ໄວຕາມິນ ດີ​ ຊ່ອຍມົດລູກ

ໄວຕາມິນ ດີ ຈະຊ່ອຍ ຫລຸດຜ່ອນ ໂອກາດ ທີ່ຈະເປັນ ເນື້ອງອກ ໃນມົດລູກ.

ໄວຕາມິນ ດີ ຈະຊ່ອຍ ຫລຸດຜ່ອນ ໂອກາດ ທີ່ຈະເປັນ ເນື້ອງອກ ໃນມົດລູກ.

ອິງຕາມ ການຄົ້ນຄວ້າ ທີ່ພິມເຜີຍແພ່ ໃນວາຣະສານ ການແພດ ຜູ້ຍິງ ທີ່ມີທາດ ໄວຕາມິນ ດີ ໃນຮ່າງກາຍ ຫລາຍກວ່າ 32% ຈະບໍ່ສ່ຽງຕໍ່ ການເປັນໂຣຄ ເນື້່ອງອກ ໃນມົດລູກ, ແຕ່ແມ່ຍິງຜູ້ ທີ່ຂາດທາດ ໄວຕາມິນ ດີ ນັ້ນຈະມີ ໂອກາດ ເປັນເນື້ອງອກ ໃນມົດລູກ ໄດ້.

ການວິຈັຍ ທີ່ດຳເນີນການ ໂດຍນັກຄົ້ນຄວ້າ ຈາກສະຖາບັນ ການແພດ ຂອງ ສະຫະຣັຖ ທີ່ ປະກອບດ້ວຍ ແມ່ຍິງ 1,036 ຄົນ ອາຍຸ ຣະຫວ່າງ 35-49 ປີ ແລະ ອາສັຍ ຢູ່ໃນເຂດ ກຸງວໍຊິງຕັນ ຣະຫວ່າງປີ 1996 ຫາປີ 1999 ພົບວ່າ ແມ່ຍິງ ຜູ້ມີທາດ ໄວຕາມິນ ດີ ໃນຮ່າງກາຍສູງ ໂອກາດ ທີ່ຈະເກີດ ໂຣຄເນື້ອງອກ ໃນມົດລູກ ຕໍ່າ. ຜູ້ຍິງ ທີ່ອອກກຳລັງກາຍ ດ້ວຍການ ຕາກແດດ ກາງແປນ ຢ່າງນ້ອຍ 1 ຊົ່ວໂມງຕໍ່ມື້ ຈະເຮັດໃຫ້ ຄວາມສ່ຽງຕໍ່ ການເປັນ ໂຣຄເນື້ອງອກ ໃນຫມົດລູກ ຕໍ່າ ເຊັ່ນກັນ ຫລຸດຈາກ ຜູ້ຍິງ ທີ່ບໍ່ອອກ ກຳລັງກາຍ ຂ້າງນອກ ປະມານ 40%.

ຄນະນັກຄົ້ນຄວ້າ ເວົ້າວ່າ ມັນເປັນການ ບໍ່ຍາກ ແລະ ບໍ່ສິ້ນເປືອງ ລາຍຈ່າຍ ຖ້າ ແມ່ຍິງຢາກ ຫລຸດຜ່ອນ ຄວາມສ່ຽງ ໃນການເປັນໂຣຄ ເນື້ອງອກ ໃນມົດລູກ ໃຫ້ຕາກແດດ ແບບ ທັມມະຊາດ ແຕ່ລະມື້ ຢ່າງນ້ອຍ 1 ຊົ່ວໂມງ. ໂຣຄເນື້ອງອກ ໃນມົດລູກ ເປັນໂຣຄ ອັນຕຣາຍຊນິດນຶ່ງ ທີ່ີເກີດກັບ ແມ່ຍິງ ໃນທົ່ວໂລກ ແລະ ຫລາຍຄົນ ກໍເສັຽ ຊິວິດຍ້ອນ ການຫລີກລຽງ ກໍແບບງ່າຍໆ ຄືຕາກແດດ ແລະ ອອກກຳລັງກາຍ ເປັນປະຈຳ ແຕ່ລະມື້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org