ຍິງສາວລາວຖືກວາງຢາ

ແມ່ຍິງ ທີ່ໄປທ່ຽວ ສະຖານບັນເທິງ ຢູ່ ນະຄອນຫລວງ ວຽງຈັນ ສ່ຽງຕໍ່ການຖືກ ມັອມຢາ.

ຢາບ້າ ທີ່ ທາງການ ຂອງ ທຸກປະເທດໃນໂລກ ຕິດຕາມ ຍຶດ ປາບປາມ ທໍາລາຍ Public Domain/dailysun

ຍິງສາວລາວ ທີ່ໄປທ່ຽວໃນສະຖານບັນເທິງ ບາງແຫ່ງຢູ່ເຂດ ນະຄອນຫລວງວຽງຈັນ ສ່ຽງທີ່ຈະຖືກມັອມເຫລົ້າ ມັອມຢາ ແລະຖືກລ່ວງເກີນ ທາງເພດ.

ເມື່ອຄືນວັນທີ 8 ກັນຍາ ນີ້ກໍມີແມ່ຍິງລາວ 2 ຄົນ ອາຍຸຣະຫວ່າງ 20 ຫາ 22 ປີ ຖືກໝູ່ຜູ້ຊາຍທີ່ໄປທ່ຽວຮ້ານດຽວກັນນັ້ນ ວາງຢາໃສ່ຈອກ ເບັຽ ເຮັດໃຫ້ເສັຽຊີວິດ 1 ຄົນ ແລະອີກຄົນນຶ່ງອາການສາຫັດ, ດັ່ງເຈົ້າໜ້າທີ່ພາກສ່ວນປ້ອງກັນ ແມ່ຍິງແລະເດັກນ້ອຍ ນະຄອນຫຼວງວຽງຈັນ ກ່າວຕໍ່ RFA ໃນມື້ວັນທີ 23 ກັນຍາ ນີ້ວ່າ:

"ກໍເປັນຕາອິຕົນລາວເດ໊ນໍ໊ ບໍ່ແນ່ໃຈວ່າມັນເກີດອິຫຍັງຂຶ້ນ ແທ້ຫັ້ນນ່າເນາະ ຂະເຈົ້າຍັງຢູ່ໃນຂັ້ນຕອນ ການສືບສວນສອບສວນເນາະ ແຕ່ເຣື່ອງ ນີ້ກໍໄດ້ຍິນມາເລື້ອຍໆວ່າມັນ ມີເຫດການເກີດຂຶ້ນໃນ pub ນັ້ນ."

ທ່ານກ່າວຕື່ມວ່າ ຍິງສາວ 2 ຄົນນີ້ ມີລັກສນະໜ້າຕາດີ, ບ້ານຢູ່ເຂດນະຄອນຫລວງວຽງຈັນ, ຜູ້ຕາຍຊື່ ນາງຟ້າໃສ ພຸດທະວົງ. ຜູ້ມີອາການ ສາຫັດ ທີ່ໄປນໍາກັນນັ້ນ ພີ່ນ້ອງຂອງນາງຂໍສງວນຊື່.

ປັດຈຸບັນ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ກໍາລັງດໍາເນີນເຣື່ອງນີ້ຢູ່ ແລະ ທາງຕໍາຣວດ ກໍກໍາລັງຊອກຫາຄົນ ທີ່ມັອມຢາພວກນາງ ມາລົງໂທດ ຕາມກົດໝາຍ ຂນະທີ່ຢູ່ໂຮງໝໍມິຕພາບ 150 ຕຽງ ທີ່ປິ່ນປົວແມ່ຍິງທັງ 2 ຄົນນັ້ນກໍາລັງທໍາການສັນນະສູດວ່າ ສານທີ່ພວກນາງໄດ້ຮັບນັ້ນ ເປັນສານປະເພດໃດ. ເມື່ອໄດ້ຂໍ້ສລຸບແລ້ວ ກໍຈະມີການຣາຍງານ ຜ່ານສື່ທາງການລາວ.

ເຣື່ອງການມັອມເຫລົ້າ ແລະ ມັອມຢາ ຢູ່ນະຄອນຫລວງວຽງຈັນ ແມ່ຍິງເມືອງ ໄຊທານີ ທ່ານນຶ່ງໃຫ້ຄໍາເຫັນ ໃນມື້ດຽວກັນນີ້ວ່າ:

"ແບບວ່າໝູ່ກັນກໍເຕືອນກັນເອງ ຈັ່ງຊີ້ນະ ວ່າອັນຕຣາຍເດີ໊ ຖ້າຈະໄປຫລີ້ນກາງຄືນແນວນີ້ ໂດຍສະເພາະຖ້າໄປຜັບ ຫລື ໄປອິຫຍັງຈັ່ງຊີ້ ມັນຂັອນຂ້າງອັນຕຣາຍ ເພາະວ່າຂະເຈົ້າກໍບອກວ່າ ເຄີຍມີເຣື່ອງແບບນີ້ເກີດຂຶ້ນ ສ່ວນຫລາຍເຮົາຈະໄດ້ຍິນຈາກ ຜູ້ອື່ນຫລາຍຄົນ."

ເຈົ້າໜ້າທີ່ຕ້ານການຄ້າມະນຸດ ນະຄອນຫລວງວຽງຈັນ ກໍໄດ້ໃຫ້ຄໍາເຫັນວ່າບັນຫາ ການມັອມເຫລົ້າ ແລະມັອມຢາ ເປັນບັນຫາໃໝ່່ ໃນລາວ ແລະການກວດກາ ຕາມສະຖານບັນເທິງ ຕໍາຣວດກໍເນັ້ນແຕ່ເຣື່ອງ ການເປີດ-ການປິດ ເກີນເວລາ ບໍ່ໄດ້ ກວດສອບເຣື່ອງອື່ນ:

"ແຕ່ກ່ອນກໍບໍ່ເຄີຍໄດ້ຍິນຈັກເທື່ອ ຫັ້ນນະ ແຕ່ດຽວນີ້ມັນສັງຄົມ ກໍປ່ຽນໄປ ສ່ວນຫຼາຍຄືເຫັນມີພວກຕໍາຣວດ ພວກສາຍລັບ ຂະເຈົ້າຈະມີສາຍ ຄອຍກວດ ຂອງຂະເຈົ້າ ແຕ່ວ່າບັນຫາບໍ່ໃຫ້ເປີດກາຍ 12 ໂມງເນາະ ແລ້ວຂະເຈົ້າກໍເຄັ່ງແຕ່ບັນຫາ ບໍ່ໃຫ້ເປີດກາຍ 12 ໂມງ."

ຕາມຂໍ້ມູນທີ່ທາງ RFA ໄດ້ຮັບຈາກແຫລ່ງຂ່າວ ທີ່ເຊື່ອຖືໄດ້ ເມື່ອປີກາຍ, ປະເພດຢາເສບຕິດ ທີ່ຣະບາດ ໃນລາວ ໂດຍສະເພາະຢູ່ຕາມຜັບ ທີ່ໂດ່ງດັງໃນ ນະຄອນຫລວງວຽງຈັນ ແມ່ນຢາບ້າ, ຢາໂຄເຄນ, ຢາອີ ແລະຢາໄອ້ ຊຶ່ງເຮັດໃຫ້ຊາວໜຸ່ມ ແລະ ຍິງສາວທີ່ໄປທ່ຽວນັ້ນ ສ່ຽງຕໍ່ ການຖືກວາງຢາ ຊຶ່ງພີ່ນ້ອງຂອງແຫລ່ງຂ່າວນີ້ ກໍເສັຽຊີວິດຍ້ອນ ຖືກວາງຢາ ເມື່ອບໍ່ດົນຜ່ານມາ ຢູ່ນະຄອນຫລວງວຽງຈັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org