ກອງປະຊຸມສະພາແຫ່ງຊາຕ ລາວ
2016.10.24
ໃນຕອນເຊົ້າຂອງວັນທີ 24 ຕຸລາ 2016 ທີ່ ຫໍປະຊຸມ ສະພາ ແຫ່ງຊາຕ ນະຄອນຫຼວງ ວຽງຈັນ, ກອງປະຊຸມ ສະພາ ແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາຕ ຊຸດທີ 8 ໄດ້ເປີດຂຶ້ນ ຢ່າງ ເປັນທາງການ ພາຍໃຕ້ ການເປັນປະທານ ຂອງ ຍານາງ ປານີ ຢ່າທໍ່ຕູ້, ປະທານ ສະພາ ແຫ່ງຊາຕ ພ້ອມດ້ວຍ ຄນະປະທານ ອີກ 3 ທ່ານ. ດັ່ງ ຍານາງ ປານີ ຢ່າທໍ່ຕູ້ ກ່າວ ເປີດ ກອງປະຊຸມ ວ່າ:
"ນະໂອກາດ ທີ່ມີຄວາມໝາຍ ສຳຄັນນີ້ ຕາງໜ້າ ຄນະປະທານ ກອງປະຊຸມ ຂ້າພະເຈົ້າ ຂໍປະກາດ ໄຂ ກອງປະຊຸມ ສມັຍສາມັນ ເທື່ອທີ 2 ຂອງສະພາ ແຫ່ງຊາຕ ຊຸດທີ 8 ຢ່າງ ເປັນທາງການ ນັບແຕ່ເວລານີ້ ເປັນຕົ້ນໄປ, ຂໍຂອບໃຈ".
ໃນຂນະດຽວກັນ, ທ່ານ ທອງລຸນ ສີສຸລິດ, ນາຍົກ ຣັຖມົນຕຼີລາວ ກໍ່ໄດ້ກ່າວ ຍອມຮັບ ກອງປະຊຸມ ສະພາ ແຫ່ງຊາຕ ໃນຄັ້ງນີ້ວ່າ ຈະດຳເນີນໄປ ຖ້າມກາງທີ່ ປະເທສຊາຕ ກຳລັງ ເຂົ້າສູ່ ສະພາວະ ເສຖກິຈ ທົດຖອຍ, ທັງ ພາກສ່ວນຣັຖ ແລະພາກ ເອກກະຊົນ ຍັງຂາດ ຄວາມຄ່ອງແຄ້ວ ທາງການເງິນ ໃນການ ດຳເນີນ ທຸຣະກິຈ. ເຖິງວ່າການ ຂະຫຍາຍຕົວ ຂອງ ເສຖກິຈ ແຫ່ງຊາຕ ຈະເປັນໄປ ໃນທາງ ທີ່ດີ ກໍ່ຕາມ, ແຕ່ ໂດຍລວມແລ້ວ ກໍ່ຖືວ່າ ປະເທສຊາຕ ຍັງປະສົພກັບ ບັນຫາ ທ້າທາຍ ຫຼາຍຢ່າງ ເປັນຕົ້ນ ກໍ່ແມ່ນບັນຫາ ການເກັບ ຣາຍຮັບ ເຂົ້າ ງົບປະມານ ທີ່ບໍ່ເປັນ ໄປຕາມທີ່ ກຳນົດໄວ້ ແລະ ບັນຫາ ການສໍ້ຣາສ ບັງຫຼວງ ຍັງຄົງສືບຕໍ່ ຫຼາຍຢູ່ ໃນການຈັດຕັ້ງ ພາກຣັດ ຮ່ວມດ້ວຍ ໜີ້ສິນ ສາທາຣະນະ ທີ່ ເພີ້ມສູງຂຶ້ນ ໃນແຕ່ລະມື້ ມາເປັນ ເວລາ ຫຼາຍປີ:
"ເສຖກິຈ ມະຫາພາກ ຂອງ ພວກເຮົາ ຍັງບໍ່ທັນມີ ພື້ນຖານ ທີ່ໜັກແໜ້ນ ເທົ່າທີ່ຄວນ. ງົບປະມານ ແຫ່ງຣັຖ ຍັງຂາດ ສະພາບຄ່ອງ, ຂາດດຸນ, ການເກັບ ຣາຍຮັບ ງົບປະມານ ບໍ່ໄດ້ ຕາມແຜນ, ການຈັດເກັບ ຣາຍຮັບ ແລະ ການ ປະຕິບັດ ຣາຍຈ່າຍ ງົບປະມານ ຍັງມີການ ຮົ່ວໄຫຼຫຼາຍ. ໜີ້ສິນ ຍັງຄຸມເຄືອ ໂດຍສະເພາະ ແມ່ນ ໜີ້ ສາທາຣະນະ ທີ່ສະສົມມາ ຢ່າງຫຼວງຫຼາຍ ແກ້ບໍ່ຕົກ, ສະພາບການ ຣະເມີດວິນັຍ ການເງິນ-ເງິນຕຣາ ຍັງບໍ່ທັນ ຍຸຕິໄດ້ ຢ່າງຂາດຕົວ. ຣັຖວິສາຫະກິຈ ສ່ວນໃຫ່ຽ ຂາດສະພາບຄ່ອງ ທາງດ້ານ ການດຳເນີນ ທຸຣະກິຈ, ມີຄວາມຈຳເປັນ ຈະຕ້ອງໄດ້ ປະຕິຮູບ ຢ່າງເອົາຈິງ ເອົາຈັງ, ກິຈການ ທຸຣະກິຈ ຂອງພາກ ເອກກະຊົນ ຍັງມີ ລັກສນະ ຊົບເຊົາ ພໍສົມຄວນ ຍ້ອນສະພາບ ຄ່ອງ ທາງດ້ານ ການເງິນ".
ຜູ້ສື່ຂ່າວເອເຊັຽເສຣີ ກໍ່ໄດ້ ສຳພາດ ຄວາມເຫັນ ຂອງຊາວລາວ ທ່ານນຶ່ງ ໃນ ນະຄອນຫຼວງ ວຽງຈັນ ເມື່ອວັນທີ 24 ຕຸລາ, ທ່ານເວົ້າວ່າ ໂດຍສ່ວນຕົວ ແລ້ວ ທ່ານເອງ ແລະ ຊາວລາວຫຼາຍຄົນ ກໍ່ພາກັນ ຕິດຕາມ ກອງປະຊຸມ ສະພາ ແຫ່ງຊາຕ ໃນຄັ້ງນີ້ ໂດຍ ມີຄວາມຫວັງ ສູງວ່າ ສະພາແຫ່ງຊາຕ ຊຸດທີ 8 ແລະ ຄນະຣັຖບານ ຂອງທ່ານ ນາຍົກ ຣັຖມົນຕຼີ ທອງລຸນ ຈະ ປະຕິບັດ ຫນ້າທີ່ ຮັບໃຊ້ ປະຊາຊົນ ໂດຍດີ:
"ຄວາມຫວັງນີ້ ມີຄວາມຫວັງ ເຕັມຮ້ອຍ ກະຄືມັນ ຍັງຢູ່ໃນຊ່ວງ ທີ່ເຂົາຮ້ອງວ່າ ປ່ຽນ ນະໂຍບາຍ ໃໝ່ ເຮັດໃໝ່ເບິດ, ຈັ່ງຊີ້ນ່າ ຄວາມໝາຍ. ກະອອກມາດີ ຂ້ອຍ ຄິດວ່າ ກະອອກມາດີ ຫຼາຍຄົນ ກະຕັ້ງຄວາມຫວັງ ກັບ ທ່ານ ທອງລຸນ ເພິ່ນກະມາປັບປຸງ ປ່ຽນແປງ ຫຼາຍຢ່າງ, ແຕ່ວ່າ ກະຍັງບໍ່ຮູ້ວ່າ ສ່ວນເລິກ ຊິເປັນແນວໃດ ແຕ່ເບິ່ງພາບລວມ ກະອອກມາ ດີຢູ່".
ກອງປະຊຸມ ສະພາແຫ່ງຊາຕ ຄັ້ງນີ້ ຖືເປັນ ກອງປະຊຸມ ຄັ້ງທຳອິດ ພາຍໃຕ້ ການບໍຣິຫານງານ ຂອງ ຣັຖບານ ຊຸດໃໝ່ ໂດຍມີ ນາຍົກ ຣັຖມົນຕຼີ ທອງລຸນ ສີສຸລິດ ເປັນຫົວໜ້າ ຣັຖບານ ຊຶ່ງ ກອງປະຊຸມ ເທື່ອນີ້ ຈະດຳເນີນໄປ ເປັນເວລາ 20 ວັນ ນັບຕັ້ງແຕ່ ວັນທີ 24 ເດືອນຕຸລາ ໄປຈົນເຖິງ ວັນທີ 18 ເດືອນ ພຶສຈິກາ 2016,
ໃນກອງປະຊຸມ ຈະໄດ້ ພິຈາຣະນາ ແລະ ຮັບເອົາຫຼາຍ ບັນຫາສຳຄັນ ຂອງ ປະເທສ ຫລັງຈາກ ການຮັບຟັງ ບົດຣາຍງານ ການ ບໍຣິຫານງານ ຂອງຣັຖບານ ແລະ ບັນດາ ອົງການ ຈັດຕັ້ງຕ່າງໆ ໃນສົກ ງົບປະມານ ທີ່ ຜ່ານມາ, ສະມາຊີກ ສະພາ ຈະ ພິຈາຣະນາ ແລະ ປະກອບ ຄຳຄິດເຫັນ ໃສ່ຮ່າງ ກົດໝາຍ ຫຼາຍສະບັບ ທັງ ເປັນກົດຫມາຍ ໃໝ່ ແລະ ກົດຫມາຍ ປັບປຸງ ເພື່ອຮັບຮອງ ເອົາ ຫຼື ໄປດັດແກ້ ໃໝ່, ຮ່ວມທັງ ການຮັບຮອງ ເອົາແຜນ ພັທນາ ເສຖກິຈສັງຄົມ ແຫ່ງຊາຕ ປະຈຳສົກ ງົບປະມານ 2016-17 ແລະ ແຜນການ ເຄື່ອນໄຫວ ຂອງບັນດາ ອົງການ ຈັດຕັ້ງ ຕ່າງໆ ໃນປີ 2017 ນຳດ້ວຍ.