ຈ.ມ ຈາກຜູ້ຟັງ 07/27/19
ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ທາງການສັ່ງໃຫ້ ສື່ສັງຄົມ ອອນລາຍ ຈົດທະບຽນ, ຈະຍຸຕິ ການສໍ້ຣາສ ຕ້ອງປ່ຽນ ການເມືອງ ແລະ ອົງການບໍ່ຂຶ້ນ ກັບຣັຖບານ ປະຊຸມ ວັນຄົບ 1 ປີ ເຂື່ອນແຕກ.
-
2019-07-28 -
-
-
Your browser doesn’t support HTML5 audio
ຮິບໂຮມ ຄວາມຄຶດຄວາມເຫັນ--ຄຳແນະນຳ, ຂໍ້ສເນີ, ຄວາມເປັນຫ່ວງ, ຄຳຮ້ອງທຸກ, ຈຸດບົກຜ່ອງ ຂອງພາກສ່ວນກ່ຽວຂ້ອງ, ການເອົາລັດເອົາປຽບ ແລະ ຄວາມເຫລື່ອມລ້ຳ ໃນສັງຄົມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂ…
ເຊີນທ່ານ ຄລິກຟັງສຽງ ຣາຍການໄດ້ ແລະ ອ່ານຄວາມຄຶດຄວາມເຫັນບາງຕອນ ຕໍ່ລົງໄປນີ້.
ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ທາງການສັ່ງໃຫ້ ສື່ສັງຄົມ ອອນລາຍ ຈົດທະບຽນ, ຊຶ່ງຂ່າວ ຣາຍງານ ວ່າ: ກະຊວງຖແລງຂ່າວ ວັທນະທັມ ແລະ ການທ່ອງທ່ຽວ ປະກາດໃຫ້ ສື່ສັງຄົມອອນລາຍ ຈົດທະບຽນ ກັບທາງການ. ຜູ້ບໍຣິຫານເພຈ ຫຼື ແອັດມິນເພຈ (Page Admin) ໃນລາວ ທ່ານນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ກໍຣະກະດາ ນີ້ວ່າການ ປະກາດນັ້ນ ຈະຈຳກັດສິດເສຣີພາບ ໃນການປາກເວົ້າອອກຂ່າວ.
ທ່ານ ລາວ ວຽງຈັນ ຂຽນວ່າ:
"ແທນທີ່ ຈະໄປຂື້ນທະບຽນ ຢູ່ກັບ ບໍລິສັດອີນເຕີແນດ ໂດຍກົງ ພວກເພີ່ນ ຊໍ້າພັດ ໄຫ້ໄປຂື້ນທະບຽນ ກັບລັດທະບານ ບອ່ນດຽວ, ຄິດບໍ່ອອກ ຢູ່ຄືກັນ ແລະ ສິກິດກັນ ພວກຂ້ອຍ ໄປຮອດໄສກັນແທ້ ເວົ້າມາແລ້ເບື່ອປານເບື່ອເຫັດພີ່ນ້ອງ."
ກ່ຽວກັບ ຂ່າວ ຈະຍຸຕິ ການສໍ້ຣາສ ຕ້ອງປ່ຽນ ການເມືອງ, ຊຶ່ງຂ່າວ ຣາຍງານ ວ່າ: ພັກຄອມມິວນິສລາວ ທີ່ກຳອຳນາດ ຢູ່ໃນປັດຈຸບັນ ລະດົມຂະບວນ ຕ້ານການສໍ້ຣາສບັງຫລວງ ຄ້າຍຄືກັນກັບ ທີ່ພວກເຮົາເຫັນ ຢູ່ປະເທດຈີນ ແລະ ວຽດນາມ ຫຼືບໍ່? ອັນນີ້ ເປັນຄຳຖາມ ຊຶ່ງທ່ານ David Hutt ນັກຂ່າວ The Diploma ດ້ານການເມືອງເອເຊັຽ ຕາເວັນອອກສ່ຽງໃຕ້ ຕັ້ງຂຶ້ນ ໃນບົດຄວາມ ຂອງທ່ານ ທີ່ພາດຫົວຂໍ້ວ່າ ມີພຽງວິທີດຽວ ທີ່ຈະຍຸຕິ ການສໍ້ຣາສບັງຫລວງ ຢູ່ປະເທດລາວໄດ້ ຄືປ່ຽນແປງ ຣະບົບການເມືອງ ຊຶ່ງຖືກ ພິມເຜີຍແພ່ ໃນມື້ວັນທີ 10 ກໍຣະກະດາ ນີ້.
ຜູ່ທີ່ບໍ່ປະສົງ ອອກຊື່ ຂຽນວ່າ:
"ການສໍ້ລາດບັງຫຼວງ ຢູ່ສປປລາວ ທີ່ຈະມີການແກ້ໄຂ ໄຫ້ມັນໝົດສີ້ນນັ້ນ ມັນຍຸ້ງຍາກຫຼາຍ ຖ້າຈະແກ້ໄຂ ໄຫ້ມັນໝົດແທ້ໆນັ້ນ ມັນກໍຕອ້ງລົງມາແກ້ໄຂ ຈາກການເລີ້ມຕົ້ນ ຂອງລະບອບການນໍາ ຫຼື ການປົກຄອງ ຂອງປະເທດພີ້ກ່ອນ, ເພາະວ່າລະບົບການ ບໍລິຫານປະເທດ ຂອງພວກລັດທະບານນັ້ນ ຍັງຂາດຄຸນນະພາບ ແລະຂາດຄວາມໂປ່ງໄສ ຢູ່ໃນກຸ່ມຂອງພວກຜູ້ມີອໍານາດ ແລະໃນກຸ່ມຂອງອົງກອນ ຫຼື ອົງການຕ່າງໆ ທົ່ວປະເທດ ເພາະວ່າທຸກຄົນ ຢູ່ໃນຂະແໜງການຂອງລັດ ທົ່ວປະເທດແມ່ນ ສໍ້ລາດບັງຫຼວງ ກັນທັ້ງນັ້ນ, ຄືຕົວຢ່າງອັນນຶ່ງຢູ່ໃນໝູ່ບ້ານຂອງຂ້ອຍ ມີພະນັກງານເກັບກູ້ລະເບີດ ແຕ່ກ່ອນເພີ່ນກໍເປັນພະນັກງານ ເກັບກູ້ລະເບິດກິນເງີນເດືອນ ຄືກັນແຕ່ພໍເພີ່ນໄດ້ມາເປັນຮອງຫົວໜ້າ ຫ້ອງການເກັບກູ້ລະເບີດ ບໍ່ໄດ້ ພໍປີກໍມີເຮືອນປານລາດຊະວັງ ມີລົດງາມໆ ຕັ້ງຫຼາຍຄັນແລະພີ່ນ້ອງທຸກໆ ຄົນກໍມີຖານະຜິດປົກກະຕິ.”
ກ່ຽວກັບຂ່າວ ຜູ້ຮັກສາຍຸຕິທັມ ຂາດ ຍຸຕິທັມ ຊາວບ້ານ ໃຫ້ລົງໂທດ, ຊຶ່ງຂ່າວ ຣາຍງານ ວ່າ: ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ຈາກການຊື້ທີ່ດິນ ຢູ່ບ້ານນາແຄຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແຕ່ຜູ້ຂາຍບໍ່ຍອມໃຫ້ ໃບຕາດິນ ນັ້ນໄດ້ຮຽກຮ້ອງ ໃຫ້ເຈົ້າໜ້າທີ່ເມືອງໄຊທານີ ໃຫ້ຄວາມເປັນທັມ ໃນກໍຣະນີ ເຈົ້າໜ້າທີ່ຍຸຕິທັມ ປະຈໍາເມືອງ ສໍ້ໂກງເງິນຂອງພວກຕົນ ໂດຍອ້າງວ່າຈະແລ່ນແກ້ໄຂຄະດີໃຫ້.
ຜູ່ທີ່ບໍ່ປະສົງອອກຊື່ ຂຽນວ່າ:
"ການຂູດຮີດ, ສໍ້ກົງ, ຫຼອກລວງ, ຕົ໋ວະຕົ້ມ ແລະ ອື່ນໆທີ່ຢາກໄດ້ຂອງຄົນອື່ນ ມາເປັນຂອງຕົນເອັງ ຂອງພະນັກງານລັດ ທຸກໆກົມກອງ, ທຸກໆຂແໜງການ, ທຸກໆຫ້ອງການ, ທົ່ວປະເທດນັ້ນ ມັນເກິດຂື້ນມາ ດົນແລ້ວ ຕັ້ງແຕ່ ພວກເພີ່ນ ຂື້ນຄອງອໍານາດ ທໍາອິດພຸ້ນ, ແລະ ຈະແກ້ໄຂ ບໍ່ໄດ້ຢ່າງແນ່ນອນ,… ແລະ ສປປລາວ ກໍຄົງຈະບໍ່ພົ້ນ ອອກຈາກຄວາມທຸກຍາກໄດ້ ແລະ ປະຊາຊົນລາວ ທົ່ວປະເທດ ກໍຄົງຈະບໍ່ໄດ້ ເຫັນໂລກພາຍນອກ ອັນທີ່ກ້ວາງໄຫ່ຽ ທີ່ຈະເລີນ ດ້ວຍເທັກໂນໂລຈີ ແລະ ການພັດທະນາ ຂອງມະນຸດ ທີ່ທັນສະໄໝ ແລະ ອື່ນໆ ທີ່ປະຊາຊົນລາວ ຄວນຈະໄດ້ຮັບ, ນີ້ຄື ຄວາມຈະແຈ້ງ ແລະ ຄວາມຈິງ."
ກ່ຽວກັບ ຂ່າວ ໝາກຜົນຂອງສັນຍາ ມິຕພາບ ລາວ-ວຽດນາມ, ຊຶ່ງຂ່າວ ຣາຍງານ ວ່າ: ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຣະຫວ່າງ ສປປລາວ ແລະ ສສວຽດນາມ ທີ່ນາຍົກຣັຖມົນຕຣີ 2 ປະເທດຄື ທ່ານ ຟາມວັນດົງ ແລະທ່ານ ໄກສອນ ພົມວິຫານ ລົງນາມ ທີ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 18 ກໍຣະກະດາ 1977, ມາເຖິງປີນີ້ ກໍຄົບຮອບ 42 ປີ.
ທ່ານ ເພັດທະວົງ (ໄຊຖານີ) ຂຽນວ່າ:
"ສັນຍາ ມິດຕະພາບ ລາວ ຫວຽດ ແບບຮອບດ້ານ ບໍ່ມິຜົນປະໂຍດ ຕໍ່ປະຊາຊົນລາວ ແຕ່ມີຜົນ ຕໍ່ພັກລັດ, ເພາະພັກລັດ ຈະຕ້ອງ ບໍລີຫານປະເທດ ໄປຕາມ ການຊີ້ນຳ ຂອງຫວຽດນາມ. ແຕ່ຫລັງຈາກ ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ໄດ້ໄປເຊັນສັນຍາ ກັບ ສປຈິນ ເປັນຕົ້ນມາ ສປປລາວ ກໍ່ຫລຽວໜ້າ ໄປຮ່ວມມຶກັບ ສປ ຈິນ ຢ່າງໜຽວແໜ້ນ ແລະ ອານຸຍາດ ໃຫ້ຊາວຈິນ ຫລັງໄຫລ ເຂົ້າມາ ລາວ ແບບສະດວກ ແລະ ຕໍ່ໄປ ສປປລາວ ຈະເປັນ ອານານິຄົມເໝືອນ ແຂວງໜືງ ຂອງ ສປຈິນ ຢ່າງແນ່ນອນ. ສປ ຈິນ ແລະ ຫວຽດນາມ ຕ່າງຝ່າຍ ກໍ່ບໍ່ມິຄວາມສຳພັນ ພໍເທົາໃດ."
ກ່ຽວກັບ ຂ່າວ ສະຫະປະຊາຊາດ ຂໍໃຫ້ ສປປລາວ ປະຕິຮູບ ນະໂຍບາຍ, ຊຶ່ງຂ່າວ ຣາຍງານ ວ່າ: ສປປລາວ ຄວນຮັບຮອງ ເອົາການປະຕິຮູບຕ່າງໆ ຢ່າງຮີບດ່ວນ ເພື່ອຫລຸດຜ່ອນ ຄວາມທຸກຍາກ, ເພື່ອປົກປ້ອງ ສິດທິ ຂອງປະຊາຊົນ ທີ່ຢູ່ ໃນຄວາມທຸກຍາກ ແລະ ຮັບປະກັນ ໃຫ້ການເຕີບໂຕ ທາງດ້ານເສຖກິດ ເປັນປະໂຫຍດ ສໍາລັບ ປະຊາຊົນ ທີ່ທຸກຍາກ ທີ່ສຸດນັ້ນ, ອີງຕາມຣາຍງານ ສະບັບສຸດທ້າຍ ຂອງ ຜູ້ຊ່ຽວຊານ ເອກກະຣາດ ຂອງ ສະຫະປະຊາຊາດ ໃນວັນທີ 19 ມິຖຸນາ ນີ້.
ຜູ່ບໍ່ປະສົງອອກຊື່ ຣາຍງານ ວ່າ:
"ຖ້າລັດທະບານລາວ ມີຈິດໃຈອັນສູງສົ່ງ, ມີຄຸນນະສົມບັດທີ່ດີ, ມີສັງຄົມທີ່ສ້າງສັນແລະກ້າວໜ້າ ແລະ ມີຈິດສໍານຶກແລະເຂົ້າໃຈ ຄວາມປາຖະໜາດີຕໍ່ຊາວໂລກຜູ້ໄຫ້ ການຊ່ວຍເຫຼືອ ແລະ ຊຸກຢູ້ອຸ້ມຊູ ມາຕະຫຼອດ ໂດຍສະເພາະ ແມ່ນພໍ່ແມ່ພີ່ນ້ອງປະຊາຊົນ ຄົນລາວ ທຸກໆອົງກອນ ຫຼື ອົງການຕ່າງໆ ທີ່ຂື້ນກັບພວກທ່ານ ແລະ ບໍ່ຂື້ນກັບພວກທ່ານ ທາງໃນ ແລະ ນອກປະເທດ ຢ່າງແທ້ຈິງນັ້ນ ພວກທ່ານ ຈົ່ງປະຕິບັດ ແລະ ພິຈາລະນາ ຄົ້ນຄ້ວາ ຕໍ່ຄໍາສເໜີ ຂອງຊຊປຊາດ ຢ່າງແທ້ຈິງ, ບ້ານເມືອງ ຈຶ່ງຈະຢູ່ລອດໄດ້, ຖ້າພວກທ່ານ ຍັງຈະອອກມາ ສະແດງ ທ່າທີກ້າວລ້າວ ແລະ ແຂງກະດ້າງຢູ່ຕໍ່ໄປ, ແລະ ສແດງວ່າ ພວກທ່ານຍັງມີ ແລະ ໄຊ້ອໍານາດ ເໜືອກ່ວາ ກົດໝາຍ ຂອງສາກົນຕໍ່ໄປແລ້ວ ອາດຈະເກິດຜົນ ອັນບໍ່ດີ ຕໍ່ພວກທ່ານ ແລະ ປະເທດຊາດ."
ກ່ຽວກັບ ຂ່າວ ອົງການບໍ່ຂຶ້ນ ກັບຣັຖບານ ປະຊຸມ ວັນຄົບ 1 ປີ ເຂື່ອນແຕກ, ຊຶ່ງຂ່າວ ຣາຍງານ ວ່າ: ໃນວັນຄົບຮອບ 1 ປີ ຂອງເຫດການເຂື່ອນ ເຊປຽນ ເຊນ້ຳນ້ອຍແຕກ ເຄືອຂ່າຍ ແມ່ນ້ຳສາກົລ ຮ່ວມກັບ ອົງການ ພາກປະຊາສັງຄົມ ແລະ ອົົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຫຼື NGO ຫຼາຍອົງການ ໄດ້ຈັດ ກອງປະຊຸມ ເພື່ອລະລຶກເຖິງ ຜູ້ເສັຽຊິວິດ ແລະ ຫາຍສາບສູນ ໃນວັນດັ່ງກ່າວ ຂຶ້ນທີ່ບາງກອກ ປະເທດໄທ.
ທ່ານ ໜູກອນ ຈາກພາກໄຕ້ ຂຽນວ່າ:
"ຂ້ອຍຄິດມາຕະຫລອດວ່າ ພວກຕ່າງປະເທດ ມັກວຸ້ນວາຍ ໃນປະເທດລາວເຮົາຫລາຍ ບໍ່ມີໃຜຫວັງດີ ຕໍ່ປະເທດເຮົາເອງ ເທົ່າກັບຄົນລາວເຮົາດອກ ແຕ່ມາເບິ່ງຄັກໆແລ້ວ ພວກເຂົາ ກາມາຊ່ວຍຫລາຍຢູ່ ແລະ ອາດຊ່ວຍຫລາຍກ່ວາ ພວກບໍລິສັດ ລັດຖະບານລາວເຮົາ ແລະ ເຈົ້າຫນ້າທີ່ການນຳເຮົາ ຊ່ວຍອີກ ເພາະມາເບິ່ງອີກແລ້ວ ພວກຕ່າງປະເທດ ມາບໍລິຈາກ ເຄື່ອງຂອງເງິນຄຳ ຢ່າງຫລວງຫລາຍ ແຕ່ເຈົ້າຫນ້າທີ່ລາວເຮົາ ກັກຕຸນແລະ ອຸບເອົາເງິນ ນັ້ນໄວ້ ແລະ ເອົາມາໃຊ້ຈ່າຍ ພຽງນ້ອຍດຽວ ເທົ່ານັ້ນ. ການແຈກຍາຍ ກໍບໍ່ສະຫມຳສະເຫມີ ການຊົດເຊີຍ ກາບໍ່ໄດ້ ຫລືວ່າ ບໍ່ກຸ້ມຄ່າ ການເວົ້າການຈາ ກັບຊາວບ້ານ ຂອງເຈົ້າຫນ້າທີ່ ບາງຄົນ ກາບໍ່ເປັນຕາຟັງ ຖ້າບໍ່ຢາກເຮັດວຽກ ຮັບໃຊ້ປະຊາຊົນ ກາບໍ່ຕ້ອງລົງມາເຮັດ ບໍ່ແມ່ນວ່າ ຢາກລົງມາ ເພື່ອຕັກຕວງເອົາ ຜົນປະໂຫຍດ ຈາກຜູ້ທີ່ຊິ້ນເນື້ອ ປະດາຕົວ."
ກ່ຽວກັບ ຂ່າວ ເຂື່ອນໄຊຍະບູຣີ ຢືນຢັນ ບໍ່ແມ່ນຕົ້ນເຫດ ເຮັດໃຫ້ນ້ຳຂອງ ບົກແຫ້ງ, ຊຶ່ງຂ່າວ ຣາຍງານ ວ່າ: ເຂື່ອນໄຊຍະບູຣີ ບໍ່ໄດ້ກັກເກັບນ້ຳ ເອົາໄວ້ ເພື່ອທົດລອງ ຜລິດໄຟຟ້າ ແລະ ບໍ່ແມ່ນ ຕົ້ນເຫດ ທີ່ເຮັດໃຫ້ ນ້ຳຂອງຕອນລ່າງ ບົກແຫ້ງ, ອິງຕາມ ການຢືນຢັນ ຂອງທ່ານ ອານຸພາບ ວົງລະຄອນ, ຮອງກັມມະການ ຜູ້ຈັດການ ບໍຣິສັດ ຊີເຄ ພາວເວີ ຫຼື ຜູ້ພັທນາ ເຂື່ອນໄຟຟ້າ ໄຊຍະບູຣີ.
ທ່ານ ຄົນລາວ ແຄມຂອງ ຂຽນວ່າ:
"ແມ່ນແທ້ບໍ ທີ່ວ່ານ້ຳຂອງແຫ້ງ ບໍ່ເປັນຍ້ອນເຂື່ອນ ບໍ່ແມ່ນວ່າ ເວົ້າໃຫ້ກັນດີໃຈຊື່ໆບໍ ວິທະຍຸເອເຊຍເສລີ ຄຳວ່າເຂື່ອນ ມັນກໍ່ຕ້ອງການນ້ຳຢູ່ແລ້ວ ບໍ່ຕັນໜ້ອຍກໍຕັນຫລາຍ ຂຶ້ນຢູ່ກັບ ເຂື່ອນໃຫຍ່ເຂື່ອນນ້ອຍ. ໃນຊ່ວງນີ້ ຢູ່ເຂດໃດ ນ້ຳກະບົກແຫ້ງຫລາຍ ເດືອດຮ້ອນໄປໝົດ ບວກກັບ ອາກາດຮ້ອນຕື່ມ ຍິ່ງເຮັດໃຫ້ ເກີດແຫ້ງແລ້ງ ບໍ່ມີຮອດນ້ຳຫົດຜັກ."
………..
ໝາຍເຫດ: ຄວາມຄິດເຫັນ ຂອງທ່ານຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ ນັ້ນ, ພວກເຮົາ ທິມງານ ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄຶດຄວາມເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫຼາຍໜ້ອຍປານໃດ.
(ເພື່ອຮັກສາ ຄວາມໝາຍ ແລະ ຄວາມຄຶດຄວາມເຫັນ ຂອງຜູ່ທີ່ສະແດງອອກມານັ້ນ, ວິທຍຸ ເອເຊັຽ ເສຣີ ໄດ້ຮັກສາ ຕົ້ນສະບັບ ຂອງ ການຂຽນ ແລະ ການສະກົດ ຂອງພວກເພິ່ນ ເອົາໄວ້ ເຖິງແມ່ນວ່າ ຈະມີການຜິດພ້ຽນ ໄປແດ່ ກໍຕາມ)