ສາວລາວ ລັກໜີ ຈາກສາມີ ຈີນ: ສັມພາດ (ຕໍ່)
ເດັກນ້ອຍແມ່ຍິງລາວ ຈາກແຂວງ ຫຼວງນໍ້າທາ ທີ່ຖືກຫຼອກລວງ ໃຫ້ແຕ່ງດອງ ກັບຜູ້ຊາຍຈີນ ແລ້ວໄປຢູ່ຈີນ ນໍາສາມີ ລັກໜີ ກັບຄືນມາບ້ານ ພາຍຫຼັງ ທີ່ທົນທຸກ ຢູ່ນໍາສາມີ ເປັນເວລາ 3 ປີ ຕອນທີ 2.
-
ມະນີຈັນ
2018-04-18 -
-
-
ຊີວິດປະຈໍາວັນຂອງແມ່ຍິງ ໃນແຂວງຢູນານ ສປຈີນ ພາກເໜືອຂອງແຂວງຫຼວງນໍ້າທາ ສປປ ລາວ
RFA/BK
Your browser doesn’t support HTML5 audio
ນາງ ນ້ອຍ (ນາມສົມມຸດ) ເປັນເດັກນ້ອຍແມ່ຍິງລາວ ຈາກແຂວງຫຼວງນໍ້າທາ, ອາຍຸ 17 ປີ, ທີ່ຮູ້ເທົ້າບໍ່ເຖິງການ ແລ້ວຕັດສິນໃຈ ແຕ່ງດອງ ກັບ ຜູ້ຊາຍຈີນ ເມື່ອ 3 ປີກ່ອນ ໂດຍຫວັງໃຫ້ພໍ່ແມ່ ມີຢູ່ມີກິນນັ້ນ ສາມາດລັກໜີ ຈາກສາມີ ກັບຄືນບ້ານເກີດ ທີ່ແຂວງຫຼວງນໍ້າທາ ເມື່ອທ້າຍປີ 2017 ພາຍຫລັງ ທີ່ຕ້ອງໄດ້ ທົນທຸກທໍຣະມານ ຢູ່ຈີນ ເຖິງ 3 ປີ.
ນ້ອຍ ໃຫ້ສັມພາດ ວິທຍຸ ເອເຊັຽ ເສຣີ (RFA) ວ່າ ໃນມື້ຕໍ່ມາ ຂອງມື້ແຕ່ງດອງ ນາງກໍ ໄດ້ເດີນທາງໄປຈີນ ກັບສາມີ ຜ່ານດ່ານປາງໄຮ ໂດຍໃຊ້ໜັງສືຜ່ານແດນ ນັກທ່ອງທ່ຽວ ທີ່ສາມາດຕໍ່ຢູ່ ຕື່ມໄດ້ ໃນແຕ່ລະປີ. ແລະຕອນທີ່ລັກກັບຄືນມາບ້ານ ທີ່ລີ້ຢູ່ທ້າຍຣົດຂົນສົ່ງ ຂອງຄົນລາວ ແມ່ນຜ່ານດ່ານ ມັອມ ທີ່ບໍ່ມີຄົນຜ່ານຫລາຍ ໃນທ້າຍປີ 2017.