ພໍ່-ລູກຂົນເຮໂຣອິນ ຖືກຈັບ

ເຈົ້າໜ້າທີ່ຕຳຣວດ ປາບປາມ ຢາເສບຕິດ ແຂວງຫລວງນ້ຳທາ ຈັບ ສອງພໍ່ລູກ ທີ່ລັກລອບ ຂົນ ເຮໂລອິນ 12 ແທ່ງ ໜັກ 12 ກິໂລ ຈາກເຂດ ສາມຫລ່ຽມຄຳ.

ຕລາດກາງຄືນ ໃນແຂວງ ຫລວງນໍ້າທາ Citizen Journalist

ເຈົ້າໜ້າທີ່ຕຳຣວດ ປາບປາມ ຢາເສບຕິດ ແຂວງຫລວງນ້ຳທາ ຈັບຄົນລາວ ພໍ່ກັບລູກ ຄື; ຜູ້ເປັນພໍ່ຊື່ ໃໝ່ ອຸ່ນນ້ອຍ ອາຍຸ 53 ປີ, ລູກຊື່ວ່າ ທ້າວ ກອງ ອາຍຸ 20 ປີ, ໃນຂນະທີ່ ລັກລອບນຳ ເຮໂຣອິນ 12 ແທ່ງ, ໜັກ 12 ກິໂລ ຈາກເຂດ ສາມຫລ່ຽມຄຳ ມາສົ່ງໃຫ້ຜູ້ຊື້ ຢູ່ຕລາດ ກາງຄືນ ໃນເຂດ ເທສບານ ເມືອງຫລວງນ້ຳທາ ບ່ອນທີ່ຖືກຈັບໄດ້ ເມື່ອວັນທີ 7 ມິຖຸນາ 2017 ພາຍຫຼັງ ເຈົ້າໜ້າທີ່ເຫັນຣົດຕູ້ 2 ຄັນ, ເບິ່ງ ຜິດປົກກະຕິ ເປັນໜ້າສົງສັຍ ຈຶ່ງເຂົ້າຄວບຄຸມໂຕໄວ້. ຊຶ່ງຂນະນີ້ ເຈົ້າໜ້າທີ່ຕຳຣວດ ກຳລັງສອບສວນ ພວກກ່ຽວຢູ່. ດັ່ງ ເຈົ້າໜ້າທີ່ ປກສ. ແຂວງຫລວງນ້ຳທາ ເວົ້າວ່າ:

"ຈັບວັນທີ 7 ເດືອນ 6 ຄົນລາວເຮົານີ້ແຫຼະ ຂອງກາງກໍເປັນເຮໂຣອີນ 12 ແທ່ງ ແຕ່ວ່າຄະດີນີ້ ເຈົ້າໜ້າທີ່ ກໍກໍາລັງດໍາເນີນຄະດີ ຫັ້ນແຫຼະ ກຳລັງລົງສອບ ຂັ້ນສອບສວນຢູ່".

ຜູ້ຕ້ອງຫາທັງ 2 ຄົນເປັນຄົນບ້ານໃໝ່ ເມືອງສິງ ແຂວງຫລວງນ້ຳທາ ໃຊ້ຣົດຕູ້ 2 ຄັນເປັນພາຫະນະ ຂົນສົ່ງຢາເສບຕິດນັ້ນ. ໃນເບື້ອງຕົ້ນ ຜູ້ຕ້ອງຫາທັງ 2 ຄົນ ຮັບສາຣະພາບ ວ່າໄດ້ໄປຮັບເອົາ ເຮໂຣອິນ ຈຳນວນດັ່ງກ່າວ ມາຈາກຂົວມິດຕະພາບ ລາວ-ພະມ້າ ມາຂາຍໃຫ້ຜູ້ຊື້ ທີ່ມາຈາກ ນະຄອນຫລວງວຽງຈັນ ໂດຍນັດ ຊື້-ຂາຍ ກັນຢູ່ຕລາດກາງຄືນ ແຫ່ງນີ້. ແຕ່ຖືກ ເຈົ້າໜ້າທີ່ ຈັບໄດ້ກ່ອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org