ຕາມຕິດຊີວິດຄົນງານລາວ ຜູ້ເຄາະຮ້າຍ ພາຍຫຼັງຖືກປ່ອຍອອກຈາກ ກາສິໂນຈີນ
ຊີວິດການເປັນຢູ່ ແລະແຜນໃນອະນາຄົດ ຂອງຄົນງານລາວ 16 ຄົນ ພາຍຫຼັງ ທີ່ຖືກຄ້າມະນຸສ ໄປປະເທດພະມ້າ ແຕ່ທ້າຍປີ 2022 ຈົນຮອດວັນທີ 16 ພຶສຈິກາ 2023 ຈຶ່ງຖືກປ່ອຍ ກັບມາບ້ານເກີດ ເມືອງນອນ.
-
ສຸພັດຕາ
2023-12-11 -
-
-
Your browser doesn’t support HTML5 audio
ຊີວິດການເປັນຢູ່ ແລະແຜນການດໍາລົງຊີິວິດ ໃນອະນາຄົດ ຂອງ ຄົນງານລາວ 16 ຄົນ ພາຍຫຼັງທີ່ຖືກຄ້າມະນຸສ ໄປເຮັດວຽກຕອບແຊັດ ຢູ່ກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ຕັ້ງແຕ່ເດືອນກັນຍາ ປີ 2022 ຈົນມາຮອດວັນທີ 16 ພຶສຈິກາ 2023 ພວກຂະເຈົ້າ ຈຶ່ງໄດ້ກັບມາບ້ານເກີດເມືອງນອນ.
ຫຼັງຈາກທີ່ເຂົາເຈົ້າ ໄດ້ກັບມາຢູ່ນໍາຄອບຄົວແລ້ວ ຊີວິດການເປັນຢູ່ ກໍຕ່າງຈາກຕອນທີ່ຢູ່ໃນກາສິໂນໂກຊາຍ ຂອງຈີນ ໃນປະເທດພະມ້າ ນັ້ນຫຼາຍ ສໍ່າກັບ ໄດ້ອອກຈາກຂຸມນະຣົກ.
ດັ່ງຜູ້ຖືກເຄາະຮ້າຍ ຜູ້ທີ່ນຶ່ງ ທີ່ໄດ້ກັບມາຮອດບ້ານເກີດ ໃນແຂວງຫຼວງນໍ້າທາ ໄດ້ເລົ່າໃຫ້ວິທຍຸເອເຊັຽເສຣີຟັງ ເມື່ອວັນທີ 30 ພຶສຈິກາ 2023 ວ່າ:
“ກະຮູ້ສຶກດີໃຈ ທີ່ໄດ້ກັບມາບ້ານ ກະດີອົກດີໃຈ ທີ່ເຮົາໄດ້ອອກຈາກຂຸມນະຣົກມາ ພຸ້ນຈາກຂຸມນະຣົກ ທີ່ຖືກກັງຂັງໄດ້ປີປາຍ ຊ້ວງໄປເດືອນແລກໆຫັ້ນ ກະຖືກລົງໂທດໜັກໂອ້ ຖືກໄຟຟ້າຊ໋ອດ ຢືນເຮັດວຽກໝົດມື້ ບາງທີ ກະບໍ່ໄດ້ກິນເຂົ້າ ຢືນຕາກແດດອິຫຍັງ ມີຫຼາຍ ຫຼາກຫຼາຍ ເຂົາວິທີທາງ ທີ່ເຂົາລົງໂທດເຮົາ ບໍ່ມີເວລາພັກເລີຍ ມີແຕ່ເຮັດວຽກ ເດືອນນຶ່ງ ເຂົາຊິໃຫ້ພັກເທື່ອນຶ່ງ ກໍຍັງບໍ່ມີ.”
ລາວເວົ້າອີກວ່າ ສໍາລັບເຣື່ອງ ອະນາຄົດນັ້ນ ໂຕເອງກໍຍັງບໍ່ຮູ້ ວ່າ ຈະໄປເຮັດຫຍັງເທື່ອ ເພາະຕອນນີ້ ຍັງປິ່ນປົວໂຕເອງຢູ່:
“ອັນນີ້ ຍັງບໍ່ຮູ້ເທື່ອ ປິ່ນປົວໂຕເອງຢູ່ ຍັງຮັກສາໂຕເອງຢູ່ ເປັນພຍາດແບບ ອອກຕຸ່ມ ກໍນ້ອງກະຢາກໄປຮຽນຕໍ່ ຊິໄປຮຽນສ້ອມແປງ ຫຼືວ່າ ໄຟຟ້າ ນີ້ແຫຼະ.”
ເມື່ອເວົ້າເຖິງເຣື່ອງເຮັດວຽກຕອບແຊັດ ຜູ້ເຄາະຮ້າຍຜູ້ນີ້ ກໍເວົ້າວ່າ:
“ກໍຢາກໄປເຮັດຢູ່ ແຕ່ເຮົາກະຮູ້ວິທີເຮັດວຽກ ແມ່ນຫຍັງເໝິດແລ້ວ ຢາກໄປເຮັດຢູ່ ແຕ່ກະຢ້ານຢູ່ ຢ້ານເປັນຄືເກົ່າແບບນີ້.”
ຜູ້ເຄາະຮ້າຍຜູ້ນີ້ ຍັງເວົ້າໃຫ້ຟັງຕື່ມ ມື້ທີ່ນາຍຈ້າງຈີນ ປ່ອຍຄົນງານລາວ ທັງ 16 ຄົນດັ່ງກ່າວ ອອກຈາກກາສິໂນໂກຊາຍ ໃນເມືອງເມັຽວະດີ ປະເທດພະມ້າ ນັ້ນວ່າ:
“ເດືອນ 8 ວັນທີ 27 ເຂົາປ່ອຍອອກ ຈາກບໍຣິສັດຫັ້ນ ອອກມາ ຕອນອອກມານີ້ ບໍ່ໄດ້ຫຍັງກັບອອກມາເລີຍ ມີແຕ່ເຄື່ອງນຸ່ງກັບໂຕ ໂທຣະສັບຂອງເຮົານີ່ ກະບໍ່ໄດ້ອອກມາ ເຂົາທັບຖິ້ມເໝິດ ເງິນເດືອນຂອງເຮົາ ທີ່ຈະໄດ້ຮັບ ເຂົາກະບໍ່ໃຫ້ເລີຍ ມັນແລ້ວແຕ່ຄົນ ບາງຄົນເຂົາກະ ເຮັດຍອດໄດ້ຫຼາຍ ບາງຄົນບໍ່ມີຍອດເລີຍກະມີ ບາງຄົນເຂົາເຮັດຍອດໄດ້ 2-3 ແສນບາທ ແຕ່ເຂົາກະຍັງບໍ່ໄດ້ຮັບ.”
ນອກຈາກນີ້ ລາວຍັງເວົ້າໃຫ້ຟັງຕື່ມອີກ ກ່ຽວກັບການເດີນທາງ ຈາກເມືອງເມັຽວະດີ ປະເທດພະມ້າ ມາຮອດປະເທດລາວ ຜ່ານທາງໃດແດ່ ນັ້ນນໍາ:
“ລູກຢູ່ (ເມືອງ) ເມັຽວະດີ ມາຢ້າງກຸ້ງ ລະກະ ມາຂີ່ຍົນຢູ່ຢ້າງກຸ້ງ ລົງຢູ່ ທ່າຂີ້ເຫຼັກ ແລ້ວກໍຂີ່ເຮືອ ຢູ່ຝັ່ງພະມ້າຫັັ້ນ ມາບ້ານມອມ (ແຂວງບໍ່ແກ້ວ) ຝັ່ງລາວ ເຂົ້າກະຍັງບໍ່ກິນຊໍ້າ ເຮົາຢູ່ຝັ່ງພະມ້າ ເບິ່ງມາຝັ່ງລາວ ເຫັນທຸງລາວ ດີອົກດີໃຈ ບໍ່ມີໃຜຢາກກິນເຂົ້າ ຕໍາຣວດພະມ້າ ກະຖາມວ່າ ກິນເຂົ້າບໍ່ ຂະເຈົ້າກໍຕອບໄປວ່າ ບໍ່ກິນກະໄດ້ ຊິກັບບ້ານ ກັບປະເທດ ຕໍາຣວດເຂົາກະເລີຍ ສົ່ງກັບມາເລີຍ.”
ຂະນະທີ່ ຜູ້ຖືກເຄາະຮ້າຍ ຜູ້ທີສອງ ທີ່ກັບມາຮອດບ້ານເກີດ ໃນແຂວງຫຼວງນໍ້າທາ ກໍເລົ່າເຖິງເຫດການ ກ່ອນທີ່ຈະຖືກປ່ອຍໂຕ ອອກຈາກກາສິໂນໂກຊາຍ ໃນພະມ້າ ໃຫ້ວິທຍຸເອເຊັຽເສຣີຟັງ ໃນມື້ດຽວກັນນີ້ວ່າ:
“ມື້ຊິອອກຈາກ ກາຊິໂນຫັ້ນເນາະ ພວກນ້ອງໄປກິນເຂົ້າ ກິນເຂົ້າຕອນ 4 ໂມງແລງ ກິນເຂົ້າລະກະລົງມາເນາະ ກະເຮັດວຽກຄືເກົ່າຫັ້ນແຫຼະ ນັ່ງເຮັດວຽກ ກະບໍ່ຄຶດ ບໍ່ຮູ້ວ່າຊິອອກ ລະກໍຈັກໜ່ອຍ ເຂົາກະເອີ້ນຣາຍຊື່ ເອີ້ນຣາຍຊື່ອອກ ເອີ້ນຣາຍຊື່ ລະມັນມີຫ້ອງເດັກນ້ອຍ ພວກແປພາສາ ດຽວນີ້ ຊິສົ່ງພວກເຈົ້າກັບບ້ານແລ້ວເດີ້ ຫົວໜ້າຈີນຫັ້ນນ່າ ຫົວໜ້າບໍຣິສັດເພິ່ນວ່າ ຊິສົ່ງພວກເຈົ້າກັບບ້ານແລ້ວ ເບິ່ງພວກເຈົ້າທຸກມື້ນີ້ ພວກເຈົ້າເຮັດວຽກກະເມື່ອຍ ລະກໍທຸກມື້ນີ້ ພວກເຈົ້າກໍໄດ້ຖືກລົງໂລດ ກະໄດ້ອັນນັ້ນ ເຈົ້າເບິ່ງລະ ເມື່ອຍແຫຼະພັກຜ່ອນມື້ອື່ນ ລະກໍເມືອພັກ ຕອນນີ້ເລີຍ ມື້ອື່ນ ປະມານ 12 ໂມງ (ຕອນສວຍ) ຊິມີຄົນມາຮັບ ເພິ່ນບອກແນວນັ້ນ ລະກະເອົາຈໍານວນ 16 ຄົນ ຈຸນ້ອງ ອອກມານີ້ແຫຼະ ເອົາເມືອຂັງຢູ່ຫ້ອງນອນ ຫ້ອງຜູ້ຊາຍຂັງຜູ້ ຫ້ອງນຶ່ງ ເອົາຂັງຜູ້ຍິງຂັງຫ້ອງນຶ່ງ ບໍ່ໃຫ້ເຈິະກັນເລີຍນ່າ ລະກະຄົນທີ່ຍັງຕິດຄ້າງຢູ່ພຸ້ນ ລະກໍບໍ່ໃຫ້ເຫັນກັນ ບໍ່ໃຫ້ລົມກັນເລີຍ ລະກໍເອົາທະຫານ 2 ຄົນ ມາຍາມຢູ່ປະຕູຫັ້ນ ຈັບໄຟຟ້າມາຍາມຢູ່ປະຕູຫັ້ນ ບໍ່ໃຫ້ອອກນອກ ບໍ່ໃຫ້ລົມໃຜ ຄົນຜູ້ຍິງ ຫຼືວ່າ ຄົນທີ່ຍັງຄ້າງຢູ່ພຸ້ນແບບນີ້ນ່າ ບໍ່ໃຫ້ພົບ ບໍ່ໃຫ້ລົມເຂົາ.”
ຜູ້ເຄາະຮ້າຍຜູ້ນີ້ ເວົ້າເຖິງຄວາມຮູ້ສຶກ ຕອນທີ່ໄດ້ຍິນ ນາຍຈ້າງຈີນ ເວົ້າວ່າ ຈະປ່ອຍໃຫ້ພວກຂະເຈົ້າ ກັບບ້ານແລ້ວ ຕ່າງຄົນຕ່າງກໍພາກັນດີໃຈ:
“ກໍຄິດວ່າ ຄືຊິແມ່ນແທ້ແຫຼະ ເພາະວ່າທາງຣັຖບານ ເຂົາກະຫາຣັຖບານນ່າເນາະ ຫາຣັຖບານໄປຊ່ອຍແດ່ຊີ້ນ່າ ກໍຄິດວ່າ ຄືຊິແມ່ນແທ້ແຫຼະ ຕ່າງຄົນຕ່າງດີໃຈ ແລ້ວກໍມື້ອື່ນເຊົ້າ 9 ໂມງເຂົາເອົາເຂົ້າມາສົ່ງ ປະມານ 11 -12 ໂມງ ເຂົາມາເອີ້ນວ່າ ອະເອົາເຄື່ອງກັບບ້ານວ່າຊັ້ນ ເຂົາມາຮັບແລ້ວ ກະເອົາເຄື່ອງອອກ ທະຫານເຂົາກະກວດເຄື່ອງ ແລ້ວກໍອອກ ອອກຈາກປະຕູໂຂງຫັ້ນ ເຈິະທະຫານເຕັມຢູ່ນອກຫັ້ນໂອ້ ທະຫານມາຮັບຢູ່ນອກຫັ້ນ.”
ລາວເລົ່າເຫດການ ໃຫ້ຟັງອີກ ກ່ອນທີ່ຈະຖືກຕໍາຣວດພະມ້າ ຈັບໄປກັກຂັງຄຸກ ຢູ່ທີ່ສະຖານີ ຕໍາຣວດ ທີ່ເມືອງເມັຽວະດີ ນັ້ນວ່າ:
“ທະຫານໄປຮັບ ຫຼັງຈາກນັ້ນ ກະຄິດວ່າ ເຂົາຊິສົ່ງກັບບ້ານເລີຍ ທະຫານກໍໄປຮັບ ໄປຮັບແລ້ວ ກໍມາຢູ່ເມືອງ ເມັຽວະດີເນາະ ເມັຽວະດີກະຮອດ ປະມານ 4 ໂມງນີ້ແຫຼະ (4 ໂມງແລງ) ໄປຮອດຄ້າຍທະຫານຫັ້ນ ຕ່າງຝ່າຍຕ່າງບໍ່ຮູ້ພາສາກັນເນາະ ລະກໍເຈົ້າໜ້າທີ່ຕໍາຣວດເຂົາມາ ເຂົາກະແປພາສາ ທາງໂທລະສັບ ບໍ່ຕ້ອງກັງວົນເດີ້ ດຽວຊິຈັດການໃຫ້ ບໍ່ຕ້ອງກັງວົນ ບອກນໍາພວກນ້ອງແນວນີ້ ແລ້ວກໍ ເຂົາກໍພາໄປຫ້ອງການຕໍາຣວດ ເຂົາກໍຖາມ ທີ່ໄປທີ່ມາ ຮອດ 12 ໂມງກາງຄືນ ເຂົາກະບອກວ່າ ເອີ່ດຽວນີ້ແລ້ວ ເອົາເຄື່ອງມ້ຽນພີ້ເດີ້ ໃຜມີວັດຖຸ ທີ່ມີຄ່າ ກະຝາກນໍາເຈົ້າໜ້າທີ່ນີ້ ແລ້ວກໍຊິເອົາພວກເຈົ້າ ໄປກັກຂັງກ່ອນ ພວກເຈົ້າເຂົາເມືອງຜິດກົດໝາຍຊີ້ນ່າ.”
ຜູ້ເຄາະຮ້າຍຜູ້ນີ້ ຍັງເລົ່າຟັງ ເຖິງສະພາບການເປັນຢູ່ ຢູ່ພາຍໃນຄຸກ ທີ່ເມືອງເມັຽວະດີ ໃຫ້ເອເຊັຽເສຣີ ຟັງວ່າ:
“ກັກຂັງຢູ່ໃນໂຮງພັກຫັັ້ນ 2 ເດືອນປາຍ 2 ເດືອນ ກັບ 15 ມື້ ບໍ່ໃຫ້ຕິດຕໍ່ທາງນອກເລີຍ ບໍ່ໃຫ້ຕິດຕໍ່ ທາງສະຖານທູດລາວເຮົາ ເຂົາກະບໍ່ໃຫ້ຕິດຕໍ່ເລີຍ ເອົາກັກຂັງປະຢູ່ຫັ້ນ ອຶດເຂົ້າອຶດນໍ້າຢູ່ຫັ້ນແຫຼະ ເຂົ້າກໍອັດຕາກິນກໍໜ້ອຍ ຄືວ່າຫຼາຍຄົນ ຫ້ອງກໍນ້ອຍ ບໍ່ມີທີ່ນອນ ບໍ່ມີທີ່ນັ່ງ ຜູ້ຍິງ ຜູ້ຊາຍແຍກກັນເອື້ອຍ ຫ້ອງນ້ອງຢູ່ ມີ 58 ຄົນ ມີຄົນໄທຍ ແລ້ວກໍ ພະມ້າ ສ່ວນຫຼາຍແມ່ນ ພະມ້າຫັ້ນແຫຼ້ວ ແລ້ວກໍຄົນລາວເຮົານີ້ເຈົ້າ ຫ້ອງ 4X4 ລະກໍຫ້ອງນໍ້າຢູ່ໃນຫັ້ນ ແລ້ວບໍ່ມີບ່ອນນັ່ງຊໍ້ານ່າ ບໍ່ມີບ່ອນນອນ ນອນກໍບໍ່ໄດ້ ນັ່ງກໍໍໄດ້ ຕິດຕຸ່ມມີແຕ່ຕຸ່ມ ຄົນເປັນຕຸ່ມ ດຽວນີ້ກະຕິດນໍາເຂົາ ແຕ່ລະຄົນນີ້ ຜູ້ຊາຍນີ້ ຕິດຕຸ່ມໝົດ.”
ນອກຈາກນີ້ ລາວຍັງບອກໃຫ້ຮູ້ ເຖິງສາເຫດ ທີ່ຜູ້ຊາຍ ທັງ 8 ຄົນ ເປັນຕຸ່ມຕາມຕີນ ແລະແຂ່ງຂາ ວ່າເປັນຍ້ອນຫຍັງນໍາດ້ວຍ:
“ມີແຕ່ຜູ້ຊາຍເປັນ ຜູ້ຍິງ ບໍ່ໄດ້ເປັນ ມີແຕ່ຜູ້ຊາຍ ເໝິດ 8 ຄົນ ນີ້ແຫຼະ ອັນເປັນຕຸ່ມນີ້ ເປັນຄືກັນໝົດ ເປັນແຕ່ຢູ່ຄຸກຫັ້ນ ຢູ່ກາຊິໂນບໍ່ເປັນຫຍັງເອື້ອຍ ເປັນຕຸ່ມ ຍ້ອນນໍ້າອາບ ແລ້ວກໍ ນໍ້າບໍ່ສະອາດ ແລ້ວກໍອາບນໍ້າ ກໍໜ້ອຍ ມີແຕ່ 2-3 ບວຍ ຊື່ໆນີ່ ອາບມື້ນຶ່ງ ບໍ່ໄດ້ໃສ່ສະບູ ໃສ່ແມ່ນຫຍັງ ອາບນໍ້າ 2-3 ບວຍ ລະກໍແລ້ວທໍ່ນັ້ນ ຜູ້ຍິງນິ່ ຫ້ອງຂະເຈົ້າຢູ່ ຄືຊິໜ້ອຍຄົນຫັ້ນນ່າ ແບບວ່າ ອາບນໍ້າກໍອາບຕາມໃຈຊິ ແລ້ວກໍຜູ້ຊາຍພັດຫຼາຍຄົນ ອາບກໍ ມັນກໍຍາດກັນອາບ ອາບເປັນຄິວເປັນຄິວ ຮຸກສະບູສະເອີ່ຍຈະບໍ່ທັນ.”
ລາວເວົ້າອີກວ່າ ຊີວິດຂອງລາວ ພາຍຫຼັງທີ່ກັບມາຈາກປະເທດພະມ້າ ແລະໄດ້ມາຢູ່ນໍາຄອບຄົວແລ້ວ ຖືວ່າໂລ່ງໃຈ ກວ່າຕອນທີ່ຢູ່ໃນກາສິໂນ ໂກຊາຍ ນັ້ນຫຼາຍ:
“ອື່. ດີກວ່າເກົ່າໂອ່ ດີກວ່າຢູ່ຄາຊິໂນ ຢູ່ກາຊິໂນນີ້ ມີແນວຄິດຫຼາຍ ຄິດຫຼາຍ ເພາະວ່າເຮັດວຽກ ບໍ່ຮູ້ວ່າ ມື້ໃດຊິໄດ້ອອກຫັ້ນນ່າ ຄິດຮອດຄອບຄົວ ດຽວນີ້ ມາເຫັນໜ້າພໍ່ໜ້າແມ່ ໜ້າລູກໜ້າຫຼານ ກໍຮູ້ສຶກໂລ່ງໃຈ ຮູ້ສຶກດີໃຈ ມີຫຍັງບໍ່ມີຫຍັງກໍ ມີຄວາມສຸກແຫຼະ ໄດ້ເຫັນໜ້າກັນ ກິນແຈ່ວກະແຊບ ກິນເຂົ້າຮ່ວມພາກັນທຸກມື້ ດີໃຈຫຼາຍ ທີ່ໄດ້ເຫັນໜ້າແມ່ ເຫັນໜ້າລູກເຫັນໜ້າຫຼານທຸກຄົນ.”
ຜູ້ເຄາະຮ້າຍຜູ້ນີ້ ຍັງເວົ້າເຖິງເຣື່ອງອະນາຄົດ ຂອງລາວ ໃຫ້ເອເຊັຽເສຣີຟັງອີກວ່າ ລາວ ຈະບໍ່ໄປໃສແລ້ວ ຈະຂໍຢູ່ເຮືອນນໍາແມ່ ແລະຫຼານໆ:
“ບໍ່ອອກໄປໃສແລ້ວ ມາຢູ່ເຮືອນກໍໄດ້ເຮັດໄຮ່ເຮັດສວນ ຊ່ວຍອີ່ແມ່ເຂົານີ້ແຫຼະ ແມ່ເຖົ້າກໍເຖົ້າແລ້ວ ບໍ່ມີຜູ້ຢູ່ນໍາແມ່ເຖົ້າ ຊິເຮັດໄຮ່ເຮັດນານີ່ແຫຼະ ເຮັດໄຮ່ເຮັດສວນ ບໍ່ມີເງິນບໍ່ມີຄໍາ ກໍມີຄວາມສຸກ ເດັກນ້ອຍກໍ ໄປຊອກຫາກິນໃຫ້ເດັກນ້ອຍເຂົາ ເຂົາເຂົ້າໂຮງຮຽນ ລູກໆຫຼານໆ 3-4 ຄົນ ຕອນນ້ອງບໍ່ຢູ່ນີ່ກໍ ເຂົາກໍບໍ່ມີຫຍັງກິນ ບໍ່ມີໃຜຫາໃຫ້ໃດ໋ ຄືວ່າແຫຼະ ນ້ອງເປັນເສົາຫຼັກຂອງຄອບຄົວ ຄັນວ່ານ້ອງ ບໍ່ຢູ່ແລ້ວກໍ ແມ່ເຖົ້າບໍ່ຮູ້ຫາຫຍັງ ເງິນຄໍາກໍບໍ່ມີ ໄປຈ້າງ (ໄປຮັບຈ້າງ) ກໍມີຄົນເອົາແລ້ວ ອາຍຸກໍຫຼາຍແລ້ວ ຄັນນ້ອງຢູ່ ຍັງມີອັນໄປເຮັດນີ້ເຮັດນັ້ນ ໄດ້ພໍຊື້ເກືອ ຊື້ແປ້ງນົວ ຊື້ເຂົ້າໜົມ ຊື້ເຄື່ອງ ໃຫ້ລູກໃຫ້ຫຼານ ໄປໂຮງຮຽນ ຕອນນີ້ນ້ອງກະບໍ່ອອກໄປແຫຼະ ຢູ່ແຕ່ເຮືອນນີ້ແຫຼະ ຢູ່ນໍາແມ່ເຖົ້າ ເບິ່ງແມ່ເຖົ້າ ອີ່ດູຫຼານ.”
ສ່ວນຜູ້ເຄາະຮ້າຍ ຜູ້ທີ 3 ທີ່ກັບຮອດບ້ານເກີດ ໃນແຂວງຫຼວງພຣະບາງ ກໍກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ປັດຈຸບັນ ຍັງປິ່ນປົວໂຕເອງ ຈາກການເປັນຕຸ່ມ ທີ່ຕິດມາຈາກຄຸກ ສ່ວນອະນາຄົດນັ້ນ ກໍຍັງບໍ່ຮູ້ເທື່ອ ວ່າຈະໄປເຮັດວຽກຫຍັງຢູ່ໃສ ຕອນນີ້ ກໍມີແຕ່ຊ່ອຍວຽກພໍ່ແມ່ ເຮັດໄຮ່ເຮັດນາໄປກ່ອນ.”
ທາງດ້ານຜູ້ປົກຄອງ ຂອງຄົນງານລາວ ໃນແຂວງຫຼວງນໍ້າທາ ຜູ້ທີ່ນຶ່ງ ທີ່ລູກໄດ້ກັບມາຈາກ ປະເທດພະມ້າແລ້ວ ກໍກ່າວດ້ວຍຄວາມດີໃຈ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມາຮອດ ມື້ວັນພະຫັດ ວັນທີ 16 ນີ້ແຫຼະ (ເດືອນ 11) ແມ່ກໍຕື່ນເຕັ້ນ ດີອົກດີໃຈ ເຫັນລູກ ຈົນບໍ່ຮູ້ແນວຊິເຮັດແນວໃດ ຄວາມຕື່ນເຕັ້ນຫັ້ນນ່າ ດີອົກດີໃຈແທ້ໆ ວ່າເອີ່ແນວໃດກະຄຶດວ່າ ຊິບໍ່ໄດ້ເຫັນໜ້າລູກອີກຫັ່ນນ້າ ສຸດທ້າຍມາ ກໍປະຕິຫານກໍມີຈິງ ກະຍັງວ່າຫັ້ນແຫຼະ ຄາດຊິມາເປັນແມ່ລູກກັນຢູ່ ກະຍັງໄດ້ກັບມາຫາ ແມ່ຫວັງວ່າ ຊິບໍ່ໄດ້ເຫັນແລ້ວໜ້າລູກຫັ້ນ ສຸດທ້າຍມາກໍ ແຕ່ສຸດທ້າຍມາກໍໄດ້ເຫັນກັນ ກະໄດ້ມາຢູ່ໃນອ້ອມອົກ ອ້ອມກອດຂອງແມ່ ກໍດີອົກດີໃຈ ແລ້ວຫັ້ນນ່າ.”
ສ່ວນຜູ້ປົກຄອງ ໃນແຂວງຫຼວງນໍ້າທາ ຜູ້ທີ່ສອງ ທີ່ລູກຊາຍໄດ້ກັບມາ ຈາກປະເທດພະມ້າ ເຊັ່ນດຽວກັນນັ້ນ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ລູກຊາຍຫັ້ນ ມາຮອດເຮືອນແລ້ວ ຂອບອົກຂອບໃຈນໍາລູກຫຼາຍໆ (ຂອບໃຈ ເອເຊັຽເສຣີ) ລູກກະໂທເຜີຍແຜ່ (ຂ່າວ) ທາງນີ້ ທາງນັ້ນ ກະແມ່ນລູກຢູ່ພຸ້ນແຫຼະ ອັນນີ້ ເປັນແນວໃດກະຂອບໃຈຫຼາຍໆ ມາຮອດເຮືອນແລ້ວ ເປັນຕຸ່ມນ່າລູກ ແມ່ກໍຂໍນົບຂໍໄຫ້ວລູກແຫຼະ ມາຮອດເຮືອນຮອດຊານ ແມ່ກໍດີໃຈຫຼາຍທີ່ສຸດ ລູກເອີ່ຍ.”
ໃນມື້ວັນທີ 8 ທັນວາ 2023 ນີ້ ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການຊິ້ງຊອມ ດ້ານສິດທິມະນຸສ ປະຈໍາເຂດເອເຊັຽແປຊີຝິກ ກໍກ່າວກ່ຽວກັບ ການກັບມາບ້ານເກີດເມືອງນອນ ຂອງຄົນງານລາວ ທັງ 16 ຄົນດັ່ງກ່າວນັ້ນ ຕໍ່ວິທຍຸເອເຊັຽເສຣີ :
“ດີໃຈ ທີ່ໄດ້ຍິນວ່າ ກຸ່ມທີ່ຢູ່ທີ່ ສ.ນ ສະຖານນີຕໍາຣວດ ທີ່ພະມ້າ ກະກັບໄປແລ້ວ ດີໃຈນໍາ ທີ່ 16 ຄົນ ດັ່ງກ່າວນັ້ນ ໄດ້ກັບບ້ານແລ້ວ ເພາະພວກເຂົາກະຕິດຢູ່ທີ່ນັ້ນ ດົນເຕີບເນາະ.”
ໃນໄລຍະເດືອນກັນຍາ ປີ 2022 ທີ່ຜ່ານມາ ມີເດັກນ້ອຍວັຍໜຸ່ມ -ຍິງສາວ ລາວ ອາຍຸລະຫວ່າງ 14-23 ປີ ຈໍານວນ 45 ຄົນ ຈາກເມືອງວຽງພູຄາ, ເມືອງນາແລ, ເມືອງສິງ, ເມືອງລອງ ແລະເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ທີ່ໃນເບື້ອງຕົ້ນ ຖືກກຸ່ມແກ໊ງຄ້າມະນຸສ ທີ່ເປັນຄົນລາວ ຕົວະຍົວະ ວ່າ ຈະພາໄປເຮັດວຽກ ຢູ່ກາສິໂນ Kings Romans ໃນເຂດເສຖກິຈພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ສຸດທ້າຍແລ້ວ ພັດພາໄປຂາຍຕໍ່ ໃຫ້ໄປເຮັດວຽກຕອບແຊັດ ຢູ່ກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ແລະ ຖືກປ່ອຍໂຕ ກັບຮອດບ້ານແລ້ວ ວ່າງຕົ້ນປີ 2023 ຈໍານວນ 12 ຄົນ ດ້ວຍການໄຖ່ໂຕຂອງຄອບຄົວ ແລະໃນວັນທີ 16 ພຶສຈິກາ 2023 ກໍກັບມາຮອດບ້ານເກີດເມືອງນອນແລ້ວ ອີກ 16 ຄົນ ເຊິ່ງພວກຂະເຈົ້າ ໄດ້ອອກມາຈາກ ກາສິໂນ ດັ່ງກ່າວ ຍ້ອນໝົດສັນຍາຈ້າງ ກັບບໍຣິສັດຈີນ, ແຕ່ຍັງມີ ອີກ 16 ຄົນ ໃນນີ້ ເປັນເພດຍິງ 3 ຄົນ ແລະເພດຊາຍ 13 ຄົນ ແມ່ນຄົນຈີນ ຄັດເລືອກເອົາໄວ້ ໃຫ້ເຮັດວຽກຕໍ່ ເພາະຂະເຈົ້າເຮັດວຽກໄດ້ ແລະໄດ້ເຊັນສັນຍາຕໍ່ອີກ 6 ເດືອນ ຈົນຮອດເດືອນ 2 ປີ 2024 ນາຍຈ້າງຈີນ ຈຶ່ງຈະປ່ອຍ ໃຫ້ກັບບ້ານ, ອີງຕາມຄວາມເວົ້າ ຂອງຄົນລາວທີ່ອອກມາແລ້ວ ແລະ ຄົນງານລາວ ທີ່ຍັງຕິດຄ້າງ ຢູ່ກາສິໂນດັ່ງກ່າວ ເລົ່າໃຫ້ເອເຊັຽເສຣີຟັງ.
ແຕ່ເຖິງຢ່າງໃດກໍຕາມ ສໍາລັບ 16 ຄົນດັ່ງກ່າວ ທີ່ຍັງຕິດຄ້າງຢູ່ທີ່ກາສິໂນ ໂກຊາຍ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້້ານັ້ນ ມາເຖິງປັດຈຸບັນ ພວກຂະເຈົ້າ ກໍຍັງລໍຖ້າການຊ່ອຍເຫຼືອ ຈາກທາງການລາວ, ທາງການພະມ້າ ແລະພາກສ່ວນທີ່ກ່ຽວຂ້ອງ ຢູ່ທຸກມື້ ແລະຍັງມີ ແມ່ຍິງລາວ ອາຍຸ 17 ປີ ຈາກແຂວງຫຼວງນໍ້າທາ ອີກຄົນນຶ່ງ ທີ່ເຄີຍເຮັດວຽກ ຢູ່ທີ່ກາສິໂນ ໂກຊາຍ ຂອງຈີນນີ້ ເຊິ່ງຖືກຂາຍຕໍ່ ໃຫ້ໄປເຮັດວຽກ ຢູ່ກາສິໂນບ່ອນອື່ນ ໃນພະມ້າ ວ່າງທ້າຍເດືອນ ກໍຣະກະດາ 2023 ກໍລໍຖ້າ ການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງຢູ່ທຸກມື້ ເຊັ່ນກັນ.