ສໍາພາດ ຍ.ນ ຟາຕີມາ ສີກຸຣະບຸດ

ຍານາງ ຟາຕີມາ ສີກຸຣະບຸດ ຄົນລາວ-ອາເມຣິກັນ ຈາກຣັຖ Michigan ເມືອງ Holland ຜູ້ທີ່ມີ ຄວາມສາມາດ ໃນການແຕ່ງໜ້າ ແບບພິສດານ Special effects ໃຫ້ ດາຣາ Hollywood.

ຕົວຢ່າງທີ່ກ່ຽວກັບວຽກງານ ຂອງການແຕ່ງໜ້າແບບພິສດານ ຂອງ ຍານາງ ຟາຕີມາ ສີກຸຣະບຸດ ຄົນລາວ-ອະເມຣິກັນ ຊື່ດັງໃນວົງການ ຮອລລີຫວູດ ຮູບພາບຈາກ ຍານາງ ຟາຕີມາ ສີກຸຣະບຸດ

ນັກສິລປິນ ທີ່ມີສິລປະ ການແຕ່ງໜ້າ ແບບພິສດານ ຫຼືເທັກນິກ ທີ່ພິເສດ ລະດັບມືອາຊີບ ສ່ວນຫຼາຍແລ້ວ ຈະເປັນຄົນ ຕ່າງປະເທດ ແຕ່ ຕົກມາ ປັດຈຸບັນນີ້ ຄົນລາວເຮົາ ກໍສາມາດ ເຮັດວຽກນັ້ນໄດ້ ບໍ່ວ່າຈະແຕ່ງໜ້າ ເປັນໜ້າຜີ, ໜ້າສັດປະຫລາດ ແຕ່ງຄົນ ຂາກຸດ ແຂນຂາດ ຫຼືເຮັດໃຫ້ມີເລືອດ ໄຫຼອອກຈາກຈຸດ ຕ່າງໆກໍໄດ້ ຮວມທັງ ການແຕ່ງໜ້າ ໃຫ້ລະດັບ ນາງເອກ ກໍໄດ້ ເຊັ່ນກັນ.

ຂ້າພະເຈົ້າ ໄດ້ມີໂອກາດ ສັມພາດ ຍານາງ ຟາຕີມາ ສີກຸລະບຸດ ກ່ຽວກັບ ວຽກງານ ການແຕ່ງໜ້າ ໃຫ້ ນັກສະແດງ ດາຣາໜັງ Hollywood ເຊີນທ່ານຮັບຟັງ ໄດ້ເລີຍ...

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org