ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວລາວຈຳນວນ ຫຼາຍຮ້ອຍຄົນ ຈາກແຂວງຕ່າງໆ ພາກັນໄປຕໍ່ແຖວ ຢ່າງຍາວຢຽດ ເພື່ອ ລໍຖ້າເຮັດພາສປອດ, ປະຊາຊົນ ສເນີ ໃຫ້ແກ້ໄຂບັນຫາ ເງິນກີບອ່ອນຄ່າ, ຂາດເງິນຕຣາ ຕ່າງປະເທດ ໃນຂະນະ ກອງປະຊຸມສະພາແຫ່ງຊາດ ແລະ ທະນາຄານ ການຄ້າຕ່າງປະເທດລາວ ຍົກເລີກແຈ້ງການ ໃຫ້ໂຕແທນທີ່ ໃຫ້ບໍຣິການ ລະບົບ MoneyGram ຈ່າຍເງິນໃຫ້ລູກຄ້າເປັນເງິນກີບ ພາຍຫຼັງ ມີຫາງສຽງສັງຄົມ ວິພາກ-ວິຈານ ຢ່າງໜັກໜ່ວງ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ "ທະນາຄານ ການຄ້າຕ່າງປະເທດລາວ ອອກແຈ້ງການ ຍົກເລີກ ກຳນົດ MoneyGram ຈ່າຍເປັນເງິນກີບ ພາຍຫຼັງ ສຽງວິພາກ-ວິຈານ ຢ່າງໜັກໜ່ວງ…"
“ປັນຫາ ມັນບ່ໍແມ່ນ ມາຈາກສະກຸນເງິນວ່າ ຈະເປັນບາດ ຫຼີຶ ກີບ. ປັນຫາ ມັນແມ່ນ ຢູ່ທີີເສດຖະກິດລາວ ຕົກຕ່ຳເອງ, ການສົ່ງອອກຕ່ຳ ເຮັດໃຫ້ປະເທດລາວ ມີລາຍຮັບນ້ອຍ ເງິນຂາດ ໃນທະນາຄານ ໂລກເຮັດໃຫ້ ປະເທດລາວ ບໍ່ສາມາດແລກປຽ່ນ ສິ່ນຄ້າໄດ້ ເວົ້າແບບງາຍໆ ກະຄຶີ ‘ຖັງແຕກ’”
…..
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!