ຜູ້ປົກຄອງເດັກນ້ອຍລາວ ເຫຍື່ອຄ້າມະນຸສ ໃນພະມ້າ ຂໍຄວາມຊ່ວຍເຫຼືອ ຈາກຣັຖບານລາວ

ມາເຖິງປັດຈຸບັນ ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ຢູ່ແຂວງຫຼວງນໍ້າທາ ທີ່ລູກໆ ຖືກກຸ່ມແກ້ງຄ້າມະນຸສ ທີ່ເປັນຄົນລາວ ຕົວະໄປເຮັດວຽກຕອບແຊັດ ໃນເມືອງເມັຽວະດີ ປະເທດພະມ້າ ແຕ່ທ້າຍປີ 2022 ຕອນນີ້ ຍັງບໍ່ທັນໄດ້ຮັບການຊ່ອຍເຫຼືອເທື່ອ.

ກຸ່ມເຍົາວະຊົນລາວ ເປັນຈຳນວນນຶ່ງ ທີ່ຖືກຂາຍໄປ ຢູ່ໃນຣັຖກະຢິ່ນ (ປະເທດພະມ້າ) ແລະ ຖືກບັງຄັບໃຫ້ເຮັດວຽກ ຕົວະເອົາເງິນ ທາງອິນເຕີເນັດ ຫຼື ໄຊເບີ້ຣ໌-ສະແກມ. RFA photo illustration

ມາເຖິງປັດຈຸບັນ ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍແຂວງຫຼວງນໍ້າທາ ທີ່ລູກໆ ຖືກກຸ່ມແກ້ງຄ້າມະນຸສ ທີ່ເປັນຄົນລາວ ຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນ ໂກຊາຍ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ແຕ່ທ້າຍປີ 2022 ທີ່ຜ່ານມາ. ຕອນນີ້ ຍັງຕິດຄ້າງ ຢູ່ໂຮງກາສິໂນດັ່ງກ່າວ ມີຈໍານວນ 16 ຄົນ ໃນນີ້ ມີເພດຍິງ 3 ຄົນ ແລະເພດຊາຍ 13 ຄົນ ຊຶ່ງບັນດາພໍ່ແມ່ຜູ້ປົກຄອງຂອງພວກເຂົາເຈົ້າ ກໍໄດ້ຮຽກຮ້ອງ ຂໍການຊ່ອຍເຫຼືອ ນໍາທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ມາກໍໄດ້ປີປາຍແລ້ວ ແຕ່ລູກເຕົ້າ ກໍຍັງບໍ່ທັນໄດ້ຮັບການຊ່ອຍເຫຼືອເທື່ອ.

ດັ່ງຜູ້ປົກຄອງຜູ້ທີ 1 ຢູ່ແຂວງຫຼວງນໍ້າທາ ທີ່ລູກຊາຍ ຖືກຄ້າມະນຸສ ແລະຍັງຕິດຄ້າງ ຢູ່ກາໂນ ໂກຊາຍ ຂອງຈີນ ໃນພະມ້າ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 20 ຕຸລາ 2023 ວ່າ:

ໄດ້ຕັ້ງປີປາຍ ບໍ່ມີຫຍັງຄືບໜ້າ ແຕ່ຜ່ານມາໆມານີ້ ພວກເຮົານີ້ ໂທໄປທາງກົມໃຫຍ່ຕໍາຣວດ ສາຍດ່ວນນີ້ ແມ່ນຢູ່ ສາຍດ່ວນ ແຕ່ໂທບໍ່ມີຄົນຮັບສາຍນ່າ ມັນເປັນແນວໃດແທ້ນ່າດຽວນີ້ ແຕ່ວ່າອອກຢູ່ວິທຍຸ ຄູ່ມື້ໆ ເປີດ 24 ຊົ່ວໂມງໆ ບາດເຮົາຕິດມັນບໍ່ໄດ້ ມັນເປັນອີ່ຫຍັງເນາະ ຫຼືວ່າເຂົາເຫັນ ເບີໂທຣະສັບເຮົາ ເຂົາບໍ່ຢາກຮັບບໍເນາະ.”

ຜູ້ເປັນພໍ່ ຜູ້ນີ້ ຍັງຢາກສເນີ ນໍາທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງວ່າ:

ພໍ່ຢາກອັນນ່າ ສເນີແນວນີ້ເນາະ ນໍາທາງການລາວນີ້ນ່າ ພາກສ່ວນທີ່ຍັງບໍ່ທັນອອກຫັ້ນນ່າ ຢາກຂໍໃຫ້ທາງຣັຖບານລາວ ນີ້ແຫຼະເນາະ, ກະຊວງການຕ່າງປະເທດ, ທາງສະຖານທູດ ລະກະຫ້ອງການ ຕ້ານການຄ້າມະນຸສນີ້  ກົມໃຫຍ່ຕໍາຣວດນີ້ ຫຼືວ່າ ກົງສູນການຕ່າງປະເທດ ຈິດໃຈຂອງພວກເຮົານີ້ ຢາກຂໍໃຫ້ທາງການລາວນີ້ແຫຼະ ປຶກສາເຮັດແນວໃດ ໃຫ້ລູກໃຫ້ເຕົ້າພວກເຮົາ ກັບມາປະເທດນີ້ ໃຫ້ເປັນຫູເປັນຕາ ຊ່ວຍພວກເຮົາແດ່ເນາະ ມັນເປັນແນວໃດ ສົມມຸດວ່າ ຂະເຈົ້າບໍ່ມີສັນຍາ ລະຫວ່າງປະເທດລາວກັບປະເທດພະມ້າ ຫັ້ນນ່າ ບໍ່ມີສັນຍາ ການຄ້າມະນຸສນີ້ ແນວເດັກນ້ອຍເຮົາໄປຕົກຢູ່ພຸ້ນ ຣັຖບານ ຊິມີຄວາມແກ້ໄຂຄືແນວໃດຫັ້ນນ່າ ເພື່ອຢາກໃຫ້ລູກເຮົາອອກມາຫັ້ນນ່າ.”

ຜູ້ປົກຄອງຜູ້ທີ 2 ຢູ່ຫຼວງນໍ້າທາ ທີ່ລູກຊາຍຖືກຄ້າມະນຸສ ແລະຍັງຕິດຄ້າງຢູ່ກາສິໂນ ດັ່ງກ່າວເຊັ່ນກັນ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ດຽວນີ້ ອີ່ແມ່ກໍບໍ່ແນວຊິເຮັດ ອີ່ແມ່ກໍໝົດເງິນ ແລ້ວຈັກລ້ານ ບໍ່ຮູ້ແຫຼະ. ອີ່ແມ່ກໍໄປແລ່ນທາງນີ້ທາງນັ້ນ ໄປຮອດຢູ່ວຽງ, ໄປຮອດຢູ່ບໍ່ແກ້ວ, ແຂວງຫຼວງນໍ້າທາ ໄປຈັກເທື່ອ ລະບໍ່ຮູ້ແຫຼະ. ອີ່ແມ່ກໍໝົດປັນຍາຈົນປັນຍາ ຈົນປັນຍາແລ້ວດຽວນີ້ນ່າ. ອີ່ແມ່ ເພິ່ນວ່າທາງໃດອີ່ແມ່ກໍໄປ. ຕອນນີ້ ອີ່ແມ່ກໍໄຫ້ທຸກມື້ໆ ທຸກເວລານີ່. ອີ່ແມ່ກໍເປັນຄົນທຸກຍາກ ບໍ່ມີຫຍັງ, ອີ່ແມ່ກະ ແມ່ນຄົນຊາວໄຮ່ຊາວນາ ກະບໍ່ຮູ້ຫຍັງແດ່ ລູກເຮົາກະເລີຍບໍ່ຮູ້ ເພິ່ນລະມາຕົວະຍົວະລູກເຮົາ ລະໄປຕອບແຊັດ ຫັ້ນລະບໍ່ຮູ້ ບໍ່ຮູ້ວ່າ ເພິ່ນຊິໄປຂາຍທາງນີ້ທາງນັ້ນ. ລູກເຮົາກໍຍັງນ້ອຍ ໄດ້ແຕ່ອາຍຸ 16 ປີ ເພິ່ນກໍໄປນໍາເພິ່ນນີ້ແຫຼະ.”

ຂະນະທີ່ ຜູ້ປົກຄອງຜູ້ທີ 3 ທີ່ຄອງຖ້າການຊ່ອຍເຫຼືອ ລູກຊາຍ ມາດົນນີ້ ກໍກ່າວວ່າ:

ແມ່ກະອຸກໃຈເດ້ເນາະ ໄຫ້ກໍເມື່ອຍໄຫ້ລະ ບໍ່ຮູ້ເຮັດລະ ຈັກຊິຮ້ອງຈັກເຮັດຈັ່ງໃດ ຈັ່ງຊິໃຫ້ໄດ້ລູກກັບ ບໍ່ຮູ້ແນວຊິເຮັດ ກາງຕໍ່ໃສ່ຂັ້ນເທິງ ກໍໄດ້ປີກວ່າແລ້ວກະບໍ່ມີຄວາມຄືບໜ້າອິຫຍັງ.”

ສ່ວນຜູ້ປົກຄອງຜູ້ທີ 4 ກໍກ່າວວ່າ ຫາກເປັນໄປໄດ້ ກໍຢາກຂໍຮ້ອງການຊ່ອຍເຫຼືອ ເດັກນ້ອຍລາວ ທີ່ຍັງຕິດຄ້າງຢູ່ ໂຮງກາສິໂນດັ່ງກ່າວ ໃນເມືອງເມັຽວະດີ ປະເທດພະມ້າ ນັ້ນ ນໍາຕ່າງປະເທດເບິ່ງ:

ຂໍຮ້ອງຈາກຣັຖບານໄທຍ, ຈາກຣັຖບານພະມ້າ ຊ່ອຍເຫຼືອເດັກນ້ອຍ ອອກມາໄວໆແດ່ບໍ່ໄດ້ບໍ່ເນາະ. ຄັນຖ້າຣັຖບານລາວນີ້ ກະຄືວ່າ ຢາກຍາກແຫຼະ ຟັງຂ່າວ ຄືເດັກນ້ອຍນັ້ນດຸ. ເຂົາສົ່ງອອກມາແບບນັ້ນ ຣັຖບານລາວ ກະຍັງບໍ່ສາມາດ ຈິເອົາກັບປະເທດໄດ້ນ່າ ຊິເຮັດແນວໃດ. ແມ່ກໍ ໄດ້ຍິນຂ່າວບໍ່ດີມາອີກ ລະກໍ ກິນເຂົ້າກະບໍ່ແຊບ ນອນກະບໍ່ຫຼັບອີກແລ້ວນ່າ ຊິເຮັດແນວໃດບຸ.” 

ໃນຂະນະດຽວກັນ ແມ່ຂອງເດັກນ້ອຍແມ່ຍິງຄົນນຶ່ງ ທີ່ລູກສາວ ເຄີຍເຮັດວຽກຢູ່ທີ່ໂຮງກາສິໂນໂກຊາຍ ແຕ່ລູກສາວ ພັດຖືກຂາຍຕໍ່ໄປບໍຣິສັດໃໝ່ ວ່າງທ້າຍເດືອນກໍຣະກະດາ ທີ່ຜ່ານມາ ຜູ້ເປັນແມ່ ໄດ້ເວົ້າເຖິງການເຮັດວຽກຂອງລູກສາວ ຢູ່ບໍຣິສັດໃໝ່ນີ້ ໃຫ້ວິທຍຸ ເອເຊັຽເສຣີ ຟັງວ່າ:

ດຽວນີ້ ເຂົາບັງຄັບໃຫ້ມັນຊອກຄົນນັ້ນໂອ້ ໃຫ້ຊອກຄົນ ໃຫ້ມັນໄດ້ 10 ຄົນ ລະໂຕເອງ ກໍເຮັດບໍ່ໄດ້ ຊອກບໍ່ໄດ້. ບໍ່ຮູ້ຊິຊອກ ຊອກກໍຢ້ານມີບັນຫາໃຫ້ກັບພໍ່ກັບແມ່ ເພິ່ນກະເວົ້າໃຫ້ໂຕເອງທຸກມື້ໆ ດຽວນີ້ຮ້າຍ ຫົວໜ້າຫັ້ນຮ້າຍຕລອດ ວ່າແຕ່ໂຕເອງຫັັ້ນເຮັດວຽກບໍ່ໄດ້ ເຮັດໆ ບໍ່ຊ່າງຊິແຊັດເອົາຜູ້ໃດ ມາເຮັດວຽກຫັ້ນ.” 

ກ່ຽວກັບເຣື່ອງການຊ່ອຍເຫຼືອ ເດັກນ້ອຍລາວ ທີ່ຍັງຕິດຄ້າງຢູ່ໂຮງກາສິໂນໂກຊາຍ ຂອງຈີນໃນເມືອງເມັຽວະດີ ປະເທດພະມ້ານັ້ນ ເຈົ້າໜ້າທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:

ທາງການຂອງເຮົານີ້ ກະໄດ້ເລັ່ງປະສານຊ່ວຍຢູ່ ເພາະວ່າ ເຮົາກະຈັດກອງປະຊຸມຮ່ວມ ເພື່ອປຶກສາຫາລືເບິ່ງວ່າ ຊິຊ່ອຍຜູ້ເຄາະຮ້າຍອອກ ຈາກເຂດເມັຽວະດີ ຫັ້ນນ່າ. ເພາະວ່າເຂດນັ້ນ ເປັນກະເປັນເຂດພິເສດຂອງເຂົາ ເພາະວ່າທາງສະຖານທູດ ຂອງພະມ້າ. ທະຫານພະມ້າ ຢູ່ປະເທດພະມ້າຫັ້ນ ເພິ່ນກະເຂົ້າບໍ່ເຖິງເຂົາ ເພາະວ່າໂຕນັ້ນ ມັນແບ່ງເປັນຄົນລະຣັຖເດ້. ມັນແບ່ງເປັນຄົນລະຣັຖ ມັນກະເລີຍຍາກ ຍາກຕໍ່ການຊ່ອຍເຫຼືອຫັ້ນນ່າ. ມີແຕ່ສາເຫດນີ້ແຫຼະ ກໍວ່າ ຊິລໍຖ້າດົນ ຫັ້ນນ່າ.”

ໃນມື້ວັນທີ 23 ຕຸລາ 2023 ນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມ ໄປຍັງສະຖານທູດລາວ ທີ່ປະຈໍາຢູ່ ປະເທດພະມ້າ ເຊິ່ງເຈົ້າໜ້າທີ່ ສະຖານທູດ ທ່ານນຶ່ງ ກໍກ່າວກ່ຽວກັບການປະສານງານ ເຣື່ອງການຊ່ອຍເຫຼືອເດັກນ້ອຍລາວ ທີ່ຍັງຕິດຄ້າງ ຢູ່ເມືອງເມັຽວະດີ ນັ້ນວ່າ:

ອັນນີ້ ກະໄດ້ຕິດຕໍ່ ພະມ້າຂະເຈົ້າ ກະກໍາລັງຊອກຢູ່ ຊອກຢູ່ ຊອກລະບໍ່ຮູ້ວ່າຈັ່ງໃດເນາະ ມັນຢູ່ມັນຂັງຢູ່ໃນເຮືອນນ່າ. ບໍ່ຮູ້ວ່າຊິເຮັດຈັ່ງໃດ ຂະເຈົ້າຊິເຂົ້າໄປເຖິງໄດ້ບໍ່ ອັນພວກທ້ອງຖິ່ນ ກະບໍ່ສາມາດເຂົ້າເຖິງໄດ້ ວ່າຊັ້ນ. ຂະເຈົ້າຕອບເຮົາມາ ເຂດຊາຍແດນໄທຍ.

ເຈົ້າໜ້າທີ່ທ່ານນີ້ ຍັງກ່າວກ່ຽວກັບ ເດັກນ້ອຍລາວ 16 ຄົນ ທີີ່ອອກມາຈາກກາສິໂນ ໂກ ຊາຍ ຂອງຈີນ ເມືື່ອວັນທີ 29 ເດືອນສິງຫາ 2023 ແຕ່ປັດຈຸບັນ ເດັກນ້ອຍຈໍານວນດັ່ງກ່າວ ຍັງຖືກກັງຂັງ ຢູ່ທີ່ສະຖານີຕໍາຣວດ ຕມ ເມືອງເມັຽວະດີ ປະເທດພະມ້າ ນັ້ນວ່າ:

ຈຸ 16 ຄົນ ກ່ອນນີ້ ແມ່ນເຂົາເຈົ້າ ລັກປ່ອຍປະໄປ ລະໃຫ້ຕໍາຣວດຈັບຊື່ໆນີ້ນ່າ. ຂະເຈົ້າບໍ່ຮັບຜິດຊອບ ປ່ອຍອອກມາ ໄປຫັ້ນໄປນີ້. ລະຕໍາຣວດຈັບ ປ່ອຍອອກໃຫ້ຕໍາຣວດຈັບ. ເຂົາເຈົ້າລ້ຽງບໍ່ຫລ້ອນ ເຂົາເຈົ້າລ້ຽງຫລ້ອນ ເຂົາກະບໍ່ປ່ອຍອອກມາ.”

ຕໍ່ກັບເຣື່ອງດັ່ງກ່າວນີ້ ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການຊິ້ງຊອມ ດ້ານສິດທິມະນຸສ ປະຈໍາເຂດເອເຊັຽ-ປາຊີຟິກ ຍັງໄດ້ແນະນໍາ ໃຫ້ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍລາວ ທີ່ຍັງຕິດຄ້າງຢູ່ ກາສິໂນໂກຊາຍ ຂອງຈີນ ໃນພະມ້າ ນັ້ນວ່າ:

ອັນນີ້ ຂໍໃຫ້ສົ່ງຂໍ້ມູນໃຫ້ເຮົາ ເຮົາຈະພະຍາຍາມ ປະສານໄປຫາ ອົງກອນ ທີ່ຢູ່ໃນກຸງເທບ ອາດເປັນສະຫະປະຊາຊາຕກໍໄດ້ ເພື່ອຈະລົມກັບຂະເຈົ້າ ເພາະວ່າສ່ວນໃຫຍ່ ຖ້າຄົນຕິດຢູ່ແບບນີ້ ກະຂໍຮູ້ຊື່ ທີ່ຢູ່ໃສ ມັນມີຄວາມສາມາດ ທີ່ຈະຂໍຣັຖບານ ໄປປ່ອຍເຂົາ ແລະໄປຊ່ອຍເຂົາອອກໄປ. ກະມີແຕ່ສົ່ງຂໍ້ມູນ ຂອງເດັກນ້ອຍເລົ່ານັ້ນມາໃຫ້ເຮົາ ແລ້ວເຮົາກໍຍິນດີທີ່ພະຍາຍາມ ທີ່ຈະປະສານ ກັບ NGO ແລະກັບ ສະຫະປະຊາຊາຕ. ສະຫະປະຊາຊາຕ ເປັນອົງການສະຫະປະຊາຊາຕ ກະຕ້ອງຊ່ວຍດູແລເບິ່ງແຍງ.”

ພ້ອມດຽວກັນນີ້ ວິທະຍຸເອເຊັຽເສຣີ ຍັງໄດ້ເວົ້າລົມກັບເດັກນ້ອຍລາວ ທີ່ຍັງຕິດຄ້າງ ຢູ່ກາສິໂນດັ່ງກ່າວ ເຊິ່ງພວກຂະເຈົ້າ ເວົ້າວ່າ ຢາກຂໍໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຊ່ອຍເຫຼືອເຂົາເຈົ້າໂດຍໄວ ເນື່ອງຈາກ ລໍຖ້າການຊ່ອຍເຫຼືອ ມາໄດ້ປີປາຍແລ້ວ ແລະຕອນນີ້ ຄົນຈີນ ກໍເຣີ່ມລົງໂທດອີກແລ້ວ ດ້ວຍການທຸບຕີ, ທໍຣະມານ ແລະເອົາໄປຢືນຕາກແດດ ເປັນເວລາ 2 ຊົ່ວໂມງ ຖ້າຫາກຫາເງິນໃຫ້ເຂົາບໍ່ໄດ້ ຕາມຈໍານວນທີ່ເຂົາຕັ້ງໄວ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org