ເຣື້ອງທີ່ເກັບບັນທຶກໄວ້
2022-11-21
ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ ເປັນເຂດ ທີ່ມີອາຊຍາກັມ ຫຼາຍຢ່າງ ແລະຢູ່ພາຍໃຕ້ການຄອບຄຸມ ຂອງຈີນ, ເຈົ້າໜ້າທີ່ລາວ ບໍ່ສາມາດ ເຂົ້າໄປຍຸ້ງກ່ຽວໄດ້.
2022-11-17
ຣັຖບານອອສເຕຣເລັຽ ແຈ້ງເຕືອນພົລເມືອງ ຊາວອອສເຕຣເລັຽ ໃຫ້ລະມັດລະວັງ ໃນການເດີນທາງ ໄປແຂວງບໍ່ແກ້ວ ໂດຍສະເພາະ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເພາະເປັນເຂດ ທີ່ມີອາຊຍາກັມ, ຢາເສບຕິດ ແລະການຄ້າມະນຸສຫຼາຍ.
2022-11-14
ທາງການລາວ ສາມາດຊ່ອຍເຫລືອ ຜູ້ຕົກເປັນເຫຍື່ອ ການຄ້າມະນຸສ ຢູ່ແຂວງບໍ່ແກ້ວໄດ້ 1,225 ຄົນ, ຢ່າງໜ້ອຍ 13 ສັນຊາຕ ຂະນະທີ່ຄົນລາວ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການ ປາບປາມຂະບວນການ ຄ້າມະນຸສ ຢ່າງເຂັ້ມງວດຕື່ມ.
2022-11-13
ການເສພ, ການຄ້າຂາຍ ແລະ ຂົນສົ່ງຢາເສພຕິດ ໃນສປປລາວ ໄດ້ຣະບາດ ແລະ ແຜ່ລາມ ຈາກໂຕເມືອງໄປສູ່ ຊົນນະບົດ, ຊຶ່ງເປັນບັນຫາທ້າທາຍ ໃນການປະຕິບັດ ວາລະແຫ່ງຊາຕ ແກ້ໄຂຢາເສພຕິດ.
2022-11-05
ມີຄົນງານ ມາຈາກຫຼາຍປະເທດ ຕົກເປັນເຫຍື່ອ ຖືກບັງຄັບ ໃຊ້ແຮງງານ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ຄິງສ໌ໂຣມັນສ໌ ແລະ ຜູ້ຊ່ຽວຊານ ດ້ານການຄ້າມະນຸສ ເຫັນວ່າ ມັນຕົກຢູ່ໃນ ກໍຣະນີ ການຄ້າມະນຸສ.
2022-11-02
ທາງການອິນເດັຽ ໄດ້ປະສານງານ ກັບທາງການລາວ ໃນການຊ່ອຍເຫລືອ ພົລເມືອງອິນເດັຽ ທີ່ຖືກຕົວະຍົວະ ໄປເຮັດວຽກເປັນສແກມເມີຣ໌ ຢູ່ພາຍໃນເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈຳນວນ 11 ຄົນ ພ້ອມທັງແຈ້ງເຕືອນ ພົລເມືອງຂອງຕົນ ໃຫ້ລະວັງ ອາຈຖືຶກນັກຕົ້ມຕຸນ ຕົວະ.