ວັດລາວ ມ.ລໍຕັນ ສລອງ ປີໃໝ່ລາວ

ວັດລາວ ເວີຈິເນັຍ ທີ່ ເມືອງລໍຕັນ ໄດ້ຈັດງານ ບຸນສລອງ ປີໃໝ່ລາວ ພ.ສ. 2561 ຢູ່ທີ່ສວນ ສາທາຣະນະ Pohick ແຄມແມ່ນໍ້າ Potomac ໃນຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັຖ ອາເມຣິກາ ໃນມື້ວັນທີ 29 ເມສາ 2018 ນີ້.

ວັດລາວ ເວີຈິເນັຍ ທີ່ເມືອງລໍຕັນ ຈັດງານບຸນສລອງປີໃໝ່ລາວ ພ.ສ. 2561 ຢູ່ ສວນສາທາຣະນະ Pohick ແຄມແມ່ນໍ້າ Potomac RFA

ວັດລາວເວີຈິເນັຍ ທີ່ເມືອງ Lorton ໄດ້ຈັດງານບຸນສເລີມສລອງ ປີໃໝ່ລາວ ພ.ສ. 2561 ຢູ່ສວນສາທາຣະນະ Pohick ແຄມແມ່ນໍ້າ Potomac ໃນຂົງເຂດນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັຖ ອາເມຣິກາ ໃນມື້ວັນທີ 29 ເມສາ 2018 ນີ້.

ໃນພິທີດັ່ງກ່າວ ຕອນເຊົ້າມີພິທີທາງສາສນາ ໄຫວ້ພຣະຖວາຍໄທຍະທານ ຕັກບາດຍາດນໍ້າ ແລະຕອນບ່າຍ ມີນາງສັງສານ ຖື ສຽນພຣະພົມແຫ່ ຕົບພຣະທາດຊາຍ ສົງນໍ້າພຣະພຸທຮູບ ສົງນໍ້າພຣະສົງ ຫົດນໍ້າ ຂໍພອນຜູ້ອາວຸໂສ ແລະ ທັງມີການຟ້ອນ ສະແດງ ດົນຕຣີລາວເດີມ ຂອງພວກຫລານນ້ອຍ ເຍົາວະຊົນລາວ ນໍາດ້ວຍ.

ກ່ຽວກັບວ່າ ງານບຸນນີ້ດໍາເນີນໄປ ຄືແນວໃດນັ້ນ ທ່ານ ຈໍາປາ ຈັນທະວົງ ປະທານຄນະກັມການ ວັດລາວ ເວີຈິເນັຍ ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ໃນງານນັ້ນວ່າ:

ບຸນສົງການ ຫລື ບຸນປະເພນີຫົດນໍ້າ ໃນເທສການບຸນປີໃໝ່ລາວ ໄດ້ມີປວັດແລະຄວາມເປັນມາດົນນານ ຫລາຍຮ້ອຍປີ ທີ່ຊາວລາວ ໄດ້ພາກັນຮັກສາ ແລະປະຕິບັດສືບທອດ ຕໍ່ກັນມາຈົນຮອດທຸກມື້ນີ້. ປະເພນີການທໍາບຸນດັ່ງກ່າວ ໂດຍທົ່ວໄປແລ້ວ ເພິ່ນນິຍົມ ໄປທໍາພິທີຢູ່ວັດ ແລະບາງບ່ອນ ໄດ້ໄປຕົບພຣະທາດຊາຍ ຢູ່ຮິມແມ່ນໍ້າ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org