ຂ.ສາລະວັນຕຽມຊ່ອຍເຫຼືອ ແມ່ຍິງ ຜູ້ຖືກ ເຄາະຮ້າຍຈາກໄທ

ເຈົ້າໜ້າທີ່ ແຂວງສາລະວັນ ກຽມຊ່ອຍເຫຼືອ ແມ່ຍິງລາວ ອາຍຸ 18 ປີ ທີ່ຖືກບັງຄັບ ໃຊ້ແຮງງານ ໜັກ ຢູ່ໄທ.

ຄົນງານລາວ ແລະກັມພູຊາ ໃນໂຮງງານຜລິດນໍ້າກ້ອນ ທີ່ຖືກຊ່ອຍເຫຼືອ ໂດຍເຈົ້າໜ້າທີ່ໄທ RFA

ເຈົ້າໜ້າທີ່ທາງການແຂວງ ສາລະວັນ ກຽມຊ່ອຍແມ່ຍິງລາວ ອາຍຸ 18 ປີ ຄົນນຶ່ງ ທີ່ຖືກບັງຄັບໃຊ້ແຮງງານ ຢູ່ໂຮງງານນໍ້າກ້ອນ ເຂດ ບາງສີເມືອງ ແຂວງ ນົນທະບູລີ ຂອງໄທ, ດັ່ງຄຳເວົ້າຂອງເຈົ້າໜ້າທີ່ ແຂວງສາລະວັນ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ RFA ໃນວັນທີ 20 ກຸມພາ ນີ້ວ່າ:

"ສະຖານທູດ ສູນແຮງງານເຮົາ ຢູ່ບາງກອກເພິ່ນເປັນຜູ້ປະສານງານ ຫັ້ນນ່າ ເຈົ້າໜ້າທີ່ລາວ ກັບເຈົ້າໜ້າທີ່ໄທ ສົມທົບກັນ ເຮົາກໍດຳເນີນຢູ່ ຜູ້ເຄາະຮ້າຍ ກະຊິມີຣົດຮັບສົ່ງມານະ ພາກັບມາແລ້ວເຮົາຈະຝຶກອົບຮົມໃຫ້ ສອນວິຊາຊີບໃຫ້ ໂດຍພາກສ່ວນ ແຮງງານ ອາດຈະຊ່ອຍເຫຼືອ ຈະຊ່ອຍຝຶກວິຊາຊີບໃຫ້ ຝຶກວິຊາຊີບແລ້ວ ກໍ່ຊອກວຽກໃຫ້ເພິ່ນເຮັດ."

ແມ່ຍິງລາວອາຍຸ 18 ປີ ຄົນນີ້ ເປັນຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກການຄ້າມະນຸດ, ເປັນນຶ່ງໃນຈໍານວນຄົນລາວ ອີກ 5 ຄົນ ຊຶຶ່ງມີຜູ້ຊາຍ 4 ຄົນ. ປັດຈຸບັນເຈົ້າໜ້າທີ່ໄທ ກຳລັງພິສູດວ່າຜູ້ຊາຍ 4 ຄົນນັ້ນຈະເປັນຜູ້ໄດ້ຮັບ ເຄາະຮ້າຍຈາກການຄ້າມະນຸດ ຄືກັນຫຼືບໍ່  ຫຼືວ່າສະມັກໃຈ ມາເອງ.

ໃນການຊ່ອຍເຫຼືອແມ່ຍິງກັບມາແຂວງສາລະວັນ ໃນເມື່ອກ່ອນນັ້ນ ເຈົ້າໜ້າທີ່ບອກວ່າ ສະຖານທູດລາວ ຈະເປັນຜູ້ສົ່ງໂຕແມ່ຍິງຜູ້ເຄາະຮ້າຍ ມາຮອດແຂວງ ຈາກນັ້ນເຈົ້າໜ້າທີ່ກຽ່ວຂ້ອງ ຕັ້ງແຕ່ສະຫະພັນແມ່ຍິງແຂວງ ແຮງງງານແລະຕໍາຣວດ ຈະສຳພາດນາງຕື່ມ ພ້ອມດຽວກັນ ກໍຈະໃຫ້ຄວາມຮູ້ ກຽ່ວກັບການໄປເຮັດວຽກ ແບບຖືກຕ້ອງ ແລະ ບໍ່ຖືກກົດໝາຍ ຢູ່ໄທ ຈາກນັ້ນ ກໍ່ຈະສົ່ງໄປຝຶກສູນອາຊີບ ຢ່າງໜ້ອຍ 3 ເດືອນ ເພື່ອໃຫ້ນາງສາມາດ ຊອກວຽກເຮັດໄດ້ ໃນຕໍ່ໜ້າ.

ສຳລັບການລັກລອບໄປເຮັດວຽກຢູ່ໄທນັ້ນ ເຈົ້າໜ້າທີ່ທ້ອງຖິ່ນ ພາກສ່ວນກຽ່ວຂ້ອງ ທ່ານນຶ່ງ ກໍໄດ້ເວົ້າສະຖານນະການ ປັດຈຸບັນໃນ ແຂວງສາລະວັນໃຫ້ຟັງວ່າ ການລັກລອບໄປເຮັດວຽກໃນໄທນັ້ນ ບໍ່ແມ່ນມີແຕ່ສະເພາະແມ່ຍິງຜູ້ນີ້ເທົ່ານັ້ນ ຍັງມີອີກຫຼາຍ ແລະສ່ວນຫຼາຍ ກໍ່ສະມັກໃຈໄປເອງ:

"ມັນກາໄປດ້ວຍຄວາມສະມັກໃຈແຫລະ 16 , 17 ນີ້ໄປແລ້ວແຫລະ ເຮົາກໍ່ຫ້າມເຂົາບໍ່ໄດ້ ບາງຄົນຮຽນບໍ່ທັນຈົບໄປແລ້ວ ໄປເຮັດນຳ ຮ້ານອາຫານ ໄປເຮັດພວກກັມມະກອນ ແນວນີ້ນະ ມັນກໍ່ໄປດ້ວຍຄວາມສະມັກໃຈແຫລະ ສ່ວນຫຼາຍ ເພາະວ່າຈະໄປ ເອງໄປຊອກຫາເງິນ ຊ່ອຍຄອບຄົວນະ ແຕ່ທີ່ຖືກຕົວະ ກໍ່ມີນະ ພໍ່ແມ່ຢາກໃຫ້ໄປຫາເງິນ ກໍມີເຮົາກໍ່ຫ້າມເຂົາບໍ່ໄດ້."

ສ່ວນແນວທາງການປ້ອງກັນ ການລັກລອບໄປເຮັດວຽກຢູ່ໄທນັ້ນ ເຈົ້າໜ້າທີ່ບອກວ່າ ຈະມີການຫາລືລະຫວ່າງ ພາກສ່ວນທີ່ກຽ່ວຂ້ອງ ວ່າຈະມີທາງແກ້ໄຂ ແລະສະກັດກັ້ນແນວໃດ ເພື່ອບໍ່ໃຫ້ມີການລັກລອບໄປ ແບບຜິດກົດໝາຍຕື່ມ ຫລັງຈາກທີ່ໄດ້ ສຳພາດເອົາຂໍ້ມູນ ຈາກແມ່ຍິງຜູ້ເຄາະຮ້າຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org