ຂ.ສາຣະວັນແມ່ຍິງມີວຽກເຮັດ ຫລາຍຂຶ້ນ
ແມ່ຍິງ ໃນແຂວງ ສາຣະວັນ ມີວຽກເຮັດ ງານທຳ ຫລາຍຂຶ້ນ ເຮັດໃຫ້ ບັນຫາ ຄ້າມະນຸດ ໃນແຂວງ ຫລຸດ ຫນ້ອຍ ລົງ.
-
ສິດນີ
2014-06-10 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ສະຫາພັນ ແມ່ຍີງ ທີ່ ແຂວງ ສາຣະວັນ ເວົ້າວ່າ ໃນ ປັດຈຸບັນ ບັນດາ ເດັກນ້ອຍ ແມ່ຍິງ ໃນແຂວງ ສາຣະວັນ ມີວຽກ ເຮັດ ງານທຳ ຫລາຍຂຶ້ນ ເນື່ອງຈາກ ມີ ໂຄງການ ຕ່າງໆ ເຂົ້າມາ ຊ່ອຍເຫລືອ ເປັນຕົ້ນ ກິຈກັມ ຕ່ຳຫູກ ຫລື ເຮັດວຽກ ໃນໂຮງງານ ຕ່າງໆ ຈື່ງເຮັດໃຫ້ ບັນຫາ ການ ຄ້າມະນຸດ ໃນແຂວງ ຫລຸດລົງ.
"ຫລຸດຜ່ອນ ແດ່ແລ້ວ ມີກິຈກັມ ໃຫ້ເຂົາເຮັດ ກິຈກັມ ຕ່ຳ ແທນ ອັນນັ້ນ ອັນນີ້ ມີວຽກເຮັດ ງານທຳ ຈຳນວນນຶ່ງ ເຂົ້າໄປຫາ ເຮັດ ນຳ ໂຮງຈັກ ໂຮງງານ ຫັ້ນແຫລະ".
ທ່ານກ່າວ ຕື່ມວ່າ ທີ່ຜ່ານມາ ແມ່ຍິງ ຢູ່ແຂວງ ສາຣະວັນ ຖືກຕົວະ ຍົວະ ໃຫ້ ໄປເຮັດວຽກ ໃນໄທ ແລະ ຫລາຍຄົນ ກໍຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ຄ້າແຮງງານ ແລະ ບໍຣິການ ທາງເພດ. ໃນ ແຕ່ລະປີ ເຈົ້າໜ້າ ທີ່ໄທ ໄດ້ສົ່ງຕົວ ກັບມາ ຫລາຍສິບຄົນ ທາງ ການແຂວງ ຈຶ່ງສ້າງ ວຽກເຮັດ ງານທຳ ໃຫ້ ແກ່ຂະເຈົ້າ ຈົນເຮັດໃຫ້ ໃນຣະຍະ ຫລັງໆມານີ້ ບັນຫາ ດັ່ງກ່າວ ກໍໄດ້ຫລຸດ ຫນ້ອຍລົງ.
ທ່ານວ່າ ເຖິງຢ່າງໃດ ກໍຕາມ ໃນທຸກມື້ນີ້ ກໍຍັງ ມີເດັກນ້ອຍ ແມ່ຍີງ ບາງກຸ່ມ ຊັກຊວນ ກັນໄປ ເຮັດວຽກ ຢູ່ໄທ ເພາະວ່າ ຄ່າຈ້າງ ໃນໄທ ສູງກວ່າ ໃນແຂວງ ເຖິງແມ່ນວ່າ ຈະມີຄວາມ ສ່ຽງຕໍ່ ການ ຖືກຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ກໍຕາມ ທາງ ເຈົ້າຫນ້າທີ່ ກໍບໍ່ສາ ມາດ ຫ້າມຂະເຈົ້າ ໄດ້ ຍ້ອນຄວາມ ສມັກໃຈ ໄປເອງ.
ທາງການລາວ ເວົ້າວ່າ ແມ່ຍິງລາວ ທີ່ຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ໃນໄທ ນັ້ນ ສ່ວນຫລາຍ ແມ່ນມາຈາກ ພາກໃຕ້ ຍ້ອນຄວາມ ທຸກຍາກ ຂອງ ຄອບຄົວ ແລະ ຂາດການ ສຶກສາ ຈຶ່ງຖືກ ຕົວະຍົວະ ໄດ້ງ່າຍ.