ສິດທິມະນຸດຢູ່ລາວ ຄວນມີການ ປະຕິຮູບ
2019.09.13
ພາກປະຊາສັງຄົມອາຊຽນ ຮຽກຮ້ອງໃຫ້ຣັຖບານລາວ ປະຕິຮູບ ດ້ານສິດທິມະນຸດໃນລາວ ໂດຍໃຫ້ການເຄົາຣົບເສຣີພາບ ຂອງປະຊາຊົນ ໃນລາວ ບໍ່ໃຫ້ມີການແຊກແຊງ ການຈັດກິຈກັມໃດໆ ຂອງ ພາກປະຊາສັງຄົມ ທີ່ຕ້ອງການສະແດງຄວາມຄິດ ຄວາມເຫັນ. ດັ່ງຍານາງ Debbie Stothard ນັກສິດທິມະນຸດຈາກ ອົງການ International Federation for Human Right ປະເທດ ມາເລເຊັຍ ໄດ້ກ່າວຕໍ່ ນັກຂ່າວ RFA ວ່າ:
"ພວກເຮົາຢາກຮຽກຮ້ອງ ໃຫ້ຣັຖບານລາວ ຍຸຕິການກົດດັນ ປະຊາຊົນໃນລາວ ແລະບຸຕິບໍ່ເຂົ້າມາຫຍຸ້ງກ່ຽວກັບ ກິຈກັມພາຍໃນ ແລະກິຈກັມ ປະຊາສັງຄົມອາຊຽນ ຣັຖບານລາວຕ້ອງປະຕິຮູບ ດ້ານສິດທິມະນຸດໃນລາວ ໃຫ້ດີຂຶ້ນ."
ຍານາງກ່າວຕື່ມວ່າ ເພື່ອຄວາມສະເໝີພາບ ຂອງປະຊາຊົນອາຊຽນ ທຸກຄົນຕ້ອງມີສິດ ທີ່ຈະສະແດງອອກທາງຄວາມຄິດເຫັນ ໄດ້ຢ່າງເສຣີ ແລະ ບໍ່ຖືກຣັຖບານກົດດັນຈົນເກີດ ຄວາມວິຕົກກັງວົນ.
ການແຊກແຊງກ່ຽວກັບ ດ້ານສິດທິມະນຸດໃນລາວ ຍັງຖືວ່າຮ້າຍແຮງ ດັ່ງໂຕຢ່າງໃນໄລຍະ ທີ່ເກີດເຫດເຂື່ອນ ເຊປຽນ-ເຊນ້ຳນ້ອຍແຕກ ເມື່ອເດືອນກໍຣະກະດາ ປີຜ່ານມາກວ່າ ປະຊາຄົມໂລກ ຈະໄດ້ຮັບຂໍ້ມູນຂ່າວສານ ກໍ່ຕ້ອງໃຊ້ເວລາເປັນອາທິດ. ດັ່ງຍານາງ Debbie ໄດ້ກ່າວຕື່ມວ່າ:
"ພວກເຮົາເປັນຫ່ວງກ່ຽວກັບຄວາມລົ້ມເຫຼວ ທາງດ້ານສິດທິມະນຸດໃນ ລາວເຖິງຈຸດ ທີ່ວ່າທາງການລາວ ໄດ້ບັງຄັບປະຊາຊົນ ບໍ່ໃຫ້ຂໍ້ມູນ ກ່ຽວກັບ ເຂື່ອນແຕກ ໃນໃນລາວເມື່ອປີກາຍ."
ອີງຕາມການຣາຍງານອົງການ Freedom House ປະຈຳປີ 2019 ໃຫ້ຄະແນນດ້ານສິດທິມະນຸດໃນລາວ 14 ຄະແນນຈາກ ຄະແນນ ເຕັມ 100 ຄະແນນ.
ໃນໂອກາດນີ້ ພາກປະຊາສັງຄົມອາຊຽນ ມີທັງໝົດ 11 ປະເທດ ຍັງອອກຖແລງການຮ່ວມກັນ ເພື່ອຮຽກຮ້ອງໃຫ້ຣັຖບານ ແຕ່ລະປະເທດ ຢຸດການແຊກແຊງ ກົດດັນບັງຄັບ ແລະ ຣັຖບານຕ້ອງເຄົາຣົບເສຣີພາບ ຂອງພາກປະຊາສັງຄົມ ເປັນຕົ້ນຜັກດັນ ໃຫ້ເກີດການເຈຣະຈາ ດ້ວຍແນວທາງ ສັນຕິ ໂດຍເຄົາຣົບກົດໝາຍ ຣະຫວ່າງປະເທດ. ດຶງດູດຜູ້ຄົນໃຫ້ມີສ່ວນຮ່ວມ ໂດຍສະເພາະ ແມ່ຍິງໃນການແກ້ໄຂບັນຫາ ຕ່າງໆ ດ້ວຍແນວທາງສັນຕິ, ມິສິດເສຣີພາບ ແລະ ຕ້ອງມີຄວາມຍຸຕິທັມ,
ສະຫນັບສະໜູນການສືບສວນສອບສວນ ດ້ານສິດທິມະນຸດ ຢ່າງອິສຣະ ໃນແຕ່ລະປະເທດຫ້າມແຊກແຊງ, ຍົກເລີກກົດໝາຍທີ່ຖືກຈຳກັດ ເສຣີພາບ ຕໍ່ການສະແດງຄວາມຄິດຄວາມເຫັນ ແລະ ສົ່ງເສີມການມີສ່ວນຮ່ວມ ຂອງກຸ່ມຄົນວັຍໜຸ່ມ ໃນການ ຕັດສີນໃຈ ແລະ ຮ່ວມສ້າງ ອະນາຄົດໄປພ້ອມກັນ ຕາມທີ່ວັຍໜຸ່ມຕ້ອງການ.
ດັ່ງ ດຣ.ນີລາ ດວງສະຫວັນ ສະມາຄົມສົ່ງເສີມ ເພື່ອການພັທນາ ຄວາມຍືນຍົງໄດ້ໃຫ້ສຳພາດ ຕໍ່ນັກຂ່າວ RFA ໃນວັນທີ 12 ກັນຍາ ວ່າ: ຢູ່ໃນງານ ASIAN FORUM 2019 ທີ່ ບາງກອກປະເທດໄທ ວ່າ: ປັດຈຸບັນສິດທິ ຂອງປະຊາຊົນດ້ານອື່ນໆ ເປັນຕົ້ນ ດ້ານເສຖກິດສັງຄົມ ແລະ ວັທນະທັມກໍ່ດີຂຶ້ນນຳ ໂຕຢ່າງຣັຖບານເປີດໂອກາດໃຫ້ອົງກອນ ຈັດຕັ້ງທາງສັງຄົມ ເຂົ້າໄປມີສ່ວນຮ່ວມໃນການປະກອບຄຳຄິດຄຳເຫັນ ແລະແນວທາງ ການແກ້ໄຂບັນຫາຕ່າງໆ ໃນດ້ານເສຖກິດ ສັງຄົມ ແລະ ວັທນະທັມ.
ນອກຈາກນີ້ ຍານາງ ພອງຄຳ ຈັນທະວີໃສ ປະທານສະມາຄົມພັທນາເດັກ ແລະວັຍໜຸ່ມ ດ້ອຍໂອກາດ ແຂວງສວັນນະເຂດ ໄດ້ກ່າວຕໍ່ ນັກຂ່າວ RFA ວ່າ ຣັຖບານໄດ້ເປີດ ໂອກາດໃຫ້ອົງການຈັດຕັ້ງທາງສັງຄົມ ເຂົ້າໄປມີສ່ວນຮ່ວມ ໃນກາພັທນາປະເທດ ຫຼາຍຂື້ນ ແລະ ຍັງປະຕິບັດຕາມສັນຍາ ສິດທິມະນຸດສາກົນ ທັງ 7 ສະບັບ ທີ່ຮັບຮອງມາຢ່າງຈີງຈັງ.
ງານມະຫະກັມພາກປະຊາສັງຄົມ ແລະ ປະຊາຊົນອາຊຽນປີ 2019 ຈັດຂຶ້ນທີ່ມະຫາວິທຍາລັຍ ທຳມະສາດ ບາງກອກ ປະເທດໄທ ຣະຫວ່າງ ວັນທີ 10-12 ກັນຍາ 2019 ໂດຍມີພາກ ປະຊາສັງຄົມຈາກອົງການຕ່າງໆ ຈາກບັນດາປະເທດ ສະມາຊິກ ອາຊຽນ ແລະ ເອເຊັຍ ເຂົ້າຮ່ວມປະມານ 1.000 ຄົນ.