ຮຽນພາສາຈີນເພີ້ມເພື່ອ ວຽກດີ ເງິນດີ

ປະຈຸບັນ ນັກຮຽນລາວ ສ່ວນໃຫຍ່ ປ່ຽນມາ ສົນໃຈຮຽນ ພາສາຈີນ ຊຶ່ງຫວັງວ່າ ເມື່ອຮຽນຈົບ ຈະມີໂອກາດ ໄດ້ວຽກເຮັດ ງານທໍາ ງ່າຍຂຶ້ນ.

ຄະນະນັກສຶກສາ ຈາກມະຫາວິທຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ( ຮູບຖ່າຍເດືອນກໍຣະກະດາ 2016 ) RFA

ນັກຮຽນລາວ ສ່ວນໃຫຍ່ສົນໃຈຮຽນພາສາຈີນ ຫຼາຍກວ່າພາສາອື່ນຍ້ອນວ່າ ເມື່ອຮຽນຈົບແລ້ວ ມີວຽກເຮັດງານທໍາ ໂດຍສະເພາະນັກຮຽນ ທີ່ສອບເສັງ ເຂົ້າມະຫາວິທຍາລັຍ ແຫ່ງຊາດ ຈະເລືອກລົງທະບຽນ ຄະນະອັກສອນສາດ ພາສາຈີນເປັນອັນດັບນຶ່ງ, ຄືຫຼາຍກວ່າຮຽນພາສາ ອື່ນໆ ຍ້ອນຈະມີໂອກາດຊອກວຽກ ກັບຄົນຈີນ ທີ່ເຮັດທຸຣະກິດຢູ່ລາວ ແລະໄດ້ເງິນເດືອນ ສູງ, ອີງຕາມຄໍາເວົ້າຂອງນັກຮຽນຊັ້ນ ມ 7 ຕໍ່ RFA ໃນມື້ວັນທີ 31 ສິງຫາ 2020 ນີ:

“ປະເທດລາວນີ້ ມີຄົນຈີນເຂົ້າມາເຮັດວຽກ ຫຼາຍເນາະສ່ວນຫຼາຍ ຖ້າເຮົາຮູ້ພາສາຈີນ ເຮົາໄປເຮັດວຽກຢູ່ໃສ ເຮົາກໍໄດ້ວຽກເຮັດໂລດ. ຈຸເອື້ອຍເຂົາໄປເຮັດວຽກ ນໍາຄົນຈີນນີ໊ ກໍປະມານ 400-500 ໂດລາຂຶ້ນໄປຫັ້ນແຫຼະ. ຖ້າວ່າເຮົາບໍ່ໄດ້ພາສາຈີນ ຫຼື ພາສາອັງກິດຫັ້ນ ເຮົາໄປບ່ອນໃດ ກໍບໍ່ຄ່ອຍໄດ້ວຽກໄດ້ເຮັດ ຄັນວ່າໄດ້ວຽກເຮັດ ກໍປະມານນຶ່ງ ຄືສິບໍ່ຫລາຍ 1 ລ້ານ ປາຍ.”

ນັກສຶກສາຈົບຊັ້ນ ມ.7 ອີກຄົນນຶ່ງເວົ້າວ່າຢູ່ມະຫາວິທຍາລັຍແຫ່ງຊາດ ຄະນະອັກສອນສາດພາສາຈີນ ມີຄົນຮຽນເປັນອັນດັບນຶ່ງແລະ ພາສາອັງກິດ ເປັນອັນດັບສອງ ຍ້ອນນັກຮຽນ ຄິດວ່າ ຖ້າບໍ່ໄດ້ພາສາຈີນ ຈະຊອກວຽກເຮັດກັບຄົນຈີນ ທີ່ມີທຸຣະກິດ ຢູ່ລາວຍາກ, ເນື່ອງຈາກວ່າປັດຈຸບັນ ປະເທດລາວ ມີນັກລົງທຶນຈາກຈີນມາລົງທຶນຫຼາຍ ໂດຍສະເພາະໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ:

“ເປັນຄົນທີ່ມັກພາສາ ຕ່າງປະເທດ ແລ້ວຢາກອ່ານພາສາເພື່ອນບ້ານ ຫລືວ່າພາສາເຂົາໃຫ້ເກັ່ງໆ ເພື່ອເວົ້າພາສາເຂົາໃຫ້ໄດ້. ຖ້າວ່າເຮົາ ບໍ່ໄດ້ພາສາ ໄປເຮັດວຽກນີ໋ ເຂົ້າວຽກຂ້ອນຂ້າງ ຍາກ. ນ້ອງຢູ່ວຽງ ຈີນ ເຂົ້າມາເຮັດວຽກຢູ່ໃນລາວ ກໍຍັງຫຼາຍ ແລ້ວເຂົາເຂົ້າມາເຮັດ ທາງຣົດໄຟ ຢູ່ໃນລາວ ນ້ອງຄິດວ່າຈະຫຼາຍ ກວ່າເກົ່າອີກ.”  

ນັກຮຽນຈົບຊັ້ນ ມ.7 ອີກຄົນນຶ່ງຈາກ ແຂວງໄຊສົມບູນ ເວົ້າວ່າຫລັງຈາກຮຽນຈົບ ຄະນະວິສະວະກັມສາດ ມາແຕ່ປີທີແລ້ວ ກໍບໍ່ມີວຽກເຮັດ. ປັດຈຸບັນ ກໍາລັງລໍຖ້າຮຽນ ພາສາຈີນເສີມ ຢູ່ສະຖາບັນ ຂົງຈື້ ເພື່ອວ່າຈະຊອກວຽກກັບຄົນຈີນ ໄດ້ງ່າຍຂຶ້ນ ຊຶ່ງຄ່າຮຽນ ຢູ່ສະຖາບັນ ຂົງຈື້ ກໍບໍ່ແພງ, ພາກຮຽນນຶ່ງ 580 ພັນປາຍກີບ, ຮຽນ 6 ພາກກໍຈົບ ແລະຈະຊອກວຽກເຮັດ ກັບຄົນຈີນໄດ້ງ່າຍຂຶ້ນ:

“ກໍາລັງຮຽນພາສາຈີນ ຢູ່ສະຖາບັນຂົງຈື້ ຮຽນປຣິນຍາ ຈົບແລ້ວ ຖ້າເຮົາຮູ້ພາສາຈີນ ກໍຈະເຮັດເຮົາງ່າຍ ໃນການຊອກຫາວຽກ. ສະຖາບັນ ຂົງຈື້ນີ໋ ຄ່າເທີມກໍບໍ່ແພງຫລາຍ ແລ້ວເຂົາເຈົ້າ ກໍສອນດີ.”

ກ່ຽວກັບການຮຽນພາສາຈີນ ຢ່າງເປັນຂະບວນໃນປີນີ້, RFA ໄດ້ຕິດຕໍ່ໄປຫາອາຈານຄະນະອັກສອນສາດ ພາກສາຂາວິຊາພາສາຈີນຢູ່ ມະຫາວິທຍາລັຍແຫ່ງຊາດ ແລະ ສະຖາບັນຂົງຈື້ ແຕ່ບໍ່ສາມາດຕິດຕໍ່ໄດ້ ຊຶ່ງອາຈເປັນຍ້ອນໄລຍະນີ້ ໂຮງຮຽນພັກ.

ແຕ່ເຖິງຢ່າງໃດກໍຕາມ ອາຈານສອນພາສາຈີນ ຢູ່ສະຖາບັນ ຊູໂຈ ໃນລາວ ກໍໄດ້ກ່າວເຖິງກະແສ ຮຽນພາສາຈີນ ໃນປີນີ້ວ່າ ສະຖາບັນ ຊູໂຈ ຢູ່ລາວ ປັດຈຸບັນ ມີນັກຮຽນຈົບຊັ້ນ ມ.7 ຈໍານວນຫລາຍມາສມັກຮຽນພາສາຈີນ ເພື່ອຈະເຂົ້າສອບເສັງ ທຽບຄວາມຮູ້ ໃນມື້ວັນທີ 21 ກັນຍາ ນີ້, ຖືວ່າເປັນກະແສທີ່ມາແຮງ ຫຼາຍກວ່າປີທີ່ຜ່ານໆມາ ແລະທາງສະຖາບັນ ກໍກຽມພ້ອມດ້ານຕາຕະລາງຮຽນ ແລະອາຈານສອນ ຮຽບຮ້ອຍແລ້ວ, ມີແຕ່ລໍຖ້ານັກສຶກສາເຂົ້າມາຮຽນ:

“ເຣື່ອງອາຈານທີ່ຈະສອນ ຕາຕະລາງສອນ ທາງໂຮງຮຽນເຮົາຈັດໃຫ້ໝົດແລ້ວ ດຽວນີ້ມີແຕ່ໜ້າທີ່ຂອງເຮົາ ຄືເຣື່ອງຄ່າຮຽນເຮົາສາມາດໃຊ້ ຈ່າຍໄດ້ ແລະກໍສົນໃຈສິຮຽນ ບໍ່ເທົ່ານັ້ນ.”

ທ່ານກ່າວຕື່ມວ່າ ປີນີ້ມີນັກຮຽນຈົບ ຊັ້ນ ມ.7 ສມັກຮຽນພາສາຈີນຫຼາຍ ຍ້ອນພວກເຂົາເຈົ້າ ມີແຜນຮຽນກຽມພາສາຈີນ ຢູ່ສະຖາບັນຊູໂຈ ນີ້ 1 ປີກ່ອນ ໃນໄລຍະລໍຖ້າ ສະພາບການແຜ່ຣະບາດ ຂອງໂຄວິດ-19 ສງົບລົງ, ແລ້ວຈຶ່ງຄ່ອຍໄປຮຽນຕໍ່ພາສາຈີນ ຢູ່ມະຫາວິທຍາລັຍ ຊູໂຈ ທີ່ປະເທດຈີນ ອີກ 3 ປີ.

ກ່ຽວກັບຄວາມສໍາຄັນ ຂອງພາສາຈີນ ໃນໝູ່ນັກຮຽນ-ນັກສຶກສາລາວ, ນັກວິຊາການລາວ ທ່ານນຶ່ງ ກ່າວວ່າ ຄົນຈີນ ເຂົ້າມາລົງທຶນຢູ່ລາວ ຫຼາຍກວ່າຄົນປະເທດອື່ນໆ ແລະຈີນ ຈະອາສັຍຄົນລາວ ທີ່ໄດ້ພາສາຈີນ ໄປເຮັດວຽກນໍາ ໂດຍສະເພາະວຽກ ກ່ຽວກັບທາງຣົດໄຟລາວ-ຈີນ ແລະທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ດັ່ງນັ້ນຈຶ່ງເຮັດໃຫ້ນັກຮຽນຈົບຊັ້ນ ມ.7 ສົນໃຈຮຽນ ພາສາຈີນ ຫລາຍຂຶ້ນຄືໃນທຸກມື້ນີ້:

“ພວກໂຮງງານອຸດສາຫະກັມ ການລົງທຶນ ອິຫຍັງຕ່າງໆ ສ່ວນຫລາຍຈະເປັນຂອງຈີນໝົດ ຈະບໍ່ມີວ່າເປັນຂອງຣັຖບານ ອາເມຣິກາ ຣັຖບານອັງກິດ ເຂົ້າມາລົງທຶນ ຢູ່ນີ໋ ບໍ່ມີ. ເຂົາເຈົ້າກໍ ຕ້ອງໄດ້ອາສັຍ ຄົນລາວ ເປັນຄົນເຮັດວຽກ ໃຫ້ເຂົາເຈົ້າ ແລ້ວຕ້ອງໄດ້ ພາສາຈີນ. ສະນັ້ນ ຈຶ່ງເຮັດໃຫ້ນັກຮຽນ ທີ່ຈົບໃໝ່ ເຂົາເຈົ້າສຸມໃສ່ ການຮຽນພາສາຈີນ ເປັນສ່ວນໃຫຍ່ ຫຼາຍກວ່າພາສາອື່ນໆ ຍ້ອນວ່າມັນມີວຽກ ຮອງຮັບ ຢູ່ປະເທດລາວ ຫລາຍແລ້ວ ເປັນຕົ້ນ ທາງຣົດໄຟ ແລະ ທາງດ່ວນ.”

ນອກຈາກນີ້ ນັກວິຊາການໄທຍ ທ່ານນຶ່ງກໍກ່າວເຖິງກະແສ ນັກຮຽນ ນັກສຶກສາລາວ ສົນໃຈຮຽນພາສາຈີນ ຫລາຍຂຶ້ນນັ້ນວ່າ ກໍຄ້າຍໆຄື ກັນກັບ ຢູ່ປະເທດໄທຍ ເພາະພາສາຈີນ ຖືເປັນ ພາສາທີ່ຖືກເພີ່ມ ເຂົ້າໃນຫລັກສູດ ການຮຽນການສອນ ຕັ້ງແຕ່ຣະດັບຊັ້ນ ມັທຍົມ ເຖິງຣະດັບ ມະຫາວິທຍາລັຍ ອັນສະທ້ອນ ໃຫ້ເຫັນວ່າ ຈີນ ພຍາຍາມແຜ່ ອິດທິພົລ ມາທັງໃນໄທຍ ແລະລາວ, ເຫັນໄດ້ຈະແຈ້ງ ຈາກການສ້າງຕັ້ງ ສະຖາບັນຂົງຈື້ ໃນມະຫາວິທຍາລັຍ ແຫ່ງຊາດ ທີ່ດົງໂດກ ມາໄດ້ຫລາຍປີ ແລະໂຄງການຕ່າງໆ ຕາມນະໂຍບາຍ 1 ແລວ 1 ເສັ້ນທາງ ຂອງຈີນ:

“ພາສາຈີນ ມັນເປັນພາສາທີ່ຖືກສອນ ໃນຣະດັບມັທຍົມ ເພີ່ມຂຶ້ນຈາກພາສາ ອັງກິດ ພາສາຝຣັ່ງເສດ ຕັ້ງດົນແລ້ວ. ຂອງລາວ ກໍຄົງຈະ ເປັນແນວນັ້ນ ຄື ໃນມະຫາວິທຍາລັຍ ດົງໂດກ ເຂົາກໍຕັ້ງສະຖາບັນ ຂົງຈື້ ມາຕັ້ງດົນ. ພວກໂຄງການ ຂນາດໃຫຍ່ ເຊັ່ນ one belt one road ທີ່ເຂົາກໍາລັງເຮັດຢູ່ ສະຖາບັນ ຂົງຈື້ ຄືຄວາມພຍາຍາມ ທີ່ຈະເຊື່ອມ ທີ່ຈະແຜ່ອິດທິພົລ ລົງມາລາວ ອິຫຍັງຕໍ່ ອິຫຍັງ ຫລາຍແນວ.”

ອີງຕາມຣາຍງານຂອງສື່ມວນຊົນ ທາງການລາວ ໃນມື້ວັນທີ 30 ສິງຫາ 2020, ໃນສົກການສຶກສາ 2020-2021 ນີ້ ມີນັກຮຽນຈົບຊັ້ນ ມ.7 ສອບເສັງເຂົ້າຮຽນຕໍ່ ມະຫາວິທຍາລັຍ ແຫ່ງຊາດ ຈໍານວນ 14.300 ປາຍຄົນ ໃນຂນະທີ່ທາງ ມະຫາວິທຍາລັຍ ສາມາດຮັບເອົາໄດ້ 9 ພັນ ປາຍຄົນ ຊຶ່ງນັກຮຽນຈົບຊັ້ນ ມ.7 ຫລາຍຄົນຮູ້ສຶກວ່າ ເປັນສິ່ງທ້າທາຍ ທີ່ສຸດ ໃນຊີວິດຂອງພວກເຂົາເຈົ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org