ການຂຸດຄົ້ນແຮ່ຫາຍາກ ຂອງບໍຣິສັດຈີນ ປ່ອຍນ້ຳປົນເປື້ອນ ກະທົບຊາວບ້ານຢູ່ຊຳເໜືອ

ບໍຣິສັດຈີນ ມີການປ່ອຍນໍ້າເປື້ອນ, ນໍ້າເສັຍ ທີ່ມີສານເຄມີປົນເປື້ອນ ລົງສູ່ຫ້ວຍມັນ ເຊິ່ງເປັນແຫຼ່ງນໍ້າທັມມະຊາຕ ຈົນເປັນເຫດໃຫ້ປາຕາຍ, ປະຊາຊົນ ບໍ່ມີນໍ້າເຮັດການກະເສດ ແລະລ້ຽງສັດ ເຊິ່ງກະທົບຕໍ່ການທຳມາຫາກິນ ນັບຕັ້ງແຕ່ວັນທີ 22 ກຸມພາ 2024 ຈົນມາຮອດປັດຈຸບັນ.

ນີ້ເປັນພຽງຮູບປະກອບ ເຊິ່ງຊາວບ້ານກຳລັງເກັບປາຕາຍ ຈຳນວນຫຼາຍ ຈາກນ້ຳງາ ບ້ານວັງໄຮ ເມືອງວຽງໄຊ ແຂວງຫົວພັນ. Courtesy Photo

ຊາວບ້ານຢູ່ເມືອງຊໍາເໜືອ ແຂວງຫົວພັນ ທີ່ອາໃສຢູ່ຕິດກັບຫ້ວຍມັນ ຈໍານວນ 34 ບ້ານໄດ້ຮັບຜົນກະທົບທາງກົງ ແລະທາງອ້ອມ ເນື່ອງຈາກໂຄງການຂຸດຄົ້ນແຮ່ຫາຍາກ ຂອງບໍຣິສັດຈີນ ມີການປ່ອຍນໍ້າເປື້ອນ, ນໍ້າເສັຍ ທີ່ມີສານເຄມີປົນເປື້ອນ ລົງສູ່ຫ້ວຍມັນ ເຊິ່ງເປັນແຫຼ່ງນໍ້າທັມມະຊາຕ ຈົນເປັນເຫດໃຫ້ປາຕາຍ, ປະຊາຊົນ ບໍ່ມີນໍ້າເຮັດການກະເສດ ແລະລ້ຽງສັດ ເຊິ່ງກະທົບຕໍ່ການທຳມາຫາກິນ ນັບຕັ້ງແຕ່ວັນທີ 22 ກຸມພາ 2024 ຈົນມາຮອດປັດຈຸບັນ ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ.

ດັ່ງຊາວບ້ານ ຢູ່ເມືອງຊຳເໜືອ ແຂວງຫົວພັນ ນາງໄດ້ກ່າວຕໍ່ ວິທະຍຸເອເຊັຍເສຣີ ວັນທີ 07 ກຸມພາ ນີ້ວ່າ:

“ບໍຣິສັດຂຸດຄົ້ນແຮ່ຫາຍາກຫັ້ນ ເພິ່ນປ່ອຍນໍ້າເປື້ອນ, ນໍ້າເສັຍ ລົງແມ່ນໍ້າເນາະ ແຕ່ວ່າພາກສ່ວນທີ່ກ່ຽວຂ້ອງ ເພິ່ນຍັງບໍ່ທັນຢັ້ງຢືນເນາະ ຊີ້ແຈງໃຫ້ປະຊາຊົນຮູ້ໄດ້ວ່າ ຜົນກທະທົບມັນຮ້າຍແຮງ ຢູ່ເນາະ. ອິຕົນປະຊາຊົນ ເພາະວ່າເຂົາເຄີຍອຸດົມສົມບູນເດ້. ແມ່ນໍ້າບາງປາເພິ່ນອາໄສດຳລົງຊີວິດ ເນາະ ແລ້ວບາດນີ້ໃຊ້ບໍ່ໄດ້ແຫຼະ ມັນມີສານຜິດຫຼາຍ.”

ຊາວບ້ານກ່າວຕື່ມວ່າ ຫຼັງຈາກປະຊາຊົນພົບເຫັນ ປາຕາຍຢູ່ຫ້ວຍມັນ ໄດ້ຣາຍງານຜ່ານສື່ສັງຄົມອ໋ອນລາຍນ໌ ຈົນກາຍເປັນກະແສ ສັງຄົມຂຶ້ນມາທັນທີ ຫຼັງຈາກນັ້ນພາກສ່ວນທີ່ກ່ຽວຂ້ອງ ເຈົ້າໜ້າທີ່ຫ້ອງການຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ, ເຈົ້າໜ້າທີ່ຫ້ອງການ ກະສິກັມ ແລະປ່າໄມ້ ກໍໄດ້ລົງຕິດຕາມ-ກວດກາ ແຕ່ກາບໍ່ສາມາດລະບຸສາເຫດໄດ້ ເພາະຕ້ອງນຳເອົາປາ ແລະນໍ້າໄປກວດສອບຢ່າງລະອຽດ ຢູ່ກະຊວງຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.

ຊາວບ້ານຢູ່ເມືອງຊໍາເໜືອ ແຂວງຫົວພັນ ອີກທ່ານໜຶ່ງກ່າວວ່າ ພາກສ່ວນທີ່ກ່ຽວມາຕິດຕາມ-ກວດກາເພື່ອຫາສາເຫດ ປາຕາຍ ແລະຄຸນນະພາບນໍ້າແລ້ວ ແຕ່ບໍ່ທັນສະຫຼຸບຜົລເທື່ອ ສົ່ງຜົລໃຫ້ຊາວບ້ານ ຈໍານວນຫຼາຍພັນຄອບຄົວ ຍັງບໍ່ສາມາດນໍາໃຊ້ນໍ້າຢູ່ຫ້ວຍມັນ ເພື່ອທຳການກະເສດ, ລ້ຽງສັດ ແລະ ຫາປາໄດ້ເທື່ອ. ປັດຈຸບັນ ຊາວບ້ານ ນໍາໃຊ້ນໍ້າລີນ ແລະນໍ້າບາດານ ເພື່ອແກ້ໄຂໄປກ່ອນ.

ສ່ວນບໍຣິສັດຈີນ ເຊິ່ງເປັນຜູ້ລົງທືນໃນໂຄງການ ຂຸດຄົ້ນແຮ່ຫາຍາກ ບໍ່ໄດ້ຊີ້ແຈງ, ຕອບສະໜອງຂໍ້ມູນ ແລະຮີບດ່ວນແກ້ໄຂຜົລກະທົບ ທີ່ເກີດຂຶ້ນເຊິ່ງເຮັດໃຫ້ຊາວບ້ານ ໄດ້ຮັບຜົນກະທົບບໍ່ຢາກພໍໃຈປານໃດ.

ຂະນະທີ່ ຂໍ້ສະເໜີ ແລະຂໍ້ຮຽກຮ້ອງ ຂອງຊາວບ້ານເຫັນກົງກັນວ່າ ບໍ່ໄດ້ຕ້ອງການຄ່າຊົດເຊີຍ ຈາກບໍຣິສັດຈີນ ແຕ່ຕ້ອງການໃຫ້ບໍຣິສັດ ບຳບັດນໍ້າເປື້ອນ, ນໍ້າເສັຍກ່ອນ ຈະປ່ອຍລົງສູ່ແຫຼ່ງນໍ້າທັມມະຊາຕ, ແກ້ໄຂ-ປັບປຸງທໍ່ນໍ້າ ຂອງໂຄງການໃຫ້ໄດ້ມາດຕະຖານ ແລະຫ້າມປ່ອຍນໍ້າເປື້ອນ, ນໍ້າເສັຍ ລົງສູ່ແຫຼ່ງນໍ້າທັມມະຊາຕ ຈົນເກີດຄວາມເສັຍຫາຍ ຕໍ່ລະບົບນິເວດ ແລະສັງຄົມ.

ດັ່ງຊາວບ້ານ ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

“ເອີ! ຍັງບໍ່ທັນສະຫຼຸບເພາະວ່າ ຍັງເອົາເມືອກວດອັນນ່າ. ໂຕຢ່າງກາຍັງບໍ່ທັນມາມາ ລະບຸໃຫ້ປະຊາຊົນວ່າ ມັນຈະມີຍ້ອນເຫດຜົລອັນໃດແທ້. ທາງບໍຣິສັດກາຖືວ່າຍັງແຕ່ອາໄສແຕ່ທາງຂັ້ນເທິງເນາະ. ຖືວ່າທາງປະຊາຊົນລະຮຽກຮ້ອງ ແຕ່ວ່າໃຫ້ຍົກເລີກອັນນ່າ ທໍ່ຝາລີນລົງມາ ເຮົາຊົມໃຊ້ນີ້.”

ຊາວບ້ານໄດ້ກ່າວຕື່ມວ່າ ຫາກບໍຣິສັດຈີນ ບໍ່ສາມາດແກ້ໄຂບັນຫານໍ້າເປື້ອນ, ນໍ້າເສັຍ ແລະ ຍັງສ້າງຜົລກະທົບຕໍ່ລະບົບນິເວດ ແລະສັງຄົມຂຶ້ນມາອີກ ກໍສເນີໃຫ້ທາງການລາວໂຈະ ການຂຸດຄົ້ນອອກໄປກ່ອນ ຫຼືຖ້າເປັນໄປໄດ້ ກໍໃຫ້ຍົກເລີກໂຄງການ ໄປແບບຖາວອນກໍເປັນແນວທາງທີ່ດີ.

ເຈົ້າໜ້າທີ່ ປະຈໍາຫ້ອງການປົກຄອງ ເມືອງຊໍາເໜືອ ແຂວງຫົວພັນ ກ່າວວ່າ ວຽກງານດັ່ງກ່າວ ແມ່ນໜ້າທີ່ຂອງຫ້ອງການ ຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ເປັນຜູ້ຕິດຕາມ-ກວດກາ ໂດຍກົງຈຶ່ງບໍ່ຮູ້ຣາຍລະອຽດໃດໆ.

ດັ່ງເຈົ້າໜ້າທີ່ ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

“ແຕ່ເພິ່ນກາໄປລົງລົງໄປສໍາຫຼວດ ແກ້ໄຂແລ້ວທາງຜະແນກ ຊັບ ເຈົ້າຮັບຜິດຊອບໂດຍກົງ.”

ເຈົ້າໜ້າທີ່ຫ້ອງການຊັບພະຍາກອນທໍາມະຊາດແລະສີ່ງແວັດລ້ອມອິກທ່ານໜຶ່ງກ່າວວ່າພາຍຫຼັງທີ່ໄດ້ຮັບເລື່ອງຮ້ອງຮຽນຈາກປະຊາຊົນແລ້ວກໍໄດ້ມີເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງໄປລົງຕິດຕາມ-ກວດກາໂຄງການຂຸດຄົ້ນແຮ່ຫາຍາກຂອງບໍລິສັດຈີນ ແລະ ເຂດຫ້ວຍມັນຢູ່ບ້ານເມືອງແວ່ນແລ້ວ. ເບື້ອງຕົ້ນກາບໍ່ເຫັນວ່າຈະມີຜົນກະທົບຮຸນແຮງ ຕາມທີ່ປະຊາຊົນ ໄດ້ມີການຮ້ອງຮຽນນັ້ນເທື່ອ.

ດັ່ງເຈົ້າໜ້າທີ່ ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

ກາຄືວ່າທາງຂະເຈົ້າ ລົງໄປຕາມການລາຍງານລົງໄປຮອດເມືອງແວ່ນ. ເມືອງນັ້ນ ກາຄືວ່າບໍ່ໜັກປານໃດນ່າ ຖືວ່າຂໍ້ມູນຂະເຈົ້າຖືວ່າບໍ່ໜັກ.”

ວັນທີ 04 ມີນາ 2024 ຜ່ານມາ ທ່ານ ສໍສະຫວັນ ບານຄໍາມີ, ຫົວໜ້າຜະແນກຊັບພະຍາກອນທັທມະຊາຕ ແລະສິ່ງແວດລ້ອມ ໄດ້ຊີ້ແຈງຜ່ານວິທະຍຸກະຈາຍສຽງ ແຫ່ງຊາຕລາວວ່າ ຜ່ານການເຄື່ອນໄຫວກວດກາ ແລະເກັບກຳຂໍ້ມູນ ໂຕຈິງຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງທັງສູນກາງ ແລະທ້ອງຖິ່ນເຫັນວ່າອ່າງເກັບນໍ້າ ຂອງໂຄງການຂຸດຄົ້ນແຮ່ຫາຍາກ ຢູ່ເຂດຫ້ວຍຕະບຸ້ນມີການຮົ່ວຊືມ ແລະແຕກຫັກຈຳນວນນຶ່ງ ເຮັດໃຫ້ນໍ້າໃນອ່າງໄຫຼລົງສູ່ ຫ້ວຍຕະບຸ້ນ ແລ້ວໄຫຼລົງໃສ່ຫ້ວຍມັນ ແລະນໍ້າແວ່ນເຮັດ ໃຫ້ເກີດມີປາຕາຍຈຳນວນນຶ່ງ.

ຈາກນັ້ນເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ແນະນໍາ ໃຫ້ບໍລິສັດສັມປະທານ ປັບປຸງອ່າງຄືນໃໝ່ ໃຫ້ດີຂຶ້ນ ແລະຮັບປະກັນດີກ່ວາເກົ່າ ຫຼືຈະກ້າວໄປເຖິງການສັ່ງໂຈະ ນຳໃຊ້ອ່າງດັ່ງກ່າວໃນຕໍ່ໜ້າ. ສ່ວນສານເຄມີ ທີ່ຕົກຄ້າງ ຢູ່ໃນນໍ້າທາງວິຊາການທີ່ກ່ຽວຂ້ອງ ໄດ້ລົງໄປວັດແທກໄດ້ 3 ທາດເຫັນວ່າ ຍັງນອນຢູ່ໃນສະພາບປົກກະຕິ, ແຕ່ທາດເຄມີຕົກຄ້າງ ທີ່ບໍ່ສາມາດວິໃຈຢູ່ໃນພາກສະໜາມແມ່ນສົ່ງໄປວິໄຈ ຢູ່ຫ້ອງວິໄຈຊັບພະຍາກອນ ນໍ້າຂອງກະຊວງຊັບພະຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ຄາດວ່າຕ້ອງໃຊ້ເວລາປະມານ 10 ວັນຈຶ່ງ ຈະໄດ້ຮັບຄຳຕອບ.

ຈາກເຫດການທີ່ເກີດຂຶ້ນ ຄັ້ງນີ້ເຮັດໃຫ້ບ້ານທີ່ໄດ້ຮັບຜົລກະທົບ ໂດຍກົງເປັນຕົ້ນບ້ານຫ້ວຍມັນ, ທັບເຜິ້ງ ແລະ ບ້ານເມືອງແວ່ນ ຫ້າມປະຊາຊົນນໍາໃຊ້ ນໍ້າຢູ່ໃນເຂດດັ່ງກ່າວຈົນກ່ວາ ຜົລການວິໄຈໂຕຢ່າງ ຈະອອກມາຢ່າງເປັນທາງການ.

ສ່ວນສູນວິໄຈ ອາຫານສັດ ຂອງກະຊວງກະສິກັມ ແລະປ່າໄມ້ ໄດ້ເຜີຍຜົລວິໄຈ ກ່ຽວກັບໂລຫະໜັກ ແລະສານປົນເປື້ອນ ໃນນໍ້າເມື່ອວັນທີ 04 ມີນາ 2024 ຜ່ານມາ ລະບຸວ່າ ຜົລການວິໄຈ ຄ່າທາດປົນເປື້ອນເປັນຕົ້ນຄວາມເປັນກົດ-ດ່າງ, ໄຊຍານັດ, ອົກຊີເຈັນ, ສານໜູ, ກົ່ວ, ທອງ, ສັງກະສີ ແລະ ເຫຼັກແມ່ນເກີນຄ່າມາດຕະຖານ ທຸກທາດ.

ສໍາລັບໂຄງການ ຂຸດຄົ້ນແຮ່ຫາຍາກຕັ້ງຢູ່ບ້ານອຸໄທ ເມືອງຫົວເມືອງ, ບ້ານສົບຊາຍ ແລະ ບ້ານທັບເຜິ້ງ ເມືອງຊໍາເໜືອ ແຂວງຫົວພັນ ໂດຍບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ໄດ້ຮັບການເຊັນສັນຍາ ສັມປະທານຄັ້ງວັນທີ 28 ມົກກະຣາ 2022 ເປັນໂຄງການ ທີ່ສູນກາງອະນຸຍາດປະເພດ ຂຸດຄົ້ນແຮ່ທົດລອງ. ປັດຈຸບັນຍັງບໍ່ທັນໄດ້ຮັບຮອງ ທາງດ້ານບົດວິພາກ ເສດຖະກິຈ-ເທັກນິກ ຈາກກະຊວງພະລັງງານ ແລະບໍ່ແຮ່ ແລະ ບໍ່ທັນໄດ້ໃບຢັ້ງຢືນ ຮັບຮອງກ່ຽວກັບສິ່ງແວດລ້ອມ ຈາກະຊວງຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ເຊັ່ນດຽວກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org