ມາຟັງນໍາກັນ 08/18/19
2019.08.18

ປະຈຸບັນ, ສະພາບ ການແຜ່ຣະບາດ ຂອງພະຍາດໄຂ້ຍຸງ ຫຼື ໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ພວມແຜ່ຣະບາດ ເປັນບໍຣິເວນກ້ວາງ ໃນທົ່ວປະເທສ. ຫຼ້າສຸດ ມີຜູ້ເສັຽຊີວິຕແລ້ວ ເຖິງ 54 ຄົນ, ອີງຕາມ ຣາຍງານ ຂອງກະຊວງສາທາຣະນະສຸຂ ໃນວັນທີ 11 ສິງຫາ 2019. ມີຜູ້ຕິດເຊື້ອແລ້ວ ເຖິງ 23 ພັນປາຍຄົນ. ຈາກເວລາດຽວກັນ ໃນເດືອນກໍຣະກະດາ ແມ່ນມີພຽງ 4,500 ປາຍຄົນ, ເຊິ່ງຜ່ານໄປ ເດືອນດຽວ, ໂຕເລຂ ຜູ້ຕິດເຊື້ອສະສົມ ເພີ້ມຂຶ້ນ ເຖິງເກືອບ 4 ເທົ່າໂຕ.
ເຈົ້າໜ້າທີ່ ສູນຄວບຄຸມຣະບາດວິທຍາ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 08 ສິງຫາ ທີຜ່ານມາວ່າ ເຊື້ອໄຂ້ຍຸງ ຍັງໂຄຈອນ ພາຍໃນ ຊຸມຊົນພວກເຮົາ ບໍ່ສາມາດ ປະຕິບັດ ມາຕການ ພົ່ນຢາຂ້າຍຸງ ໂຕແກ່ໄດ້ເທື່ອ. ນອກຈາກນີ້, ເພິ່ນກໍກຳລັງຣະດົມ ໃຫ້ບັນດາ ຮ້ານຂາຍຢາ ເຊົາປິ່ນປົວ ຜູ້ເປັນໄຂ້ເລືອດອອກ ນໍາຄຣີນິກ ເອກຊົນ ແລະ ແນະນຳ ໃຫ້ເຂົ້າໄປປິ່ນປົວ ຢູ່ໂຮງໝໍໃຫຍ່.
ເຈົ້າໜ້າທີ່ ຈາກກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາຣະນະສຸຂ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ເມື່ອວັນທີ 15 ສິງຫາ ທີ່ຜ່ານມາ ກ່ຽວກັບ ໂຕເລຂ ໃນບາງແຂວງ ທີ່ມີຜູ້ເສັຽຊີວິຕຫຼາຍ. ໃນນັ້ນ, ແຂວງສວັນນະເຂດ ແມ່ນມາເປັນ ອັນດັບທີ 1.
ຣັຖມົນຕຣີ ກະຊວງສາທາຣະນະສຸຂ, ທ່ານ ບຸນກອງ ສີຫາວົງສ໌ ກໍໄດ້ກ່າວຕໍ່ ສື່ມວນຊົນ ທ້ອງຖິ່ນ ເມື່ອບໍ່ດົນມານີ້ວ່າ ສາເຫຕຫຼັກ ທີ່ເຮັດໃຫ້ ມີການຕາຍ ຫຼື ເສັຽຊີວິຕ ຍ້ອນພະຍາດໄຂ້ຍຸງ ໃນປີນີ້ ແມ່ນມາຈາກ ການຊື້ຢາ ມາກິນເອງ. ເມື່ອອາການບໍ່ດີ, ແລ້ວຈັ່ງ ມາຫາທ່ານໝໍ, ແຕ່ທ່ານໝໍ ກະຊ່ອຍບໍ່ທັນ ຍ້ອນອາການ ມັນໄດ້ເກີນຂັ້ນ ທີ່ຈະປິ່ນປົວໄດ້ແລ້ວ ຈຶ່ງເຮັດໃຫ້ມີ ຜູ້ເສັຽຊີວິຕຫຼາຍ.
ນາຍົກຣັຖມົນຕຣີລາວ ທ່ານ ທອງລຸນ ສີສຸລິດ ກໍເຫັນບັນຫານີ້ສຳຄັນ ແລະ ຄນະຣັຖບານ ກໍຈົນເຖິງຂັ້ນ ເປີດກອງປະຊຸມສະເພາະ ເພື່ອຊອກຫາ ວິທີແກ້ໄຂ ບັນຫາໄຂ້ຍຸງລາຍ ຢ່າງຮີບດ່ວນ.