸດຣົດໄຖ ກໍໄດ້ລໍາລຽງເຂົ້າມາບຸກເບີກ ພື້ນທີ່ແລ້ວ, ປະຊາຊົນ ກໍປຸກຕູບປຸກຮ້ານຂາຍຂອງ ເລາະລຽບຕາມແຄມທາງ
ນັກຂ່າວພົລເມືອງ

ຂະບວນການປຶກສາຫາຣື ລ່ວງໜ້າກ່ຽວກັບໂຄງການເຂື່ອນໄຟຟ້າ ຊະນະຄາມ ຈະເລີ່ມຂຶ້ນ ພາຍຫລັງການປຶກສາຫາຣື ລ່ວງໜ້າ ກ່ຽວກັບ ໂຄງການເຂື່ອນແມ່ນໍ້າຂອງ ຫລວງພຣະບາງ ບັນລຸຂໍ້ສລຸບແລ້ວ, ອີງຕາມຣາຍງານ ຄະນະ ກັມມາທິການ ແມ່ນໍ້າຂອງ ສາກົນ ຫລື MRC ໃນມື້ວັນທີ 5 ມິຖຸນາ 2020 ນີ້.

ການສລຸບຂະບວນການປຶກສາຫາຣືລ່ວງໜ້າ ກ່ຽວກັບໂຄງການເຂື່ອນຫຼວງພຣະບາງ ຂນາດ 1,460 ເມັກກາວັດ ນັ້ນ ຂນະນີ້ ຖືກຍ້າຍໄປ ໃສ່ວັນທີ 30 ມິຖຸນາ 2020.

ຣັຖບານລາວ ສເນີໂຄງການເຂື່ອນໄຟຟ້າຊະນະຄາມ ຂນາດ 684 ເມກາວັດ  ຕໍ່ຄະນະກັມມະທິການ ແມ່ນໍ້າຂອງສາກົນ ແຕ່ມື້ວັນທີ 9 ກັນຍາ ປີ 2019 ຄືຫລັງຈາກສເນີໂຄງການເຂື່ອນໄຟຟ້າ ຫລວງພຣະບາງ ບໍ່ດົນ. ແຕ່ຍ້ອນວ່າ ການປຶກສາຫາຣືລ່ວງໜ້າ ກ່ຽວກັບເຂື່ອນ ຫລວງພຣະບາງ ຍັງກໍາລັງດໍາເນີນໄປຢູ່ນີ້ ຄະນະກັມການຮ່ວມ ກໍຕັດສິນໃຈ ພິຈາຣະນາເບິ່ງໂຄງການເຂື່ອນຊະນະຄາມ ໃນ ເດືອນມິຖຸນາ ນີ້ ຫລື ຫລັງຈາກສິ້ນສຸດກໍຣະນີ ເຂື່ອນ ຫຼວງພຣະບາງ ເພື່ອຈະໄດ້ສຶກສາເບິ່ງໂຄງການນັ້ນ ຢ່າງລະອຽດ ຫຼາຍຂຶ້ນຕື່ມ.

ອີງຕາມກອງປະຊຸມນັດພິເສດ ທາງໄກ ຂອງຄະນະກັມການຮ່ວມ ຂອງ MRC ທີ່ໄດ້ຖືກຈັດຂຶ້ນ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 4 ມິຖຸນາ ນີ້, ການຕັດສິນໃຈດັ່ງກ່າວ ຂອງຄະນະກັມການຮ່ວມ ກໍເພື່ອໃຫ້ປະເທດສະມາສິກ MRC ມີເວລາຫລາຍຂຶ້ນ ໃນການປຶກສາຫາຣື ແລະຕົກລົງໃນມາຕການຕ່າງໆ ເພື່ອຫລີກລ່ຽງ, ຫລຸດຜ່ອນຜົລກະທົບຂ້າມຊາຍແດນ ຈາກໂຄງການນັ້ນ ໃຫ້ໜ້ອຍເທົ່າທີ່ຈະໜ້ອຍໄດ້.

ດຣ. ສົມກຽດ ປຣະຈໍາວົງ ປະທານຄະນະກັມການຮ່ວມ MRC ສໍາລັບປີ 2020, ຊຶ່ງເປັນປະທານກອງປະຊຸມນັ້ນ ກ່າວວ່າ:

“ຍ້ອນຄວາມວິຕົກກັງວົນ ຂອງກັມພູຊາ ໄທ ແລະວຽດນາມ ແລະຜູ້ມີສ່ວນໄດ້ສ່ວນເສັຽ ໃນເຂດແມ່ນໍ້າຂອງອື່ນໆ ທີ່ໄດ້ຍົກຂຶ້ນ ແລະ ສປປລາວ ກໍໄດ້ຕົກລົງນັ້ນ ພວກເຮົາ ຈຶ່ງໄດ້ຕັດສິນໃຈ ເລື່ອນການສລຸບຂະບວການປຶກສາຫາຣື ລ່ວງໜ້າ ກ່ຽວກັບໂຄງການເຂື່ອນ ຫລວງພຣະບາງ ໄປໃສ່ວັນທີ 30 ມິຖຸນາ.”

ດຣ. ສົມກຽດ ຜູ້ເປັນທັງເອກອະທິບໍດີຫ້ອງການ ແຫລ່ງຊັພຍາກອນນໍ້າ ແຫ່ງປະເທດໄທ ກ່າວຕື່ມອີກວ່າ ການເລື່ອນນັ້ນ ຍັງຈະຊ່ອຍໃຫ້ ການສລຸບຂະບວນການປຶກສາຫາຣືລ່ວງໜ້າ ມີຄວາມໝາຍສໍາຄັນຫຼາຍຂຶ້ນຕື່ມ ໂດຍຮັບປະກັນວ່າ ຄໍາເຫັນ ແລະຂໍ້ແນະນໍາຕ່າງໆ ທີ່ສລຸບ ອອກມານັ້ນ ຈະຖືກສົ່ງໃຫ້ທາງການລາວ ພິຈາຣະນາ ແກ້ໄຂ ຜົລກະທົບຂ້າມຊາຍແດນ ທີ່ເປັນໄປໄດ້ສູງ ຈາກເຂື່ອນນັ້ນ ນໍາດ້ວຍ.

ໂຄງການເຂື່ອນຫລວງພຣະບາງ ເປັນເຂື່ອນທີ 5 ທີ່ຣັຖບານລາວ ສເນີຜ່ານຂະບວນການປຶກສາຫາຣື ລ່ວງໜ້າ ເຖິງ  MRC ເມື່ອເດືອນ ກໍຣະກະດາ ປີ 2019 ທີ່ມີກໍາໜົດ 6 ເດືອນ ແລະຂະບວນການນັ້ນ ກໍໄດ້ເລີ່ມຂຶ້ນ ໃນວັນທີ 8 ຕຸລາ 2019 ແລະກໍາໜົດສລຸບຢ່າງເປັນ ທາງການ ໃນມື້ວັນທີ 7 ເມສາ ຜ່ານມາ. ແຕ່ຍ້ອນການຣະບາດຂອງເຊື້ອພຍາດໂຄວິດ-19  ທາງຄະນະກັມການຮ່ວມຂອງ MRC ຈຶ່ງ ສາມາດ ປະຊຸມກັນໄດ້ ໃນມື້ວັນທີ 4 ມິຖຸນາ ນີ້ເອງ, ເປັນເຂື່ອນທີ່ບໍຣິສັດ Luangprabang Power Company ເປັນຜູ້ພັທນາ ຊຶ່ງຖືກ ຕັ້ງຂຶ້ນ ໂດຍຣັຖບານລາວ ແລະບໍຣິສັດພະລັງງານ ວຽດນາມ PetroVietnam Power.

ເຂື່ອນຊະນະຄາມ ເປັນໂຄງການເຂື່ອນທີ່ 6 ທີ່ຖືກສເນີເຂົ້າໃນຂະບວນການປຶກສາຫາຣື ລ່ວງໜ້າ ຂອງ MRC, ຈະຕັ້ງຢູ່ຫ່າງຈາກ ເມືອງ ຊະນະຄາມ ແຂວງວຽງຈັນ ຂຶ້ນໄປປະມານ 25 ກິໂລແມັດ, ປະເມີນມູນຄ່າ 2 ພັນ 73 ລ້ານໂດລາສະຫະຣັຖ ໂດຍແມ່ນບໍຣິສັດ Datang ຂອງຈີນ Lao Sanakham Hydropower ເປັນຜູ້ສ້າງ. ການກໍ່ສ້າງໂຄງການດັ່ງກ່າວ ຄາດວ່າຈະເລີ່ມຂຶ້ນ ໃນປີ 2020 ນີ້ ແລະຈະໃຫ້ ສໍາເຣັດໃນປີ 2028. ກະແສໄຟຟ້າ ທີ່ຜລິດຈາກເຂື່ອນ ແຫ່ງນີ້  ຈະສົ່ງຂາຍໃຫ້ປະເທດໄທຍ.

ອີງຕາມຂໍ້ມູນຈາກເອກສານ ກ່ຽວກັບໂຄງການເຂື່ອນຊະນະຄາມ ທີ່ຄະນະກັມມາທິການ ແມ່ນໍ້າຂອງສາກົລ ເຜີຍແຜ່ຢູ່ໃນເວັບໄຊຂອງຕົນ, ມີປະຊາຊົນທັງໝົດ ທີ່ຈະໄດ້ຮັບ ຜົລກະທົບ ແລະຈະຖືກໂຍກຍ້າຍ ອອກໄປປະມານ 621 ຄອບຄົວຢູ່ 13 ບ້ານ ຮວມທັງບ້ານດອກໂຊກ ບ້ານຫ້ວຍລ້າ ບ້ານແຄ. 13 ບ້ານດັ່ງກ່າວຈໍານວນນຶ່ງ ຂຶ້ນກັບເມືອງຊະນະຄາມ ແຂວງວຽງຈັນ ແລະອີກຈໍານວນນຶ່ງຂຶ້ນກັບເມືອງປາກລາຍ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູຣີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.