ທາງການໃຫ້ຂຶ້ນທະບຽນ ຊິມ ໂທຣະສັບ

ທາງການລາວ ໃຫ້ຂຶ້ນທະບຽນ ຊິມໂທຣະສັບ ນັ້ນ ຊາວລາວເຫັນວ່າ ອາຈເປັນການ ຣະເມີດ ສິດທິ ສ່ວນບຸກຄົນ.

ໂຕຢ່າງ ຊິມ ທີ່ມີຈໍາໜ່າຍໃນລາວ ທີ່ໃຊ້ໂທໄດ້ ຫຼິ້ນເນັດໄດ້ ທີ່ຕ້ອງໄດ້ໄປຂຶ້ນທະບຽນ ຕາມແຈ້ງການ ຂອງທາງການ ນັກຂ່າວພົລເມືອງ

ຊາວລາວຈໍານວນນຶ່ງ ຍັງກັງວົນ ເຣື່ອງການຂຶ້ນທະບຽນ ຊິມໂທຣະສັບ ແລະຊິມ ອິນເທີແນັຕຄືນໃໝ່ ຕາມແຈ້ງການຂອງກະຊວງໄປສະນີ ໂທຣະຄົມ ມະນາຄົມ ແລະ ການສື່ສານ ໃນມື້ວັນທີ 17 ມິຖຸນາ 2020 ຍ້ອນຢ້ານຂໍ້ມູລ ສ່ວນໂຕຮົ່ວໄຫລ ແລະມີການຣະເມີດສິດທິ ຂອງ ສ່ວນບຸກຄົນ ເຊັ່ນວ່າ ຂໍ້ຄວາມໂຄສະນາສິນເຊື່ອ ຂອງສ່ວນບຸກຄົນ, ໂຄສະນາເບິ່ງດວງ ແລະອື່ນໆດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມິຖຸນາ ນີ້ວ່າ:

“ມັນລົງທະບຽນນີ໋ ກະດີໜ້ອຍນຶ່ງ ໄດ້ຮູ້ໂຕຕົນ ເຊບບໍ່ເຮົາເນາະ ເຣື່ອງຄວາມປອດພັຍນີ້ກະ ບໍ່ຢາກຄັກປານໃດ ເພາະວ່າມັນລ່ວງລໍ້າສິດ ສ່ວນໂຕແດ່ໜ້ອຍນຶ່ງ ມັນຈະມີຫລາຍໆ ບໍຣິສັດທີ່ວ່າ ສົ່ງເຂົ້າມາຕລອດ ບາງເທື່ອກະເຮັດໃຫ້ເກີດຄວາມລໍາຄານ ໂດຍສະເພາະແບບສິນ ເຊື່ອບໍ່ ແບບມັນເປັນການໂຄສະນາ ແບບເກີດຄວາມລໍາຄານ.”

ທ່ານເວົ້າວ່າ ເມື່ອມີການລົງທະບຽນຊິມໂທຣະສັບ ໄປແລ້ວ, ຣັຖບານລາວຕ້ອງເຂັ້ມງວດໃນມາຕການ ຄວາມປອດພັຍທີ່ສຸດເພື່ອປົກປ້ອງ ສິດ ແລະຜົລປໂຍດຂອງປະຊາຊົນທຸກໆຄົນ ໂດຍສະເພາະ ຜູ້ທີ່ອາສັຍຢູ່ຕາມເຂດຊົນນະບົດ ບໍ່ໃຫ້ຫລົງເຊື່ອນໍາຄໍາ ໂຄສະນາຊວນເຊື່ອ ຊຶ່ງທີ່ຜ່ານມາກໍຕົກ ເປັນເປັນເຫຍື່ອ ຂອງບາງບໍຣິສັດ ທີ່ຫລອກລວງໃຫ້ເສັຍເງິນໄປ.

ແລະຊາວນະຄອນຫລວງວຽງຈັນ ອີກທ່ານນຶ່ງ ກໍກ່າວໃນມື້ດຽວກັນນີ້ວ່າ ຫາກຣັຖບານລາວ ໃຫ້ຂຶ້ນທະບຽນ ຊິມໂທຣະສັບ ກໍຈະປະຕິບັດ ຕາມ ແລະບໍ່ໄດ້ມີ ຄວາມກັງວົນຫຍັງ ເພາະບໍ່ມີກິຈການ ຫລືເງິນຄໍາ ໃຫ້ຄົນມາຕົວະຕົ້ມ ຫາກມີຂໍ້ຄວາມໂຄສະນາ ສົ່ງມາກໍປັດອອກ ຫລື ລົບຖິ້ມກໍແລ້ວ:

“ເຫັນລົງເຟສບຸກ ຢູ່ແຕ່ວ່າ ກະບໍ່ໄດ້ເບິ່ງຫັ້ນນະ, ບໍ່ໄດ້ເພາະວ່າ ກະວ່າບໍ່ໄດ້ສົນໃຈ ສົ່ງມາກະປັດຖິ້ມ ເຮົາກະບໍ່ໄດ້ມີກິຈການ ຫຍັງນໍາເຂົາ.”

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ ບໍຣິສັດລາວໂທຣະຄົມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການຂຶ້ນທະບຽນ ຊິມໂທຣະສັບ ແລະຊິມອິນເທິແນັຕ ເທື່ອນີ້ ກໍເພື່ອເປັນການຢັ້ງຢືນ ໂຕຕົນ ຂອງເຈົ້າຂອງຊິມ ເທົ່ານັ້ນ ຊຶ່ງໄລຍະທີ່ຜ່ານມາ ການຂຶ້ນທະບຽນຊິມ ໂທຣະສັບ ຍັງບໍ່ເຂັ້ມງວດ ແລະ ບໍ່ມີປະສິດທິ ພາບດີພໍ ເພາະມີຄົນບາງກຸ່ມ ຍັງແອບອ້າງ ຫລືຕົວະ ທີ່ຢູ່ອາສັຍ ຊຶ່ງເຮັດໃຫ້ບໍ່ ສາມາດ ຣະບຸໂຕຕົນໄດ້ຈະແຈ້ງ, ດັ່ງທີ່ທ່ານກ່າວວ່າ:

“ເພາະວ່າໂຕນີ້ມັນຈະອັນນັ້ນ ທີ່ຢູ່ອິຫຍັງເຈົ້ານະຄືທີ່ສຸດເນາະ ຜ່ານມານີ໋ ຕົວະກະໄດ້ຊິນະ ອັນນີ້ຕ້ອງເອົາເຈົ້າຂອງເບີ ມາຖ່າຍຮູບເຂົ້າ ຣະບົບຂອງມັນ ເພາະວ່າ ໂຕນີ້ ພໍເບິ່ງຊື່ມັນຈະລະອຽດ ເລີຍ ຫັ້ນນະ.”

ສ່ວນເຣື່ອງຄວາມປອດພັຍ ແລະອາຈມີການຣະເມີດ ສິດທິ ຂອງສ່ວນບຸກຄົນ ຂອງຜູ້ໃຊ້ບໍຣິການ ຊຶ່ງປະຊາຊົນລາວ ກັງວົນກັນຢູ່ນີ້ນັ້ນ ເຈົ້າໜ້າທີ່ ບໍຣິສັດ ລາວໂທລະຄົມ ບໍ່ຂໍໃຫ້ຄວາມເຫັນໃດໆ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງໄປສະນີ ໂທຣະຄົມມະນາຄົມ ແລະການສື່ສານ ທ່ານນຶ່ງກ່າວວ່າ ຜູ້ໃຊ້ບໍຣິການ ຊິມໂທຣະສັບ ແລະ ຊິມອິເທິແນັຕ ຕ້ອງຂຶ້ນທະບຽນ ຄືນໃໝ່ທັງໝົດ ຕາມເຄືອຂ່າຍໂທຣະສັບ ຂອງໂຕເອງ ໂດຍຈະມີການຖ່າຍຮູບ ແລະ ບັດປະຈໍາໂຕ ຫຼື ສັມໂນຄົວ ເພື່ອຢັ້ງຢືນໂຕຕົນ ຂອງຜູ້ໃຊ້ ດັ່ງທີ່ທ່ານກ່າວວ່າ:

“ຂະເຈົ້າໃຊ້ຊິມຂອງບໍຣິສັດ ໃດກໍຂຶ້ນນໍາບໍຣິສັດນັ້ນເດ໋ ເລີ່ມຕົ້ນຂຶ້ນເດືອນ 7 ເປັນ ຕົ້ນໄປພຸ້ນນ່າ ເພາະວ່າຕ້ອງມີຖ່າຍຮູບ ໃບໜ້າຮູບບັດ ປະຈໍາໂຕ ແມ່ນຫຍັງຄັກແນ່ຫັ້ນລະ.”

ອີງຕາມແຈ້ງການ ຂອງກະຊວງໄປສະນີ ໂທຣະຄົມມະນາຄົມ ແລະການສື່ສານວັນທີ 17 ມິຖຸນາ 2020, ການຂຶ້ນທະບຽນຊິມໂທຣະສັບ ແລະຊິມອິນເທິແນັຕ ເທື່ອນີ້ ແມ່ນເພື່ອເປັນການຄຸ້ມຄອງ ການ ນໍາໃຊ້ ເລກໝາຍໂທຣະສັບ ໃນໄລຍະໃໝ່ ໃຫ້ມີຄວາມເປັນຣະບຽບ ຮຽບຮ້ອຍດີ ຊຶ່ງຈະເລີ່ມຂຶ້ນທະບຽນ ແຕ່ວັນທີ 1 ກໍຣະກະດາ ຫາວັນທີ 31 ທັນວາທີ່ຈະມາເຖິງນີ້.

ຂໍ້ມູນການລົງທະບຽນ ຊິມໂທຣະສັບ ແລະ ຊິມອິນເທິແນັຕ ຂອງກະຊວງ ໄປສະນີ ໂທຣະຄົມມະນາຄົມ ແລະການສື່ສານ ຣະບຸວ່າ ໃນປີ 2019 ປະເທດລາວ ມີຊິມໂທຣະສັບ ແລະຊິມອິນເທິແນັຕ ທີ່ໄດ້ຮັບການລົງທະບຽນ ນໍາໃຊ້ຈໍານວນ 6,5 ລ້ານ ເລກໝາຍ ເທົ່າກັບ 72% ຂອງຈໍານວນຊິມ ທີ່ມີການນໍາໃຊ້ໃນປັດຈຸບັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org